[1] ເມື່ອພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນມາແລ້ວ ພຣະອົງກໍໃຫ້ຣິດເດດ ແລະສິດອຳນາດແກ່ພວກເພິ່ນ ເພື່ອຂັບໄລ່ຜີມານຮ້າຍທຸກໂຕ ແລະເພື່ອຮັກສາພະຍາດໂຣຄາຕ່າງໆ.
[2] ແລ້ວພຣະອົງກໍໃຊ້ພວກເພິ່ນອອກໄປປະກາດເລື່ອງອານາຈັກຂອງ^ພຣະເຈົ້າ ແລະເຮັດໃຫ້ຄົນເຈັບໄຂ້^ໄດ້ປ່ວຍດີພະຍາດ.
[3] ພຣະອົງສັ່ງແກ່ພວກເພິ່ນວ່າ, “ເມື່ອເດີນທາງໄປນັ້ນ ຢ່າເອົາຫຍັງໄປນຳ ບໍ່ວ່າ ໄມ້ເທົ້າ, ຖົງ, ອາຫານ, ເງິນ, ແມ່ນແຕ່ເຄື່ອງນຸ່ງກໍບໍ່ໃຫ້ຖືໄປເພື່ອປ່ຽນ.
[4] ເຮືອນໃດທີ່ຕ້ອນຮັບພວກເຈົ້າ ຈົ່ງຢູ່ໃນເຮືອນນັ້ນ ຈົນກວ່າພວກເຈົ້າຈາກໄປ,
[5] ເມືອງໃດ ທີ່ບໍ່ຕ້ອນຮັບພວກເຈົ້າ ຈົ່ງໜີຈາກເມືອງນັ້ນ ແລະສັ່ນຂີ້ຝຸ່ນທີ່ຕິດຕີນຂອງ^ພວກເຈົ້າອອກ ເພື່ອເປັນພະຍານຕໍ່ສູ້ພວກເຂົາ.”
[6] ແລ້ວພວກສາວົກກໍພາກັນອອກເດີນທາງໄປ ຕາມທຸກບ້ານທຸກເມືອງປະກາດຂ່າວປະເສີດ ແລະເຮັດໃຫ້ຄົນເຈັບໄຂ້^ໄດ້ປ່ວຍດີພະຍາດ.
[7] ເມື່ອເຮໂຣດ ຜູ້ປົກຄອງໄດ້ຍິນເຫດການທັງໝົດທີ່ເກີດຂຶ້ນ. ດັ່ງນັ້ນ ເພິ່ນຈຶ່ງວິຕົກກັງວົນໃຈ ເພາະບາງຄົນເວົ້າວ່າ, “ໂຢຮັນບັບຕິສະໂຕຄືນມາມີຊີວິດອີກແລ້ວ.”
[8] ຝ່າຍຄົນອື່ນເວົ້າວ່າ, “ເອລີຢາໄດ້ມາປາກົດ” ແລະຄົນອື່ນໆອີກເວົ້າວ່າ, “ແມ່ນຜູ້ທຳນວາຍຄົນໜຶ່ງ ໃນບັນດາຜູ້ທຳນວາຍໃນສະໄໝບູຮານໄດ້ຄືນມາມີຊີວິດ.”
[9] ແຕ່ເຮໂຣດເອງເວົ້າວ່າ, “ເຮົາຕັດຫົວໂຢຮັນແລ້ວ, ແຕ່ຄົນທີ່ເຮົາໄດ້ຍິນເຖິງນີ້ ແມ່ນຜູ້ໃດໜໍ?” ແລ້ວເຮໂຣດກໍຫາໂອກາດທີ່ຈະພົບພຣະເຢຊູເຈົ້າ.
[10] ແລ້ວພວກອັກຄະສາວົກກໍໄດ້ກັບຄືນມາ ເມື່ອພວກເພິ່ນລາຍງານແກ່ພຣະເຢຊູເຈົ້າ ເຖິງສິ່ງທີ່ພວກຕົນເຮັດ ແລ້ວພຣະອົງກໍພາພວກເພິ່ນໄປຕ່າງຫາກ ທີ່ເມືອງໜຶ່ງຊື່ວ່າ ເບັດຊາອີດາ.
[11] ເມື່ອປະຊາຊົນໄດ້ຍິນເຖິງເລື່ອງນີ້ ພວກເຂົາກໍຕິດຕາມພຣະອົງໄປ ຝ່າຍພຣະອົງກໍຕ້ອນຮັບພວກເຂົາ ແລະບອກພວກເຂົາເຖິງຣາຊອານາຈັກຂອງ^ພຣະເຈົ້າ ທັງຊົງໂຜດຮັກສາຜູ້ທີ່ຕ້ອງການຢາກຫາຍດີຈາກການ^ເຈັບໄຂ້^ໄດ້ປ່ວຍ.
[12] ເມື່ອຕາເວັນກຳລັງຈະຕົກແລ້ວ ພວກສາວົກກໍມາຫາພຣະອົງ ແລະເວົ້າວ່າ, “ຈົ່ງບອກປະຊາຊົນເລີກເມືອສາ ເພື່ອໃຫ້ພວກເຂົາໄປຫາບ້ານໄຮ່ບ້ານນາແຖບນີ້ ຊອກທີ່ພັກແລະອາຫານ ເພາະທີ່ນີ້ເປັນບ່ອນປ່ຽວ.”
[13] ແຕ່ພຣະເຢຊູເຈົ້າກ່າວຕໍ່ພວກເພິ່ນວ່າ, “ໃຫ້ພວກເຈົ້າເປັນຜູ້ລ້ຽງພວກເຂົາສາ.” ພວກສາວົກຕອບວ່າ, “ພວກຂ້ານ້ອຍມີເຂົ້າຈີ່ຫ້າກ້ອນກັບປາສອງໂຕເທົ່ານັ້ນ ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປຊື້ອາຫານໃຫ້ປະຊາຊົນທັງໝົດນີ້ກິນບໍ?” (
[14] ໃນທີ່ນັ້ນມີຜູ້ຊາຍປະມານຫ້າພັນຄົນ.) ພຣະເຢຊູເຈົ້າສັ່ງພວກສາວົກຂອງ^ພຣະອົງວ່າ, “ຈົ່ງຈັດປະຊາຊົນໃຫ້ນັ່ງລົງເປັນໝູ່ ໝູ່ລະຫ້າສິບຄົນ.”
[15] ພວກສາວົກກໍປະຕິບັດຕາມ ແລະຈັດໃຫ້ປະຊາຊົນທຸກຄົນນັ່ງລົງ.
[16] ແລ້ວພຣະອົງກໍຮັບເອົາເຂົ້າຈີ່ຫ້າກ້ອນກັບປາສອງໂຕ ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລະໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານ ພຣະອົງໄດ້ແບ່ງອາຫານນັ້ນ ແລະມອບໃຫ້ພວກສາວົກ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ.
[17] ພວກເຂົາໄດ້ກິນອີ່ມທຸກຄົນ ແລະສ່ວນທີ່ເຫລືອນັ້ນກໍເກັບໄດ້ເຕັມສິບສອງກະບຸງ.
[18] ຢູ່ມາວັນໜຶ່ງ ເມື່ອພຣະເຢຊູເຈົ້າກຳລັງພາວັນນາ^ອະທິຖານຢູ່ຕ່າງຫາກ ມີແຕ່ພວກສາວົກຂອງ^ພຣະອົງຢູ່ທີ່ນັ້ນ ພຣະອົງຖາມພວກສາວົກວ່າ, “ປະຊາຊົນເວົ້າກັນວ່າ ເຮົາແມ່ນຜູ້ໃດ?”
[19] ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າ ທ່ານແມ່ນໂຢຮັນບັບຕິສະໂຕ ຄົນອື່ນເວົ້າວ່າ ທ່ານແມ່ນເອລີຢາ ສ່ວນຄົນອື່ນໆອີກເວົ້າວ່າ ທ່ານແມ່ນຜູ້ທຳນວາຍຄົນໜຶ່ງ ໃນບັນດາຜູ້ທຳນວາຍແຕ່ສະໄໝບູຮານ ທີ່ເປັນຄືນມາສູ່ຊີວິດ.”
[20] ແລ້ວພຣະອົງຖາມພວກເພິ່ນວ່າ, “ຝ່າຍພວກເຈົ້າເດ ວ່າເຮົາແມ່ນຜູ້ໃດ?” ເປໂຕຕອບວ່າ, “ທ່ານແມ່ນພຣະຄຣິດຂອງ^ພຣະເຈົ້າ.”
[21] ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກເພິ່ນຢ່າງເດັດຂາດ ບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ
[22] ແລະ ກ່າວຕື່ມວ່າ, “ບຸດມະນຸດຕ້ອງທົນທຸກທໍລະມານຢ່າງໜັກຫລາຍປະການ ບັນດາເຖົ້າແກ່ ບັນດາຫົວໜ້າປະໂຣຫິດ ແລະພວກທຳມະຈານຈະບໍ່ຍອມຮັບທ່ານ, ທ່ານຈະຖືກຂ້າ, ແຕ່ໃນວັນຖ້ວນສາມ ທ່ານຈະຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍ.”
[23] ແລ້ວພຣະອົງກໍກ່າວແກ່ປະຊາຊົນທັງໝົດວ່າ, “ຖ້າຜູ້ໃດຕ້ອງການຕິດຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງ^ຕົນເອງ ຮັບແບກໄມ້ກາງແຂນຂອງຕົນທຸກໆວັນ ແລະຕາມເຮົາມາ.
[24] ເພາະຜູ້ໃດກໍຕາມ ທີ່ຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມທີ່ສະຫລະຊີວິດຂອງຕົນ ເພາະເຫັນແກ່ເຮົາ ຜູ້ນັ້ນຈະຊ່ວຍຊີວິດຂອງຕົນນັ້ນໃຫ້ພົ້ນ.
[25] ເຫດວ່າ ຖ້າຜູ້ໃດຈະໄດ້ສິ່ງຂອງ^ທັງໂລກ, ແຕ່ຈະໃຫ້ຕົວເອງຈິບຫາຍ ຫລືເສຍໄປ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ?
[26] ສະນັ້ນ ຖ້າຜູ້ໃດມີຄວາມ^ລະອາຍໃນເລື່ອງເຮົາ ແລະໃນເລື່ອງຖ້ອຍຄຳຂອງເຮົາ ບຸດມະນຸດກໍຈະມີຄວາມ^ລະອາຍໃນເລື່ອງຂອງ^ຜູ້ນັ້ນ ເມື່ອເຮົາມາປາກົດໃນສະຫງ່າຣາສີຂອງເຮົາ ກັບໃນສະຫງ່າຣາສີຂອງ^ພຣະບິດາເຈົ້າ ແລະຂອງ^ພວກເທວະດາບໍຣິສຸດ.
[27] ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ ມີບາງຄົນໃນທີ່ນີ້ຈະບໍ່ຮູ້ຣົດແຫ່ງຄວາມ^ຕາຍ ຈົນກວ່າພວກເຂົາໄດ້ເຫັນອານາຈັກຂອງ^ພຣະເຈົ້າ.”
[28] ຫລັງຈາກທີ່ພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ແລ້ວ ປະມານໜຶ່ງອາທິດ ພຣະອົງກໍພາເປໂຕ, ໂຢຮັນ ແລະ ຢາໂກໂບຂຶ້ນໄປເທິງພູກັບພຣະອົງ ເພື່ອພາວັນນາ^ອະທິຖານ.
[29] ຂະນະທີ່ພຣະອົງກຳລັງພາວັນນາ^ອະທິຖານຢູ່ນັ້ນ ໃບໜ້າຂອງ^ພຣະອົງກໍຊົງປ່ຽນໄປ ແລະເຄື່ອງນຸ່ງຂອງ^ພຣະອົງກໍຂາວເຫຼື້ອມໃສ.
[30] ໃນທັນໃດນັ້ນ ກໍມີສອງຄົນກຳລັງສົນທະນາຢູ່ກັບພຣະອົງ ສອງຄົນນັ້ນແມ່ນໂມເຊ ແລະ ເອລີຢາ
[31] ທີ່ມາປາກົດດ້ວຍສະຫງ່າຣາສີຈາກສະຫວັນ ທັງສອງສົນທະນາຢູ່ກັບພຣະເຢຊູເຈົ້າ ກ່າວເຖິງການທີ່ພຣະອົງຈະສະເດັດຈາກໂລກໄປ ຊຶ່ງເລື່ອງນີ້ຈະສຳເລັດໃນນະຄອນເຢຣູຊາເລັມ.
[32] ຝ່າຍເປໂຕກັບໝູ່ເພື່ອນຂອງຕົນ ຕ່າງກໍເຫງົານອນ, ແຕ່ເມື່ອພວກເພິ່ນໄດ້ຕື່ນຂຶ້ນແລ້ວ ຈຶ່ງເຫັນສະຫງ່າຣາສີຂອງ^ພຣະເຢຊູເຈົ້າ ກັບສອງຄົນທີ່ກຳລັງຢືນຢູ່ນຳພຣະອົງ.
[33] ເມື່ອສອງຄົນນັ້ນກຳລັງຈາກພຣະເຢຊູເຈົ້າໄປ ເປໂຕຈຶ່ງເວົ້າແກ່ພຣະອົງວ່າ, “ພຣະອາຈານ^ເອີຍ, ເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້ ໂຜດໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຄືຫລັງໜຶ່ງສຳລັບທ່ານ ຫລັງໜຶ່ງສຳລັບໂມເຊ ແລະ ຫລັງໜຶ່ງອີກສຳລັບເອລີຢາ.” (ເປໂຕບໍ່ຮູ້ສຶກຕົວວ່າຕົນເອງກຳລັງເວົ້າຫຍັງ.)
[34] ຂະນະທີ່ເປໂຕກຳລັງເວົ້າຢູ່ນັ້ນ ກໍມີກ້ອນເມກລອຍລົງປົກຫຸ້ມພວກເພິ່ນໄວ້ ແລະພວກສາວົກກໍຢ້ານເມື່ອຢູ່ໃນກ້ອນເມກນັ້ນ.
[35] ແລ້ວກໍມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ ເປັນບຸດຂອງເຮົາຜູ້ທີ່ເຮົາໄດ້ເລືອກໄວ້ ຈົ່ງເຊື່ອຟັງເພິ່ນ.”
[36] ເມື່ອສຽງນັ້ນສະຫງົບແລ້ວກໍມີແຕ່ພຣະເຢຊູເຈົ້າອົງດຽວຢູ່ທີ່ນັ້ນ ສ່ວນສາວົກທັງສາມກໍເກັບເລື່ອງທັງໝົດນີ້ໄວ້ໃນໃຈ ແລະບໍ່ໄດ້ບອກຜູ້ໃດໃນເວລານັ້ນ ເຖິງສິ່ງທີ່ພວກເພິ່ນໄດ້ເຫັນ.
[37] ວັນໜ້າມາ ຂະນະທີ່ພຣະເຢຊູເຈົ້າກັບສາວົກທັງສາມ ໄດ້ລົງມາແຕ່ເທິງພູນັ້ນ ກໍມີປະຊາຊົນຢ່າງຫລວງຫລາຍມາພົບພຣະອົງ.
[38] ຂະນະນັ້ນ ມີຊາຍຄົນໜຶ່ງໃນປະຊາຊົນນັ້ນຮ້ອງຂຶ້ນວ່າ, “ອາຈານ^ເອີຍ ຂ້ານ້ອຍຂໍຄວາມ^ເມດຕາໃຫ້ເບິ່ງລູກຊາຍຂອງ^ຂ້ານ້ອຍແດ່ທ້ອນ. ດ້ວຍວ່າ, ລາວແມ່ນລູກຊາຍຄົນດຽວຂອງ^ຂ້ານ້ອຍ.
[39] ຜີຮ້າຍທີ່ສິງຕົວເດັກເທື່ອໃດ ເດັກກໍຮ້ອງຂຶ້ນເທື່ອນັ້ນໃນທັນທີໂລດ ເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງຈົນນໍ້າລາຍຟູມປາກ ມັນເຮັດໃຫ້ຕົວເດັກຟົກຊໍ້າ ແລະບໍ່ຍອມອອກໄປໂດຍງ່າຍ.
[40] ຂ້ານ້ອຍໄດ້ຂໍຮ້ອງໃຫ້ພວກສາວົກຂອງທ່ານ ຂັບໄລ່ມັນອອກເສຍ ແຕ່ພວກເພິ່ນເຮັດບໍ່ໄດ້.”
[41] ພຣະເຢຊູເຈົ້າຕອບວ່າ, “ໂອ ຄົນໃນຍຸກສະໄໝທີ່ຂາດຄວາມເຊື່ອ ແລະຊົ່ວຊ້າ^ເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ເຮົາຈະຕ້ອງອົດທົນກັບພວກເຈົ້າອີກດົນນານປານໃດ?” ແລ້ວພຣະເຢຊູເຈົ້າກໍກ່າວແກ່ຊາຍຄົນນັ້ນວ່າ, “ຈົ່ງພາລູກຊາຍຂອງ^ເຈົ້າມາພີ້ເບິ່ງດູ.”
[42] ຂະນະທີ່ເດັກກຳລັງມານັ້ນ ຜີມານຮ້າຍກໍໄດ້ເຮັດໃຫ້ເດັກລົ້ມລົງກັບພື້ນດິນ ຊັກດີ້ນກິ້ງເກືອກໄປມາ, ແຕ່ພຣະເຢຊູເຈົ້າໄດ້ໃຫ້ຄຳສັ່ງຊຳລະຜີຊົ່ວຮ້າຍນັ້ນ ແລະຊົງໂຜດເດັກນ້ອຍໃຫ້ຫາຍດີ ແລ້ວມອບຄືນໃຫ້ແກ່ພໍ່ຂອງ^ເດັກນັ້ນ.
[43] ປະຊາຊົນທັງໝົດຕ່າງກໍງຶດປະຫລາດ^ໃຈຫລາຍ ໃນຣິດເດດອຳນາດອັນຍິ່ງໃຫຍ່ຂອງ^ພຣະເຈົ້າ. ຂະນະທີ່ປະຊາຊົນຍັງປະຫລາດ^ໃຈນຳທຸກສິ່ງ ທີ່ພຣະເຢຊູເຈົ້າໄດ້ກະທຳນັ້ນ ພຣະອົງກໍກ່າວແກ່ພວກສາວົກຂອງ^ພຣະອົງວ່າ,
[44] “ຈົ່ງຈົດຈຳຖ້ອຍຄຳທີ່ເຮົາກ່າວແກ່ພວກເຈົ້ານີ້ໃຫ້ດີ ບຸດມະນຸດຈະຖືກມອບໄວ້ໃນມືຂອງ^ຄົນທັງຫລາຍ.”
[45] ແຕ່ພວກສາວົກບໍ່ເຂົ້າໃຈຖ້ອຍຄຳເຫລົ່ານີ້ ເພາະຖ້ອຍຄຳນັ້ນໄດ້ຖືກປິດບັງໄວ້ຈາກພວກເພິ່ນ ເພື່ອວ່າພວກເພິ່ນຈະບໍ່ສັງເກດໄດ້ ແລະພວກເພິ່ນກໍຢ້ານທີ່ຈະຖາມພຣະອົງເຖິງເລື່ອງນີ້.
[46] ແລ້ວໄດ້ເກີດການໂຕ້ຖຽງກັນໃນລະຫວ່າງພວກສາວົກວ່າ ໃນທ່າມກາງພວກເພິ່ນນັ້ນ ຜູ້ໃດເປັນໃຫຍ່ກວ່າໝູ່.
[47] ຝ່າຍພຣະເຢຊູເຈົ້າຮູ້ຄວາມ^ຄິດໃນໃຈຂອງ^ພວກເພິ່ນ. ດັ່ງນັ້ນ ພຣະອົງຈຶ່ງໃຫ້ເດັກນ້ອຍຄົນໜຶ່ງມາຢືນຢູ່ໃກ້ພຣະອົງ.
[48] ແລ້ວພຣະອົງກໍກ່າວກັບພວກສາວົກວ່າ, “ຜູ້ໃດທີ່ຕ້ອນຮັບເດັກນ້ອຍຄົນນີ້ ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ ແລະຜູ້ທີ່ຕ້ອນຮັບເຮົາ ກໍຕ້ອນຮັບຜູ້ທີ່ໄດ້ໃຊ້ເຮົາມາເໝືອນກັນ ເພາະວ່າ ຜູ້ໃດທີ່ເປັນນ້ອຍກວ່າໝູ່ໃນພວກເຈົ້າ ຜູ້ນັ້ນແຫລະ ເປັນຜູ້ໃຫຍ່.”
[49] ແລ້ວໂຢຮັນກໍເວົ້າຂຶ້ນວ່າ, “ພຣະອາຈານ^ເອີຍ, ພວກຂ້ານ້ອຍໄດ້ເຫັນຊາຍຄົນໜຶ່ງ ຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະພວກຂ້ານ້ອຍໄດ້ຫ້າມໃຫ້ລາວເຊົາ ເພາະລາວບໍ່ໄດ້ຕິດຕາມພຣະອົງກັບພວກຂ້ານ້ອຍ.”
[50] ແຕ່ພຣະເຢຊູເຈົ້າຕອບໂຢຮັນ ແລະສາວົກຄົນອື່ນໆວ່າ, “ຢ່າຫ້າມລາວເລີຍ ເພາະຜູ້ໃດທີ່ບໍ່ຕໍ່ສູ້ທ່ານ ກໍເປັນຝ່າຍພວກທ່ານແລ້ວ.”
[51] ເມື່ອໃກ້ເວລາທີ່ພຣະເຢຊູເຈົ້າຈະຖືກຮັບຂຶ້ນສູ່ສະຫວັນແລ້ວ ພຣະອົງກໍຕັ້ງໃຈຢ່າງຄັກແນ່ທີ່ຈະໄປຍັງນະຄອນເຢຣູຊາເລັມ.
[52] ພຣະອົງໄດ້ໃຊ້ຜູ້ຮັບໃຊ້ໄປກ່ອນໜ້າພຣະອົງ ພວກເພິ່ນໄດ້ເຂົ້າໄປໃນບ້ານໜຶ່ງຂອງ^ຊາວຊາມາເຣຍ ເພື່ອຈັດຕຽມທຸກສິ່ງໄວ້ສຳລັບພຣະອົງ.
[53] ແຕ່ປະຊາຊົນໃນບ້ານນັ້ນບໍ່ຕ້ອນຮັບພຣະອົງ ເພາະພຣະອົງຕັ້ງໜ້າຈະໄປຍັງນະຄອນເຢຣູຊາເລັມ.
[54] ເມື່ອສາວົກຂອງ^ພຣະອົງຄືຢາໂກໂບ ແລະ ໂຢຮັນເຫັນດັ່ງນັ້ນແລ້ວ ກໍເວົ້າວ່າ, “ພຣະອົງເຈົ້າ^ເອີຍ, ພຣະອົງຢາກໃຫ້ພວກຂ້ານ້ອຍສັ່ງໄຟລົງມາຈາກຟ້າສະຫວັນ ເພື່ອເຜົາຜານພວກເຂົາບໍ?”
[55] ແຕ່ພຣະເຢຊູເຈົ້າຫັນໜ້າມາກ່າວຕິຕຽນພວກເພິ່ນ [ ແລະກ່າວວ່າ, “ພວກເຈົ້າບໍ່ຮູ້ວ່າພວກເຈົ້າມີຈິດໃຈແນວໃດ ດ້ວຍວ່າ, ບຸດມະນຸດໄດ້ມາ ບໍ່ແມ່ນເພື່ອທຳລາຍຊີວິດມະນຸດ, ແຕ່ມາເພື່ອໂຜດມະນຸດໃຫ້ພົ້ນ.”]
[56] ແລ້ວພຣະເຢຊູເຈົ້າກັບພວກສາວົກຂອງ^ພຣະອົງກໍໄປຍັງບ້ານອື່ນ.
[57] ຂະນະທີ່ພຣະເຢຊູເຈົ້າກັບພວກສາວົກໄປຕາມທາງນັ້ນ ກໍໄດ້ມີຊາຍຄົນໜຶ່ງເວົ້າກັບພຣະອົງວ່າ, “ພຣະອົງຈະໄປທີ່ໃດ ຂ້ານ້ອຍກໍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ.”
[58] ພຣະເຢຊູເຈົ້າຕອບລາວວ່າ, “ໝາຈອກຍັງມີໝົ້ງນອນ ແລະນົກກໍຍັງມີຮັງຢູ່ ສ່ວນບຸດມະນຸດບໍ່ມີບ່ອນຈະວາງຫົວລົງ.”
[59] ພຣະອົງກ່າວແກ່ຊາຍຄົນໜຶ່ງອີກວ່າ, “ຈົ່ງຕາມເຮົາມາ.” ແຕ່ຊາຍຄົນນັ້ນຕອບວ່າ, “ພຣະອົງເຈົ້າ^ເອີຍ ຂໍອະນຸຍາດໃຫ້ຂ້ານ້ອຍກັບເມືອຝັງສົບພໍ່ຂອງ^ຂ້ານ້ອຍກ່ອນ.”
[60] ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຈົ່ງປະໃຫ້ຄົນຕາຍຝັງກັນເອງເທາະ, ແຕ່ສ່ວນເຈົ້າ ຈົ່ງໄປປະກາດອານາຈັກຂອງ^ພຣະເຈົ້າ.”
[61] ມີຄົນໜຶ່ງອີກໄດ້ເວົ້າວ່າ, “ພຣະອົງເຈົ້າ^ເອີຍ ຂ້ານ້ອຍຈະຕາມທ່ານໄປ, ແຕ່ຂໍອະນຸຍາດໃຫ້ຂ້ານ້ອຍກັບເມືອສັ່ງລາຄອບຄົວຂອງ^ຂ້ານ້ອຍກ່ອນ.”
[62] ພຣະເຢຊູເຈົ້າກ່າວແກ່ລາວວ່າ, “ຜູ້ໃດທີ່ເອົາມືຈັບງ້ອນໄຖແລ້ວຍັງຫລຽວຄືນຫລັງ ຜູ້ນັ້ນກໍບໍ່ສົມກັບອານາຈັກຂອງ^ພຣະເຈົ້າ.”