[1] ເມື່ອພຣະເຢຊູເຈົ້າໄດ້ກ່າວສິ່ງເຫລົ່ານີ້ ແກ່ປະຊາຊົນຈົບລົງແລ້ວ ພຣະອົງກໍໄປທີ່ເມືອງກາເປນາອູມ.
[2] ມີນາຍທະຫານໂຣມຜູ້ໜຶ່ງ ເພິ່ນມີຄົນ^ຮັບໃຊ້ຜູ້ໜຶ່ງ ທີ່ເພິ່ນຮັກຫລາຍ ລາວເຈັບປ່ວຍໜັກແລະໃກ້ຈະຕາຍ.
[3] ເມື່ອນາຍທະຫານຜູ້ນີ້ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ເພິ່ນໄດ້ໃຊ້ພວກເຖົ້າແກ່ບາງຄົນຂອງ^ພວກຢິວ ໄປຂໍຮ້ອງເຊີນພຣະອົງໃຫ້ມາໂຜດຮັກສາຄົນ^ຮັບໃຊ້ຂອງ^ເພິ່ນ.
[4] ເມື່ອພວກເຂົາມາເຖິງພຣະເຢຊູເຈົ້າແລ້ວ ກໍວິງວອນຂໍພຣະອົງດ້ວຍຄວາມ^ຕັ້ງໃຈວ່າ, “ນາຍທະຫານຜູ້ນີ້ ສົມຄວນຈະໄດ້ຮັບຄວາມ^ຊ່ວຍເຫລືອຈາກທ່ານ
[5] ເພາະເພິ່ນຮັກປະເທດຊາດຂອງ^ພວກເຮົາ ແລະເພິ່ນກໍໄດ້ສ້າງທຳມະສາລາໃຫ້ພວກເຮົາດ້ວຍ.”
[6] ດັ່ງນັ້ນ, ພຣະເຢຊູເຈົ້າຈຶ່ງໄດ້ໄປກັບພວກເຂົາ ເມື່ອພຣະອົງເກືອບຈະເຖິງເຮືອນແລ້ວ ນາຍທະຫານໄດ້ໃຊ້ພວກໝູ່ເພື່ອນມາເວົ້າກັບພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າ^ເອີຍ ຢ່າໃຫ້ເປັນການລຳບາກແກ່ທ່ານເອງເລີຍ ເພາະວ່າ ຂ້ານ້ອຍເປັນຄົນບໍ່ສົມຄວນ ທີ່ທ່ານຈະເຂົ້າໄປໃນເຮືອນຂອງ^ຂ້ານ້ອຍ,
[7] ເພາະເຫດນັ້ນແຫລະ, ຂ້ານ້ອຍຈຶ່ງເຫັນວ່າ ຕົນເອງເປັນຜູ້ບໍ່ສົມຄວນ ທີ່ຈະໄປຫາທ່ານດ້ວຍຕົນເອງ ຂໍທ່ານພຽງແຕ່ສັ່ງຄຳດຽວເທົ່ານັ້ນ ແລະຄົນ^ຮັບໃຊ້ຂອງ^ຂ້ານ້ອຍກໍຈະຫາຍດີ.
[8] ດ້ວຍວ່າ, ຂ້ານ້ອຍເອງຢູ່ໃຕ້ບັງຄັບບັນຊາຂອງ^ຜູ້ເປັນນາຍ ແລະຂ້ານ້ອຍກໍຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງ^ຂ້ານ້ອຍດ້ວຍ ຂ້ານ້ອຍສັ່ງຄົນນີ້ວ່າ, ‘ໄປ’ ເຂົາກໍໄປ ຂ້ານ້ອຍສັ່ງຄົນນັ້ນອີກວ່າ, ‘ມາ’ ເຂົາກໍມາ ແລະຂ້ານ້ອຍສັ່ງຄົນ^ຮັບໃຊ້ຂອງ^ຂ້ານ້ອຍວ່າ, ‘ເຮັດອັນນີ້’ ເຂົາກໍເຮັດ.”
[9] ເມື່ອພຣະເຢຊູເຈົ້າໄດ້ຍິນເຊັ່ນນັ້ນແລ້ວ ກໍປະຫລາດ^ໃຈດ້ວຍນາຍທະຫານຜູ້ນີ້ ພຣະອົງຫລຽວຫລັງມາ ແລະກ່າວແກ່ປະຊາຊົນທີ່ຕິດຕາມມານັ້ນວ່າ, “ເຮົາບອກເຈົ້າ^ທັງຫລາຍວ່າ ເຮົາບໍ່ເຄີຍພົບຄົນທີ່ມີຄວາມເຊື່ອເຊັ່ນນີ້ເລີຍ ແມ່ນແຕ່ໃນຊາດອິດສະຣາເອນ.”
[10] ແລ້ວພວກທີ່ນາຍທະຫານໃຊ້ມາ ກໍກັບຄືນໄປທີ່ເຮືອນ ແລະພົບວ່າ ຄົນ^ຮັບໃຊ້ຜູ້ນັ້ນຫາຍດີແລ້ວ.
[11] ຕໍ່ຈາກນັ້ນ ພຣະເຢຊູເຈົ້າໄດ້ໄປເມືອງໜຶ່ງຊື່ວ່າ ນາອິນ ແລະພວກສາວົກກັບປະຊາຊົນຢ່າງຫລວງຫລາຍຕິດຕາມພຣະອົງໄປ.
[12] ພໍພຣະອົງມາໃກ້ປະຕູເມືອງ ກໍມີຄົນຫາມສົບຂອງ^ຊາຍໜຸ່ມຄົນໜຶ່ງອອກມາ ຄົນທີ່ຕາຍນີ້ ເປັນລູກຊາຍຄົນດຽວຂອງ^ຍິງຄົນໜຶ່ງທີ່ເປັນໝ້າຍ ມີຊາວເມືອງຫລາຍຄົນອອກມານຳນາງ.
[13] ເມື່ອອົງພຣະ^ຜູ້^ເປັນເຈົ້າໄດ້ເຫັນຍິງນັ້ນ ພຣະອົງກໍມີຈິດໃຈເມດຕານາງຫລາຍ ແລະກ່າວຕໍ່ນາງວ່າ, “ຢ່າຮ້ອງໄຫ້ເລີຍ.”
[14] ແລ້ວພຣະອົງກໍໄດ້ຫຍັບເຂົ້າໄປໃກ້ບາຍຫີບສົບ ແລະພວກທີ່ຫາມຫີບສົບກໍຢຸດຢືນຢູ່ ພຣະອົງກ່າວວ່າ, “ຊາຍໜຸ່ມ^ເອີຍ, ເຮົາສັ່ງເຈົ້າ ຈົ່ງລຸກຂຶ້ນ”
[15] ແລ້ວຄົນທີ່ຕາຍນັ້ນ ກໍລຸກຂຶ້ນນັ່ງແລະໄດ້ເລີ່ມຕົ້ນເວົ້າ. ພຣະເຢຊູເຈົ້າຈຶ່ງມອບຊາຍຄົນນັ້ນໃຫ້ແມ່ຂອງ^ລາວ.
[16] ທຸກຄົນຈຶ່ງເກີດສະດຸ້ງຕົກໃຈ ແລະຕ່າງກໍສັນລະເສີນພຣະເຈົ້າວ່າ, “ຜູ້ທຳນວາຍທີ່ຍິ່ງໃຫຍ່ຄົນໜຶ່ງ ໄດ້ປາກົດຕົວໃນທ່າມກາງພວກເຮົາແລ້ວ ພຣະເຈົ້າມາຊ່ວຍປະຊາຊົນຂອງ^ພຣະອົງແລ້ວ.”
[17] ຂ່າວກ່ຽວກັບພຣະເຢຊູເຈົ້າ ໄດ້ຊ່າລືໄປທົ່ວທັງແຂວງຢູດາຍ ແລະທົ່ວທັງຂົງເຂດທີ່ຢູ່ອ້ອມແອ້ມນັ້ນດ້ວຍ.
[18] ບັນດາສິດຂອງ^ໂຢຮັນ ໄດ້ເລົ່າເລື່ອງທັງໝົດນີ້ສູ່ໂຢຮັນຟັງ ແລ້ວໂຢຮັນກໍເອີ້ນເອົາສິດສອງຄົນມາ
[19] ແລະ ໃຊ້ພວກເຂົາໄປພົບອົງພຣະ^ຜູ້^ເປັນເຈົ້າ ເພື່ອຖາມວ່າ, “ທ່ານແມ່ນຜູ້ທີ່ຈະມານັ້ນບໍ ຫລືພວກຂ້ານ້ອຍຈະຕ້ອງຄອງຄອຍຖ້າຜູ້ອື່ນອີກ?”
[20] ເມື່ອພວກເຂົາມາພົບພຣະເຢຊູເຈົ້າແລ້ວ ກໍຖາມພຣະອົງວ່າ, “ໂຢຮັນບັບຕິສະໂຕ ໄດ້ໃຊ້ພວກຂ້ານ້ອຍມາຖາມວ່າ, ‘ທ່ານແມ່ນຜູ້ທີ່ຈະມານັ້ນບໍ ຫລືພວກຂ້ານ້ອຍຈະຕ້ອງຄອງຄອຍຖ້າຜູ້ອື່ນອີກ?’”
[21] ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ຊົງໂຜດຮັກສາຫລາຍຄົນ ໃຫ້ຫາຍດີຈາກການ^ເຈັບໄຂ້^ໄດ້ປ່ວຍ ຈາກພະຍາດໂຣຄາຕ່າງໆ, ໃຫ້ພົ້ນຈາກຜີຊົ່ວຮ້າຍ ແລະໂຜດຄົນຕາບອດຫລາຍຄົນໃຫ້ເຫັນຮຸ່ງອີກ.
[22] ແລ້ວພຣະອົງກໍຕອບຄົນທີ່ໂຢຮັນໃຊ້ມານັ້ນວ່າ, “ຈົ່ງກັບໄປບອກໂຢຮັນ ຕາມທີ່ພວກເຈົ້າໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດເຫັນຮຸ່ງໄດ້ ຄົນເປ້ຍຍ່າງໄດ້ ຜູ້ທີ່ທົນທຸກດ້ວຍພະຍາດ^ຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້^ຍິນ, ຄົນຕາຍແລ້ວກໍເປັນຄືນມາມີຊີວິດ ແລະຂ່າວປະເສີດກໍປະກາດແກ່ຄົນ^ຍາກຈົນ.
[23] ບຸກຄົນໃດທີ່ບໍ່ສະດຸດສົງໄສໃນເຮົາ ຜູ້ນັ້ນກໍເປັນສຸກ.”
[24] ຫລັງຈາກຄົນທີ່ໂຢຮັນໄດ້ໃຊ້ມານັ້ນ ໄດ້ກັບໄປແລ້ວ ພຣະເຢຊູເຈົ້າກໍເລີ່ມກ່າວແກ່ປະຊາຊົນ ເຖິງເລື່ອງຂອງ^ໂຢຮັນວ່າ, “ເມື່ອເຈົ້າ^ທັງຫລາຍໄດ້ອອກໄປໃນຖິ່ນ^ແຫ້ງແລ້ງ^ກັນດານນັ້ນ ເພື່ອຢາກເບິ່ງຫຍັງ? ຢາກເບິ່ງຕົ້ນອໍ້ໄຫວໂນ້ມໄປມາຕາມກະແສລົມພັດບໍ?
[25] ພວກເຈົ້າໄດ້ອອກໄປເບິ່ງຫຍັງ? ເບິ່ງຄົນທີ່ນຸ່ງເຄື່ອງຢ່າງລະອຽດຈົບງາມບໍ? ແທ້ຈິງແລ້ວ ຄົນທີ່ນຸ່ງຫົ່ມເຄື່ອງອັນຈົບງາມທີ່ສຸດ ແລະໃຊ້ຊີວິດຢ່າງສະໜຸກ^ສະໜານກໍຢູ່ໃນຣາຊວັງ.
[26] ແຕ່ພວກເຈົ້າອອກໄປເບິ່ງຫຍັງ? ໄປເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວ ເຮົາບອກພວກເຈົ້າວ່າ ເພິ່ນຜູ້ນັ້ນກໍຍິ່ງໃຫຍ່ກວ່າຜູ້ທຳນວາຍ
[27] ດ້ວຍວ່າ, ໂຢຮັນແມ່ນຜູ້ທີ່ພຣະຄຳພີຂຽນໄວ້ເຖິງເພິ່ນວ່າ, ‘ເຮົາຈະໃຊ້ຜູ້ຮັບໃຊ້ຂອງເຮົາ ໄປກ່ອນໜ້າທ່ານ ເພື່ອຈັດແຈງຫົນທາງໄວ້ສຳລັບທ່ານ.’
[28] ເຮົາບອກເຈົ້າ^ທັງຫລາຍວ່າ, ໂຢຮັນຍິ່ງໃຫຍ່ກວ່າມະນຸດຄົນໃດໆ ທີ່ເກີດຈາກແມ່ຍິງ, ແຕ່ຜູ້ທີ່ນ້ອຍທີ່ສຸດໃນອານາຈັກສະຫວັນ ກໍໃຫຍ່ກວ່າໂຢຮັນອີກ.” (
[29] ຝ່າຍຄົນທັງປວງທີ່ໄດ້ຍິນພ້ອມທັງພວກເກັບພາສີກໍໄດ້ຍອມຮັບວ່າ ພຣະເຈົ້າຊົງຍຸດຕິທຳໂດຍທີ່ພວກເຂົາໄດ້ຮັບບັບຕິສະມາຂອງ^ໂຢຮັນແລ້ວ.
[30] ແຕ່ພວກຟາຣີຊາຍແລະພວກທຳມະຈານ ໄດ້ຂັດຂວາງພຣະປະສົງຂອງ^ພຣະເຈົ້າ ທີ່ມີສຳລັບພວກເຂົາ ໂດຍທີ່ພວກເຂົາບໍ່ໄດ້ຮັບບັບຕິສະມາຈາກໂຢຮັນ.)
[31] ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ຖ້າດັ່ງນັ້ນ, ເຮົາຈະປຽບທຽບຄົນສະໄໝນີ້ໃສ່ກັບອັນໃດ? ພວກເຂົາປຽບເໝືອນອັນໃດ?
[32] ກໍປຽບເໝືອນເດັກນ້ອຍ ທີ່ກຳລັງຢູ່ກາງຕະຫລາດ ຮ້ອງໃສ່ກັນແລະກັນວ່າ, ‘ພວກເຮົາເສບເພງໃຫ້ຟ້ອນ ພວກເຈົ້າພັດບໍ່ຟ້ອນລຳ ພວກເຮົາຮ້ອງເພງໄວ້ອາໄລ ແຕ່ພວກເຈົ້າພັດບໍ່ຮ້ອງໄຫ້’
[33] ດ້ວຍວ່າ, ໂຢຮັນບັບຕິສະໂຕໄດ້ມາບໍ່ກິນແລະບໍ່ດື່ມນໍ້າອະງຸ່ນ ແຕ່ພວກເຈົ້າພັດເວົ້າວ່າ ‘ເພິ່ນມີຜີມານຮ້າຍສິງ’
[34] ສ່ວນບຸດມະນຸດມາທັງກິນທັງດື່ມ ພວກເຈົ້າຊໍ້າພັດເວົ້າວ່າ, ‘ເບິ່ງຄົນນີ້ແມ ເພິ່ນເປັນຄົນມັກກິນເກີນສ່ວນ ມັກເມົາທັງເປັນເພື່ອນມິດກັບຄົນ^ເກັບພາສີແລະຄົນ^ນອກສິນທຳ’
[35] ແຕ່ສະຕິປັນຍາຂອງ^ພຣະເຈົ້າ ກໍຊົງຖືກສຳແດງເປັນຄວາມຈິງ ໂດຍຜ່ານຊີວິດຂອງ^ທຸກຄົນທີ່ຍອມຮັບເຊື່ອ.”
[36] ມີຄົນຟາຣີຊາຍຜູ້ໜຶ່ງ ໄດ້ເຊີນພຣະເຢຊູເຈົ້າໄປຮັບປະທານອາຫານກັບຕົນ, ພຣະອົງຈຶ່ງເຂົ້າໄປໃນເຮືອນຂອງ^ລາວ ແລະພຣະອົງນັ່ງຢຽດຕົວລົງ.
[37] ຍັງມີຍິງຊົ່ວຄົນໜຶ່ງໃນເມືອງນັ້ນ ເມື່ອນາງໄດ້ຍິນວ່າ, ພຣະເຢຊູເຈົ້າໄດ້ມາກິນເຂົ້າຢູ່ໃນເຮືອນຂອງ^ຄົນຟາຣີຊາຍ ນາງຈຶ່ງຖືເຕົ້າຫີນຂາວ ທີ່ມີນໍ້າຫອມລາຄາແພງເຕັມຢູ່
[38] ແລະມາຢືນຢູ່ຂ້າງຫລັງພຣະເຢຊູເຈົ້າໃກ້ຕີນຂອງ^ພຣະອົງ. ນາງຮ້ອງໄຫ້ນໍ້າຕາຫລັ່ງໄຫລ ຈົນຕີນຂອງ^ພຣະອົງປຽກຊຸ່ມ ແລ້ວນາງກໍເຊັດຕີນຂອງ^ພຣະອົງ ດ້ວຍຜົມຂອງຕົນທັງຈູບແລະທັງຫົດສົງຕີນຂອງ^ພຣະອົງ ດ້ວຍນໍ້າຫອມນັ້ນ.
[39] ເມື່ອຄົນຟາຣີຊາຍ ຜູ້ທີ່ເຊີນພຣະອົງມາເຫັນດັ່ງນີ້ ລາວກໍຄິດໃນໃຈວ່າ, “ຖ້າຜູ້ນີ້ ແມ່ນຜູ້ທຳນວາຍແທ້ ເພິ່ນຄົງຮູ້ວ່າ ຍິງທີ່ກຳລັງແຕະຕ້ອງຕົນນັ້ນ ເປັນຜູ້ໃດ ເພິ່ນຄົງຮູ້ວ່າ ນາງເປັນຄົນຊົ່ວ.”
[40] ແລ້ວພຣະເຢຊູເຈົ້າ ກໍກ່າວແກ່ຊີໂມນວ່າ, “ຊີໂມນ^ເອີຍ ເຮົາມີສິ່ງໜຶ່ງ ທີ່ຈະກ່າວກັບເຈົ້າ.” ຊີໂມນຕອບວ່າ, “ເຊີນກ່າວມາເລີຍ ອາຈານ^ເອີຍ.”
[41] ພຣະເຢຊູເຈົ້າເລີ່ມກ່າວວ່າ, “ຍັງມີຊາຍສອງຄົນ ທີ່ເປັນໜີ້ເງິນຂອງ^ເຈົ້າໜີ້ຄົນໜຶ່ງ ຄົນໜຶ່ງເປັນໜີ້ເງິນຢູ່ຫ້າຮ້ອຍຫລຽນ ແລະຄົນໜຶ່ງອີກ ເປັນໜີ້ເງິນຢູ່ຫ້າສິບຫລຽນ.
[42] ເມື່ອບໍ່ມີຜູ້ໃດ ສາມາດຈະໃຊ້ໜີ້ໄດ້ ເພິ່ນຈຶ່ງຍົກໜີ້ໃຫ້ພວກເຂົາທັງສອງ ໃນສອງຄົນນີ້ແມ່ນຜູ້ໃດ ທີ່ຈະຮັກເຈົ້າໜີ້ຫລາຍກວ່າກັນ?”
[43] ຊີໂມນຕອບວ່າ, “ຂ້ານ້ອຍຄິດວ່າ ຄົງຈະແມ່ນຜູ້ທີ່ເພິ່ນໄດ້ຍົກໜີ້ໃຫ້ຫລາຍກວ່ານັ້ນ.” ພຣະເຢຊູເຈົ້າຕອບວ່າ, “ເຈົ້າຄິດຖືກຕ້ອງແລ້ວ”
[44] ເມື່ອພຣະອົງຫລຽວເບິ່ງຍິງຄົນນັ້ນແລ້ວ ກໍກ່າວແກ່ຊີໂມນວ່າ, “ເຈົ້າເຫັນຍິງຄົນນີ້ບໍ? ເຮົາໄດ້ເຂົ້າມາໃນເຮືອນຂອງ^ເຈົ້າ ແລະເຈົ້າບໍ່ໄດ້ໃຫ້ນໍ້າສຳລັບລ້າງຕີນຂອງເຮົາ ແຕ່ຍິງຜູ້ນີ້ໄດ້ລ້າງຕີນຂອງເຮົາດ້ວຍນໍ້າຕາ ແລະເຊັດຕີນຂອງເຮົາດ້ວຍຜົມຂອງ^ນາງ.
[45] ເຈົ້າບໍ່ໄດ້ຈູບເຮົາ ເພື່ອເປັນການຕ້ອນຮັບ, ແຕ່ຍິງຜູ້ນີ້ ຕັ້ງແຕ່ເຮົາເຂົ້າມາ ນາງບໍ່ໄດ້ເຊົາຈູບຕີນຂອງເຮົາເລີຍ.
[46] ເຈົ້າບໍ່ໄດ້ເອົານໍ້າຫອມຫົດຫົວຂອງເຮົາ ແຕ່ນາງໄດ້ເອົານໍ້າຫອມລາຄາແພງຫົດຕີນຂອງເຮົາ.
[47] ເພາະເຫດນີ້ແຫລະ ເຮົາຈຶ່ງບອກເຈົ້າວ່າ, ເພາະຍ້ອນນາງຮັກຫລາຍ ຈຶ່ງພິສູດໃຫ້ເຫັນວ່າ ການບາບທັງຫລາຍຂອງ^ນາງ ໄດ້ຮັບການອະໄພແລ້ວ, ແຕ່ຜູ້ໃດ ທີ່ໄດ້ຮັບການໃຫ້ອະໄພໜ້ອຍ ຜູ້ນັ້ນກໍຮັກໜ້ອຍ.”
[48] ແລ້ວພຣະເຢຊູເຈົ້າກໍກ່າວແກ່ຍິງນັ້ນວ່າ, “ການບາບທັງຫລາຍຂອງ^ເຈົ້າ ໄດ້ຮັບການອະໄພແລ້ວ.”
[49] ສ່ວນຄົນທັງຫລາຍ ທີ່ນັ່ງຮັບປະທານອາຫານຮ່ວມກັບພຣະອົງ ຕ່າງກໍເລີ່ມຄິດໃນໃຈວ່າ, “ຜູ້ນີ້ແມ່ນຜູ້ໃດ ທີ່ກ້າໃຫ້ອະໄພການບາບ?”
[50] ພຣະເຢຊູເຈົ້າກ່າວແກ່ຍິງນັ້ນວ່າ, “ຄວາມເຊື່ອຂອງ^ເຈົ້າໄດ້ເຮັດໃຫ້ເຈົ້າພົ້ນແລ້ວ ຈົ່ງໄປເປັນສຸກເທີ້ນ.”