[1] ວັນໜຶ່ງ ຂະນະທີ່ພຣະເຢຊູເຈົ້າຢືນຢູ່ທີ່ແຄມທະເລສາບເຄັນເນຊາເຣັດ ປະຊາຊົນກໍບຸບຽດກັນເຂົ້າມາຫາພຣະອົງ ເພື່ອຟັງພຣະທຳຂອງ^ພຣະເຈົ້າ.
[2] ພຣະອົງຫລຽວເຫັນເຮືອສອງລຳຈອດໄວ້ຢູ່ແຄມຝັ່ງ ຄົນ^ຫາປາໄດ້ອອກໄປຈາກເຮືອນັ້ນ ແລ້ວພວກເຂົາກຳລັງລ້າງມອງຢູ່.
[3] ພຣະເຢຊູເຈົ້າຈຶ່ງເຂົ້າໄປໃນເຮືອລຳໜຶ່ງ ຊຶ່ງເປັນຂອງ^ຊີໂມນ ແລະບອກໃຫ້ເພິ່ນຖອຍເຮືອອອກຫ່າງຈາກຝັ່ງໜ້ອຍໜຶ່ງ ແລ້ວພຣະອົງກໍນັ່ງລົງໃນເຮືອ ແລະສັ່ງສອນປະຊາຊົນ.
[4] ເມື່ອພຣະອົງສັ່ງສອນຈົບແລ້ວ ຈຶ່ງກ່າວແກ່ຊີໂມນວ່າ, “ຈົ່ງຖອຍເຮືອອອກໄປສູ່ບ່ອນນໍ້າເລິກ ແລະຢ່ອນມອງຂອງ^ພວກເຈົ້າລົງຈັບປາ.”
[5] ຊີໂມນຕອບວ່າ, “ພຣະອາຈານ^ເອີຍ ພວກຂ້ານ້ອຍໄດ້ຫາຕະຫລອດຄືນ ຈົນອິດເມື່ອຍ ແລະບໍ່ໄດ້ຫຍັງເລີຍ, ແຕ່ເພື່ອເຫັນແກ່ທ່ານບອກ ຂ້ານ້ອຍກໍຈະຢ່ອນມອງລົງຕາມຄຳຂອງ^ນາຍ.”
[6] ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ຢ່ອນມອງລົງ ແລະຖືກປາຈຳນວນຫລວງຫລາຍ ຈົນມອງຂອງ^ພວກເພິ່ນກຳລັງຈະຂາດ.
[7] ພວກເພິ່ນກວັກມືເອົາໝູ່ ທີ່ຢູ່ເຮືອລຳອື່ນໃຫ້ມາຊ່ວຍ ພວກເຂົາຈຶ່ງມາຊ່ວຍ ແລະໄດ້ປາເຕັມເຮືອທັງສອງລຳ ຈົນເຮືອແຊມເກືອບຫລົ້ມ.
[8] ເມື່ອຊີໂມນເປໂຕເຫັນເຫດການທີ່ເກີດຂຶ້ນແລ້ວ ເພິ່ນກໍຂາບລົງທີ່ຕີນຂອງ^ພຣະເຢຊູເຈົ້າ ແລະກ່າວວ່າ, “ພຣະອົງເຈົ້າ^ເອີຍ, ຂໍໄປໃຫ້ຫ່າງຈາກຂ້ານ້ອຍທ້ອນ ເພາະຂ້ານ້ອຍເປັນຄົນບາບ.”
[9] ເປໂຕກັບໝູ່ເພື່ອນຄົນອື່ນໆຂອງ^ເພິ່ນ ທີ່ຢູ່ນຳກັນໄດ້ງຶດປະຫລາດ^ໃຈ ທີ່ພວກເພິ່ນຈັບປາໄດ້ຢ່າງຫລວງຫລາຍເຊັ່ນນີ້.
[10] ຢາໂກໂບ ແລະ ໂຢຮັນລູກຊາຍຂອງ^ເຊເບດາຍ ຜູ້ຮ່ວມງານຂອງ^ຊີໂມນ ກໍປະຫລາດ^ໃຈເໝືອນກັນ ແລ້ວພຣະເຢຊູເຈົ້າກໍກ່າວແກ່ຊີໂມນວ່າ, “ຢ່າສູ່ຢ້ານ ຕັ້ງແຕ່ນີ້ໄປເຈົ້າຈະເປັນຜູ້ຫາຄົນ.”
[11] ເມື່ອພວກເພິ່ນນຳເຮືອມາເຖິງແຄມຝັ່ງແລ້ວ ພວກເພິ່ນກໍໄດ້ສະຫລະທຸກສິ່ງ ແລະຕິດຕາມພຣະເຢຊູເຈົ້າໄປ.
[12] ເມື່ອພຣະເຢຊູເຈົ້າຢູ່ໃນເມືອງໜຶ່ງ ກໍມີຊາຍຄົນໜຶ່ງເປັນພະຍາດ^ຂີ້ທູດເຕັມຕົວ ເມື່ອເຫັນພຣະເຢຊູເຈົ້າ ລາວຈຶ່ງກົ້ມຂາບລົງຕໍ່ໜ້າພຣະອົງ ແລະອ້ອນວອນຂໍວ່າ, “ພຣະອົງເຈົ້າ^ເອີຍ ຖ້າທ່ານພໍໃຈ ກໍສາມາດເຮັດໃຫ້ຂ້ານ້ອຍດີສະອາດໄດ້”
[13] ພຣະເຢຊູເຈົ້າເດ່ມືອອກແຕະຕ້ອງລາວ ແລະກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດສາ” ໃນທັນໃດນັ້ນ ພະຍາດ^ຂີ້ທູດກໍຫາຍໄປຈາກຊາຍຄົນນັ້ນ.
[14] ແລ້ວພຣະເຢຊູເຈົ້າ ກໍສັ່ງລາວວ່າ, “ຢ່າເວົ້າເລື່ອງນີ້ສູ່ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂຣຫິດ ໃຫ້ເພິ່ນກວດເບິ່ງເຈົ້າ ແລະຈົ່ງຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອພິສູດໃຫ້ທຸກຄົນເຫັນວ່າ ເຈົ້າດີສະອາດແລ້ວ.”
[15] ແຕ່ຊື່ສຽງຂອງ^ພຣະເຢຊູເຈົ້າ ກໍໄດ້ຊ່າລືໄປອີກທົ່ວທຸກແຫ່ງ ແລະປະຊາຊົນກໍມາເຕົ້າໂຮມກັນ ເພື່ອຟັງພຣະອົງ ແລະຮັບການຊົງໂຜດຮັກສາພະຍາດໂຣຄາຕ່າງໆຂອງ^ພວກຕົນໃຫ້ຫາຍດີ.
[16] ແຕ່ພຣະອົງໄດ້ໜີໄປສະຖານທີ່ປ່ຽວ ແລະພາວັນນາ^ອະທິຖານ.
[17] ວັນໜຶ່ງ ພຣະເຢຊູເຈົ້າກຳລັງສັ່ງສອນຢູ່ ພວກຟາຣີຊາຍແລະພວກທຳມະຈານບາງຄົນ ກໍນັ່ງຢູ່ໃນທີ່ນັ້ນດ້ວຍ ພວກເຂົາມາແຕ່ທຸກບ້ານຈາກແຂວງຄາລີເລ, ຈາກແຂວງຢູດາຍ ແລະຈາກນະຄອນເຢຣູຊາເລັມ. ຣິດເດດອຳນາດຂອງ^ອົງພຣະ^ຜູ້^ເປັນເຈົ້າ ກໍສະຖິດຢູ່ກັບພຣະອົງ ເພື່ອໂຜດຄົນເຈັບໄຂ້^ໄດ້ປ່ວຍໃຫ້ດີພະຍາດ.
[18] ແລ້ວກໍມີບາງຄົນຫາມຄົນເປ້ຍຜູ້ໜຶ່ງ ນອນຢູ່ເທິງບ່ອນນອນມາ ແລະຊອກຫາທາງນຳລາວເຂົ້າໄປໃນເຮືອນ ເພື່ອວາງລາວຕໍ່ໜ້າພຣະເຢຊູເຈົ້າ.
[19] ເມື່ອຫາທາງເຂົ້າບໍ່ໄດ້ເພາະມີຄົນຫລາຍ ພວກເຂົາຈຶ່ງຂຶ້ນໄປທີ່ເທິງຫລັງຄາເຮືອນ ແລະຢ່ອນຄົນເປ້ຍກັບທັງບ່ອນນອນ ລົງຕາມປ່ອງດິນຂໍຕໍ່ໜ້າພຣະເຢຊູເຈົ້າ ທ່າມກາງປະຊາຊົນ.
[20] ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງ^ພວກເຂົາ ພຣະອົງຈຶ່ງກ່າວແກ່ຄົນເປ້ຍນັ້ນວ່າ, “ຊາຍ^ເອີຍ ບາບກຳທັງຫລາຍຂອງ^ເຈົ້າໄດ້ຮັບການອະໄພແລ້ວ.”
[21] ພວກທຳມະຈານກັບພວກຟາຣີຊາຍ ຈຶ່ງເລີ່ມຄິດວ່າ, “ຄົນນີ້ແມ່ນຜູ້ໃດ ທີ່ກຳລັງເວົ້າໝິ່ນປະໝາດພຣະເຈົ້າ? ມີແຕ່ພຣະເຈົ້າເທົ່ານັ້ນທີ່ອະໄພບາບກຳໄດ້.”
[22] ພຣະເຢຊູເຈົ້າຮູ້ຄວາມ^ຄິດຂອງ^ພວກເຂົາ ຈຶ່ງກ່າວຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດເຊັ່ນນັ້ນ
[23] ອັນໃດງ່າຍກວ່າ ທີ່ຈະເວົ້າວ່າ, ‘ບາບກຳຂອງ^ເຈົ້າໄດ້ຮັບການອະໄພແລ້ວ’ ຫລືຈະເວົ້າວ່າ, ‘ຈົ່ງລຸກຂຶ້ນ ແລະຍ່າງໄປ’
[24] ແຕ່ເຮົາຢາກໃຫ້ພວກເຈົ້າເຫັນວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນ^ໂລກ ໃຫ້ອະໄພບາບກຳຂອງ^ມະນຸດໄດ້.” ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍວ່າ, “ເຮົາສັ່ງເຈົ້າໃຫ້ລຸກຂຶ້ນ ຍົກເອົາບ່ອນນອນຂອງ^ເຈົ້າ ແລະເມືອເຮືອນສາ.”
[25] ໃນທັນໃດນັ້ນ ຄົນເປ້ຍກໍລຸກຂຶ້ນຕໍ່ໜ້າພວກເຂົາທຸກຄົນ ຍົກເອົາບ່ອນນອນຂອງຕົນ ແລະກັບເມືອເຮືອນພ້ອມທັງສັນລະເສີນພຣະເຈົ້າ.
[26] ພວກເຂົາທຸກຄົນຕ່າງກໍງຶດປະຫລາດ^ໃຈຫລາຍທີ່ສຸດ ແລະກ່າວສັນລະເສີນພຣະເຈົ້າ. ດ້ວຍຄວາມ^ຢ້ານຢ່າງເຕັມທີ່ຢູ່ນັ້ນ ພວກເຂົາກໍເວົ້າວ່າ, “ວັນນີ້ ພວກເຮົາໄດ້ເຫັນສິ່ງທີ່ເຫລືອເຊື່ອ.”
[27] ຫລັງຈາກເຫດການນີ້ແລ້ວ, ພຣະເຢຊູເຈົ້າກໍອອກໄປ ແລະ ເຫັນຄົນເກັບພາສີຜູ້ໜຶ່ງຊື່ວ່າ ເລວີ, ນັ່ງຢູ່ທີ່ດ່ານພາສີ ພຣະເຢຊູເຈົ້າກ່າວແກ່ລາວວ່າ, “ຈົ່ງຕາມເຮົາມາ.”
[28] ຝ່າຍເລວີກໍສະຫລະໝົດທຸກສິ່ງ ລຸກຂຶ້ນ ແລະຕາມພຣະອົງໄປ.
[29] ແລ້ວເລວີກໍໄດ້ຈັດງານກິນລ້ຽງອັນໃຫຍ່ຂຶ້ນ ໃນເຮືອນຂອງຕົນເພື່ອເປັນກຽດແກ່ພຣະເຢຊູເຈົ້າ ແລະມີຄົນເກັບພາສີກັບຄົນອື່ນອີກ ຈຳນວນຫລວງຫລາຍມາຮ່ວມນຳດ້ວຍ.
[30] ພວກຟາຣີຊາຍກັບພວກທຳມະຈານ ຜູ້ທີ່ເປັນຝ່າຍຂອງ^ພວກເຂົາ ໄດ້ຈົ່ມຕຳໜິຕໍ່ພວກສາວົກຂອງ^ພຣະເຢຊູເຈົ້າ, ພວກເຂົາຖາມວ່າ, “ເປັນຫຍັງພວກເຈົ້າຈຶ່ງກິນແລະດື່ມກັບຄົນ^ເກັບພາສີ ແລະຄົນ^ນອກສິນທຳ?”
[31] ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຄົນທີ່ມີສຸຂະພາບ^ດີບໍ່ຕ້ອງການໝໍ ມີແຕ່ຄົນເຈັບປ່ວຍເທົ່ານັ້ນທີ່ຕ້ອງການໝໍ.
[32] ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນ^ສິນທຳ, ແຕ່ມາເອີ້ນເອົາຄົນ^ນອກສິນທຳໃຫ້ຖິ້ມໃຈເກົ່າ^ເອົາໃຈໃໝ່.”
[33] ແລ້ວບາງຄົນກໍເວົ້າຕໍ່ພຣະເຢຊູເຈົ້າວ່າ, “ພວກສິດຂອງ^ໂຢຮັນຖືສິນອົດອາຫານຢູ່ເລື້ອຍ ແລະເຮັດພິທີພາວັນນາ^ອະທິຖານ ແລະສິດຂອງ^ພວກຟາຣີຊາຍກໍເຮັດເໝືອນກັນ ສ່ວນສາວົກຂອງທ່ານແລ້ວພັດກິນແລະດື່ມ.”
[34] ພຣະເຢຊູເຈົ້າຕອບວ່າ, “ເຈົ້າຄິດວ່າ ຈະໃຫ້ບັນດາເພື່ອນຂອງ^ເຈົ້າບ່າວຕ້ອງອົດອາຫານຢູ່ບໍ? ໃນເມື່ອເຈົ້າບ່າວຍັງຢູ່ກັບພວກເຂົາ?
[35] ແຕ່ຈະມີວັນໜຶ່ງມາເຖິງ ເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫລະ ພວກເຂົາຈະຖືສິນອົດອາຫານ.”
[36] ແລ້ວພຣະອົງຍັງໄດ້ກ່າວຄຳອຸປະມານີ້ສູ່ພວກເຂົາຟັງວ່າ, “ບໍ່ມີຜູ້ໃດດອກ ທີ່ຈີກເສື້ອຜ້າໃໝ່ ເພື່ອໃຊ້ຕາບເສື້ອຜ້າເກົ່າ ຖ້າເຮັດດັ່ງນັ້ນ ກໍຈະເຮັດໃຫ້ເສື້ອຜ້າໃໝ່ຂາດເສຍໄປ ແລະຜ້າຕ່ອນໃໝ່ກໍຈະບໍ່ສົມກັບເສື້ອເກົ່າ.
[37] ບໍ່ມີຜູ້ໃດດອກ ທີ່ເອົານໍ້າອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ, ເພາະນໍ້າອະງຸ່ນໃໝ່ຈະເຮັດໃຫ້ຖົງໜັງຂາດ, ນໍ້າອະງຸ່ນຈະໄຫລອອກ ແລະຖົງໜັງກໍຈະເສຍໄປເໝືອນກັນ.
[38] ແຕ່ນໍ້າອະງຸ່ນໃໝ່ຕ້ອງໃສ່ໄວ້ໃນຖົງໜັງໃໝ່
[39] ແລະບໍ່ມີຜູ້ໃດດອກ ທີ່ຢາກຈະໄດ້ນໍ້າອະງຸ່ນໃໝ່ ຫລັງຈາກດື່ມນໍ້າອະງຸ່ນເກົ່າແລ້ວ ເພິ່ນຍ່ອມເວົ້າວ່າ, ‘ອັນເກົ່ານັ້ນແຫລະ ດີກວ່າ.’”