[1] ໃນຣາຊການປີທີສິບຫ້າຂອງ^ຈັກກະພັດຕີເບຣີໂອ ປົນທຽວ^ປີລາດໄດ້ເປັນຜູ້ປົກຄອງແຂວງຢູດາຍ, ເຮໂຣດໄດ້ເປັນຜູ້ປົກຄອງແຂວງຄາລີເລ ແລະ ຟີລິບນ້ອງຊາຍຂອງ^ເຮໂຣດໄດ້ເປັນຜູ້ປົກຄອງເຂດແດນອີຕູຣາຍ ແລະ ທາໂຄນິດ, ລີຊາເນຍໄດ້ເປັນຜູ້ປົກຄອງແຂວງອາບີເລັນ
[2] ແລະ ອັນນາກັບກາຢະຟາໄດ້ເປັນມະຫາປະໂຣຫິດ ໃນຄາວນັ້ນ ໂຢຮັນລູກຊາຍຂອງ^ຊາຂາຣີຢາ ໄດ້ຮັບຖ້ອຍຄຳຂອງ^ພຣະເຈົ້າ ໃນຖິ່ນ^ແຫ້ງແລ້ງ^ກັນດານ.
[3] ດັ່ງນັ້ນ ໂຢຮັນຈຶ່ງໄດ້ອອກໄປທົ່ວຂົງເຂດແມ່ນໍ້າ^ຈໍແດນ ເທດສະໜາປ່າວປະກາດວ່າ, “ຈົ່ງຖິ້ມໃຈເກົ່າ^ເອົາໃຈໃໝ່ ເຊົາເຮັດບາບແລະຮັບບັບຕິສະມາ ແລ້ວພຣະເຈົ້າກໍຈະອະໄພບາບກຳຂອງ^ເຈົ້າ.”
[4] ດັ່ງທີ່ມີຄຳຂຽນໄວ້ໃນໜັງສືຂອງ^ຜູ້ທຳນວາຍເອຊາຢາວ່າ, “ແມ່ນສຽງຂອງ^ຄົນໜຶ່ງທີ່ຮ້ອງປະກາດ ໃນຖິ່ນ^ແຫ້ງແລ້ງ^ກັນດານວ່າ ‘ຈົ່ງຈັດຕຽມຫົນທາງສຳລັບ ອົງພຣະ^ຜູ້^ເປັນເຈົ້າ, ຈົ່ງເຮັດຫົນທາງຂອງ^ພຣະອົງໃຫ້ຊື່ໄປ
[5] ຈົ່ງຖົມຮ່ອມພູທຸກບ່ອນໃຫ້ເຕັມ ພູ ແລະໂນນພູທຸກໜ່ວຍ ຈົ່ງເຮັດໃຫ້ຕໍ່າລົງ. ສ່ວນຫົນທາງທີ່ຄົດລ້ຽວນັ້ນ ຈົ່ງເຮັດໃຫ້ຊື່ ທາງທີ່ມີຕໍແຂງຈົ່ງເຮັດໃຫ້ກ້ຽງດີ.
[6] ມະນຸດທັງປວງຈະໄດ້ເຫັນການ ທີ່ພຣະເຈົ້າຊົງໂຜດໃຫ້ພົ້ນ.’”
[7] ປະຊາຊົນຫລວງຫລາຍໄດ້ອອກມາຫາໂຢຮັນ ເພື່ອຮັບບັບຕິສະມາ ເພິ່ນເວົ້າຕໍ່ພວກເຂົາວ່າ, “ພວກຊາດງູຮ້າຍ^ເອີຍ ຜູ້ໃດໄດ້ບອກພວກເຈົ້າໃຫ້ປົບໜີຈາກການຕັດສິນຂອງ^ພຣະເຈົ້າ ທີ່ໃກ້ຈະມາເຖິງນັ້ນ
[8] ເຫດສະນັ້ນ ຈົ່ງປະພຶດຕົນໃຫ້ສົມກັບວ່າ ພວກເຈົ້າໄດ້ຖິ້ມໃຈເກົ່າ^ເອົາໃຈໃໝ່ ຢ່າຕັ້ງນຶກໃນໃຈ ແລະເວົ້າໃນທ່າມກາງພວກເຈົ້າວ່າ, ‘ເຮົາມີອັບຣາຮາມເປັນບັນພະບຸລຸດຂອງ^ພວກເຮົາ.’ ເຮົາບອກພວກເຈົ້າວ່າ, ພຣະເຈົ້າຊົງຣິດສາມາດເອົາກ້ອນຫີນເຫລົ່ານີ້ ແລະບັນດານໃຫ້ເປັນລູກຫລານຂອງ^ອັບຣາຮາມໄດ້
[9] ບັດນີ້ ຂວານກໍພ້ອມແລ້ວທີ່ຈະຕັດຕົ້ນໄມ້ໃຫ້ຄຸງເຫງົ້າ ຕົ້ນໄມ້ທຸກກົກ ທີ່ບໍ່ເກີດຜົນດີ ກໍຈະຖືກຕັດ ແລະຖືກໂຍນຖິ້ມໃສ່ໄຟເສຍ.”
[10] ປະຊາຊົນຖາມໂຢຮັນວ່າ, “ຖ້າດັ່ງນັ້ນ ພວກເຮົາຄວນຈະເຮັດຢ່າງໃດ?”
[11] ໂຢຮັນຕອບພວກເຂົາວ່າ, “ຜູ້ໃດທີ່ມີເສື້ອສອງໂຕ ຈົ່ງແບ່ງປັນໂຕໜຶ່ງໃຫ້ຜູ້ທີ່ບໍ່ມີ ແລະຜູ້ໃດທີ່ມີອາຫານ ຈົ່ງປັນແກ່ຜູ້ທີ່ບໍ່ມີເໝືອນກັນ.”
[12] ມີຄົນ^ເກັບພາສີມາຫາໂຢຮັນ ເພື່ອຮັບບັບຕິສະມາ ແລະຖາມວ່າ, “ອາຈານ^ເອີຍ ພວກເຮົາຄວນຈະເຮັດຢ່າງໃດແດ່?”
[13] ເພິ່ນຈຶ່ງຕອບພວກເຂົາວ່າ, “ຢ່າໄດ້ເກັບພາສີເກີນອັດຕາ”
[14] ພວກທະຫານກໍຖາມເພິ່ນເໝືອນກັນວ່າ, “ພວກຂ້ານ້ອຍເດ ຈະເຮັດຢ່າງໃດ?” ເພິ່ນຈຶ່ງຕອບພວກເຂົາວ່າ, “ຢ່າຂົ່ມເຫັງ ຫລືຢ່າຫາຄວາມ^ບໍ່ຈິງໃສ່ໃຜເພື່ອເອົາເງິນ, ແຕ່ຈົ່ງພໍໃຈໃນຄ່າຈ້າງຂອງຕົນ.”
[15] ເມື່ອປະຊາຊົນມີຄວາມຫວັງຖ້າພຣະຄຣິດຢູ່ ພວກເຂົາກໍຄິດວ່າ ໂຢຮັນອາດເປັນພຣະຄຣິດກໍໄດ້.
[16] ໂຢຮັນຈຶ່ງກ່າວແກ່ພວກເຂົາທຸກຄົນວ່າ, “ຝ່າຍເຮົາ ເຮົາໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ, ແຕ່ມີຜູ້ໜຶ່ງກຳລັງຈະມາ ແລະທ່ານຜູ້ນີ້ມີຣິດເດດອຳນາດຍິ່ງໃຫຍ່ກວ່າເຮົາຫລາຍ ຊຶ່ງເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບໃຫ້ເພິ່ນ, ເພິ່ນຈະໃຫ້ພວກເຈົ້າຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດແລະດ້ວຍໄຟ.
[17] ມືຂອງ^ເພິ່ນຖືກະດົ້ງເພື່ອຕຽມຝັດເຂົ້າ ເພິ່ນຈະເຮັດລານເຂົ້າຂອງຕົນໃຫ້ກ້ຽງດີ ແລະຮວບຮວມເອົາເຂົ້າເມັດດີຂອງ^ເພິ່ນ ໄວ້ໃນເລົ້າຂອງຕົນ ສ່ວນເຂົ້າເມັດລີບນັ້ນ ເພິ່ນຈະເອົາເຜົາໄຟທີ່ໄໝ້ຢູ່ເປັນນິດ.”
[18] ດ້ວຍເຫດນີ້, ໂຢຮັນໄດ້ເທດສະໜາປ່າວປະກາດຂ່າວປະເສີດ ແກ່ປະຊາຊົນດ້ວຍຫລາຍວິທີ ແລະເຕືອນສະຕິຫລາຍຂໍ້.
[19] ເມື່ອໂຢຮັນໄດ້ກ່າວຕິຕຽນເຮໂຣດຜູ້ປົກຄອງເມືອງ ເພາະເພິ່ນໄດ້ແຕ່ງງານກັບນາງ^ເຮໂຣເດຍ ເມຍນ້ອງຊາຍຂອງຕົນ ແລະເພິ່ນຍັງໄດ້ເຮັດການຊົ່ວຮ້າຍຫລາຍຢ່າງດ້ວຍ.
[20] ແລ້ວເຮໂຣດກໍເຮັດການຊົ່ວຮ້າຍໜັກຂຶ້ນຕື່ມອີກ ໂດຍຈັບໂຢຮັນຂັງໄວ້ໃນຄຸກ.
[21] ເມື່ອປະຊາຊົນທັງປວງໄດ້ຮັບບັບຕິສະມາແລ້ວ ພຣະເຢຊູເຈົ້າກໍຮັບບັບຕິສະມາເໝືອນກັນ ຂະນະທີ່ພຣະອົງກຳລັງພາວັນນາ^ອະທິຖານຢູ່ນັ້ນ ທ້ອງຟ້າກໍໄຂອອກແກ່ພຣະອົງ
[22] ແລະ ພຣະວິນຍານບໍຣິສຸດເຈົ້າ ໃນຮູບຮ່າງເໝືອນນົກເຂົາ ກໍລົງມາຢູ່ເທິງພຣະອົງ ແລ້ວກໍມີສຽງໜຶ່ງດັງມາຈາກຟ້າສະຫວັນວ່າ, “ທ່ານເອີຍ ທ່ານເປັນບຸດທີ່ຮັກຂອງເຮົາ ເຮົາພໍໃຈນຳທ່ານຫລາຍ.”
[23] ເມື່ອພຣະເຢຊູເຈົ້າເລີ່ມປະຕິບັດພາລະກິດ ພຣະອົງມີອາຍຸໄດ້ປະມານສາມສິບປີ ຄົນທັງຫລາຍຄິດວ່າ ພຣະເຢຊູເຈົ້າເປັນລູກຊາຍຂອງ^ໂຢເຊັບ ໂຢເຊັບເປັນລູກຊາຍຂອງ^ເຮລີ
[24] ເຮລີເປັນລູກຊາຍຂອງ^ມັດທາດ ມັດທາດເປັນລູກຊາຍຂອງ^ເລວີ ເລວີເປັນລູກຊາຍຂອງ^ເມລະຂີ ເມລະຂີເປັນລູກຊາຍຂອງ^ຢັນນາ ຢັນນາເປັນລູກຊາຍຂອງ^ໂຢເຊັບ,
[25] ໂຢເຊັບເປັນລູກຊາຍຂອງ^ມັດຕາເທຍ ມັດຕາເທຍເປັນລູກຊາຍຂອງ^ອາໂມດ, ອາໂມດເປັນລູກຊາຍຂອງ^ນາຮູມ ນາຮູມເປັນລູກຊາຍຂອງ^ເອຊະລີ ເອຊະລີເປັນລູກຊາຍຂອງ^ນາຄາຍ
[26] ນາຄາຍເປັນລູກຊາຍຂອງ^ມາອາດ ມາອາດເປັນລູກຊາຍຂອງ^ມັດຕາເທຍ ມັດຕາເທຍເປັນລູກຊາຍຂອງ^ເຊເມອີນ ເຊເມອີນເປັນລູກຊາຍຂອງ^ໂຢເຊັກ ໂຢເຊັກເປັນລູກຊາຍຂອງ^ໂຢດາ,
[27] ໂຢດາເປັນລູກຊາຍຂອງ^ໂຢຮານັນ ໂຢຮານັນເປັນລູກຊາຍຂອງ^ເຣຊາ ເຣຊາເປັນລູກຊາຍຂອງ^ເຊຣຸບບາເບນ ເຊຣຸບບາເບນເປັນລູກຊາຍ ຂອງເຊອານຕີເອນ ເຊອານຕີເອນເປັນລູກຊາຍຂອງ^ເນຣີ,
[28] ເນຣີເປັນລູກຊາຍຂອງ^ເມລະຂີ ເມລະຂີເປັນລູກຊາຍຂອງ^ອັດດີ ອັດດີເປັນລູກຊາຍຂອງ^ໂກຊາມ ໂກຊາມເປັນລູກຊາຍຂອງ^ເອັນມາດາມ ເອັນມາດາມເປັນລູກຊາຍຂອງ^ເອຣະ,
[29] ເອຣະເປັນລູກຊາຍຂອງ^ໂຢຊວຍ ໂຢຊວຍເປັນລູກຊາຍເອລີເອເສ ເອລີເອເສເປັນລູກຊາຍຂອງ^ໂຢຣີມ ໂຢຣີມເປັນລູກຊາຍຂອງ^ມັດທາດ ມັດທາດເປັນລູກຊາຍຂອງ^ເລວີ,
[30] ເລວີເປັນລູກຊາຍຂອງ^ຊີເມໂອນ ຊີເມໂອນເປັນລູກຊາຍຂອງ^ຢູດາ ຢູດາເປັນລູກຊາຍຂອງ^ໂຢເຊັບ ໂຢເຊັບເປັນລູກຊາຍຂອງ^ໂຢນາມ ໂຢນາມເປັນລູກຊາຍຂອງ^ເອລີອາກິມ,
[31] ເອລີອາກິມເປັນລູກຊາຍຂອງ^ເມເລອາ ເມເລອາເປັນລູກຊາຍຂອງ^ເມັນນາ ເມັນນາເປັນລູກຊາຍຂອງ^ມັດຕາທາ ມັດຕາທາເປັນລູກຊາຍຂອງ^ນາທານ ນາທານເປັນລູກຊາຍຂອງ^ດາວິດ,
[32] ດາວິດເປັນລູກຊາຍຂອງ^ເຢຊີ ເຢຊີເປັນລູກຊາຍຂອງ^ໂອເບັດ ໂອເບັດເປັນລູກຊາຍຂອງ^ໂບອາດ ໂບອາດເປັນລູກຊາຍຂອງ^ຊັນໂມນ, ຊັນໂມນເປັນລູກຊາຍຂອງ^ນາໂຊນ
[33] ຊັນໂມນເປັນລູກຊາຍຂອງ^ນາໂຊນ ນາໂຊນເປັນລູກຊາຍຂອງ^ອາມມີນາດາບ ອາມມີນາດາບເປັນລູກຊາຍຂອງ^ອັດມີນ ອັດມີນເປັນລູກຊາຍຂອງ^ອານີ ອານີເປັນລູກຊາຍຂອງ^ເຮຊະໂຣນ ເຮຊະໂຣນເປັນລູກຊາຍຂອງ^ເປເຣັດ ເປເຣັດເປັນລູກຊາຍຂອງ^ຢູດາ,
[34] ຢູດາເປັນລູກຊາຍຂອງ^ຢາໂຄບ ຢາໂຄບເປັນລູກຊາຍຂອງ^ອີຊາກ ອີຊາກເປັນລູກຊາຍຂອງ^ອັບຣາຮາມ ອັບຣາຮາມເປັນລູກຊາຍຂອງ^ເຕຣາ ເຕຣາເປັນລູກຊາຍຂອງ^ນາໂຮ,
[35] ນາໂຮເປັນລູກຊາຍຂອງ^ເສຣຸກ ເສຣຸກເປັນລູກຊາຍຂອງ^ເຣອູ ເຣອູເປັນລູກຊາຍຂອງ^ເປເຫລັກ, ເປເຫລັກເປັນລູກຊາຍຂອງ^ເອເບ ເອເບເປັນລູກຊາຍຂອງ^ເສລາ
[36] ເສລາເປັນລູກຊາຍຂອງ^ກາຍນານ ກາຍນານເປັນລູກຊາຍຂອງ^ອາກຟາສາດ ອາກຟາສາດເປັນລູກຊາຍຂອງ^ເຊມ ເຊມເປັນລູກຊາຍຂອງ^ໂນອາ ໂນອາເປັນລູກຊາຍຂອງ^ລາເມັກ,
[37] ລາເມັກເປັນລູກຊາຍຂອງ^ເມທູເຊລາ ເມທູເຊລາເປັນລູກຊາຍຂອງ^ເອນົກ ເອນົກເປັນລູກຊາຍຂອງ^ຢາເຣັດ ຢາເຣັດເປັນລູກຊາຍຂອງ^ມະຫາລາເລນ ມະຫາລາເລນເປັນລູກຊາຍຂອງ^ເກນານ,
[38] ເກນານເປັນລູກຊາຍຂອງ^ເອໂນດ ເອໂນດເປັນລູກຊາຍຂອງ^ເຊດ ເຊດເປັນລູກຊາຍຂອງ^ອາດາມ ອາດາມເປັນບຸດຂອງ^ພຣະເຈົ້າ.