[1] ໃນເວລານັ້ນ ຈັກກະພັດໂອຄຸດໂຕໄດ້ອອກຄຳສັ່ງ ໃຫ້ພົນລະເມືອງໃນທົ່ວຈັກກະພົບໂຣມ ໄປຈົດ^ທະບຽນສຳມະໂນຄົວ.
[2] ເມື່ອດຳເນີນການຈົດ^ທະບຽນຄັ້ງທຳອິດນີ້ ແມ່ນກີເຣນີໂອເປັນຜູ້ປົກຄອງປະເທດຊີເຣຍ.
[3] ດັ່ງນັ້ນ ປະຊາຊົນທຸກຄົນຈຶ່ງໄປຈົດ^ທະບຽນສຳມະໂນຄົວ ຕາມບ້ານເກີດ^ເມືອງນອນຂອງ^ໃຜລາວ.
[4] ຝ່າຍໂຢເຊັບກໍອອກເດີນທາງຈາກເມືອງນາຊາເຣັດໃນແຂວງຄາລີເລ ເພື່ອໄປຍັງເມືອງ^ເບັດເລເຮັມແຂວງຢູດາຍເມືອງຂອງ^ກະສັດດາວິດ, ເພາະວ່າເພິ່ນເປັນເຊື້ອສາຍຂອງ^ກະສັດດາວິດ.
[5] ເພິ່ນໄດ້ໄປຈົດ^ທະບຽນກັບນາງມາຣີ ຄູ່ໝັ້ນຂອງ^ເພິ່ນ ສ່ວນນາງມາຣີນັ້ນກຳລັງຖືພາຢູ່.
[6] ແລະ ຂະນະທີ່ພວກເພິ່ນຢູ່ໃນເມືອງ^ເບັດເລເຮັມນັ້ນ ກໍພໍດີຄົບກຳນົດທີ່ນາງມາຣີຈະເກີດລູກ.
[7] ນາງໄດ້ເກີດລູກຊາຍກົກ, ເອົາຜ້າອ້ອມພັນ ແລະວາງໄວ້ໃນຮາງຫຍ້າ ເພາະວ່າໃນໂຮງແຮມນັ້ນ ບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍ.
[8] ໃນຂົງເຂດນີ້ ໄດ້ມີຄົນລ້ຽງແກະທີ່ຢູ່ຕາມທົ່ງ ນອນເຝົ້າຝູງແກະຂອງ^ພວກເຂົາໃນເວລາກາງຄືນ.
[9] ມີເທວະດາຕົນໜຶ່ງຂອງ^ອົງພຣະ^ຜູ້^ເປັນເຈົ້າ ໄດ້ມາປາກົດແກ່ພວກເຂົາ ແລະພຣະຣັດສະໝີຂອງ^ອົງພຣະ^ຜູ້^ເປັນເຈົ້າ ກໍສ່ອງແຈ້ງອ້ອມຮອບພວກເຂົາ. ດັ່ງນັ້ນ ພວກເຂົາຈຶ່ງຕົກໃຈຢ້ານຫລາຍ.
[10] ແຕ່ເທວະດາຕົນນັ້ນໄດ້ກ່າວແກ່ພວກເຂົາວ່າ, “ຢ່າຢ້ານເລີຍ ເຮົານຳຂ່າວດີມາບອກໃຫ້ພວກເຈົ້າຮູ້ ເປັນຂ່າວທີ່ນຳຄວາມ^ຊົມຊື່ນ^ຍິນດີອັນໃຫຍ່ ມາສູ່ປະຊາຊົນທັງໝົດ.
[11] ເພາະວ່າໃນວັນນີ້ ອົງພຣະຜູ້ໂຜດຊ່ວຍໃຫ້ພົ້ນອົງໜຶ່ງ ຄືພຣະຄຣິດໄດ້ມາບັງເກີດຢູ່ໃນເມືອງ^ຂອງ^ດາວິດ ສຳລັບເຈົ້າ^ທັງຫລາຍ
[12] ນີ້ແຫລະ ຈະເປັນໝາຍສຳຄັນແກ່ພວກເຈົ້າ ຄືພວກເຈົ້າຈະໄດ້ພົບພຣະກຸມມານອົງໜຶ່ງ ພັນຜ້າອ້ອມນອນຢູ່ໃນຮາງຫຍ້າ.”
[13] ໃນທັນໃດນັ້ນ ກໍມີກອງທັບເທວະດາແຫ່ງສະຫວັນໝູ່ໃຫຍ່ ມາປາກົດກັບເທວະດາຕົນນັ້ນ ຮ່ວມກັນຮ້ອງສັນລະເສີນພຣະເຈົ້າວ່າ,
[14] “ພຣະຣັດສະໝີ ຈົ່ງມີແກ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນ^ໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງຜູ້ທີ່ພຣະອົງ ຊົງພໍພຣະໄທນັ້ນ.”
[15] ເມື່ອຝູງເທວະດາເຫລົ່ານັ້ນ ຈາກພວກເຂົາຂຶ້ນສູ່ສະຫວັນແລ້ວ ພວກຜູ້ລ້ຽງແກະໄດ້ເວົ້າກັນວ່າ, “ໃຫ້ພວກເຮົາພາກັນໄປຍັງເມືອງ^ເບັດເລເຮັມເທາະ ໄປເບິ່ງເຫດການທີ່ໄດ້ເກີດຂຶ້ນ ຕາມທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ບອກໃຫ້ພວກເຮົາຮູ້ນັ້ນ.”
[16] ພວກເຂົາຈຶ່ງຮີບໄປ ແລະພົບມາຣີກັບໂຢເຊັບ ແລະເຫັນພຣະກຸມມານນອນຢູ່ໃນຮາງຫຍ້າ.
[17] ເມື່ອພວກຜູ້ລ້ຽງແກະພົບພຣະກຸມມານແລ້ວ ພວກເຂົາກໍເລົ່າເລື່ອງຕາມທີ່ພວກເຂົາ ໄດ້ຍິນເຖິງພຣະກຸມມານນັ້ນ.
[18] ທຸກຄົນທີ່ໄດ້ຟັງພວກຜູ້ລ້ຽງແກະເລົ່າ ຕ່າງກໍປະຫລາດ^ໃຈຕໍ່ສິ່ງທີ່ພວກຜູ້ລ້ຽງແກະໄດ້ເລົ່ານັ້ນ.
[19] ຝ່າຍມາຣີກໍຈົດຈຳເລື່ອງເຫລົ່ານີ້ທັງໝົດໄວ້ ແລະຄິດຮໍ່າເພີງຢູ່ໃນໃຈ.
[20] ແລ້ວພວກຜູ້ລ້ຽງແກະກໍກັບຄືນໄປ ຮ້ອງເພງສັນລະເສີນພຣະເຈົ້າ ໃນທຸກສິ່ງທີ່ຕົນໄດ້ຍິນແລະໄດ້ເຫັນ ເພາະເຫດການໄດ້ເປັນໄປຕາມທີ່ເທວະດາບອກໄວ້ນັ້ນທຸກປະການ.
[21] ອາທິດໜຶ່ງຕໍ່ມາ ເມື່ອເຖິງກຳນົດຕ້ອງຮັບພິທີຕັດ ພວກເພິ່ນຈຶ່ງໃສ່ຊື່ກຸມມານນັ້ນວ່າ ເຢຊູ ຕາມທີ່ເທວະດາໄດ້ບອກໄວ້ ກ່ອນທີ່ນາງມາຣີບໍ່ທັນໄດ້ຕັ້ງທ້ອງເທື່ອນັ້ນ.
[22] ແລ້ວເວລາກຳນົດກໍມາເຖິງ ສຳລັບໂຢເຊັບແລະມາຣີ ທີ່ຈະເຮັດພິທີຊຳລະຕົວໃຫ້ສະອາດ ຕາມທີ່ກົດບັນຍັດຂອງ^ໂມເຊໄດ້ກ່າວໄວ້. ພວກເພິ່ນຈຶ່ງໄດ້ນຳເອົາພຣະກຸມມານ ໄປຍັງນະຄອນເຢຣູຊາເລັມ ເພື່ອຖວາຍແກ່ອົງພຣະ^ຜູ້^ເປັນເຈົ້າ,
[23] ຕາມທີ່ມີຂຽນໄວ້ໃນກົດບັນຍັດຂອງ^ອົງພຣະ^ຜູ້^ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນຈະຕ້ອງນຳມາຖວາຍແກ່ອົງພຣະ^ຜູ້^ເປັນເຈົ້າ.”
[24] ໂຢເຊັບກັບມາຣີຍັງໄດ້ຖວາຍເຄື່ອງບູຊາ ຕາມທີ່ກົດບັນຍັດຂອງ^ອົງພຣະ^ຜູ້^ເປັນເຈົ້າໄດ້ກ່າວໄວ້ເຊັ່ນກັນ ຄືນົກເຂົາຄູ່ໜຶ່ງ ຫລືນົກ^ກາງແກໜຸ່ມສອງໂຕ.
[25] ຂະນະນັ້ນ ຢູ່ໃນນະຄອນເຢຣູຊາເລັມ ໄດ້ມີຊາຍຄົນໜື່ງຊື່ວ່າ ຊີເມໂອນ ເພິ່ນເປັນຄົນສິນທຳ ຢຳເກງພຣະເຈົ້າ ແລະໄດ້ຄອຍຖ້າຜູ້ທີ່ມາໂຜດຊ່ວຍຊາດອິດສະຣາເອນໃຫ້ພົ້ນ, ພຣະວິນຍານບໍຣິສຸດເຈົ້າຊົງສະຖິດຢູ່ກັບເພິ່ນ
[26] ພຣະວິນຍານບໍຣິສຸດເຈົ້າ ໄດ້ສຳແດງໃຫ້ເພິ່ນຮູ້ວ່າ ເພິ່ນຈະບໍ່ຕາຍກ່ອນໄດ້ເຫັນພຣະຄຣິດ ຜູ້ມາຈາກອົງພຣະ^ຜູ້^ເປັນເຈົ້າ.
[27] ພຣະວິນຍານບໍຣິສຸດເຈົ້າ ໄດ້ນຳພາຊີເມໂອນເຂົ້າໄປໃນພຣະວິຫານ, ເມື່ອພໍ່ແມ່ໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປໃນພຣະວິຫານ ເພື່ອປະຕິບັດຕາມກົດບັນຍັດໄດ້ກ່າວໄວ້ກ່ຽວກັບພຣະກຸມມານນັ້ນ
[28] ຊີເມໂອນກໍໄດ້ອູ້ມເອົາພຣະກຸມມານໄວ້ໃນອ້ອມແຂນຂອງຕົນ ແລະສັນລະເສີນພຣະເຈົ້າວ່າ,
[29] “ຂ້າແດ່ພຣະອົງເຈົ້າ ບັດນີ້ພຣະອົງໄດ້ໃຫ້ຂ້ອຍໃຊ້ ຂອງ^ພຣະອົງ ໄປເປັນສຸກຕາມພຣະທຳຂອງ^ພຣະອົງ
[30] ເພາະວ່າຕາຂອງ^ຂ້ານ້ອຍໄດ້ເຫັນຄວາມ^ພົ້ນ ທີ່ມາຈາກພຣະອົງແລ້ວ
[31] ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ ຕໍ່ໜ້າປະຊາຊົນທັງໝົດ
[32] ຄືແສງ^ສະຫວ່າງສ່ອງແຈ້ງ ເປີດເຜີຍພຣະປະສົງ ແກ່ບັນດາປະຊາຊາດ ແລະນຳເອົາສະຫງ່າຣາສີມາສູ່ ອິດສະຣາເອນພົນລະເມືອງ ຂອງພຣະເຈົ້າ.”
[33] ຝ່າຍພໍ່ແມ່ຂອງ^ພຣະກຸມມານ ກໍປະຫລາດ^ໃຈ ໃນສິ່ງທີ່ຊີເມໂອນໄດ້ກ່າວເຖິງພຣະກຸມມານນັ້ນ.
[34] ຊີເມໂອນໄດ້ອວຍພອນພວກເພິ່ນ ແລະກ່າວກັບມາຣີແມ່ຂອງ^ພຣະກຸມມານນັ້ນວ່າ, “ພຣະເຈົ້າໄດ້ເລືອກເດັກຄົນນີ້ໄວ້ ເພື່ອເປັນເຫດໃຫ້ຫລາຍຄົນ ໃນຊາດອິດສະຣາເອນລົ້ມລົງ ແລະລຸກຂຶ້ນໃໝ່ ເປັນໝາຍສຳຄັນທີ່ຫລາຍຄົນຈະເວົ້າຕໍ່ຕ້ານ
[35] ເພາະຄວາມ^ຄິດໃນໃຈຂອງ^ຄົນທັງຫລາຍ ຈະໄດ້ປາກົດແຈ້ງ ສ່ວນເຈົ້າຈະເຈັບປວດເໝືອນດັ່ງຖືກດາບແທງຊອດຈິດໃຈ.”
[36] ຍັງມີໝໍທຳນວາຍຍິງຄົນໜຶ່ງ ຊື່ອານາ ເປັນລູກຂອງ^ຟານູເອັນ ໃນຕະກຸນອາເຊ ນາງເປັນຄົນແກ່ຊະຣາຫລາຍແລ້ວ ມີຜົວຕັ້ງແຕ່ເປັນສາວໜຸ່ມ ແລະຢູ່ນຳຜົວໄດ້ເຈັດປີ,
[37] ແລ້ວກໍເປັນໝ້າຍຢູ່ລະຫວ່າງແປດສິບສີ່ປີ ນາງບໍ່ໜີຈາກບໍລິເວນພຣະວິຫານຈັກເທື່ອ, ແຕ່ໄດ້ຢູ່ປະຕິບັດພຣະເຈົ້າ, ຮັກສາສິນດ້ວຍການອົດອາຫານ ແລະພາວັນນາ^ອະທິຖານ ທັງກາງເວັນແລະກາງຄືນ.
[38] ໃນເວລານັ້ນ ນາງກໍໄດ້ເຂົ້າມາໂມທະນາຂອບພຣະຄຸນພຣະເຈົ້າ ແລະເວົ້າເຖິງພຣະກຸມມານໃຫ້ແກ່ທຸກຄົນ ໃນນະຄອນເຢຣູຊາເລັມຟັງ ຊຶ່ງພວກເຂົາກຳລັງຄອຍຖ້າການໄຖ່ໃຫ້ພົ້ນນັ້ນ.
[39] ເມື່ອໂຢເຊັບແລະມາຣີ ເຮັດທຸກສິ່ງສຳເລັດ ຕາມກົດບັນຍັດຂອງ^ອົງພຣະ^ຜູ້^ເປັນເຈົ້າແລ້ວ ພວກເພິ່ນກໍກັບມາຍັງບ້ານເມືອງຂອງຕົນ ທີ່ນາຊາເຣັດໃນແຂວງຄາລີເລ.
[40] ຝ່າຍພຣະກຸມມານນັ້ນ ກໍໃຫຍ່ຂຶ້ນແລະແຂງແຮງດີ ເຕັມໄປດ້ວຍສະຕິປັນຍາ ແລະພຣະຄຸນຂອງ^ພຣະເຈົ້າກໍຊົງສະຖິດຢູ່ນຳພຣະອົງ.
[41] ທຸກປີໃດ ພໍ່ແມ່ຂອງ^ພຣະກຸມມານເຢຊູ ເຄີຍຂຶ້ນໄປຍັງນະຄອນເຢຣູຊາເລັມ ເພື່ອສະຫລອງເທດສະການປັດສະຄາ.
[42] ເມື່ອພຣະກຸມມານເຢຊູອາຍຸໄດ້ສິບສອງປີ ພວກເພິ່ນກໍໄດ້ຂຶ້ນໄປສະຫລອງເທດສະການນີ້ ຕາມທຳນຽມທີ່ເຄີຍປະຕິບັດມາ.
[43] ເມື່ອເທດສະການສິ້ນສຸດລົງແລ້ວ ພໍ່ແມ່ກໍກັບຄືນເມືອເຮືອນ ສ່ວນພຣະກຸມມານເຢຊູນັ້ນ ຍັງຄ້າງຢູ່ໃນນະຄອນເຢຣູຊາເລັມ ຝ່າຍພໍ່ແມ່ກໍບໍ່ຮູ້ຈັກ.
[44] ເພິ່ນທັງສອງຄິດວ່າ ພຣະກຸມມານເຢຊູນັ້ນ ຢູ່ນຳກຸ່ມຄົນທີ່ເດີນທາງກັບດ້ວຍກັນ. ດັ່ງນັ້ນ ພວກເພິ່ນຈຶ່ງເດີນທາງຕໍ່ໄປໄດ້ໜຶ່ງວັນ ແລ້ວເລີ່ມຕົ້ນຊອກຫາໃນທ່າມກາງຍາດພີ່ນ້ອງແລະໝູ່ເພື່ອນ.
[45] ເມື່ອບໍ່ພົບ ພວກເພິ່ນຈຶ່ງກັບຄືນໄປຊອກຫາຢູ່ນະຄອນເຢຣູຊາເລັມ.
[46] ເມື່ອຊອກຫາໄດ້ສາມວັນແລ້ວ ພວກເພິ່ນກໍພົບພຣະກຸມມານນັ່ງຢູ່ໃນພຣະວິຫານ ທ່າມກາງກຸ່ມອາຈານຊາວຢິວ ກຳລັງຟັງແລະຊັກຖາມພວກອາຈານເຫລົ່ານັ້ນຢູ່.
[47] ທຸກຄົນທີ່ໄດ້ຍິນພຣະອົງກ່າວ ຕ່າງກໍປະຫລາດ^ໃຈໃນສະຕິປັນຍາ ແລະຄຳຕອບຂອງ^ພຣະກຸມມານນັ້ນ.
[48] ຝ່າຍພໍ່ແມ່ກໍປະຫລາດ^ໃຈເມື່ອໄດ້ເຫັນ ແລະແມ່ຈຶ່ງຖາມວ່າ, “ລູກ^ເອີຍ, ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບພວກເຮົາ? ພໍ່ກັບແມ່ເລາະຊອກຫາເຈົ້າດ້ວຍຄວາມ^ກັງວົນໃຈທີ່ສຸດ.”
[49] ພຣະກຸມມານຕອບວ່າ, “ເປັນຫຍັງຕ້ອງຊອກຫາເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາຕ້ອງຢູ່ໃນທີ່ສະຖິດແຫ່ງພຣະບິດາຂອງເຮົາ?”
[50] ແຕ່ພວກເພິ່ນບໍ່ເຂົ້າໃຈຄຳຕອບຂອງ^ພຣະກຸມມານນັ້ນ.
[51] ແລ້ວພຣະກຸມມານເຢຊູ ຈຶ່ງຄືນເມືອກັບພໍ່ແມ່ຍັງເມືອງນາຊາເຣັດ ແລະອ່ອນນ້ອມຍອມຟັງພວກເພິ່ນ ຝ່າຍແມ່ກໍເກັບກຳເລື່ອງທັງໝົດນີ້ໄວ້ໃນໃຈ.
[52] ພຣະເຢຊູເຈົ້າໄດ້ຈະເລີນເຕີບໃຫຍ່ຂຶ້ນ ໃນດ້ານສະຕິປັນຍາ ແລະໃນດ້ານຮ່າງກາຍ ເປັນທີ່ພໍພຣະໄທຕໍ່ພຣະເຈົ້າແລະຕໍ່ມະນຸດດ້ວຍ.