[1] ພຣະເຢຊູເຈົ້າໄດ້ກັບມາຈາກແມ່ນໍ້າ^ຈໍແດນ ໂດຍເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະພຣະວິນຍານບໍຣິສຸດເຈົ້າ ໄດ້ນຳພຣະອົງເຂົ້າໄປໃນຖິ່ນ^ແຫ້ງແລ້ງ^ກັນດານ.
[2] ໃນທີ່ນັ້ນ ພຣະອົງໄດ້ຖືກມານຮ້າຍທົດລອງເປັນເວລາສີ່ສິບວັນ ໃນວັນເຫລົ່ານັ້ນ ພຣະອົງບໍ່ໄດ້ກິນຫຍັງເລີຍ ເມື່ອວັນເຫລົ່ານັ້ນຜ່ານພົ້ນໄປແລ້ວ ພຣະອົງກໍຢາກອາຫານ.
[3] ມານຮ້າຍໄດ້ເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງ^ພຣະເຈົ້າ ຈົ່ງສັ່ງກ້ອນຫີນນີ້ໃຫ້ກາຍເປັນອາຫານເບິ່ງດູ.”
[4] ແຕ່ພຣະເຢຊູເຈົ້າຕອບມັນວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ມະນຸດຈະບໍ່ລ້ຽງຊີວິດ ພຽງແຕ່ອາຫານຢ່າງດຽວ.’”
[5] ແລ້ວມານຮ້າຍກໍໄດ້ນຳພຣະອົງຂຶ້ນໄປ ແລະສະແດງໃຫ້ເຫັນໃນພິບຕາດຽວ ເຖິງອານາຈັກທັງໝົດແຫ່ງໂລກນີ້.
[6] ມານຮ້າຍໄດ້ບອກພຣະອົງວ່າ, “ເຮົາຈະໃຫ້ອຳນາດທັງໝົດນີ້ ກັບສະຫງ່າຣາສີແຫ່ງແຜ່ນດິນທັງໝົດແກ່ທ່ານ. ເພາະສິ່ງທັງໝົດເຫລົ່ານັ້ນຖືກມອບໃຫ້ແກ່ເຮົາແລ້ວ ແລະເຮົາຢາກມອບໃຫ້ແກ່ຜູ້ໃດກໍໄດ້ ຕາມທີ່ເຮົາຕ້ອງການ.
[7] ດັ່ງນັ້ນ ສິ່ງທັງໝົດເຫລົ່ານີ້ ຈະເປັນຂອງທ່ານ ຖ້າທ່ານນະມັດສະການເຮົາ.”
[8] ພຣະເຢຊູເຈົ້າຕອບມັນວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງນະມັດສະການອົງພຣະ^ຜູ້^ເປັນເຈົ້າ ອົງເປັນພຣະເຈົ້າຂອງ^ເຈົ້າ ແລະບົວລະບັດຮັບໃຊ້ແຕ່ພຣະອົງເທົ່ານັ້ນ’”
[9] ແລ້ວມານຮ້າຍກໍໄດ້ນຳພຣະອົງໄປຍັງນະຄອນເຢຣູຊາເລັມ ໃຫ້ພຣະອົງຢືນຢູ່ເທິງຍອດຂອງ^ພຣະວິຫານ ແລະເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງ^ພຣະເຈົ້າ ຈົ່ງໂຕນລົງຈາກທີ່ນີ້ເບິ່ງດູ.
[10] ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າຈະສັ່ງໃຫ້ຝູງເທວະດາຂອງ^ພຣະອົງ ມາພິທັກຮັກສາທ່ານໄວ້.’
[11] ແລະ ຍັງມີຄຳຂຽນໄວ້ອີກວ່າ, ‘ຝູງເທວະດາຈະໃຊ້ມືຂອງຕົນຫອບອູ້ມທ່ານໄວ້ ເພື່ອບໍ່ໃຫ້ຕີນຂອງທ່ານຕຳກ້ອນຫີນ.’”
[12] ແຕ່ພຣະເຢຊູເຈົ້າຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຢ່າທົດລອງອົງພຣະ^ຜູ້^ເປັນເຈົ້າພຣະເຈົ້າຂອງ^ເຈົ້າ.’”
[13] ເມື່ອມານຮ້າຍທົດລອງພຣະເຢຊູເຈົ້າທຸກປະການແລ້ວ ມັນກໍໜີຈາກພຣະອົງໄປ ຈົນເຖິງເວລາທີ່ມັນມີໂອກາດອີກ.
[14] ແລ້ວພຣະເຢຊູເຈົ້າ ກໍໄດ້ກັບຄືນມາແຂວງຄາລີເລ ດ້ວຍຣິດອຳນາດຂອງ^ພຣະວິນຍານບໍຣິສຸດເຈົ້າ ຂ່າວເລື່ອງຂອງ^ພຣະອົງໄດ້ຊ່າລືໄປທົ່ວຂົງເຂດນັ້ນ.
[15] ພຣະອົງໄດ້ສັ່ງສອນໃນທຳມະສາລາຂອງ^ພວກເຂົາ ແລະໄດ້ຮັບຄຳສັນລະເສີນຈາກທຸກຄົນ.
[16] ແລ້ວພຣະເຢຊູເຈົ້າ ກໍໄດ້ໄປຍັງນາຊາເຣັດ ຊຶ່ງເປັນເມືອງທີ່ພຣະອົງໄດ້ຈະເລີນເຕີບໃຫຍ່ຂຶ້ນນັ້ນ ແລະໃນວັນ^ຊະບາໂຕ ພຣະອົງໄດ້ໄປຍັງທຳມະສາລາຕາມປົກກະຕິ ພຣະອົງໄດ້ຢືນຂຶ້ນເພື່ອຈະອ່ານພຣະຄຳພີ.
[17] ແລະ ເຂົາກໍໄດ້ຍື່ນໜັງສືມ້ວນຂອງ^ຜູ້ທຳນວາຍເອຊາຢາ ໃຫ້ພຣະອົງອ່ານ ເມື່ອພຣະອົງພືໜັງສືມ້ວນອອກ ກໍພົບຂໍ້ຄວາມທີ່ຂຽນໄວ້ວ່າ,
[18] “ພຣະວິນຍານຂອງ^ອົງພຣະ^ຜູ້^ເປັນເຈົ້າ ຊົງສະຖິດຢູ່ເທິງຂ້ານ້ອຍ ເພາະພຣະອົງໄດ້ຫົດສົງແຕ່ງຕັ້ງຂ້ານ້ອຍໄວ້ ໃຫ້ປະກາດຂ່າວປະເສີດແກ່ຄົນ^ຍາກຈົນ. ພຣະອົງໃຊ້ຂ້ານ້ອຍໄປປະກາດ ອິດສະຫລະພາບ ແກ່ຄົນທັງຫລາຍທີ່ຖືກຈຳຈອງ ແລະ ຄົນຕາບອດຈະເຫັນຮຸ່ງອີກ ປົດປ່ອຍຜູ້ຖືກກົດຂີ່ໃຫ້ເປັນອິດສະຫລະ
[19] ແລະ ໃຫ້ປະກາດປີທີ່ອົງພຣະ^ຜູ້^ເປັນເຈົ້າ ຈະເມດຕານັ້ນ.”
[20] ແລ້ວພຣະເຢຊູເຈົ້າກໍໄດ້ກໍ້ໜັງສືມ້ວນ ຍື່ນຄືນໃຫ້ແກ່ຜູ້ທີ່ມີໜ້າທີ່ເກັບຮັກສາໄວ້ ແລະນັ່ງລົງ ທຸກຄົນໃນທຳມະສາລາຕ່າງກໍຈ້ອງຕາເບິ່ງພຣະອົງ
[21] ແລະ ພຣະອົງກ່າວແກ່ພວກເຂົາວ່າ, “ພຣະທຳຕອນນີ້ໄດ້ສຳເລັດເປັນຈິງໃນວັນນີ້ ຕາມທີ່ພວກເຈົ້າໄດ້ຍິນນັ້ນແຫລະ.”
[22] ທຸກຄົນກໍກ່າວຊົມເຊີຍພຣະອົງ ແລະປະທັບໃຈໃນຖ້ອຍຄຳອັນອ່ອນຫວານ ຊຶ່ງອອກມາຈາກປາກຂອງ^ພຣະອົງ ພວກເຂົາຈຶ່ງເວົ້າວ່າ, “ລາວບໍ່ແມ່ນລູກຊາຍຂອງ^ໂຢເຊັບບໍ?”
[23] ພຣະອົງຊົງກ່າວແກ່ພວກເຂົາວ່າ, “ພວກເຈົ້າຄົງຈະກ່າວຄຳ^ສຸພາສິດຂໍ້ນີ້ ຕໍ່ເຮົາເປັນແນ່ຄືວ່າ, ‘ທ່ານໝໍ^ເອີຍ, ຈົ່ງປົວຕົວເອງໃຫ້ດີ’ ຄື ‘ບັນດາການ ຊຶ່ງພວກເຮົາໄດ້ຍິນວ່າ ທ່ານໄດ້ກະທຳໃນເມືອງກາເປນາອູມ ຈົ່ງເຮັດໃນເມືອງຂອງຕົນທີ່ນີ້ເໝືອນກັນ.’”
[24] ແລ້ວພຣະອົງກໍກ່າວອີກວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ບໍ່ມີຜູ້ທຳນວາຍຄົນໃດດອກ ທີ່ໄດ້ຮັບຄວາມ^ເຄົາຣົບ^ນັບຖືໃນບ້ານເມືອງຂອງຕົນ.”
[25] “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ໃນສະໄໝຂອງ^ເອລີຢາ ເມື່ອຝົນບໍ່ຕົກສາມປີເຄິ່ງ ຊຶ່ງເປັນເຫດໃຫ້ເກີດການອຶດຢາກຢ່າງຮ້າຍແຮງທົ່ວດິນແດນນັ້ນ ໄດ້ມີແມ່ໝ້າຍຫລາຍຄົນໃນຊາດອິດສະຣາເອນ.
[26] ແຕ່ເອລີຢາບໍ່ໄດ້ຖືກໃຊ້ໄປຫາໃຜຈັກຄົນ ໃນພວກແມ່ໝ້າຍເຫລົ່ານີ້ ນອກຈາກແມ່ໝ້າຍຜູ້ໜຶ່ງ ຢູ່ທີ່ເມືອງຊາເຣັບຕາແຂວງຊີໂດນແຕ່ເທົ່ານັ້ນ.
[27] ໃນສະໄໝຂອງ^ຜູ້ທຳນວາຍເອລີຊາ ໄດ້ມີຄົນຂີ້ທູດຕັ້ງຫລາຍຄົນໃນຊາດອິດສະຣາເອນ, ແຕ່ບໍ່ມີຜູ້ໃດໃນພວກເຂົາ ໄດ້ຮັບການຊຳລະໃຫ້ສະອາດດີ ນອກຈາກນາອາມານ ຊາວຊີເຣຍແຕ່ເທົ່ານັ້ນ.”
[28] ເມື່ອປະຊາຊົນໃນທຳມະສາລາໄດ້ຍິນເຊັ່ນນີ້ ພວກເຂົາກໍຄຽດຮ້າຍທີ່ສຸດ.
[29] ພວກເຂົາໄດ້ລຸກຂຶ້ນ ຊຸກພຣະເຢຊູເຈົ້າອອກໄປຈາກເມືອງ ແລະນຳພຣະອົງໄປຍັງແງ່ຜາຊັນ ທີ່ເມືອງຂອງ^ພວກເຂົາຕັ້ງຢູ່ນັ້ນ ເພື່ອໝາຍຈະຊຸກພຣະອົງລົງ.
[30] ແຕ່ພຣະອົງຍ່າງຜ່ານທ່າມກາງປະຊາຊົນໜີໄປໄດ້.
[31] ແລ້ວພຣະເຢຊູ^ຄຣິດເຈົ້າ ກໍໄດ້ໄປຍັງເມືອງກາເປນາອູມ ໃນແຂວງຄາລີເລ ແລະຢູ່ໃນເມືອງນີ້ ພຣະອົງໄດ້ສັ່ງສອນປະຊາຊົນໃນວັນ^ຊະບາໂຕ.
[32] ພວກເຂົາທຸກຄົນຕ່າງກໍປະຫລາດ^ໃຈ ໃນຄຳສອນຂອງ^ພຣະອົງ ເພາະພຣະອົງສອນດ້ວຍຣິດອຳນາດ.
[33] ໃນທຳມະສາລານັ້ນ ໄດ້ມີຊາຍທີ່ຜີມານຮ້າຍເຂົ້າສິງຢູ່ຄົນໜຶ່ງ ມັນຮ້ອງຂຶ້ນດ້ວຍສຽງດັງວ່າ,
[34] “ເຢຊູໄທນາຊາເຣັດ^ເອີຍ, ທ່ານມາຫຍຸ້ງກ່ຽວກັບພວກເຮົາເຮັດຫຍັງ? ທ່ານມາທຳລາຍພວກເຮົາຊັ້ນບໍ? ພວກເຮົາຮູ້ແລ້ວວ່າທ່ານແມ່ນຜູ້ໃດ ກໍແມ່ນຜູ້ບໍຣິສຸດຂອງ^ພຣະເຈົ້າ.”
[35] ພຣະເຢຊູເຈົ້າສັ່ງຫ້າມມັນວ່າ, “ມິດແມ ອອກຈາກຄົນນີ້ສາ” ຜີມານຮ້າຍໄດ້ເຮັດໃຫ້ຊາຍຄົນນີ້ລົ້ມລົງຕໍ່ໜ້າພວກເຂົາ ແລະອອກໄປຈາກລາວໂດຍບໍ່ໄດ້ທຳຮ້າຍແຕ່ຢ່າງໃດ.
[36] ປະຊາຊົນທຸກຄົນຕ່າງກໍງຶດປະຫລາດ^ໃຈ ແລະເວົ້າກັນວ່າ, “ຄຳເວົ້ານີ້ເປັນຢ່າງໃດໜໍ ເພາະວ່າເພິ່ນໄດ້ສັ່ງຜີຊົ່ວຮ້າຍເຫລົ່ານີ້ດ້ວຍອຳນາດແລະຣິດເດດ ແລ້ວພວກມັນກໍອອກໜີໄປ”
[37] ແລ້ວຊື່ສຽງຂອງ^ພຣະເຢຊູເຈົ້າ ກໍຊ່າລືໄປທົ່ວທຸກບ່ອນໃນຂົງເຂດນັ້ນ.
[38] ແລ້ວພຣະເຢຊູເຈົ້າ ກໍຈາກທຳມະສາລາ ແລະເຂົ້າໄປເຮືອນຂອງ^ຊີໂມນ ແມ່ເມຍຂອງ^ຊີໂມນບໍ່ສະບາຍເພາະໄຂ້ຂຶ້ນສູງ ແລະພວກເຂົາກໍໄດ້ອ້ອນວອນພຣະເຢຊູເຈົ້າໃຫ້ຊົງໂຜດຮັກສານາງ.
[39] ພຣະອົງມາຢືນຢູ່ຂ້າງນາງ ແລະສັ່ງໄຂ້ນັ້ນໃຫ້ໜີໄປ, ໄຂ້ກໍຫາຍໜີໄປຈາກນາງ ແລະທັນໃດນັ້ນ ນາງກໍລຸກຂຶ້ນບົວລະບັດຮັບໃຊ້ພຣະອົງກັບພວກສາວົກ.
[40] ພໍຕາເວັນຕົກດິນ ຜູ້ທີ່ມີໝູ່ເພື່ອນບໍ່ສະບາຍຍ້ອນພະຍາດໂຣຄາຕ່າງໆ ກໍໄດ້ນຳຄົນເຫລົ່ານັ້ນມາຫາພຣະເຢຊູເຈົ້າ ພຣະອົງວາງມືໃສ່ເທິງພວກເຂົາທຸກຄົນ ແລະຊົງໂຜດໃຫ້ພວກເຂົາຫາຍດີ.
[41] ບັນດາຜີມານຮ້າຍກໍອອກໄປຈາກຫລາຍຄົນໂດຍຮ້ອງແຜດສຽງວ່າ, “ທ່ານເປັນພຣະບຸດຂອງ^ພຣະເຈົ້າ.” ແຕ່ພຣະເຢຊູເຈົ້າຫ້າມເດັດຂາດບໍ່ໃຫ້ພວກມັນເວົ້າອີກຕໍ່ໄປ ເພາະພວກມັນຮູ້ດີວ່າ ພຣະອົງເປັນພຣະຄຣິດ.
[42] ພໍຮຸ່ງເຊົ້າມາ ພຣະເຢຊູເຈົ້າກໍຈາກເມືອງໄປຖິ່ນ^ແຫ້ງແລ້ງ^ກັນດານ ບ່ອນທີ່ງຽບສະຫງັດ ຝ່າຍປະຊາຊົນຕ່າງກໍຊອກຫາພຣະອົງ ແລະເມື່ອພົບພຣະອົງແລ້ວ ພວກເຂົາກໍໜ່ວງໜ່ຽວພຣະອົງໄວ້ບໍ່ໃຫ້ຈາກພວກເຂົາໄປ.
[43] ແຕ່ພຣະອົງກ່າວແກ່ພວກເຂົາວ່າ, “ເຮົາຕ້ອງປະກາດຂ່າວປະເສີດ ເລື່ອງອານາຈັກຂອງ^ພຣະເຈົ້າໃນເມືອງອື່ນເໝືອນກັນ ທີ່ພຣະເຈົ້າຊົງໃຊ້ເຮົາມາ ກໍເພາະພາລະກິດນີ້ແຫລະ.”
[44] ແລ້ວພຣະອົງໄດ້ເທດສະໜາປ່າວປະກາດ ຕາມທຳມະສາລາຕ່າງໆໃນແຂວງຢູດາຍ.