[1] ວັນໜຶ່ງ ເມື່ອພຣະເຢຊູເຈົ້າຊົງກຳລັງເທດສະໜາສັ່ງສອນປະຊາຊົນຢູ່ໃນພຣະວິຫານ ແລະປະກາດຂ່າວປະເສີດ ພວກຫົວໜ້າປະໂຣຫິດກັບພວກທຳມະຈານ ພ້ອມທັງພວກເຖົ້າແກ່ໄດ້ມາຫາພຣະອົງ.
[2] ພວກເຂົາຖາມພຣະອົງວ່າ, “ບອກພວກເຮົາມາເບິ່ງດູ ເຈົ້າມີສິດຫຍັງຈຶ່ງເຮັດການນີ້? ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?”
[3] ພຣະອົງຊົງຕອບພວກເຂົາວ່າ, “ຝ່າຍເຮົາຈະຖາມພວກເຈົ້າຂໍ້ດຽວ ຈົ່ງບອກເຮົາມາເບິ່ງດູວ່າ
[4] ບັບຕິສະມາຂອງ^ໂຢຮັນນັ້ນ ມາຈາກສະຫວັນ ຫລືມາຈາກມະນຸດ.”
[5] ພວກເຂົາຈຶ່ງເລີ່ມຖົກຖຽງກັນວ່າ, “ພວກເຮົາຈະວ່າຢ່າງໃດ? ຖ້າພວກເຮົາຕອບວ່າ, ‘ມາຈາກສະຫວັນ’ ມັນກໍຈະຖາມວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອຟັງໂຢຮັນ?’
[6] ແຕ່ຖ້າພວກເຮົາຕອບວ່າ, ‘ມາຈາກມະນຸດ’ ປະຊາຊົນທັງໝົດໃນທີ່ນີ້ກໍຈະແກວ່ງກ້ອນຫີນໃສ່ພວກເຮົາ, ເພາະພວກເຂົາເຊື່ອວ່າໂຢຮັນເປັນຜູ້ທຳນວາຍ.”
[7] ສະນັ້ນ ພວກເຂົາຈຶ່ງຕອບວ່າ, “ພວກເຮົາບໍ່ຮູ້.”
[8] ແລ້ວພຣະອົງກໍຊົງຕອບພວກເຂົາວ່າ, “ຝ່າຍເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າ ເຮົາເຮັດການເຫລົ່ານີ້ດ້ວຍສິດອັນໃດ.”
[9] ແລ້ວພຣະອົງກໍຊົງກ່າວຄຳອຸປະມານີ້ສູ່ປະຊາຊົນຟັງວ່າ, “ຍັງມີຊາຍຄົນໜຶ່ງທີ່ເຮັດສວນ^ອະງຸ່ນ ແລະເອົາສວນນັ້ນໃຫ້ຄົນອື່ນເຊົ່າ ແລ້ວເພິ່ນກໍຈາກໄປເປັນເວລາດົນນານ.
[10] ພໍເຖິງເວລາເກັບໝາກອະງຸ່ນມາຮອດ ເຈົ້າຂອງສວນນັ້ນກໍໃຫ້ຄົນ^ຮັບໃຊ້ຜູ້ໜຶ່ງໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຜົນລະປູກຂອງຕົນຈາກພວກເຂົາ, ແຕ່ພວກຄົນເຊົ່າສວນໄດ້ທຸບຕີຄົນ^ຮັບໃຊ້ຜູ້ນັ້ນ ແລະຂັບໄລ່ລາວກັບຄືນເມືອມືເປົ່າ.
[11] ດັ່ງນັ້ນ ເພິ່ນຈຶ່ງໃຊ້ຄົນ^ຮັບໃຊ້ຜູ້ອື່ນໄປອີກ, ແຕ່ພວກຄົນເຊົ່າສວນໄດ້ທຸບຕີລາວຄືກັນທັງໄດ້ປ້ອຍດ່າລາວ ແລະທັງຂັບໄລ່ກັບຄືນເມືອມືເປົ່າ.
[12] ແລ້ວເພິ່ນກໍໃຊ້ຄົນ^ຮັບໃຊ້ຜູ້ທີສາມໄປອີກ ພວກຄົນເຊົ່າສວນໄດ້ທຸບຕີລາວຈົນບາດເຈັບ ແລະໂຍນລາວຖິ້ມອອກນອກສວນ.
[13] ຝ່າຍເຈົ້າຂອງສວນກໍກ່າວວ່າ, ‘ເຮົາຈະເຮັດແນວໃດ? ເຮົາຈະໃຊ້ລູກຊາຍຜູ້ເປັນສຸດທີ່ຮັກຂອງເຮົາໄປ ບາງທີພວກເຂົາຈະໃຫ້ຄວາມນັບຖືແກ່ລູກຊາຍຂອງເຮົາ’
[14] ແຕ່ເມື່ອຄົນເຊົ່າສວນເຫັນລູກເພິ່ນແລ້ວ ພວກເຂົາກໍປຶກສາກັນ ແລະເວົ້າວ່າ, ‘ຄົນນີ້ແຫລະ ເປັນຜູ້ສືບມໍຣະດົກ ຈົ່ງຂ້າມັນເສຍ ແລ້ວມໍຣະດົກກໍຈະຕົກເປັນຂອງ^ພວກເຮົາ’
[15] ດັ່ງນັ້ນ ພວກເຂົາຈຶ່ງໂຍນລາວຖິ້ມອອກນອກສວນ ແລະຂ້າລາວເສຍ. ເມື່ອເປັນເຊັ່ນນັ້ນ ເຈົ້າຂອງ^ສວນ^ອະງຸ່ນຈະເຮັດຢ່າງໃດ ກັບຄົນເຊົ່າສວນພວກນັ້ນ?
[16] ເພິ່ນຈະມາ ແລະຂ້າຄົນເຊົ່າສວນເຫລົ່ານັ້ນເສຍ ແລະຈະຍົກສວນ^ອະງຸ່ນໃຫ້ຄົນອື່ນເຊົ່າ.” ເມື່ອຄົນເຫລົ່ານັ້ນໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາກໍເວົ້າວ່າ, “ຂໍຢ່າໃຫ້ເກີດເປັນຢ່າງນັ້ນເທາະ.”
[17] ພຣະເຢຊູເຈົ້າຊົງເພັ່ງເບິ່ງພວກເຂົາ ແລ້ວກໍຖາມວ່າ, “ເຫດສະນັ້ນ ພຣະຄຳພີຂໍ້ນີ້ໝາຍຄວາມວ່າຢ່າງໃດ ຊຶ່ງວ່າ ‘ຫີນທີ່ນາຍຊ່າງກໍ່ສ້າງໄດ້ໂຍນຖິ້ມແລ້ວ ກໍ^ໄດ້ກາຍເປັນຫີນເສົາເອກແລ້ວ’
[18] ຜູ້ໃດທີ່ລົ້ມທັບຫີນນັ້ນ ຜູ້ນັ້ນຈະແຕກຫັກເປັນປ່ຽງໄປ ແລະຖ້າຫີນນັ້ນຕົກທັບຜູ້ໃດ ຜູ້ນັ້ນກໍຈະແຫລກໝຸ່ນເປັນຂີ້ຝຸ່ນດິນໄປ.”
[19] ຝ່າຍພວກທຳມະຈານ ແລະ ພວກຫົວໜ້າປະໂຣຫິດຮູ້ຢູ່ວ່າ, ພຣະອົງຊົງກ່າວຄຳອຸປະມານີ້ຕໍ່ສູ້ພວກເຂົາ ພວກເຂົາຈຶ່ງວາງແຜນຈັບພຣະອົງ ແຕ່ພວກເຂົາຢ້ານປະຊາຊົນ.
[20] ພວກເຂົາຈຶ່ງຕິດຕາມເບິ່ງພຣະອົງ ແລະໃຊ້ຄົນສອດແນມໃຫ້ປອມຕົວເໝືອນເປັນຄົນສັດຊື່ ເພື່ອຫວັງຈະຈັບຜິດໃນຖ້ອຍຄຳຂອງ^ພຣະອົງ ເພື່ອຈະມອບພຣະອົງໄວ້ໃນອຳນາດ ແລະ ອາດຍາສິດຂອງ^ຜູ້ປົກຄອງ.
[21] ພວກເຂົາຈຶ່ງຖາມພຣະອົງວ່າ, “ອາຈານ^ເອີຍ ພວກເຮົາຮູ້ວ່າຖ້ອຍຄຳທີ່ທ່ານກ່າວ ແລະສັ່ງສອນນັ້ນຖືກຕ້ອງ ແລະໂດຍບໍ່ເຫັນແກ່ໜ້າຜູ້ໃດ, ແຕ່ສັ່ງສອນຫົນທາງຂອງ^ພຣະເຈົ້າຢ່າງສັດຊື່.
[22] ຈົ່ງບອກພວກເຮົາແດ່ວ່າ, ເປັນການຜິດກົດບັນຍັດຂອງ^ພວກເຮົາບໍ ທີ່ເສຍພາສີໃຫ້ກາຍຊາ ຜິດ ຫລືວ່າບໍ່ຜິດ?”
[23] ແຕ່ພຣະອົງຊົງຢັ່ງຮູ້ເຖິງກົນອຸບາຍຂອງ^ພວກເຂົາຈຶ່ງກ່າວແກ່ພວກເຂົາວ່າ,
[24] “ຈົ່ງເອົາເງິນຫລຽນມາໃຫ້ເບິ່ງດູ ຮູບແລະຊື່ທີ່ຈາລຶກໄວ້ໃນຫລຽນນີ້ ເປັນຂອງ^ຜູ້ໃດ?” ພວກເຂົາຕອບວ່າ, “ເປັນຂອງ^ກາຍຊາ.”
[25] ແລ້ວພຣະອົງຊົງກ່າວກັບພວກເຂົາວ່າ, “ເຫດສະນັ້ນ ສິ່ງທີ່ເປັນຂອງ^ກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງ^ພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ.”
[26] ຕໍ່ໜ້າປະຊາຊົນຢູ່ທີ່ນັ້ນ ພວກເຂົາຈັບຜິດພຣະອົງເລື່ອງໃດໆບໍ່ໄດ້ເລີຍ. ດັ່ງນັ້ນ ພວກເຂົາຈຶ່ງງຶດປະຫລາດ^ໃຈໃນຄຳຕອບຂອງ^ພຣະອົງ ຈຶ່ງມິດງຽບຢູ່.
[27] ຍັງມີພວກຊາດູກາຍບາງຄົນມາຫາພຣະອົງ ແມ່ນພວກນີ້ທີ່ຖືວ່າ ຄົນຈະບໍ່ເປັນຄືນມາຈາກຕາຍ ພວກເຂົາຖາມພຣະອົງວ່າ,
[28] “ອາຈານ^ເອີຍ, ໂມເຊໄດ້ຂຽນກົດບັນຍັດນີ້ສຳລັບພວກເຮົາວ່າ, ‘ຖ້າອ້າຍຂອງ^ຊາຍຄົນໜຶ່ງຕາຍປະເມຍຂອງຕົນໂດຍບໍ່ມີລູກ ຕ້ອງໃຫ້ນ້ອງຊາຍຂອງ^ຜູ້ຕາຍນັ້ນ ເອົາເອື້ອຍໃພ້ຂອງຕົນເປັນເມຍ ເພື່ອສືບເຊື້ອສາຍໃຫ້ອ້າຍຂອງຕົນທີ່ຕາຍໄປແລ້ວນັ້ນ.’
[29] ຄັ້ງໜຶ່ງ ຍັງມີອ້າຍນ້ອງເຈັດຄົນນຳກັນ ອ້າຍກົກແຕ່ງງານແລ້ວ ແລະຕາຍໄປໂດຍບໍ່ມີລູກ.
[30] ແລະຜູ້ທີສອງ ກໍເອົານາງມາເປັນເມຍ,
[31] ແລະຕໍ່ມາຜູ້ທີສາມ ກໍເຮັດເຊັ່ນດຽວ^ກັນ ເຫດການເຊັ່ນດຽວ^ກັນນີ້ ໄດ້ເກີດຂຶ້ນກັບທັງເຈັດຄົນ ຄືພວກເຂົາຕາຍໄປໂດຍບໍ່ມີລູກ.
[32] ໃນທີ່ສຸດ ຍິງນັ້ນກໍໄດ້ຕາຍໄປເໝືອນກັນ.
[33] ບັດນີ້ ໃນວັນທີ່ຄົນຕາຍເປັນຄືນມາສູ່ຊີວິດນັ້ນ ຍິງນີ້ຈະເປັນເມຍຂອງ^ຜູ້ໃດ? ດ້ວຍວ່າ, ຊາຍທັງເຈັດຄົນຕ່າງກໍໄດ້ເປັນຜົວຂອງ^ນາງ.”
[34] ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ຊາຍແລະຍິງໃນໂລກນີ້ມີການແຕ່ງງານກັນ,
[35] ແຕ່ຊາຍແລະຍິງຜູ້ທີ່ສົມຄວນເປັນຄືນມາຈາກຕາຍ ແລະດຳລົງຊີວິດຢູ່ໃນໂລກໜ້າຈະບໍ່ມີການແຕ່ງງານກັນ ຫລືຍົກໃຫ້ເປັນຜົວເມຍກັນ.
[36] ພວກເຂົາຈະເປັນດັ່ງຝູງເທວະດາທີ່ຕາຍບໍ່ເປັນ ເພາະພວກເຂົາເປັນລູກຂອງ^ພຣະເຈົ້າ ເພາະວ່າພວກເຂົາເປັນຄືນມາຈາກຕາຍແລ້ວ.
[37] ແຕ່ວ່າ ຄົນຕາຍຖືກບັນດານໃຫ້ເປັນຄືນມາສູ່ຊີວິດນັ້ນ ໂມເຊໄດ້ສະແດງໃນເລື່ອງພຸ່ມໄມ້ ເພິ່ນໄດ້ເອີ້ນອົງພຣະ^ຜູ້^ເປັນເຈົ້າວ່າ, ‘ຊົງເປັນພຣະເຈົ້າຂອງ^ອັບຣາຮາມ, ອີຊາກ ແລະ ຢາໂຄບ.’
[38] ພຣະອົງແມ່ນພຣະເຈົ້າຂອງ^ຄົນເປັນ, ບໍ່ແມ່ນພຣະເຈົ້າຂອງ^ຄົນຕາຍ. ດ້ວຍວ່າ, ສຳລັບພຣະອົງແລ້ວ ທຸກຄົນມີຊີວິດຢູ່.”
[39] ແລ້ວທຳມະຈານບາງຄົນກໍເວົ້າຂຶ້ນວ່າ, “ອາຈານ^ເອີຍ ທ່ານເວົ້າໄດ້ດີຫລາຍ”
[40] ເພາະວ່າ ພວກເຂົາບໍ່ກ້າຖາມອັນໃດກັບພຣະອົງອີກຕໍ່ໄປ.
[41] ແລ້ວພຣະເຢຊູເຈົ້າຊົງຖາມພວກເຂົາວ່າ, “ເປັນໄປໄດ້ຢ່າງໃດ ທີ່ຄົນເວົ້າວ່າ ພຣະຄຣິດເປັນບຸດຂອງ^ດາວິດ?
[42] ດ້ວຍວ່າ, ກະສັດດາວິດໄດ້ຊົງກ່າວໄວ້ ໃນພຣະທຳເພງສັນລະເສີນວ່າ, ‘ອົງພຣະ^ຜູ້^ເປັນເຈົ້າຊົງກ່າວກັບ ພຣະອົງເຈົ້າຂອງ^ຂ້ານ້ອຍວ່າ, ຈົ່ງນັ່ງເບື້ອງຂວາມືຂອງເຮົາ
[43] ຈົນກວ່າເຮົາຈະປາບສັດຕູ ຂອງເຈົ້າ^ທັງຫລາຍ ໃຫ້ຢູ່ໃຕ້ຕີນຂອງ^ເຈົ້າ.’
[44] ເມື່ອດາວິດເອີ້ນເພິ່ນວ່າ, ‘ພຣະອົງເຈົ້າ’ ສະນັ້ນ ພຣະຄຣິດເປັນບຸດຂອງ^ດາວິດໄດ້ຢ່າງໃດ?”
[45] ຂະນະທີ່ປະຊາຊົນທັງຫລາຍຟັງພຣະເຢຊູເຈົ້າຢູ່ນັ້ນ ພຣະອົງກໍກ່າວແກ່ພວກສາວົກວ່າ,
[46] “ຈົ່ງລະວັງພວກທຳມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອລ່າມຍ່າງໄປມາ ແລະມັກໃຫ້ຄົນຄຳນັບດ້ວຍຄວາມນັບຖືຕາມຕະຫລາດ ພວກເຂົາເລືອກນັ່ງບ່ອນທີ່ຄົນເຫັນໃນທຳມະສາລາ ແລະ ໃນງານກິນລ້ຽງ,
[47] ນອກຈາກນີ້ ພວກເຂົາຍັງສໍ້ໂກງເອົາສິ່ງຂອງ ຂອງພວກແມ່ໝ້າຍ ແລະເຮັດທຳທ່າພາວັນນາ^ອະທິຖານຢ່າງຍືດຍາວ ໂທດຂອງ^ຄົນເຫລົ່ານີ້ແມ່ນໜັກທີ່ສຸດ.”