[1] ແລ້ວທີ່ປະຊຸມທັງໝົດໄດ້ລຸກຂຶ້ນ ແລະຄຸມຕົວພຣະເຢຊູເຈົ້າໄປຫາປີລາດ.
[2] ໃນທີ່ນັ້ນ ພວກເຂົາໄດ້ເລີ່ມກ່າວຟ້ອງພຣະອົງວ່າ, “ພວກເຮົາຈັບຄົນນີ້ໄດ້ ໃນຂະນະທີ່ກຳລັງຊັກຊວນປະຊາຊົນຂອງ^ພວກເຮົາ ໃຫ້ກໍ່ການປັ່ນປ່ວນ ໂດຍຫ້າມບໍ່ໃຫ້ເສຍສ່ວຍແກ່ຈັກກະພັດ ແລະອ້າງຕົນວ່າ ເປັນພຣະຄຣິດຄືກະສັດຜູ້ໜຶ່ງ.”
[3] ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງ^ຊາວຢິວບໍ?” ພຣະອົງຊົງຕອບວ່າ, “ທ່ານເວົ້າເອງ.”
[4] ແລ້ວປີລາດກໍເວົ້າກັບພວກຫົວໜ້າປະໂຣຫິດ ແລະປະຊາຊົນວ່າ, “ເຮົາບໍ່ເຫັນຄວາມຜິດໃນຊາຍຜູ້ນີ້ຈັກປະການ.”
[5] ແຕ່ພວກເຂົາເວົ້າຢືນຢັນຕື່ມຢ່າງໜັກແໜ້ນວ່າ, “ຄົນນີ້ໄດ້ຍຸຍົງຄົນທັງຫລາຍໃຫ້ລຸກຮື້ຂຶ້ນ ແລະສັ່ງສອນທົ່ວທັງແຂວງຢູດາຍ ເລີ່ມຕົ້ນທີ່ແຂວງຄາລີເລ ແລະບັດນີ້ກໍມາຮອດທີ່ນີ້ແລ້ວ.”
[6] ເມື່ອປີລາດໄດ້ຍິນພວກເຂົາເວົ້າຊື່ຄາລີເລ ຈຶ່ງຖາມວ່າ, “ຊາຍຄົນນີ້ເປັນຊາວຄາລີເລບໍ?”
[7] ພໍໄດ້ຮູ້ວ່າ ພຣະເຢຊູເຈົ້າມາຈາກຂົງເຂດທີ່ເຮໂຣດປົກຄອງ ເພິ່ນຈຶ່ງສົ່ງພຣະອົງໄປຫາເຮໂຣດ ຜູ້ທີ່ໃນເວລານັ້ນຍັງຢູ່ໃນນະຄອນເຢຣູຊາເລັມ.
[8] ເຮໂຣດດີໃຈທີ່ສຸດ ເມື່ອໄດ້ເຫັນພຣະເຢຊູເຈົ້າ ເພາະເພິ່ນໄດ້ຍິນເຖິງເລື່ອງພຣະອົງ ແລະລໍຄອຍທີ່ຢາກຈະເຫັນພຣະອົງມາດົນແລ້ວ ເພິ່ນຫວັງທີ່ຈະເຫັນພຣະເຢຊູເຈົ້າເຮັດການອັດສະຈັນບາງ^ປະການ.
[9] ດັ່ງນັ້ນ ເຮໂຣດຈຶ່ງຖາມພຣະເຢຊູເຈົ້າຫລາຍຂໍ້ ແຕ່ພຣະອົງບໍ່ຕອບຈັກຄຳ.
[10] ພວກຫົວໜ້າປະໂຣຫິດແລະພວກທຳມະຈານກໍຢູ່ທີ່ນັ້ນ ກ່າວຟ້ອງພຣະອົງຢ່າງແຂງແຮງ.
[11] ຝ່າຍເຮໂຣດກັບທະຫານຂອງຕົນຕ່າງກໍເຢາະເຢີ້ຍ ແລະດູໝິ່ນພຣະອົງ ແລ້ວພວກເຂົາກໍເອົາເສື້ອໂຕທີ່ງົດງາມໃຫ້ພຣະອົງນຸ່ງ ແລະສົ່ງພຣະອົງຄືນໄປຫາປີລາດ.
[12] ໃນວັນນັ້ນເອງ ເຮໂຣດກັບປີລາດໄດ້ຄືນດີກັນ, ແຕ່ກ່ອນ ທັງສອງເປັນສັດຕູຕໍ່ກັນ.
[13] ແລ້ວປີລາດກໍເອີ້ນພວກຫົວໜ້າປະໂຣຫິດ ບັນດາຜູ້ນຳ ແລະປະຊາຊົນມາປະຊຸມກັນ
[14] ແລະ ເວົ້າກັບພວກເຂົາວ່າ, “ເຈົ້າ^ທັງຫລາຍໄດ້ນຳຊາຍຄົນນີ້ມາ ແລະກ່າວຫາວ່າ ລາວເປັນຜູ້ຊັກຊວນປະຊາຊົນໃຫ້ຫລົງຜິດ ບັດນີ້ ເຮົາສືບສວນລາວຊ້ອງໜ້າພວກເຈົ້າແລ້ວ ແລະເຮົາບໍ່ເຫັນຄວາມຜິດໃນຂໍ້ໃດ^ຂໍ້ໜຶ່ງ ຕາມທີ່ພວກເຈົ້າກ່າວຫາລາວນັ້ນແຕ່ປະການໃດ.
[15] ຕະຫລອດທັງເຮໂຣດດ້ວຍ ກໍບໍ່ພົບຄວາມຜິດແຕ່ປະການໃດເໝືອນກັນ ຈຶ່ງສົ່ງລາວກັບມາຍັງພວກເຮົາ ຊາຍຄົນນີ້ບໍ່ໄດ້ເຮັດຜິດປະການໃດທີ່ສົມຄວນຕ້ອງຕາຍ.
[16] ດັ່ງນັ້ນ ເຮົາຈຶ່ງສັ່ງໃຫ້ຂ້ຽນລາວແລ້ວປ່ອຍລາວໄປ.” [
[17] ດ້ວຍວ່າ, ໃນງານເທດສະການນັ້ນ ເພິ່ນຕ້ອງປ່ອຍຄົນໜຶ່ງໃຫ້ພວກເຂົາ.]
[18] ປະຊາຊົນທັງໝົດຮ້ອງຂຶ້ນພ້ອມກັນວ່າ, “ເອົາມັນໄປຂ້າເສຍ ແລ້ວຈົ່ງປ່ອຍບາຣາບາໃຫ້ພວກເຮົາ.” (
[19] ບາຣາບາຜູ້ນີ້ຖືກຄຸກ ເພາະການຈະລາຈົນທີ່ໄດ້ເກີດຂຶ້ນໃນເມືອງ ແລະເພາະຂ້າຄົນ.)
[20] ສ່ວນປີລາດນັ້ນ ຍັງຕ້ອງການທີ່ຈະປ່ອຍພຣະເຢຊູເຈົ້າ. ດັ່ງນັ້ນ ເພິ່ນຈຶ່ງຮຽກຮ້ອງກັບປະຊາຊົນອີກ.
[21] ແຕ່ພວກເຂົາຮ້ອງຕອບຄືນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ ຄຶງມັນໄວ້ທີ່ໄມ້ກາງແຂນ.”
[22] ປີລາດເວົ້າກັບປະຊາຊົນເປັນເທື່ອທີສາມວ່າ, “ເປັນຫຍັງຈຶ່ງຄຶງ ຜູ້ນີ້ໄດ້ເຮັດຜິດຫຍັງ? ເຮົາບໍ່ພົບລາວເຮັດຜິດຫຍັງທີ່ສົມຄວນຕ້ອງຕາຍ ສະນັ້ນ ເມື່ອເຮົາສັ່ງໃຫ້ຂ້ຽນແລ້ວ ກໍຈະປ່ອຍລາວໄປ.”
[23] ແຕ່ປະຊາຊົນພ້ອມກັນຮ້ອງຂຶ້ນຈົນສຸດສຽງ ເພື່ອໃຫ້ພຣະອົງຖືກຄຶງໄວ້ທີ່ໄມ້ກາງແຂນ ແລະໃນທີ່ສຸດ ສຽງໂຮຮ້ອງຂອງ^ພວກເຂົາກໍຊະນະ.
[24] ດັ່ງນັ້ນ ປີລາດຈຶ່ງຕັດສິນໃຫ້ເປັນໄປຕາມຄຳຂໍຮ້ອງຂອງ^ພວກເຂົາ.
[25] ເພິ່ນໄດ້ປ່ອຍຄົນທີ່ພວກເຂົາຕ້ອງການ ຄືຜູ້ທີ່ຖືກຂັງຄຸກຢູ່ເພາະການຈະລາຈົນແລະຂ້າຄົນ ແລະເພິ່ນໄດ້ມອບພຣະເຢຊູເຈົ້າ ໃຫ້ພວກເຂົາເອົາໄປເຮັດຕາມຄວາມ^ຕ້ອງການຂອງ^ພວກເຂົາ.
[26] ເມື່ອພວກເຂົາພາພຣະອົງອອກໄປ ພວກເຂົາໄດ້ຈັບຊີໂມນໄທກີເຣເນ ທີ່ກຳລັງມາຈາກບ້ານນອກ ແລ້ວເອົາໄມ້ກາງແຂນວາງໃສ່ ໃຫ້ແບກຕາມພຣະເຢຊູເຈົ້າໄປ.
[27] ປະຊາຊົນຢ່າງໜາແໜ້ນ ໄດ້ຕາມພຣະເຢຊູເຈົ້າໄປ ໃນທ່າມກາງປະຊາຊົນນັ້ນ ມີແມ່ຍິງບາງຄົນຕີເອິກຮ້ອງໄຫ້ສຳລັບພຣະອົງ.
[28] ພຣະເຢຊູເຈົ້າຊົງຫັນໜ້າມາທາງພວກນາງ ແລະກ່າວວ່າ, “ຍິງຊາວນະຄອນເຢຣູຊາເລັມ^ເອີຍ, ຢ່າສູ່ຮ້ອງໄຫ້ສົງສານເຮົາ, ແຕ່ຈົ່ງຮ້ອງໄຫ້ສົງສານພວກເຈົ້າເອງ ກັບລູກໆຂອງ^ພວກເຈົ້າ.
[29] ດ້ວຍວ່າ, ວັນທັງຫລາຍກຳລັງຈະມາເຖິງແລ້ວ ຄົນກໍຈະເວົ້າກັນວ່າ, ‘ຍິງທີ່ເປັນ^ໝັນ ຍິງທີ່ບໍ່ເຄີຍອອກລູກ ແລະຍິງທີ່ບໍ່ເຄີຍລ້ຽງລູກ ພວກເຈົ້າກໍເປັນສຸກແທ້ນໍ’
[30] ໃນເວລານັ້ນ ປະຊາຊົນກໍຈະເວົ້າກັບພູທັງຫລາຍວ່າ, ‘ຈົ່ງເຈື່ອນລົງມາທັບພວກເຮົາສາ’ ແລະເວົ້າກັບໂນນພູທັງຫລາຍວ່າ ‘ຈົ່ງປົກບັງພວກເຮົາໄວ້ເທີ້ນ’
[31] ດ້ວຍວ່າ, ໃນເມື່ອເຂົາເຮັດເຊັ່ນນີ້ກັບໄມ້ທີ່ຍັງດິບ ເຂົາຈະເຮັດຢ່າງໃດກັບໄມ້ທີ່ແຫ້ງແລ້ວ?”
[32] ມີອີກສອງຄົນ ທີ່ເປັນຜູ້ຮ້າຍທີ່ຖືກພວກທະຫານຄຸມ ເພື່ອນຳໄປປະຫານຮ່ວມກັບພຣະເຢຊູເຈົ້າ.
[33] ເມື່ອມາຮອດບ່ອນທີ່ມີຊື່ວ່າ, “ກະໂຫລກ^ຫົວ” ພວກທະຫານກໍຄຶງພຣະອົງໄວ້ທີ່ໄມ້ກາງແຂນ ພ້ອມກັບຜູ້ຮ້າຍສອງຄົນ ຄືຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງອີກຢູ່ເບື້ອງຊ້າຍ.
[34] ພຣະເຢຊູເຈົ້າພາວັນນາ^ອະທິຖານວ່າ, “ພຣະບິດາເຈົ້າ^ເອີຍ ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ.” ແລ້ວພວກທະຫານກໍແບ່ງປັນເຄື່ອງນຸ່ງຂອງ^ພຣະອົງ ໂດຍໃຊ້ສະຫລາກ.
[35] ຝ່າຍປະຊາຊົນກໍຢືນເບິ່ງຢູ່ທີ່ນັ້ນ, ຂະນະທີ່ບັນດາຜູ້ນຳຊາວຢິວເຢາະເຢີ້ຍພຣະອົງວ່າ, “ຖ້າລາວເປັນພຣະຄຣິດ ຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ນັ້ນ ລາວຊ່ວຍຄົນອື່ນໄດ້ ໃຫ້ຊ່ວຍຕົນເອງເບິ່ງດູ”
[36] ພວກທະຫານກໍໄດ້ເຢາະເຢີ້ຍພຣະອົງເໝືອນກັນ ພວກເຂົາເຂົ້າມາຫາພຣະອົງ ແລ້ວເອົາເຫລົ້າ^ອະງຸ່ນສົ້ມໃຫ້ພຣະອົງດື່ມ
[37] ແລະ ເວົ້າວ່າ, “ຖ້າໂຕເປັນກະສັດຂອງ^ຊາວຢິວແທ້ ຈົ່ງຊ່ວຍຕົວເອງແມ.”
[38] ເທິງຫົວຂອງ^ພຣະອົງມີປ້າຍໄມ້ພ້ອມກັບມີຂໍ້ຄວາມ^ຂຽນວ່າ, “ຜູ້ນີ້ເປັນກະສັດຂອງ^ຊາດຢິວ.”
[39] ຝ່າຍຄົນໜຶ່ງໃນຜູ້ຮ້າຍ ທີ່ຖືກຄຶງໄວ້ ໄດ້ເວົ້າໝິ່ນປະໝາດຕໍ່ພຣະອົງວ່າ, “ເຈົ້າເປັນພຣະຄຣິດບໍ່ແມ່ນບໍ? ຈົ່ງຊ່ວຍຕົນເອງກັບຊ່ວຍເຮົາໃຫ້ພົ້ນເສຍ.”
[40] ແຕ່ຜູ້ຮ້າຍຄົນໜຶ່ງອີກຕຳໜິລາວ ແລະເວົ້າວ່າ, “ໂຕບໍ່ຢ້ານພຣະເຈົ້າບໍ? ໂຕກໍຖືກໂທດເໝືອນກັນກັບເພິ່ນ.
[41] ແຕ່ສຳລັບພວກເຮົາກໍສົມກັບໂທດນີ້ແທ້ ເພາະພວກເຮົາກຳລັງຮັບຜົນກຳທີ່ພວກເຮົາໄດ້ເຮັດ, ແຕ່ເພິ່ນບໍ່ໄດ້ເຮັດຜິດຫຍັງເລີຍ.”
[42] ແລ້ວລາວກໍເວົ້າກັບພຣະເຢຊູເຈົ້າວ່າ, “ພຣະເຢຊູເຈົ້າ^ເອີຍ ເມື່ອໃດທີ່ທ່ານມາໃນແຜ່ນດິນຂອງທ່ານ ໂຜດລະນຶກເຖິງຂ້ານ້ອຍດ້ວຍເທີ້ນ.”
[43] ພຣະເຢຊູເຈົ້າຊົງຕອບລາວວ່າ, “ເຮົາບອກເຈົ້າຕາມ^ຄວາມຈິງວ່າ ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸກຂະເສີມ.”
[44] ພໍປະມານທ່ຽງ ກໍເກີດມືດມົວທົ່ວແຜ່ນດິນຈົນເຖິງເວລາບ່າຍສາມໂມງ,
[45] ຜ້າກັ້ງທີ່ກາງໄວ້ໃນພຣະວິຫານ ກໍຖືກຈີກອອກເປັນສອງຕ່ອນ.
[46] ພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງວ່າ, “ພຣະບິດາເຈົ້າ^ເອີຍ ລູກຂໍມອບຈິດວິນຍານຂອງ^ລູກ ໄວ້ໃນກຳມືຂອງ^ພຣະອົງ” ແລ້ວພຣະອົງກໍຊົງສິ້ນພຣະຊົນ.
[47] ເມື່ອນາຍຮ້ອຍທະຫານເຫັນເຫດການທີ່ເກີດຂຶ້ນແລ້ວ ລາວກໍສັນລະເສີນພຣະເຈົ້າໂດຍເວົ້າວ່າ, “ຈິງແທ້ແລ້ວ ທ່ານຜູ້ນີ້ບໍ່ມີຄວາມຜິດ.”
[48] ເມື່ອປະຊາຊົນທີ່ໄດ້ເຕົ້າໂຮມກັນໃນທີ່ນັ້ນ ເພື່ອເບິ່ງເລື່ອງແປກ^ປະຫລາດ ທີ່ເກີດຂຶ້ນ ເມື່ອໄດ້ເຫັນເຫດການນັ້ນແລ້ວ ຕ່າງກໍກັບເມືອເຮືອນຂອງ^ໃຜລາວ ທັງຕີເອິກດ້ວຍຄວາມ^ທຸກໃຈ.
[49] ທຸກຄົນທີ່ຮູ້ຈັກພຣະເຢຊູເຈົ້າເປັນການສ່ວນຕົວ ຕະຫລອດທັງພວກແມ່ຍິງທີ່ໄດ້ຕິດຕາມພຣະອົງມາແຕ່ແຂວງຄາລີເລ ຕ່າງກໍຢືນເຝົ້າຖ້າເບິ່ງຢູ່ຫ່າງໆ.
[50] ແລະເບິ່ງແມ! ມີຊາຍຄົນໜຶ່ງ ຊື່ໂຢເຊັບ ເປັນສະມາຊິກແຫ່ງສານສູງສຸດ ເພິ່ນເປັນຄົນດີແລະສັດຊື່.
[51] ເພິ່ນຜູ້ນີ້ບໍ່ໄດ້ເຫັນດີຕາມມະຕິ ແລະການເຮັດຂອງ^ພວກເຂົາ ເພິ່ນເປັນໄທບ້ານອາຣີມາທາຍ ຊຶ່ງເປັນບ້ານຂອງ^ຊາດຢິວ ທັງເປັນຜູ້ຄອຍຖ້າຣາຊອານາຈັກຂອງ^ພຣະເຈົ້າ.
[52] ເພິ່ນໄດ້ເຂົ້າໄປຫາປີລາດ ແລະຂໍເອົາພຣະສົບຂອງ^ພຣະເຢຊູເຈົ້າ.
[53] ແລ້ວເພິ່ນກໍເອົາພຣະສົບນັ້ນ ລົງມາຈາກໄມ້ກາງແຂນ ໃຊ້ຜ້າປ່ານຫໍ່ ແລະນຳໄປວາງໄວ້ໃນອຸບມຸງແຫ່ງໜຶ່ງ ທີ່ເຈາະໄວ້ໃນໂງ່ນຫີນ ແລະອຸບມຸງນີ້ຍັງບໍ່ເຄີຍວາງສົບຜູ້ໃດຈັກເທື່ອ.
[54] ວັນນັ້ນເປັນວັນຈັດຕຽມ (ວັນສຸກ) ແລະເກືອບຈະເຖິງວັນ^ຊະບາໂຕແລ້ວ.
[55] ສ່ວນພວກແມ່ຍິງທີ່ຕິດຕາມພຣະອົງມາຈາກແຂວງຄາລີເລ ກໍໄປກັບໂຢເຊັບ ແລະໄດ້ເຫັນອຸບມຸງ, ພວກນາງໄດ້ເຫັນເຂົາວາງພຣະສົບໄວ້ຢູ່ໃນທີ່ນັ້ນຢ່າງໃດ.
[56] ແລ້ວພວກນາງກໍກັບຄືນເມືອເຮືອນ ແລະຈັດຕຽມເຄື່ອງຫອມ ແລະນໍ້າມັນຫອມສຳລັບສົງພຣະສົບ. ໃນວັນ^ຊະບາໂຕ ພວກນາງຕ້ອງຢຸດພັກຜ່ອນຕາມກົດບັນຍັດ.