[1] ຕໍ່ມາ ພວກຄົນ^ເກັບພາສີແລະຄົນ^ນອກສິນທຳ ເຂົ້າມາໃກ້ພຣະເຢຊູເຈົ້າເພື່ອຟັງພຣະອົງກ່າວ,
[2] ພວກຟາຣີຊາຍກັບພວກທຳມະຈານກໍເລີ່ມຈົ່ມວ່າ, “ຄົນນີ້ຕ້ອນຮັບຄົນ^ນອກສິນທຳ ແລະຍັງຮ່ວມກິນນຳພວກເຂົາດ້ວຍ”
[3] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວຄຳອຸປະມານີ້ສູ່ພວກເຂົາຟັງວ່າ,
[4] “ມີຄົນໃດແດ່ໃນພວກເຈົ້າມີແກະຢູ່ຮ້ອຍໂຕ ແລະໂຕໜຶ່ງເສຍໄປ ຄົນນັ້ນຈະເຮັດຢ່າງໃດ? ລາວຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນທົ່ງຫຍ້າ ແລະໄປຊອກຫາໂຕທີ່ເສຍນັ້ນຈົນພົບບໍ?
[5] ເມື່ອພົບແລ້ວ ລາວກໍດີໃຈທີ່ສຸດ ຈຶ່ງຍົກແກະນັ້ນໃສ່ບ່າຂອງຕົນ
[6] ແລະແບກກັບມາ ເມື່ອຮອດເຮືອນແລ້ວ ລາວກໍເອີ້ນບັນດາມິດ^ສະຫາຍ ແລະເພື່ອນບ້ານຂອງຕົນມາ ແລະເວົ້າວ່າ, ‘ຂ້ອຍດີໃຈຫລາຍ ເພາະຂ້ອຍໄດ້ພົບແກະຂອງຂ້ອຍທີ່ເສຍໄປ ຈົ່ງຮ່ວມກັນສະຫລອງເທາະ’
[7] ໃນທຳນອງ^ດຽວກັນນັ້ນແຫລະ ເຮົາບອກເຈົ້າ^ທັງຫລາຍວ່າ, ໃນສະຫວັນຈະມີຄວາມ^ຊົມຊື່ນ^ຍິນດີຫລາຍ ທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າ^ເອົາໃຈໃໝ່ ຫລາຍກວ່າຄົນສິນທຳເກົ້າສິບເກົ້າຄົນ ທີ່ບໍ່ຕ້ອງການຖິ້ມໃຈເກົ່າ^ເອົາໃຈໃໝ່.”
[8] “ແລະ ມີຍິງຄົນໜຶ່ງທີ່ມີເງິນຢູ່ສິບຫລຽນ ແລະຫລຽນໜຶ່ງເສຍໄປ ນາງຈະເຮັດຢ່າງໃດ? ນາງຈະບໍ່ໄຕ້ໂຄມ, ກວາດເຮືອນ ແລະຄົ້ນຫາຢ່າງຖ້ວນຖີ່ ຈົນກວ່າຈະພົບບໍ?
[9] ເມື່ອພົບແລ້ວ ນາງກໍເອີ້ນບັນດາມິດ^ສະຫາຍ ແລະເພື່ອນບ້ານຂອງຕົນມາ ແລະເວົ້າວ່າ ‘ຂ້ອຍດີໃຈຫລາຍ ເພາະຂ້ອຍໄດ້ພົບເງິນຫລຽນຂອງຂ້ອຍທີ່ເສຍໄປ ຈົ່ງມາຮ່ວມຊົມຊື່ນ^ຍິນດີກັບຂ້ອຍເທີ້ນ.’
[10] ໃນທຳນອງ^ດຽວກັນນັ້ນແຫລະ ເຮົາບອກເຈົ້າ^ທັງຫລາຍວ່າ, ຝູງເທວະດາຂອງ^ພຣະເຈົ້າກໍຊົມຊື່ນ^ຍິນດີ ທີ່ມີຄົນບາບຜູ້ໜຶ່ງຖິ້ມໃຈເກົ່າ^ເອົາໃຈໃໝ່.”
[11] ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ໄປວ່າ, “ມີຊາຍຄົນໜຶ່ງມີລູກຊາຍຢູ່ສອງຄົນ.
[12] ຜູ້ນ້ອງເວົ້າກັບພໍ່ວ່າ, ‘ພໍ່^ເອີຍ ຈົ່ງແບ່ງຊັບສິນສ່ວນທີ່ຈະຕົກເປັນຂອງ^ລູກນັ້ນ ໃຫ້ລູກສາ.’ ດັ່ງນັ້ນ ພໍ່ຈຶ່ງໄດ້ແບ່ງຊັບສິນໃຫ້ລູກຊາຍທັງສອງຂອງຕົນ.
[13] ຕໍ່ມາບໍ່ເທົ່າໃດວັນ ຜູ້ເປັນນ້ອງກໍໄດ້ຮວບຮວມເອົາຊັບສິນ ທີ່ຕົກເປັນສ່ວນຂອງຕົນນັ້ນ ແລະອອກຈາກບ້ານໄປເພື່ອໄປທ່ຽວແດນໄກ ແລະໄດ້ຜານຊັບຂອງຕົນຢູ່ທີ່ນັ້ນ ໃນການຢູ່ກິນຢ່າງຟຸມເຟືອຍ.
[14] ຫລັງຈາກລາວໄດ້ໃຊ້ຈ່າຍຊັບຈົນໝົດກ້ຽງແລ້ວ ກໍເກີດການອຶດຢາກອັນຮ້າຍແຮງທົ່ວປະເທດ ແລ້ວລາວຕົກຢູ່ໃນຄວາມ^ຂັດສົນ.
[15] ດັ່ງນັ້ນ ລາວຈຶ່ງໄປຂໍຮັບຈ້າງຢູ່ນຳຄົນໜຶ່ງໃນເມືອງນັ້ນ ແລະຄົນນັ້ນກໍໃຊ້ລາວອອກໄປລ້ຽງໝູທີ່ທົ່ງນາ.
[16] ລາວຄິດຢາກກິນໝາກຖົ່ວທີ່ໝູກິນໃຫ້ອີ່ມທ້ອງ ແຕ່ບໍ່ມີຜູ້ໃດເອົາໃຫ້ລາວກິນ.
[17] ໃນທີ່ສຸດ ລາວກໍສຳນຶກຕົວໄດ້ ແລະເວົ້າກັບຕົນເອງວ່າ, ‘ລູກຈ້າງທຸກຄົນຂອງ^ພໍ່ເຮົາ ກໍຍັງມີອາຫານກິນຢ່າງເຫລືອເຟືອ ສ່ວນເຮົາກຳລັງຕາຍຫິວຢູ່ທີ່ນີ້
[18] ເຮົາຈະລຸກຂຶ້ນເມືອຫາພໍ່ຂອງເຮົາ ແລະເວົ້າວ່າ, ‘ພໍ່^ເອີຍ ລູກໄດ້ເຮັດບາບຕໍ່ສູ້ພຣະເຈົ້າ ແລະຕໍ່ສູ້ພໍ່ແລ້ວ.
[19] ລູກບໍ່ສົມຄວນທີ່ມີຊື່ວ່າ ເປັນລູກຂອງ^ພໍ່ອີກຕໍ່ໄປ, ແຕ່ຂໍໃຫ້ລູກເປັນເໝືອນລູກຈ້າງຄົນໜຶ່ງຂອງ^ພໍ່.’
[20] ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ຄືນເມືອຫາພໍ່ຂອງຕົນ. ຂະນະທີ່ຍັງຢູ່ຫ່າງໄກຈາກບ້ານພໍສົມຄວນ ພໍ່ກໍແນມເຫັນລາວ ແລ້ວມີຄວາມ^ເມດຕາສົງສານ ຈຶ່ງແລ່ນອອກໄປກອດລູກໄວ້ດ້ວຍຄວາມ^ຮັກແພງ.
[21] ຜູ້ເປັນລູກຈຶ່ງເວົ້າວ່າ, ‘ພໍ່^ເອີຍ ລູກໄດ້ເຮັດບາບຕໍ່ພຣະເຈົ້າ ແລະຕໍ່ພໍ່ແລ້ວ ລູກບໍ່ສົມຄວນທີ່ມີຊື່ວ່າ, ເປັນລູກຂອງ^ພໍ່ອີກຕໍ່ໄປ.’
[22] ແຕ່ຜູ້ເປັນພໍ່ເອີ້ນບັນດາຄົນ^ຮັບໃຊ້ຂອງຕົນມາ ເພິ່ນເວົ້າວ່າ, ‘ໄວໆ ຟ້າວເອົາເຄື່ອງຢ່າງດີ^ທີ່ສຸດມາໃຫ້ລູກຂອງເຮົານຸ່ງ ຈົ່ງເອົາແຫວນມາສວມໃສ່ນິ້ວມື ແລະສຸບເກີບໃສ່ຕີນໃຫ້ລູກຂອງເຮົາ.
[23] ແລ້ວຈົ່ງໄປເອົາງົວໜຸ່ມໂຕຕຸ້ຍພີດີງາມມາຂ້າ ແລະຈັດງານກິນລ້ຽງ ແລະຮ່ວມກັນຊົມຊື່ນ^ຍິນດີ.
[24] ດ້ວຍວ່າ, ລູກເຮົາຄົນນີ້ຕາຍແລ້ວ ແຕ່ບັດນີ້ລາວມີຊີວິດຢູ່ ລາວເສຍໄປແລ້ວ ແຕ່ບັດນີ້ເຮົາໄດ້ພົບລາວອີກ.’ ແລະພວກເຂົາກໍໄດ້ຕັ້ງຕົ້ນຊົມຊື່ນ^ຍິນດີ.
[25] ໃນລະຫວ່າງນັ້ນ ລູກຊາຍຜູ້ກົກກໍຢູ່ທີ່ທົ່ງນາ ເມື່ອກັບມາໃກ້ຈະຮອດເຮືອນແລ້ວ ລາວໄດ້ຍິນສຽງເພງ ແລະສຽງຄົນກຳລັງຟ້ອນລຳ.
[26] ດັ່ງນັ້ນ ລາວຈຶ່ງໄດ້ເອີ້ນຄົນ^ຮັບໃຊ້ຜູ້ໜຶ່ງມາ ແລະຖາມວ່າ, ‘ມີຫຍັງເກີດຂຶ້ນ?’
[27] ຄົນ^ຮັບໃຊ້ຜູ້ນັ້ນຕອບວ່າ, ‘ນ້ອງຊາຍຂອງ^ທ່ານກັບມາແລ້ວ ແລະພໍ່ຂອງ^ທ່ານໄດ້ຂ້າງົວໜຸ່ມໂຕຕຸ້ຍພີດີງາມຕ້ອນຮັບ ເພາະເພິ່ນໄດ້ລາວຄືນມາດ້ວຍຄວາມ^ສະຫວັດດີພາບ.’
[28] ຝ່າຍອ້າຍກໍໃຈຮ້າຍຫລາຍ ຈົນບໍ່ຍອມເຂົ້າມາໃນເຮືອນ. ດັ່ງນັ້ນ ຜູ້ພໍ່ຈຶ່ງອອກໄປອອຍໃຈໃຫ້ເຂົ້າມາ.
[29] ແຕ່ລາວໄດ້ຕອບພໍ່ວ່າ, ‘ເບິ່ງແມ! ລູກໄດ້ເຮັດວຽກໃຫ້ພໍ່ດັ່ງທາດຕະຫລອດມາຫລາຍປີ ແລະລູກບໍ່ເຄີຍຝ່າຝືນຄຳສັ່ງຂອງ^ພໍ່ຈັກເທື່ອ ແຕ່ພໍ່ຍັງບໍ່ໃຫ້ແມ່ນແຕ່ລູກແກະໂຕດຽວ ເພື່ອຈັດງານລ້ຽງໃຫ້ໝູ່ເພື່ອນມາຮ່ວມຊົມຊື່ນ^ຍິນດີ.
[30] ແຕ່ເມື່ອລູກຊາຍຂອງ^ພໍ່ຄົນນີ້ ຜູ້ທີ່ໄດ້ຜານຊັບສິນຂອງ^ພໍ່ດ້ວຍການຄົບຫາກັບພວກຍິງໂສເພນີ ກັບຄືນມາແລ້ວ ພໍ່ກໍຍັງຂ້າງົວເຖິກໂຕດີທີ່ສຸດ ຈັດງານລ້ຽງໃຫ້ມັນ.’
[31] ພໍ່ຕອບວ່າ, ‘ລູກ^ເອີຍ ເຈົ້າຢູ່ກັບພໍ່ທີ່ນີ້ສະເໝີ ແລະທຸກໆສິ່ງທີ່ພໍ່ມີກໍເປັນຂອງ^ເຈົ້າ.
[32] ແຕ່ພວກເຮົາສົມຄວນຮ່ວມຊົມຊື່ນ^ຍິນດີ ເພາະນ້ອງຂອງ^ເຈົ້າຄົນນີ້ຕາຍແລ້ວ ແຕ່ບັດນີ້ມີຊີວິດຢູ່ ລາວເສຍໄປແລ້ວ ແຕ່ບັດນີ້ ຍັງໄດ້ພົບອີກ.’”