Skip to content
Opens in a new window
Listen to this chapter • 10:07

[1] ວັນ​ໜຶ່ງ ໃນ​ວັນ^ຊະບາໂຕ ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຜ່ານ​ທົ່ງນາ ພວກ​ສາວົກ​ຂອງ^ພຣະອົງ​ໄດ້​ເດັດ​ເອົາ​ຮວງເຂົ້າ ແລະ​ເກັດ​ກິນ.

[2] ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ກົດບັນຍັດ​ຂອງ^ພວກເຮົາ​ບໍ່​ອະນຸຍາດ​ໃຫ້​ເຮັດ​ໃນ​ວັນ^ຊະບາໂຕ?”

[3] ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ໄດ້​ອ່ານ​ບໍ​ກ່ຽວກັບ​ສິ່ງ​ທີ່​ດາວິດ​ໄດ້​ເຮັດ​ເມື່ອ​ລາວ ແລະ​ຄົນ​ຂອງຕົນ​ຫິວ​ເຂົ້າ?

[4] ຄື​ລາວ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະຖິດ​ຂອງ^ພຣະເຈົ້າ ເອົາ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ມາ​ກິນ ແລະ​ຍັງ​ແບ່ງປັນ​ໃຫ້​ພັກພວກ​ຂອງຕົນ​ກິນ​ດ້ວຍ, ຊຶ່ງ​ກົດບັນຍັດ​ຫ້າມ​ບໍ່​ໃຫ້​ຜູ້ໃດ​ກິນ​ເຂົ້າຈີ່​ນີ້ ນອກຈາກ​ປະໂຣຫິດ​ເທົ່ານັ້ນ.”

[5] ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ບອກ​ພວກເຂົາ​ວ່າ, “ບຸດ​ມະນຸດ​ເປັນ​ອົງພຣະ^ຜູ້^ເປັນເຈົ້າ​ຂອງ​ວັນ^ຊະບາໂຕ.”

[6] ໃນ​ວັນ^ຊະບາໂຕ​ອີກ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ສັ່ງສອນ​ໃນທີ່ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ທີ່​ມື​ເບື້ອງ​ຂວາ​ລີບ.

[7] ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ​ບາງຄົນ ຢາກ​ຫາ​ຂໍ້​ຟ້ອງ​ພຣະເຢຊູເຈົ້າ​ວ່າ ເຮັດ​ຜິດ ພວກເຂົາ​ຈຶ່ງ​ຊອມ​ເບິ່ງ​ວ່າ ພຣະອົງ​ຈະ​ໂຜດ​ຮັກສາ​ຄົນ​ໃຫ້​ດີ​ພະຍາດ​ໃນ​ວັນ^ຊະບາໂຕ​ຫລື​ບໍ່.

[8] ແຕ່​ພຣະເຢຊູເຈົ້າ ຮູ້ຈັກ​ຄວາມ^ຄິດ​ຂອງ^ພວກເຂົາ ຈຶ່ງ​ກ່າວ​ແກ່​ຊາຍ​ມື​ລີບ​ນັ້ນ​ວ່າ, “ຈົ່ງ​ຢືນ​ຂຶ້ນ ແລະ​ມາ​ທາງ​ໜ້າ​ພີ້.” ຊາຍ​ຄົນ​ນັ້ນ​ຈຶ່ງ​ລຸກ​ຂຶ້ນ ແລະ​ໄປ​ຢືນ​ໃນທີ່ນັ້ນ.

[9] ແລ້ວ​ພຣະເຢຊູເຈົ້າ ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ, ‘ກົດ​ວັນ^ຊະບາໂຕ​ຂອງ^ພວກເຮົາ​ອະນຸຍາດ​ໃຫ້​ພວກເຮົາ​ເຮັດ​ດີ ຫລື​ເຮັດ​ຊົ່ວ? ໃຫ້​ຊ່ວຍ​ຊີວິດ​ໄວ້ ຫລື​ໃຫ້​ທຳລາຍ​ຊີວິດ​ຖິ້ມ?’”

[10] ພຣະອົງ​ຫລຽວ​ເບິ່ງ​ໜ້າ​ພວກເຂົາ​ທຸກຄົນ​ແລ້ວ​ກ່າວ ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ເຈົ້າ​ອອກ” ຊາຍ​ມື​ລີບ​ຢຽດ​ມື​ຂອງຕົນ​ອອກ ແລະ​ມື​ຂອງ^ລາວ​ກໍດີ​ເປັນ​ປົກກະຕິ.

[11] ຝ່າຍ​ຄົນ​ເຫລົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ^ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.

[12] ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ^ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ^ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ.

[13] ຄັນ​ຮຸ່ງ​ເຊົ້າ​ແລ້ວ, ພຣະອົງ​ໄດ້​ເອີ້ນ​ບັນດາ​ສາວົກ​ມາ​ຫາ​ພຣະອົງ ແລະ​ໃນ​ພວກເຂົາ​ພຣະອົງ​ເລືອກ​ເອົາ​ສິບສອງ​ຄົນ ແລ້ວ​ພຣະອົງ​ຊົງ​ຕັ້ງ​ຊື່​ໃຫ້​ວ່າ ອັກຄະສາວົກ.

[14] ຄື​ຊີໂມນ (ທີ່​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ, “ເປໂຕ”) ແລະ ອັນເດອາ​ນ້ອງຊາຍ​ຂອງຕົນ, ຢາໂກໂບ ແລະ ໂຢຮັນ, ຟີລິບ ແລະ ບາຣະໂທໂລມາຍ,

[15] ມັດທາຍ ແລະ ໂທມາ, ຢາໂກໂບ​ລູກຊາຍ​ຂອງ^ອາລະຟາຍ, ຊີໂມນ (ຜູ້​ທີ່​ເອີ້ນ​ກັນ​ວ່າ, “ເຊໂລເຕ”)

[16] ຢູດາ​ລູກຊາຍ​ຂອງ^ຢາໂກໂບ ແລະ ຢູດາ​ອິດສະກາຣີອົດ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.

[17] ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ^ພຣະອົງ​ລົງ​ມາ​ແຕ່​ພູ​ແລ້ວ ກໍ​ຢຸດ​ຢືນ​ຢູ່​ທີ່​ຮາບພຽງ​ແຫ່ງ​ໜຶ່ງ ໃນ​ບ່ອນ​ນັ້ນ ມີ​ລູກສິດ​ຂອງ^ພຣະອົງ​ຕັ້ງ​ຫລາຍ​ຄົນ​ພ້ອມ​ດ້ວຍ​ປະຊາຊົນ​ຈຳນວນ​ຫລວງຫລາຍ ທີ່​ມາ​ຈາກ​ທົ່ວ​ທັງ​ແຂວງ​ຢູດາຍ ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຈາກ​ຝັ່ງ​ທະເລ​ຂອງ^ເມືອງ​ຕີເຣ​ກັບ​ເມືອງ​ຊີໂດນ,

[18] ພວກເຂົາ​ມາ​ເພື່ອ​ຟັງ​ພຣະອົງ ແລະ​ເພື່ອ​ໃຫ້​ພຣະອົງ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໂຣຄາ​ຂອງ^ພວກເຂົາ ແລະ​ບັນດາ​ຜູ້​ທີ່​ຖືກ​ຜີຊົ່ວຮ້າຍ​ລົບກວນ ກໍ​ຊົງ​ໂຜດ​ໃຫ້​ດີ​ເໝືອນກັນ

[19] ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພະຍາຍາມ​ແຕະຕ້ອງ​ພຣະອົງ ເພາະ​ຣິດອຳນາດ​ອອກ​ຈາກ​ພຣະອົງ ແລະ​ຊົງ​ໂຜດ​ຮັກສາ​ພະຍາດ​ໂຣຄາ​ຂອງ^ພວກເຂົາ​ທຸກຄົນ​ໃຫ້​ຫາຍ​ດີ.

[20] ເມື່ອ​ພຣະເຢຊູເຈົ້າ​ແນມ​ເບິ່ງ​ພວກ​ສາວົກ​ຂອງ^ພຣະອົງ​ແລ້ວ ກໍ​ກ່າວ​ວ່າ, “ພວກເຈົ້າ​ທີ່​ຍາກຈົນ​ກໍ​ເປັນ​ສຸກ, ເພາະ​ອານາຈັກ​ຂອງ^ພຣະເຈົ້າ​ ເປັນ​ຂອງ^ພວກເຈົ້າ

[21] ພວກເຈົ້າ​ທີ່​ອຶດຢາກ​ດຽວ​ນີ້ ກໍ​ເປັນ​ສຸກ, ເພາະວ່າ ພຣະເຈົ້າ​ຈະ​ຊົງ​ໂຜດ​ ໃຫ້​ພວກເຈົ້າ​ອີ່ມ​ເຕັມ ພວກເຈົ້າ​ທີ່​ຮ້ອງ^ໄຫ້​ດຽວ​ນີ້​ກໍ​ເປັນ​ສຸກ, ເພາະວ່າ ພວກເຈົ້າ​ຈະ​ໄດ້​ຫົວ”

[22] “ເມື່ອໃດ​ຄົນ​ທັງຫລາຍ​ກຽດຊັງ​ພວກເຈົ້າ ຂັບໄລ່​ພວກເຈົ້າ​ໃຫ້​ໜີໄປ ຕິຕຽນ​ນິນທາ ແລະ​ປະຕິເສດ​ຊື່​ຂອງ^ພວກເຈົ້າ​ວ່າ​ຊົ່ວ ເພາະ​ພວກເຈົ້າ​ເຫັນ​ແກ່​ບຸດ​ມະນຸດ ເມື່ອນັ້ນ​ແຫລະ ພວກເຈົ້າ​ຈະ​ເປັນ​ສຸກ.

[23] ໃນ​ວັນ​ນັ້ນ ພວກເຈົ້າ​ຈົ່ງ​ຊົມຊື່ນ^ຍິນດີ ແລະ​ຈົ່ງ​ຕື່ນ​ເຕັ້ນ​ດ້ວຍ​ຄວາມ^ຍິນດີ ເພາະ​ເບິ່ງແມ! ບຳເໜັດ​ຂອງ^ພວກເຈົ້າ​ມີ​ບໍຣິບູນ​ຢູ່​ໃນ​ສະຫວັນ ເພາະວ່າ​ບັນພະບຸລຸດ​ຂອງ^ພວກເຂົາ​ໄດ້​ເຮັດ​ຢ່າງ​ນັ້ນ ແກ່​ຜູ້^ປະກາດ^ພຣະທຳ​ເໝືອນກັນ”.

[24] “ແຕ່​ວິບັດ​ມີ​ແກ່​ພວກເຈົ້າ ຜູ້​ເປັນ​ຄົນ​ຮັ່ງມີ, ເພາະ​ພວກເຈົ້າ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ

[25] ວິບັດ​ມີ​ແກ່​ພວກເຈົ້າ ທີ່​ອີ່ມ​ເຕັມ​ດຽວ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ອຶດຢາກ ວິບັດ​ມີ​ແກ່​ພວກເຈົ້າ ທີ່​ກຳລັງ​ຫົວ​ ຢູ່​ດຽວ​ນີ້ ເພາະ​ພວກເຈົ້າ​ຈະ​ທຸກໂສກ​ ແລະ​ຮ້ອງໄຫ້”

[26] “ວິບັດ​ມີ​ແກ່​ພວກເຈົ້າ ເມື່ອ​ມີ​ຄົນ​ຍ້ອງຍໍ​ວ່າ​ພວກເຈົ້າ​ດີ ເພາະ​ບັນພະບຸລຸດ​ຂອງ^ພວກເຂົາ​ກໍໄດ້​ເວົ້າ​ຢ່າງ​ດຽວກັນ​ນີ້​ແຫລະ ແກ່​ພວກ​ຜູ້^ປະກາດ^ພຣະທຳ​ປອມ.”

[27] “ແຕ່​ເຮົາ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ທີ່​ໄດ້​ຟັງ​ເຮົາ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ^ພວກເຈົ້າ ຈົ່ງ​ເຮັດ​ດີ​ແກ່​ຜູ້​ທີ່​ກຽດຊັງ​ພວກເຈົ້າ,

[28] ຈົ່ງ​ອວຍພອນ​ຄົນ​ທີ່​ປ້ອຍດ່າ​ພວກເຈົ້າ ແລະ​ຈົ່ງ​ພາວັນນາ^ອະທິຖານ​ເພື່ອ​ຄົນ​ທີ່​ຂົ່ມເຫັງ​ພວກເຈົ້າ.

[29] ຖ້າ​ຜູ້ໃດ​ຕົບ​ແກ້ມ​ເຈົ້າ​ເບື້ອງ​ໜຶ່ງ ຈົ່ງ​ປິ່ນ​ໃຫ້​ລາວ​ຕົບ​ອີກ​ເບື້ອງ​ໜຶ່ງ ຖ້າ​ຜູ້ໃດ​ຍາດ​ເອົາ​ເສື້ອ​ຊັ້ນນອກ​ຂອງ^ເຈົ້າ​ໄປ ຖ້າ​ເຂົາ​ຈະ​ເອົາ​ເສື້ອ​ຊັ້ນ​ໃນ​ກໍ​ຢ່າ​ຫວງຫ້າມ.

[30] ຈົ່ງ​ໃຫ້​ແກ່​ທຸກຄົນ​ທີ່​ຂໍ​ຈາກ​ເຈົ້າ ແລະ​ຖ້າ​ຜູ້ໃດ​ເອົາ​ສິ່ງ​ຂອງ^ເຈົ້າ​ໄປ ຢ່າ​ສູ່​ທວງ​ຖາມ​ເອົາ​ຄືນ.

[31] ເຈົ້າ​ຢາກ​ໃຫ້​ຄົນອື່ນ​ເຮັດ​ຢ່າງ​ໃດ​ແກ່​ເຈົ້າ ຈົ່ງ​ເຮັດ​ຢ່າງ​ນັ້ນ​ແກ່​ເຂົາ​ເໝືອນກັນ.”

[32] “ຖ້າ​ພວກເຈົ້າ​ຮັກ​ຄົນ​ທີ່​ຮັກ​ພວກເຈົ້າ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ບັນດາ​ຄົນ​ບາບ​ກໍ​ຍັງ​ຮັກ ຜູ້​ທີ່​ຮັກ​ພວກເຂົາ​ເໝືອນກັນ.

[33] ແລະ ຖ້າ​ພວກເຈົ້າ​ເຮັດ​ດີ ຕໍ່​ຄົນ​ທີ່​ເຮັດ​ດີ​ຕໍ່​ພວກເຈົ້າ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ຄົນ​ບາບ​ທັງຫລາຍ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ

[34] ແລະ ຖ້າ​ພວກເຈົ້າ​ໃຫ້​ຄົນ​ຢືມ ໂດຍ​ຫວັງ​ຈະ​ໄດ້​ຄືນ​ຈາກ​ເຂົາ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ຄົນ​ບາບ​ກໍ​ຍັງ​ໃຫ້​ຄົນ​ບາບ​ຢືມ ໂດຍ​ຫວັງ​ຈະ​ໄດ້​ຮັບ​ຄືນ​ເທົ່າ​ກັນ.

[35] ຈົ່ງ​ຮັກ​ສັດຕູ​ຂອງ^ພວກເຈົ້າ ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ, ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ຈະ​ໄດ້​ຮັບ​ຄືນ ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ບຳເໜັດ​ອັນ​ຍິ່ງໃຫຍ່ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ລູກ​ຂອງ^ພຣະເຈົ້າ​ອົງ​ສູງສຸດ ເພາະວ່າ​ພຣະອົງ​ຍັງ​ຊົງ​ໂຜດ​ແກ່​ຄົນ​ເນ​ລະ​ຄຸນ​ແລະ​ຄົນຊົ່ວ.

[36] ເຈົ້າ^ທັງຫລາຍ​ຈົ່ງ​ມີ​ຄວາມ^ເມດຕາປານີ ເໝືອນ​ຢ່າງ​ພຣະບິດາເຈົ້າ​ຂອງ^ພວກເຈົ້າ ຜູ້​ຊົງ​ມີ​ຄວາມ^ເມດຕາປານີ.”

[37] “ຢ່າ​ຕັດສິນ​ຄົນອື່ນ ແລະ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຢ່າ​ກ່າວໂທດ​ຄົນອື່ນ​ເພື່ອ​ພຣະເຈົ້າ​ຈະ​ບໍ່​ກ່າວໂທດ​ພວກເຈົ້າ ຈົ່ງ​ຍົກໂທດ​ໃຫ້​ຄົນອື່ນ​ເພື່ອ​ພຣະເຈົ້າ​ຈະ​ຍົກໂທດ​ໃຫ້​ພວກເຈົ້າ.

[38] ຈົ່ງ​ໃຫ້​ເຂົາ ແລະ​ພຣະເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ ແລະ​ໃນ​ຕັກ​ຂອງ^ເຈົ້າ ຈະ​ໄດ້​ຮັບ​ຕວງ​ດ້ວຍ​ເຄື່ອງ​ຜອງ​ຍັດ​ສັ່ນ​ລົງ​ແໜ້ນ​ເຕັມລົ້ນ ເພາະວ່າ​ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ຈະ​ຊົງ​ຕວງ​ໃຫ້​ພວກເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.”

[39] ແລ້ວ​ພຣະເຢຊູເຈົ້າ​ກໍ​ຍັງ​ໄດ້​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ຄົນ​ຕາບອດ​ຈະ​ຈູງ​ຄົນ​ຕາບອດ​ກໍ​ບໍ່ໄດ້ ຖ້າ​ເຂົາ​ເຮັດ ທັງສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ.

[40] ສິດ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຄູ​ຂອງຕົນ, ແຕ່​ສິດ​ທຸກຄົນ​ເມື່ອ​ໄດ້​ຮັບ​ການ​ຝຶກສອນ​ຢ່າງ​ຄົບຖ້ວນ​ແລ້ວ ກໍ​ຈະ​ເປັນ​ດັ່ງ​ຄູ​ຂອງຕົນ.”

[41] “ເປັນຫຍັງ​ເຈົ້າ​ຈຶ່ງ​ຫລຽວ​ເຫັນ​ຂີ້ເຫຍື້ອ ທີ່​ຢູ່​ໃນ​ຕາ​ພີ່ນ້ອງ​ຂອງ^ເຈົ້າ, ແຕ່​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ^ຕົນເອງ​ແລ້ວ​ພັດ​ແນມ​ບໍ່​ເຫັນ?

[42] ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ^ເຈົ້າ​ວ່າ, ‘ພີ່ນ້ອງ^ເອີຍ, ກະຣຸນາ​ໃຫ້​ຂ້ອຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ^ເຈົ້າ​ແດ່’ ໃນ​ເມື່ອ​ໄມ້​ທັງທ່ອນ​ຍັງ​ຢູ່​ໃນ​ຕາ​ຂອງ^ເຈົ້າ​ພັດ​ແນມ​ບໍ່​ເຫັນ? ໂອ ຄົນ^ໜ້າຊື່^ໃຈຄົດ^ເອີຍ ຈົ່ງ​ເອົາ​ທ່ອນ​ໄມ້​ອອກ​ຈາກ​ຕາ​ຂອງ^ເຈົ້າ​ເອງ​ກ່ອນ ແລ້ວ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ເພື່ອ​ເຂ່ຍ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ພີ່ນ້ອງ​ຂອງ^ເຈົ້າ.”

[43] “ຕົ້ນໄມ້​ດີ ບໍ່​ຫ່ອນ​ເກີດຜົນ​ບໍ່​ດີ ແລະ​ຕົ້ນໄມ້​ບໍ່​ດີ ກໍ​ບໍ່​ຫ່ອນ​ເກີດຜົນ​ດີ.

[44] ຕົ້ນໄມ້​ທຸກ​ຕົ້ນ​ຍ່ອມ​ຮູ້​ໄດ້​ດ້ວຍ​ຜົນ​ຂອງ^ມັນ ພວກເຈົ້າ​ບໍ່​ຫ່ອນ​ເກັບ​ໝາກ^ເດື່ອເທດ​ຈາກ​ຕົ້ນ​ມີ​ໜາມ ແລະ​ບໍ່​ຫ່ອນ​ເກັບ​ໝາກ​ອະງຸ່ນ​ຈາກ​ເຄືອ​ໜາມ.

[45] ຄົນ​ດີ​ຍ່ອມ​ເອົາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ດີ​ແຫ່ງ​ໃຈ​ຂອງຕົນ ຄົນຊົ່ວ​ຍ່ອມ​ເອົາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ຊົ່ວ​ແຫ່ງ​ໃຈ​ຂອງຕົນ ເພາະວ່າ ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.”

[46] “ເປັນຫຍັງ​ເຈົ້າ^ທັງຫລາຍ​ຈຶ່ງ​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ​ຂ້າ ພຣະອົງເຈົ້າ​ຂ້າ’ ແຕ່​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ພວກເຈົ້າ?

[47] ທຸກຄົນ​ທີ່​ມາ​ຫາ​ເຮົາ ແລະ​ຟັງ​ຖ້ອຍຄຳ​ຂອງເຮົາ ແລະ​ນຳ​ເອົາ​ໄປ​ປະຕິບັດ ເຮົາ​ຈະແຈ້ງ​ໃຫ້​ພວກເຈົ້າ​ຮູ້​ວ່າ ຜູ້ນັ້ນ​ປຽບ​ເໝືອນ​ຜູ້ໃດ.

[48] ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ກໍ່ສ້າງ​ຕຶກ​ຂອງຕົນ ລາວ​ຂຸດ​ດິນ​ລົງ​ເລິກ ແລະ​ຕັ້ງ​ຮາກຖານ​ໃສ່​ເທິງ​ດານ​ຫີນ ແລະ​ເມື່ອ​ນໍ້າ​ມາ​ຖ້ວມ ແລ້ວ​ແປວ​ນໍ້າ​ກໍ​ໄຫລ​ທັ່ງ​ໃສ່, ແຕ່​ບໍ່​ອາດ​ເຮັດ​ໃຫ້​ຕຶກ​ນັ້ນ​ຫວັ່ນໄຫວ ເພາະວ່າ​ໄດ້​ສ້າງ​ດີ​ແລ້ວ.

[49] ສ່ວນ​ຄົນ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່​ປະຕິບັດ​ຕາມ ລາວ​ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ກໍ່ສ້າງ​ຕຶກ​ຂອງຕົນ​ເທິງ​ດິນ ໂດຍ​ບໍ່​ກໍ່​ຮາກຖານ ເມື່ອ​ແປວ​ນໍ້າ​ໄຫລ​ທັ່ງ​ໃສ່​ຕຶກ​ນັ້ນ ມັນ​ກໍ​ເຈື່ອນ​ລົງ​ທັນທີ ແລະ​ຄວາມ^ພິນາດ​ຈິບຫາຍ​ຂອງ^ຕຶກ​ນັ້ນ​ກໍ​ໃຫຍ່ຫລວງ.”

ລູກາ — Chapters