[1] ເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງທີ່ເອີ້ນວ່າ ປັດສະຄາ ກໍມາໃກ້ແລ້ວ.
[2] ພວກຫົວໜ້າປະໂຣຫິດແລະພວກທຳມະຈານ ຕ່າງກໍຢ້ານປະຊາຊົນ. ດັ່ງນັ້ນ ພວກເຂົາຈຶ່ງຊອກຊ່ອງທາງເພື່ອຂ້າພຣະເຢຊູເຈົ້າຢ່າງປິດລັບ.
[3] ແລ້ວມານຊາຕານ ກໍເຂົ້າສິງຢູ່ໃນໃຈຂອງ^ຢູດາ ຜູ້ທີ່ຄົນທັງຫລາຍເອີ້ນກັນວ່າ ອິດສະກາຣີອົດ ລາວເປັນຜູ້ໜຶ່ງໃນພວກສາວົກສິບສອງຄົນ.
[4] ດັ່ງນັ້ນ ຢູດາຈຶ່ງອອກໄປປຶກສາກັບພວກຫົວໜ້າປະໂຣຫິດ ແລະພວກນາຍທະຫານເຝົ້າຍາມພຣະວິຫານ ເຖິງວິທີທີ່ຕົນຈະມອບພຣະເຢຊູເຈົ້າໃຫ້ພວກເຂົາໄດ້ຢ່າງໃດ.
[5] ຄົນເຫລົ່ານັ້ນຕ່າງກໍດີໃຈ ແລະຕົກລົງວ່າຈະເອົາເງິນໃຫ້ລາວ.
[6] ຝ່າຍຢູດາກໍຕົກລົງຕາມນັ້ນ ແລະຕັ້ງຕົ້ນຊອກຫາໂອກາດອັນດີ ທີ່ຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ ເມື່ອປະຊາຊົນບໍ່ຢູ່ທີ່ນັ້ນ.
[7] ພໍເຖິງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເມື່ອມີການຂ້າແກະສຳລັບອາຫານປັດສະຄາ.
[8] ພຣະເຢຊູເຈົ້າຊົງໃຊ້ເປໂຕກັບໂຢຮັນໄປ ແລະໃຫ້ຄຳແນະນຳວ່າ, “ຈົ່ງໄປຈັດແຈ່ງອາຫານປັດສະຄາສຳລັບພວກເຮົາໃຫ້ຮຽບຮ້ອຍ.”
[9] ພວກເພິ່ນຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍໄປຈັດແຈ່ງຢູ່ທີ່ໃດ?”
[10] ພຣະເຢຊູເຈົ້າຕອບວ່າ, “ເມື່ອພວກເຈົ້າເຂົ້າໄປໃນເມືອງ ຈະມີຊາຍຄົນໜຶ່ງແບກໝໍ້ນໍ້າມາພົບພວກເຈົ້າ. ຈົ່ງຕາມໄປຍັງເຮືອນທີ່ລາວເຂົ້າໄປນັ້ນ,
[11] ແລະ ເວົ້າກັບເຈົ້າຂອງ^ເຮືອນວ່າ, ‘ອາຈານໃຫ້ຖາມທ່ານວ່າ ຫ້ອງທີ່ເພິ່ນກັບພວກສາວົກຈະກິນອາຫານປັດສະຄາຢູ່ໃສ?’
[12] ເຈົ້າຂອງ^ເຮືອນຈະຊີ້ໃຫ້ພວກເຈົ້າເຫັນຫ້ອງໂຖງຊັ້ນເທິງ ທີ່ຕົບແຕ່ງໄວ້ຮຽບຮ້ອຍແລ້ວ ບ່ອນນັ້ນແຫລະ ທີ່ພວກເຈົ້າຈະຈັດຕຽມທຸກສິ່ງໄວ້ສຳລັບພວກເຮົາ.”
[13] ດັ່ງນັ້ນ ທ່ານທັງສອງຈຶ່ງໄປ ແລະພົບທຸກສິ່ງຕາມທີ່ພຣະອົງຊົງບອກແລ້ວນັ້ນ ພວກເພິ່ນກໍໄດ້ຈັດຕຽມປັດສະຄາໄວ້.
[14] ເມື່ອເຖິງໂມງແລ້ວ ພຣະເຢຊູເຈົ້າກໍໄດ້ນັ່ງຮ່ວມໂຕະກັບພວກອັກຄະສາວົກ.
[15] ພຣະອົງກ່າວແກ່ພວກເພິ່ນວ່າ, “ເຮົາມີຄວາມ^ປາຖະໜາຢ່າງເຕັມໃຈ ທີ່ຈະກິນອາຫານປັດສະຄານີ້ກັບພວກເຈົ້າ ກ່ອນເຮົາຈະທົນທຸກທໍລະມານ
[16] ເພາະເຮົາບອກພວກເຈົ້າວ່າ, ເຮົາຈະບໍ່ກິນອາຫານນີ້ອີກ ຈົນກວ່າຄວາມ^ໝາຍຂອງ^ເລື່ອງນີ້ ຈະເຖິງທີ່ສຳເລັດໃນອານາຈັກຂອງ^ພຣະເຈົ້າ.”
[17] ແລ້ວພຣະອົງກໍຊົງຈັບເອົາຈອກຂຶ້ນມາໂມທະນາຂອບພຣະຄຸນ ແລະຊົງກ່າວວ່າ, “ຈົ່ງຮັບເອົາຈອກນີ້ ແລະຢາຍໃຫ້ກັນດື່ມ.
[18] ເຮົາບອກພວກເຈົ້າວ່າ ຕັ້ງແຕ່ນີ້ໄປເຮົາຈະບໍ່ດື່ມນໍ້າອະງຸ່ນນີ້ອີກ ຈົນກວ່າອານາຈັກຂອງ^ພຣະເຈົ້າຈະມາປາກົດ.”
[19] ແລ້ວພຣະອົງກໍຊົງຈັບເອົາເຂົ້າຈີ່ຂຶ້ນມາໂມທະນາຂອບພຣະຄຸນ ໂດຍຊົງຫັກເຂົ້າຈີ່ນັ້ນແລ້ວ ຈຶ່ງຍື່ນໃຫ້ພວກສາວົກ ແລະກ່າວວ່າ, “ນີ້ແຫລະ ແມ່ນກາຍຂອງເຮົາ ຊຶ່ງເປັນທີ່ປະທານໃຫ້ສຳລັບເຈົ້າ^ທັງຫລາຍ ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ.”
[20] ເມື່ອຮັບປະທານອາຫານແລ້ວ ພຣະອົງກໍຊົງຈັບເອົາຈອກຂຶ້ນມາ ແລະເຮັດຢ່າງດຽວກັນ ໂດຍຊົງກ່າວວ່າ, “ຈອກນີ້ເປັນພັນທະສັນຍາໃໝ່ໃນເລືອດຂອງເຮົາ ທີ່ຖອກອອກສຳລັບເຈົ້າ^ທັງຫລາຍ.
[21] ເບິ່ງແມ! ມືຜູ້ທີ່ທໍລະຍົດຕໍ່ເຮົາກໍຢູ່ກັບເຮົາເທິງໂຕະນີ້.
[22] ບຸດມະນຸດຈະສະເດັດໄປຕາມທີ່ໄດ້ຊົງກຳນົດໄວ້ແລ້ວກໍຈິງ ແຕ່ວິບັດຈະຕົກຖືກຜູ້ທີ່ທໍລະຍົດຕໍ່ບຸດມະນຸດ.”
[23] ແລ້ວພວກສາວົກກໍເລີ່ມຖາມກັນເອງວ່າ, ແມ່ນຜູ້ໃດໃນພວກເພິ່ນທີ່ກຳລັງຈະເຮັດຢ່າງນີ້.
[24] ແລ້ວກໍມີການໂຕ້ຖຽງກັນເກີດຂຶ້ນໃນທ່າມກາງພວກສາວົກວ່າ ໃນພວກເພິ່ນ ຜູ້ໃດຈະເປັນໃຫຍ່ກວ່າໝູ່.
[25] ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ບັນດາກະສັດຂອງ^ຊາວໂລກນີ້ ຍ່ອມມີອຳນາດເໜືອປະຊາຊົນຂອງຕົນ ແລະບັນດານັກປົກຄອງຕ່າງກໍເອີ້ນຕົນວ່າ, ‘ເຈົ້າບຸນເຈົ້າຄຸນ.’
[26] ແຕ່ສຳລັບພວກເຈົ້າແລ້ວ ບໍ່ເປັນຢ່າງນັ້ນ, ກົງກັນຂ້າມ ຜູ້ທີ່ເປັນໃຫຍ່ທີ່ສຸດ ຕ້ອງເປັນເໝືອນດັ່ງຜູ້ນ້ອຍທີ່ສຸດ ແລະຜູ້ທີ່ເປັນຜູ້ນຳ ຕ້ອງເປັນດັ່ງຜູ້ຮັບໃຊ້.
[27] ຜູ້ໃດເປັນໃຫຍ່ກວ່າກັນ ຜູ້ທີ່ນັ່ງກິນ ຫລືຜູ້ທີ່ຮັບໃຊ້? ແນ່ນອນແລ້ວ ຕ້ອງແມ່ນຜູ້ທີ່ນັ່ງກິນເທິງໂຕະ, ແຕ່ເຮົາຢູ່ທ່າມກາງພວກເຈົ້າ ເໝືອນດັ່ງຄົນທີ່ຮັບໃຊ້ຜູ້ໜຶ່ງ.
[28] ພວກເຈົ້າໄດ້ຢູ່ກັບເຮົາມາຕະຫລອດເວລາ ທີ່ເຮົາປະສົບກັບຄວາມ^ຍາກລຳບາກ,
[29] ພຣະບິດາເຈົ້າໄດ້ຊົງຈັດແຈງແຜ່ນດິນໃຫ້ເຮົາຢ່າງໃດ ເຮົາກໍຈະຈັດແຈງແຜ່ນດິນໜຶ່ງໃຫ້ພວກເຈົ້າເໝືອນກັນຢ່າງນັ້ນ.
[30] ເພື່ອພວກເຈົ້າຈະກິນແລະດື່ມທີ່ໂຕະຂອງເຮົາ ໃນອານາຈັກຂອງເຮົາ ແລະເພື່ອພວກເຈົ້າຈະໄດ້ນັ່ງເທິງບັນລັງ ເພື່ອພິພາກສາຕັດສິນຊາດອິດສະຣາເອນທັງສິບສອງເຜົ່ານັ້ນ.”
[31] ແລ້ວພຣະເຢຊູເຈົ້າກໍຊົງກ່າວວ່າ, “ຊີໂມນ ຊີໂມນ^ເອີຍ ເບິ່ງແມ! ມານຊາຕານໄດ້ຂໍອະນຸຍາດທົດລອງພວກເຈົ້າ ເພື່ອຈະຝັດຮ່ອນພວກເຈົ້າເໝືອນຝັດເຂົ້າເປືອກ.
[32] ແຕ່ເຮົາໄດ້ພາວັນນາ^ອະທິຖານສຳລັບເຈົ້າ ເພື່ອຄວາມເຊື່ອຂອງ^ເຈົ້າຈະບໍ່ຂາດໄປ ເມື່ອເຈົ້າກັບຄືນມາຫາເຮົາແລ້ວ ເຈົ້າຕ້ອງຊູແຮງບັນດາພີ່ນ້ອງຂອງ^ເຈົ້າໄວ້.”
[33] ເປໂຕຕອບວ່າ, “ພຣະອົງເຈົ້າ^ເອີຍ ຂ້ານ້ອຍພ້ອມແລ້ວທີ່ຈະໄປກັບທ່ານ ເຖິງຈະຕ້ອງຖືກຄຸກ ຫລືຕ້ອງຕາຍກໍຕາມ.”
[34] ພຣະເຢຊູເຈົ້າຊົງກ່າວວ່າ, “ເປໂຕ^ເອີຍ ເຮົາບອກເຈົ້າວ່າ ‘ຄືນນີ້ແຫລະ ກ່ອນໄກ່ຂັນເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.’”
[35] ແລ້ວພຣະອົງຊົງຖາມພວກສາວົກວ່າ, “ເມື່ອເຮົາໄດ້ໃຊ້ເຈົ້າ^ທັງຫລາຍອອກໄປນັ້ນ ໂດຍບໍ່ມີຖົງ^ເງິນ ບໍ່ມີຖົງເຄື່ອງແລະບໍ່ມີເກີບ ພວກເຈົ້າໄດ້ຂາດເຂີນສິ່ງໃດແດ່?” ພວກເພິ່ນຕອບວ່າ, “ບໍ່ໄດ້ຂາດເຂີນສິ່ງໃດເລີຍ”
[36] ພຣະອົງຊົງກ່າວກັບພວກເພິ່ນວ່າ, “ແຕ່ບັດນີ້ ຜູ້ໃດທີ່ມີຖົງ^ເງິນ ຫລືຖົງເຄື່ອງຕ້ອງໃຫ້ຖືໄປນຳ ແລະຜູ້ໃດທີ່ບໍ່ມີດາບ ກໍໃຫ້ຂາຍເສື້ອໃຫຍ່ຂອງຕົນ ເພື່ອຊື້ດາບດວງໜຶ່ງໄວ້.
[37] ດ້ວຍເຮົາບອກເຈົ້າ^ທັງຫລາຍວ່າ ຄຳທີ່ຂຽນໃນພຣະຄຳພີນັ້ນ ຈະຕ້ອງສຳເລັດໃນເຮົາ ຄືຄຳທີ່ວ່າ, ‘ທ່ານຖືກນັບເຂົ້າກັບຄົນອະທຳ.’”
[38] ພວກສາວົກເວົ້າວ່າ, “ພຣະອົງເຈົ້າ^ເອີຍ ເບິ່ງດາບສອງດວງນີ້ແມ.” ພຣະອົງຊົງຕອບພວກເພິ່ນວ່າ, “ພໍແລ້ວ.”
[39] ແລ້ວພຣະເຢຊູເຈົ້າ ໄດ້ສະເດັດອອກໄປຍັງພູເຂົາ^ໝາກກອກເທດຕາມເຄີຍ ແລະພວກສາວົກກໍຕາມໄປກັບພຣະອົງດ້ວຍ.
[40] ເມື່ອມາເຖິງທີ່ນັ້ນແລ້ວ ພຣະອົງກໍຊົງກ່າວກັບພວກເພິ່ນວ່າ, “ຈົ່ງພາວັນນາ^ອະທິຖານຢູ່ ເພື່ອເຈົ້າ^ທັງຫລາຍຈະບໍ່ຕົກໃນການທົດລອງ.”
[41] ແລ້ວພຣະອົງກໍສະເດັດຈາກພວກເພິ່ນໄປ ໄກປະມານແກວ່ງກ້ອນຫີນເຖິງ ແລະຄຸເຂົ່າລົງພາວັນນາ^ອະທິຖານ.
[42] ພຣະອົງຊົງກາວວ່າ, “ພຣະບິດາເຈົ້າ^ເອີຍ ຖ້າເປັນຄວາມປະສົງຂອງ^ພຣະອົງແລ້ວ ຂໍໃຫ້ຈອກແຫ່ງຄວາມ^ທົນທຸກທໍລະມານນີ້ ເລື່ອນໄປຈາກລູກທ້ອນ, ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມຄວາມ^ປາຖະໜາຂອງ^ລູກ ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງ^ພຣະບິດາເຈົ້າເທີ້ນ.”
[43] ແລ້ວມີເທວະດາຕົນໜຶ່ງ ຈາກສະຫວັນມາປາກົດແກ່ພຣະອົງ ຊູກຳລັງພຣະອົງຂຶ້ນ.
[44] ເມື່ອຊົງເກີດເປັນທຸກວຸ້ນວາຍຫລາຍຂຶ້ນ ພຣະອົງກໍຊົງຕັ້ງໃຈພາວັນນາ^ອະທິຖານຫລາຍ ເຫື່ອຂອງ^ພຣະອົງເກີດເປັນເໝືອນເລືອດໄຫລຢາດລົງດິນເປັນເມັດໃຫຍ່.
[45] ເມື່ອລຸກຂຶ້ນຈາກການພາວັນນາ^ອະທິຖານແລ້ວ ພຣະອົງກໍກັບມາຫາພວກສາວົກ ແລະພົບພວກເພິ່ນກຳລັງນອນຫລັບອິດອ່ອນດ້ວຍຄວາມ^ທຸກໂສກ.
[46] ພຣະອົງກ່າວແກ່ພວກເພິ່ນວ່າ, “ເປັນຫຍັງຈຶ່ງຍັງນອນຫລັບຢູ່? ຈົ່ງລຸກຂຶ້ນ ແລະພາວັນນາ^ອະທິຖານ ເພຶ່ອພວກເຈົ້າຈະບໍ່ຕົກໃນການທົດລອງ.”
[47] ເມື່ອພຣະອົງຍັງຊົງກ່າວບໍ່ທັນຂາດຄຳ ເບິ່ງແມ! ປະຊາຊົນຈຳນວນຫລາຍ ຊຶ່ງນຳໜ້າໂດຍຢູດາ ທີ່ເປັນສາວົກຄົນໜຶ່ງໃນສິບສອງຄົນນັ້ນ ຢູດາໄດ້ຫຍັບເຂົ້າມາໃກ້ພຣະເຢຊູເຈົ້າເພື່ອຈະຈູບພຣະອົງ.
[48] ແຕ່ພຣະເຢຊູເຈົ້າຊົງຖາມວ່າ, “ຢູດາ^ເອີຍ ເຈົ້າຈະມອບບຸດມະນຸດດ້ວຍການຈູບຫລື?”
[49] ຄົນທັງຫລາຍທີ່ຢູ່ອ້ອມພຣະອົງ ເຫັນເຫດການທີ່ກຳລັງເກີດຂຶ້ນນັ້ນ ຈຶ່ງຖາມວ່າ, “ພຣະອົງເຈົ້າ^ເອີຍ ຈະໃຫ້ພວກຂ້ານ້ອຍໃຊ້ດາບຕໍ່ສູ້ພວກເຂົາບໍ?”
[50] ຄົນໜຶ່ງໃນພວກເພິ່ນ ໄດ້ຟັນຄົນ^ຮັບໃຊ້ຄົນໜຶ່ງຂອງ^ຫົວໜ້າປະໂຣຫິດ ຖືກຫູເບື້ອງຂວາຂາດ.
[51] ແຕ່ພຣະເຢຊູເຈົ້າຊົງກ່າວຫ້າມວ່າ, “ເຊົາແມ ພໍແລ້ວ.” ພຣະອົງບາຍຫູຄົນນັ້ນ ແລະເຮັດໃຫ້ຫາຍດີປົກກະຕິ.
[52] ແລ້ວພຣະເຢຊູເຈົ້າກໍຊົງກ່າວຕໍ່ພວກຫົວໜ້າປະໂຣຫິດ ກັບພວກນາຍທະຫານທີ່ເຝົ້າຍາມພຣະວິຫານ ແລະພວກເຖົ້າແກ່ທີ່ມາຈັບພຣະອົງວ່າ, “ເຈົ້າ^ທັງຫລາຍຖືດາບ ແລະຖືໄມ້ຄ້ອນມາຈັບເຮົາເໝືອນດັ່ງມາຈັບໂຈນຊັ້ນບໍ?
[53] ທຸກໆວັນ ເຮົາຢູ່ກັບພວກເຈົ້າໃນພຣະວິຫານ, ພວກເຈົ້າບໍ່ໄດ້ຈັບເຮົາ. ແຕ່ເວລານີ້ເປັນຂອງ^ພວກເຈົ້າ ແລະເປັນເວລາຂອງ^ອຳນາດແຫ່ງຄວາມມືດ.”
[54] ແລ້ວພວກເຂົາກໍຈັບພຣະອົງ ແລະຄຸມຕົວເຂົ້າໄປໃນສຳນັກຂອງ^ມະຫາປະໂຣຫິດ, ຝ່າຍເປໂຕກໍໄດ້ຕິດຕາມໄປໃນໄລຍະຫ່າງໆພໍສົມຄວນ.
[55] ເປໂຕໄດ້ເຂົ້າໄປໃນກາງເດີ່ນ ສຳນັກທີ່ພວກເຂົານັ່ງຝີງໄຟຢູ່ ເພິ່ນກໍເຂົ້າໄປນັ່ງຮ່ວມວົງກັບພວກເຂົາ.
[56] ເມື່ອຄົນໜຶ່ງໃນພວກສາວໃຊ້ ເຫັນເປໂຕນັ່ງຝີງໄຟຢູ່ທີ່ນັ້ນ ນາງຈຶ່ງຈ້ອງຕາເບິ່ງເພິ່ນ ແລະເວົ້າວ່າ, “ຊາຍຄົນນີ້ແຫລະ ເຄີຍຢູ່ກັບທ່ານຄົນນັ້ນ.”
[57] ແຕ່ເປໂຕປະຕິເສດວ່າ, “ນາງ^ເອີຍ ຂ້ອຍບໍ່ເຄີຍຮູ້ຈັກຊາຍຄົນນັ້ນ.”
[58] ຫລັງຈາກນັ້ນອີກໜ້ອຍໜຶ່ງ ກໍມີຊາຍຄົນໜຶ່ງເຫັນເປໂຕ ແລະເວົ້າວ່າ, “ໂຕເປັນຄົນໜຶ່ງ ໃນພວກນັ້ນເໝືອນກັນ.” ແຕ່ເປໂຕຕອບວ່າ, “ບໍ່ ບໍ່ແມ່ນດອກ.”
[59] ຢູ່ມາປະມານຊົ່ວໂມງໜຶ່ງ ກໍມີຄົນໜຶ່ງອີກ ເວົ້າຢືນຢັນຢ່າງແຂງແຮງວ່າ, “ແມ່ນແທ້ໆ ຊາຍຄົນນີ້ແຫລະ ເຄີຍຢູ່ກັບທ່ານຄົນນັ້ນ ເພາະລາວເປັນຊາວຄາລີເລເໝືອນກັນ.”
[60] ແຕ່ເປໂຕໄດ້ຕອບວ່າ, “ຊາຍ^ເອີຍ ເລື່ອງທີ່ເຈົ້າເວົ້າເຖິງນັ້ນ ຂ້ອຍບໍ່ຮູ້ຈັກ.” ໃນທັນໃດນັ້ນ ເມື່ອເປໂຕເວົ້າຍັງບໍ່ທັນຂາດຄຳ ໄກ່ກໍຂັນຂຶ້ນ.
[61] ອົງພຣະ^ຜູ້^ເປັນເຈົ້າໄດ້ຊົງຫລຽວເບິ່ງເປໂຕ ແລ້ວເປໂຕກໍລະນຶກເຖິງຖ້ອຍຄຳ ທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ຊົງກ່າວແກ່ຕົນໄວ້ວ່າ, “ຄືນນີ້ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.”
[62] ແລ້ວເປໂຕກໍອອກໄປຂ້າງນອກ ຮ້ອງໄຫ້ຢ່າງຂົມຂື່ນເປັນທຸກໜັກໃຈ.
[63] ຝ່າຍພວກທີ່ຄຸມພຣະເຢຊູເຈົ້ານັ້ນ ຕ່າງກໍເຢາະເຢີ້ຍພຣະອົງ ແລະຕົບຕີພຣະອົງ.
[64] ພວກເຂົາເອົາຜ້າມັດຕາພຣະອົງ ແລະຖາມພຣະອົງວ່າ, “ທວາຍເບິ່ງດູວ່າ ແມ່ນຜູ້ໃດຕີມຶງ?”
[65] ແລ້ວພວກເຂົາກໍໄດ້ເວົ້າໝິ່ນປະໝາດພຣະອົງໃນຫລາຍໆເລື່ອງ.
[66] ເມື່ອຮຸ່ງເຊົ້າມາ ພວກເຖົ້າແກ່ ພວກຫົວໜ້າປະໂຣຫິດ ແລະພວກທຳມະຈານໄດ້ປະຊຸມກັນ ແລະພວກເຂົາໄດ້ຄຸມຕົວພຣະອົງ ມາຢູ່ຕໍ່ໜ້າສະພາສູງສຸດ.
[67] ພວກເຂົາໄດ້ຖາມວ່າ, “ບອກພວກເຮົາມາເບິ່ງດູວ່າ ເຈົ້າເປັນພຣະຄຣິດບໍ?” ພຣະອົງຕອບວ່າ, “ເຖິງເຮົາຈະບອກເຈົ້າ^ທັງຫລາຍ ພວກເຈົ້າກໍຈະບໍ່ເຊື່ອເຮົາດອກ.
[68] ເຖິງເຮົາຈະຖາມພວກເຈົ້າ ພວກເຈົ້າກໍຈະບໍ່ຕອບເຮົາ.
[69] ແຕ່ວ່າ ຕັ້ງແຕ່ນີ້ໄປ ບຸດມະນຸດຈະນັ່ງທີ່ເບື້ອງຂວາຂອງ^ພຣະເຈົ້າ ອົງຊົງຣິດ^ອຳນາດ^ຍິ່ງໃຫຍ່.”
[70] ພວກເຂົາທັງໝົດຈຶ່ງຖາມວ່າ, “ຖ້າດັ່ງນັ້ນ ເຈົ້າເປັນພຣະບຸດຂອງ^ພຣະເຈົ້າບໍ?” ພຣະອົງຕອບພວກເຂົາວ່າ, “ເຈົ້າ^ທັງຫລາຍເວົ້າວ່າ ເຮົາເປັນດັ່ງນັ້ນແຫລະ.”
[71] ແລ້ວພວກເຂົາກໍເວົ້າວ່າ, “ພວກເຮົາບໍ່ຕ້ອງການພະຍານຫລັກຖານໃດໆອີກແລ້ວ ພວກເຮົາເອງຕ່າງກໍໄດ້^ຍິນຄຳເວົ້າຈາກປາກຂອງ^ມັນເອງແລ້ວ.”