[1] ແລ້ວພຣະເຢຊູເຈົ້າກໍໄດ້ກ່າວແກ່ພວກສາວົກຂອງ^ພຣະອົງວ່າ, “ແນ່ນອນ ຕ້ອງມີເຫດເຮັດໃຫ້ເກີດຜິດບາບ, ແຕ່ວິບັດແກ່ຜູ້ທີ່ກໍ່ເຫດໃຫ້ເກີດຜິດບາບນັ້ນ
[2] ຖ້າຈະເອົາຫີນໂມ້ແປ້ງກ້ອນໃຫຍ່ໆ ຜູກຄໍຜູ້ນັ້ນຖິ້ມລົງໃນທະເລ ກໍດີກວ່າທີ່ລາວຈະກໍ່ເຫດ ໃຫ້ຄົນໜຶ່ງໃນຜູ້ຕໍ່າຕ້ອຍເຫລົ່ານີ້ເກີດການຫລົງຜິດ.
[3] ຈົ່ງລະວັງໃຫ້ດີ ຖ້າພີ່ນ້ອງເຮັດຜິດບາບ ຈົ່ງຕິຕຽນລາວ ແລະຖ້າລາວກັບຕັ້ງໃຈໃໝ່ ຈົ່ງຍົກໂທດໃຫ້ລາວ.
[4] ຖ້າແມ່ນລາວເຮັດຜິດຕໍ່ເຈົ້າ ວັນລະເຈັດເທື່ອ ແລະກັບມາຫາເຈົ້າທັງເຈັດເທື່ອ ແລ້ວເວົ້າວ່າ, ‘ເຮົາກິນແໜງ ຕັ້ງໃຈໃໝ່ແລ້ວ’ ຈົ່ງຍົກໂທດໃຫ້ລາວ.”
[5] ແລ້ວບັນດາອັກຄະສາວົກກໍເວົ້າກັບອົງພຣະ^ຜູ້^ເປັນເຈົ້າວ່າ, “ຂໍໂຜດເຮັດໃຫ້ພວກຂ້ານ້ອຍ ມີຄວາມເຊື່ອຫລາຍຂຶ້ນແດ່ທ້ອນ.”
[6] ອົງພຣະ^ຜູ້^ເປັນເຈົ້າຈຶ່ງຊົງກ່າວວ່າ, “ຖ້າພວກເຈົ້າມີຄວາມເຊື່ອທໍ່ແກ່ນຜັກກາດເມັດໜຶ່ງ ເຈົ້າຈະບອກກົກມອນກົກນີ້ໄດ້ວ່າ, ‘ຈົ່ງຖອນຂຶ້ນ ອອກໄປປັກຢູ່ໃນທະເລ’ ມັນກໍຈະຟັງຄວາມ^ເຈົ້າ.”
[7] “ໃນພວກເຈົ້າ ທີ່ມີຂ້ອຍໃຊ້ໄຖນາຫລືລ້ຽງແກະ ເມື່ອຂ້ອຍໃຊ້ນັ້ນກັບມາແຕ່ທົ່ງ ໃຜຈະກ່າວແກ່ຂ້ອຍໃຊ້ນັ້ນວ່າ, ‘ຈົ່ງເຂົ້າມານັ່ງໂຕະໂລດ?’
[8] ແນ່ນອນຄົງບໍ່ເປັນເຊັ່ນນັ້ນ ແຕ່ເຈົ້າຄົງຈະເວົ້າກັບລາວວ່າ, ‘ຈົ່ງຕຽມເຂົ້າແລງໃຫ້ເຮົາ ແລະລໍຖ້າຮັບໃຊ້ເຮົາ ຈົນກວ່າເຮົາກິນແລະດື່ມແລ້ວ ແລະຫລັງຈາກນັ້ນເຈົ້າຈຶ່ງກິນແລະດື່ມໄດ້.’
[9] ຜູ້ເປັນນາຍບໍ່ຈຳເປັນຕ້ອງຂອບໃຈຄົນ^ຮັບໃຊ້ຂອງຕົນດອກຕີ້ ເພາະລາວປະຕິບັດຕາມຄຳສັ່ງບໍ່ແມ່ນບໍ?
[10] ສຳລັບພວກເຈົ້າກໍເໝືອນກັນ ເມື່ອພວກເຈົ້າປະຕິບັດທຸກຢ່າງ ຕາມທີ່ໄດ້ຮັບມອບໝາຍໃຫ້ເຮັດ ຈົ່ງເວົ້າວ່າ, ‘ພວກຂ້ານ້ອຍເປັນຄົນ^ຮັບໃຊ້ທີ່ບໍ່ມີຄວາມ^ສຳຄັນຫຍັງ ເພາະພຽງແຕ່ໄດ້ເຮັດຕາມໜ້າທີ່ເທົ່ານັ້ນ.’”
[11] ຂະນະທີ່ພຣະເຢຊູເຈົ້າ ກຳລັງຂຶ້ນໄປຍັງນະຄອນເຢຣູຊາເລັມນັ້ນ ພຣະອົງຜ່ານໄປຕາມເຂດແດນລະຫວ່າງແຂວງຊາມາເຣຍ ແລະ ແຂວງຄາລີເລ.
[12] ເມື່ອພຣະເຢຊູເຈົ້າສະເດັດເຂົ້າໄປໃນບ້ານແຫ່ງໜຶ່ງ ກໍມີຊາຍຂີ້ທູດສິບຄົນອອກມາພົບພຣະອົງ ພວກເຂົາຢືນຢູ່ຫ່າງໆ
[13] ພວກເຂົາຮ້ອງຂຶ້ນວ່າ, “ພຣະເຢຊູເຈົ້າ ຜູ້ເປັນພຣະອາຈານ^ເອີຍ ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ.”
[14] ເມື່ອພຣະເຢຊູເຈົ້າເຫັນຊາຍເຫລົ່ານັ້ນ ກໍກ່າວແກ່ພວກເຂົາວ່າ, “ຈົ່ງໄປຫາປະໂຣຫິດໃຫ້ກວດເບິ່ງພວກເຈົ້າເດີ.” ຂະນະທີ່ພວກເຂົາໄປຕາມທາງນັ້ນ ພວກເຂົາກໍດີສະອາດທັງໝົດ.
[15] ເມື່ອຄົນໜຶ່ງໃນພວກເຂົາ ເຫັນວ່າຕົນດີສະອາດແລ້ວ, ລາວຈຶ່ງກັບຄືນມາກ່າວສັນລະເສີນພຣະເຈົ້າດ້ວຍສຽງດັງ.
[16] ລາວກົ້ມຂາບລົງທີ່ຕີນຂອງ^ພຣະເຢຊູເຈົ້າ ແລະໂມທະນາຂອບພຣະຄຸນພຣະອົງ ຊາຍຄົນນີ້ເປັນໄທຊາມາເຣຍ.
[17] ພຣະເຢຊູເຈົ້າກ່າວວ່າ, “ມີສິບຄົນທີ່ດີສະອາດບໍ່ແມ່ນບໍ? ແຕ່ເກົ້າຄົນນັ້ນຢູ່ໃສ?
[18] ມີແຕ່ຊາວຕ່າງຊາດຄົນນີ້ ຜູ້ດຽວເທົ່ານັ້ນບໍ ທີ່ກັບມາໂມທະນາຂອບພຣະຄຸນພຣະເຈົ້າ?”
[19] ແລ້ວພຣະເຢຊູເຈົ້າກໍກ່າວແກ່ລາວວ່າ, “ຈົ່ງລຸກຂຶ້ນ ແລະໄປສາ ຄວາມເຊື່ອຂອງ^ເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ.”
[20] ມີພວກຟາຣີຊາຍບາງຄົນໄດ້ຖາມພຣະເຢຊູເຈົ້າວ່າ, “ອານາຈັກຂອງ^ພຣະເຈົ້າຈະມາປາກົດເມື່ອໃດ?” ພຣະອົງຊົງຕອບພວກເຂົາວ່າ, “ອານາຈັກຂອງ^ພຣະເຈົ້າບໍ່ມາປາກົດຢ່າງໃດຢ່າງໜຶ່ງທີ່ສັງເກດໄດ້.
[21] ບໍ່ມີຜູ້ໃດຈະເວົ້າວ່າ, ‘ເບິ່ງແມ! ຢູ່ທີ່ນີ້’ ຫລື ‘ຢູ່ທີ່ນັ້ນ’ ເພາະອານາຈັກຂອງ^ພຣະເຈົ້າຢູ່ໃນທ່າມກາງພວກເຈົ້າ.”
[22] ແລ້ວພຣະອົງກໍກ່າວແກ່ພວກສາວົກວ່າ, “ຄົງຈະມີເວລາໜຶ່ງ ເມື່ອພວກເຈົ້າຢາກຈະເຫັນວັນຂອງ^ບຸດມະນຸດຈັກວັນໜຶ່ງ ແຕ່ພວກເຈົ້າຈະບໍ່ເຫັນ.
[23] ຄົນຈະບອກເຈົ້າ^ທັງຫລາຍວ່າ, ‘ເບິ່ງແມ! ຢູ່ພຸ້ນເດ’ ຫລື ‘ເບິ່ງແມ! ຢູ່ພີ້ເດ’ ແຕ່ຢ່າອອກໄປຊອກຫາ.
[24] ດ້ວຍວ່າ, ວັນທີ່ບຸດມະນຸດມາປາກົດນັ້ນ ຈະເປັນດັ່ງຟ້າ^ແມບເຫຼື້ອມ ທີ່ສົ່ງແສງຈາກຂອບຟ້າເບື້ອງໜຶ່ງ ສູ່ຂອບຟ້າອີກເບື້ອງໜຶ່ງ.
[25] ກ່ອນນັ້ນ ຈຳເປັນທີ່ພຣະອົງຈະຕ້ອງທົນທຸກທໍລະມານຫລາຍປະການ ແລະຄົນສະໄໝນີ້ຈະບໍ່ຍອມຮັບພຣະອົງ.
[26] ໃນສະໄໝຂອງ^ໂນອາ ເຫດການເປັນມາແລ້ວຢ່າງໃດ ໃນສະໄໝຂອງ^ບຸດມະນຸດກໍຈະເປັນຢ່າງນັ້ນ.
[27] ຄົນທັງຫລາຍໄດ້ກິນໄດ້ດື່ມ ແລະຊາຍຍິງໄດ້ແຕ່ງງານກັນ ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອໃຫຍ່ ນໍ້າຈຶ່ງໄດ້ຖ້ວມທຳລາຍລ້າງຜານທຸກສິ່ງໃຫ້ຈິບຫາຍໝົດ.
[28] ໃນສະໄໝຂອງ^ໂລດກໍເໝືອນກັນ ຄົນທັງຫລາຍໄດ້ກິນແລະດື່ມ ໄດ້ຊື້ແລະໄດ້ຂາຍ ໄດ້ປູກຝັງແລະໄດ້ກໍ່ສ້າງ.
[29] ແຕ່ໃນວັນທີ່ໂລດອອກໄປຈາກເມືອງ^ໂຊໂດມນັ້ນ ໄຟແລະມາດ ໄດ້ຕົກຈາກຟ້າ ເຜົາຜານທຸກສິ່ງໃຫ້ຈິບຫາຍໝົດ.
[30] ໃນວັນທີ່ບຸດມະນຸດມາປາກົດ ກໍຈະເປັນດັ່ງນັ້ນແຫລະ.”
[31] “ໃນວັນນັ້ນ ຜູ້ທີ່ຢູ່ເທິງຫລັງຄາເຮືອນຂອງຕົນ ຢ່າລົງມາ ແລະ ເຂົ້າໄປໃນເຮືອນເກັບເອົາສິ່ງຂອງ^ອອກໄປ ແລະຜູ້ທີ່ຢູ່ທົ່ງນາກໍຢ່າກັບມາເຮືອນຂອງຕົນເໝືອນກັນ.
[32] ຈົ່ງລະນຶກເຖິງເມຍຂອງ^ໂລດນັ້ນເຖີດ
[33] ຜູ້ໃດພະຍາຍາມຮັກສາຊີວິດສຳລັບຕົນເອງ ຜູ້ນັ້ນຈະເສຍຊີວິດ ແຕ່ຜູ້ໃດຍອມເສຍຊີວິດ ຜູ້ນັ້ນຮັກສາຊີວິດໃຫ້ພົ້ນ.
[34] ໃນຄືນວັນນັ້ນ ເຮົາບອກພວກເຈົ້າວ່າ, ຈະມີສອງຄົນທີ່ນອນຢູ່ເທິງຕຽງດຽວກັນ ຄົນໜຶ່ງຈະຊົງຮັບເອົາໄປ ແລະຄົນໜຶ່ງຈະຊົງປະໄວ້.
[35] ຈະມີຍິງສອງຄົນກຳລັງໂມ້ແປ້ງຢູ່ນຳກັນ ຄົນໜຶ່ງຈະຮັບເອົາໄປ ແລະຄົນໜຶ່ງຈະຊົງປະໄວ້. [
[36] ຈະມີຊາຍສອງຄົນຢູ່ທົ່ງນາ ຈະຊົງຮັບຄົນໜຶ່ງໄປ ຈະຊົງປະຄົນໜຶ່ງໄວ້”]
[37] ແລ້ວພວກສາວົກກໍຖາມພຣະອົງວ່າ, “ພຣະອົງເຈົ້າ^ເອີຍ ເຫດການນັ້ນຈະເກີດຂຶ້ນຢູ່ທີ່ໃດ?” ພຣະເຢຊູເຈົ້າຊົງຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຈຸ້ມກັນຢູ່ບ່ອນນັ້ນ.”