[1] ເມື່ອພຣະອົງຊົງເງີຍໜ້າຂຶ້ນ ກໍຊົງເຫັນບັນດາຄົນຮັ່ງມີ ກຳລັງປ່ອນເງິນລົງໃນຫີບຖວາຍ,
[2] ແລະ ພຣະອົງກໍເຫັນແມ່ໝ້າຍທີ່ຍາກຈົນຄົນໜຶ່ງ ກຳລັງປ່ອນເງິນສອງອັດທອງແດງລົງໃນຫີບນັ້ນເໝືອນກັນ.
[3] ພຣະອົງກ່າວວ່າ, “ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ ຍິງໝ້າຍທີ່ຍາກຈົນຄົນນີ້ ໄດ້ປ່ອນເງິນລົງຫລາຍກວ່າຄົນໃດໆທັງໝົດ.
[4] ເພາະຄົນອື່ນນັ້ນ ໄດ້ເອົາເງິນທີ່ພວກເຂົາເຫລືອໃຊ້ມາປ່ອນລົງ ສ່ວນຍິງຄົນນີ້ ເຖິງແມ່ນວ່ານາງຍາກຈົນທີ່ສຸດກໍຕາມ ກໍຍັງເອົາເງິນທີ່ຕົນມີຢູ່ສຳລັບລ້ຽງຊີວິດນັ້ນ ປ່ອນລົງຈົນໝົດ.”
[5] ມີບາງຄົນກໍກ່າວຍ້ອງຍໍພຣະວິຫານວ່າຊ່າງງາມແທ້ ແລະຕົບແຕ່ງດ້ວຍຫີນອັນງົດງາມກັບເຄື່ອງຖວາຍແກ່ພຣະເຈົ້າ,
[6] ພຣະອົງຈຶ່ງຊົງກ່າວວ່າ, “ເມື່ອວັນເວລາຈະມາເຖິງ ກ້ອນຫີນ ຊຶ່ງພວກເຈົ້າເຫັນຊ້ອນທັບກັນຢູ່ນີ້ຈະບໍ່ເຫລືອຈັກກ້ອນດຽວ ທຸກສິ່ງຈະຖືກທຳລາຍລົງທັງໝົດ.”
[7] ພວກເຂົາໄດ້ຖາມພຣະອົງວ່າ, “ອາຈານ^ເອີຍ, ເຫດການເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະສິ່ງໃດຈະເປັນໝາຍສຳຄັນວ່າ ການທັງປວງນີ້ໃກ້ຈະບັງເກີດ^ຂຶ້ນແລ້ວ.”
[8] ພຣະອົງຊົງຕອບພວກເຂົາວ່າ, “ຈົ່ງຄອຍເຝົ້າລະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າໃຫ້ຫລົງໄປ ເພາະມີຫລາຍຄົນຈະອ້າງນາມຊື່ຂອງເຮົາ ໂດຍເວົ້າວ່າ, ‘ຂ້ອຍນີ້ແຫລະ ເປັນຜູ້ນັ້ນ ແລະເວລາກຳນົດໃກ້ເຂົ້າມາແລ້ວ’ ພວກເຈົ້າຢ່າຕາມເຂົາໄປ.
[9] ເມື່ອພວກເຈົ້າໄດ້ຍິນເລື່ອງການເສິກ^ສົງຄາມ ແລະການປັ່ນປ່ວນວຸ້ນວາຍຢ່າຕົກໃຈ ເພາະວ່າເຫດການເຫລົ່ານີ້ຕ້ອງເກີດຂຶ້ນກ່ອນ ແຕ່ທີ່ສຸດປາຍນັ້ນຈະບໍ່ມາເຖິງທັນທີ.”
[10] ແລ້ວພຣະອົງຊົງກ່າວແກ່ພວກເຂົາວ່າ, “ປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ,
[11] ຈະເກີດແຜ່ນດິນໄຫວອັນໃຫຍ່ ແລະການອຶດຢາກພ້ອມທັງໂຣກ^ລະບາດຢ່າງຮ້າຍແຮງ ຈະເກີດຂຶ້ນໃນທຸກແຫ່ງຫົນ ຈະເກີດມີສິ່ງແປກ^ປະຫລາດກັບສິ່ງໜ້າຢ້ານທີ່ສຸດຈາກທ້ອງຟ້າ.
[12] ແຕ່ກ່ອນເຫດການທັງໝົດເຫລົ່ານີ້ຈະເກີດຂຶ້ນ ພວກເຈົ້າຈະຖືກຈັບ ແລະຖືກຂົ່ມເຫັງ, ພວກເຈົ້າຈະຖືກມອບໄວ້^ໃນທຳມະສາລາຖືກຕັດສິນ ແລະຖືກຂັງຄຸກ ພວກເຈົ້າຈະຖືກນຳຂຶ້ນໄປຕໍ່ໜ້າກະສັດ ແລະຜູ້ປົກຄອງ ເພາະເຫັນແກ່ນາມຊື່ຂອງເຮົາ.
[13] ເຫດການນັ້ນ ຈະເກີດຂຶ້ນແກ່ເຈົ້າ ເພື່ອພວກເຈົ້າຈະເປັນພະຍານ.
[14] ດັ່ງນັ້ນ ພວກເຈົ້າຕ້ອງຕຽມໃຈໄວ້ໃຫ້ໝັ້ນຄົງ ເພື່ອບໍ່ໃຫ້ພວກເຈົ້າກະວົນ^ກະວາຍໃຈລ່ວງໜ້າວ່າ ຈະກ່າວປ້ອງກັນຕົວເອງຢ່າງໃດ
[15] ເພາະເຮົາຈະໃຫ້ເຈົ້າ^ທັງຫລາຍມີຖ້ອຍຄຳ ແລະສະຕິປັນຍາ ຊຶ່ງພວກຜູ້ຂັດຂວາງຕໍ່ສູ້ຈະບໍ່ສາມາດໂຕ້ຕອບ ຫລືໂຕ້ແຍ້ງພວກເຈົ້າໄດ້.
[16] ແມ່ນແຕ່ພໍ່ແມ່, ອ້າຍເອື້ອຍນ້ອງ, ພີ່ນ້ອງ ແລະມິດ^ສະຫາຍກໍຈະມອບພວກເຈົ້າໄວ້ ແລະຈະໃຫ້ບາງຄົນໃນພວກເຈົ້າຖືກໂທດເຖິງຕາຍ.
[17] ທຸກຄົນຈະກຽດຊັງພວກເຈົ້າ ເພາະເຫັນແກ່ນາມຊື່ຂອງເຮົາ.
[18] ແມ່ນແຕ່ຜົມເສັ້ນດຽວກໍຈະບໍ່ເສຍໄປຈາກຫົວຂອງ^ເຈົ້າ.
[19] ພວກເຈົ້າຈະຮັກສາຊີວິດຈິດໃຈຂອງ^ເຈົ້າໄວ້ ດ້ວຍຄວາມ^ອົດທົນພາກພຽນຂອງ^ເຈົ້າ.”
[20] “ເມື່ອໃດ ເຈົ້າ^ທັງຫລາຍເຫັນກອງທັບຕ່າງໆ ມາຕັ້ງອ້ອມນະຄອນເຢຣູຊາເລັມ ເມື່ອນັ້ນແຫລະ ພວກເຈົ້າຈະຮູ້ວ່າ ເມືອງຈະຖືກທຳລາຍໃນໄວໆ.
[21] ເມື່ອນັ້ນ ໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍຕ້ອງປົບໜີໄປຍັງພູທັງຫລາຍ, ໃຫ້ຜູ້ທີ່ຢູ່ໃນເມືອງຕ້ອງອອກໄປ ແລະຜູ້ທີ່ຢູ່ນອກເມືອງກໍບໍ່ໃຫ້ເຂົ້າໄປໃນເມືອງ.
[22] ເພາະວ່າ ວັນເຫລົ່ານັ້ນຈະເປັນ ‘ວັນແຫ່ງການລົງໂທດ’ ເພື່ອໃຫ້ສຳເລັດຕາມທີ່ມີຂຽນໄວ້ໃນພຣະຄຳພີທຸກປະການ.
[23] ໃນວັນເຫລົ່ານັ້ນ ຈະທຸກລຳບາກທີ່ສຸດສຳລັບ ແມ່ຍິງຖືພາ ແລະແມ່ມີລູກອ່ອນກິນນົມຢູ່ ປະຊາຊົນໃນດິນແດນນີ້ ຈະໄດ້ຮັບຄວາມ^ທຸກໂສກໃຫຍ່ທີ່ສຸດ ແລະການລົງໂທດຂອງ^ພຣະເຈົ້າກໍຈະຕົກຖືກປະຊາຊົນນີ້.
[24] ພວກເຂົາຈະລົ້ມລົງດ້ວຍຄົມດາບ ແລະຈະຖືກຈັບກວາດໄປເປັນຊະເລີຍໃນທົ່ວທຸກປະເທດ ແລະຄົນບໍ່ນັບຖືພຣະເຈົ້າກໍຈະຢຽບຢໍ່ານະຄອນເຢຣູຊາເລັມ ຈົນກວ່າຈະຄົບກຳນົດເວລາຂອງ^ພວກເຂົາ.”
[25] “ຈະມີໝາຍສຳຄັນໃນດວງອາທິດ, ດວງຈັນ ແລະດວງດາວທັງປວງ ແລະຈະມີຄວາມ^ທຸກຮ້ອນເທິງແຜ່ນດິນ^ໂລກຕາມປະເທດຕ່າງໆ ຊຶ່ງມີຄວາມ^ສະຫງົນ^ສົນເທ ເພາະສຽງກ້ອງອັນໃຫຍ່ຫລວງຂອງ^ທະເລແລະຟອງຄື້ນ.
[26] ມະນຸດຈະສະຫລົບໄປຍ້ອນຄວາມ^ຢ້ານ ແລະຄອຍເບິ່ງເຫດການຕ່າງໆ ທີ່ກຳລັງເກີດຂຶ້ນທົ່ວເທິງແຜ່ນດິນ^ໂລກ. ດ້ວຍວ່າ, ສິ່ງທີ່ມີອຳນາດໃນທ້ອງຟ້າຈະສັ່ນສະທ້ານຫວັ່ນໄຫວ.
[27] ເມື່ອນັ້ນ ພວກເຂົາຈະເຫັນບຸດມະນຸດສະເດັດມາປາກົດໃນເມກ ດ້ວຍຣິດອຳນາດອັນຍິ່ງໃຫຍ່ ແລະດ້ວຍສະຫງ່າຣາສີອັນຮຸ່ງເຮືອງ.
[28] ເມື່ອເຫດການເຫລົ່ານີ້ເລີ່ມເກີດຂຶ້ນ ພວກເຈົ້າຈົ່ງລຸກຢືນແລະເງີຍຫົວຂຶ້ນ ເພາະຄວາມ^ພົ້ນຂອງ^ພວກເຈົ້າໃກ້ຈະມາເຖິງແລ້ວ.”
[29] ແລ້ວພຣະອົງກໍຊົງກ່າວຄຳອຸປະມານີ້ແກ່ພວກເຂົາວ່າ, “ຈົ່ງພິຈາລະນາເບິ່ງຕົ້ນ^ເດື່ອເທດ ແລະຕົ້ນໄມ້ທັງຫລາຍ.
[30] ເມື່ອເຈົ້າ^ທັງຫລາຍເຫັນໃບຂອງ^ມັນເລີ່ມປົ່ງ ພວກເຈົ້າກໍຮູ້ວ່າໃກ້ຈະເຖິງລະດູຮ້ອນແລ້ວ.
[31] ຢ່າງດຽວກັນນັ້ນແຫລະ ເມື່ອພວກເຈົ້າເຫັນເຫດການເຫລົ່ານີ້ກຳລັງເກີດຂຶ້ນ ພວກເຈົ້າຈົ່ງຮູ້ວ່າ ອານາຈັກຂອງ^ພຣະເຈົ້າໃກ້ຈະມາເຖິງແລ້ວ.”
[32] “ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ ຄົນໃນສະໄໝນີ້ຈະບໍ່ລ່ວງລັບໄປກ່ອນ ຈົນກວ່າເຫດການທັງປວງນີ້ບັງເກີດຂຶ້ນ
[33] ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
[34] “ຈົ່ງຄອຍລະວັງຕົວໃຫ້ດີ ຢ່າສູ່ໃຫ້ຈິດໃຈຂອງ^ເຈົ້າ^ທັງຫລາຍໜັກໄປໃນການກິນລ້ຽງ ແລະດື່ມເຫລົ້າເມົາສຸຣາ ແລະໃນການວິຕົກກັງວົນເຖິງຊີວິດນີ້ ບໍ່ດັ່ງນັ້ນແລ້ວ ວັນນັ້ນກໍຈະຫລອນມາຕົກຖືກພວກເຈົ້າຢ່າງບໍ່ຄາດຄິດ
[35] ດ້ວຍວ່າ, ວັນນັ້ນຈະມາຖືກມະນຸດທັງຫລາຍ ໃນທົ່ວທັງໂລກເໝືອນຄວ່າງແຫໃສ່ປາ.
[36] ດັ່ງນັ້ນ ຈົ່ງເຝົ້າລະວັງ ແລະພາວັນນາ^ອະທິຖານຢູ່ທຸກເວລາ, ເພື່ອວ່າ ພວກເຈົ້າຈະມີກຳລັງພົ້ນຈາກເຫດການທຸກຢ່າງ ທີ່ໃກ້ຈະເກີດຂຶ້ນນັ້ນ ແລະຢືນຢູ່ຕໍ່ໜ້າບຸດມະນຸດໄດ້.”
[37] ກາງເວັນພຣະອົງຊົງສັ່ງສອນໃນພຣະວິຫານທຸກໆວັນ ແລະໃນຕອນກາງຄືນພຣະອົງກໍສະເດັດອອກໄປຢູ່ທີ່ພູເຂົາ^ໝາກກອກເທດ.
[38] ພໍຮຸ່ງແຈ້ງ ປະຊາຊົນທັງຫລາຍກໍໄດ້ມາຍັງພຣະວິຫານເພື່ອຟັງພຣະອົງ.