[1] ວັນໜຶ່ງ ພຣະເຢຊູເຈົ້າກຳລັງພາວັນນາ^ອະທິຖານຢູ່ໃນສະຖານທີ່ແຫ່ງໜຶ່ງ ເມື່ອພຣະເຢຊູເຈົ້າພາວັນນາ^ອະທິຖານຈົບແລ້ວ ສາວົກຄົນໜຶ່ງກໍເວົ້າກັບພຣະອົງວ່າ, “ພຣະອົງເຈົ້າ^ເອີຍ, ຂໍໂຜດສອນພວກຂ້ານ້ອຍໃຫ້ພາວັນນາ^ອະທິຖານ ເໝືອນດັ່ງໂຢຮັນໄດ້ສອນພວກສິດຂອງ^ເພິ່ນແດ່ທ້ອນ.”
[2] ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ເມື່ອພວກເຈົ້າພາວັນນາ^ອະທິຖານນັ້ນ ຈົ່ງເວົ້າດັ່ງນີ້: ‘ຂ້າແດ່ພຣະບິດາເຈົ້າ ຂໍໃຫ້ພຣະນາມຂອງ^ພຣະອົງ ເປັນທີ່ເຄົາຣົບບູຊາ ຂໍໃຫ້ຣາຊອານາຈັກຂອງ^ພຣະອົງ ມາຕັ້ງຢູ່ເທິງໂລກນີ້ເຖິດ.
[3] ຂໍໂຜດປະທານອາຫານປະຈຳວັນ ທີ່ພວກຂ້ານ້ອຍຕ້ອງການ
[4] ຂໍໂຜດຍົກໂທດບາບກຳ ໃຫ້ພວກຂ້ານ້ອຍດ້ວຍເທີ້ນ ດ້ວຍວ່າ, ພວກຂ້ານ້ອຍຍົກຄວາມຜິດ ຄວາມ^ບາບໃຫ້ທຸກຄົນ ທີ່ເຮັດຜິດຕໍ່ພວກຂ້ານ້ອຍນັ້ນ. ແລະ ຂໍຢ່ານຳພວກຂ້ານ້ອຍເຂົ້າໄປ ໃນການທົດລອງ.’”
[5] ພຣະອົງຊົງກ່າວກັບພວກເພິ່ນວ່າ, “ຜູ້ໃດໃນພວກເຈົ້າມີມິດ^ສະຫາຍຄົນໜຶ່ງ ແລະຈະໄປຫາມິດ^ສະຫາຍນັ້ນໃນເວລາທ່ຽງຄືນ ແລະເວົ້າວ່າ, ‘ສະຫາຍ^ເອີຍ, ຂໍໃຫ້ເຮົາຢືມເຂົ້າຈີ່ຈັກສາມກ້ອນແດ່.
[6] ເພາະເພື່ອນຄົນໜຶ່ງຂອງເຮົາຫາກໍເດີນທາງມາແວ່ ແລະເຮົາບໍ່ມີຫຍັງຈະສູ່ລາວກິນ.’
[7] ຝ່າຍມິດ^ສະຫາຍທີ່ຢູ່ຂ້າງໃນ ຈະຕອບອອກມາວ່າ, ‘ຢ່າລົບກວນເຮົາເທາະ ປະຕູກໍອັດແລ້ວ ແລະພວກລູກຂອງເຮົາ ກໍນອນຢູ່ກັບເຮົາໝົດແລ້ວ ເຮົາລຸກຂຶ້ນເອົາໃຫ້ເຈົ້າບໍ່ໄດ້ດອກ.’
[8] ເຮົາບອກພວກເຈົ້າວ່າ, ເຖິງແມ່ນຜູ້ນັ້ນ ຈະບໍ່ລຸກຂຶ້ນເອົາເຂົ້າຈີ່ໃຫ້ ເພາະການເປັນເພື່ອນກັນກໍຕາມ, ແຕ່ເພາະການໝັ່ນຂໍຂອງ^ຜູ້ເປັນເພື່ອນນັ້ນ ລາວກໍຈະລຸກຂຶ້ນເອົາໃຫ້ຕາມທີ່ເພື່ອນຕ້ອງການ.”
[9] ຝ່າຍເຮົາຈຶ່ງບອກແກ່ພວກເຈົ້າວ່າ, ຈົ່ງໝັ່ນຂໍ ແລະ ພວກເຈົ້າຈະໄດ້ຮັບ ຈົ່ງໝັ່ນຊອກຫາ ແລະພວກເຈົ້າຈະໄດ້ພົບ ຈົ່ງໝັ່ນເຄາະ ແລະຈະມີຜູ້ໄຂປະຕູໃຫ້.
[10] ດ້ວຍວ່າ, ທຸກຄົນທີ່ໝັ່ນຂໍ ກໍໄດ້ຮັບ ຜູ້ໃດທີ່ໝັ່ນຊອກຫາ ກໍໄດ້ພົບ ແລະຜູ້ໃດທີ່ໝັ່ນເຄາະ ກໍຈະມີຜູ້ໄຂປະຕູໃຫ້.”
[11] “ມີຜູ້ໃດ ໃນພວກເຈົ້າທີ່ເປັນພໍ່ຈະເອົາງູໃຫ້ ເມື່ອລູກຂອງ^ຕົນເອງຂໍປາ?
[12] ຫລືຈະເອົາແມງງອດໃຫ້ ເມື່ອລູກຂໍໄຂ່?
[13] ດ້ວຍເຫດນັ້ນ ພວກເຈົ້າຜູ້ເປັນຄົນຊົ່ວ ກໍຍັງຮູ້ຈັກເອົາຂອງ^ດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາເຈົ້າຂອງ^ພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນ ກໍຈະປະທານພຣະວິນຍານບໍຣິສຸດເຈົ້າ ແກ່ຜູ້ທີ່ຂໍຈາກພຣະອົງ.”
[14] ພຣະເຢຊູເຈົ້າກຳລັງຂັບໄລ່ຜີປາກກືກໂຕໜຶ່ງອອກ ເມື່ອຜີປາກກືກອອກໄປແລ້ວ ຊາຍຄົນນັ້ນກໍເລີ່ມຕົ້ນເວົ້າໄດ້ ຝ່າຍປະຊາຊົນຕ່າງກໍງຶດປະຫລາດ^ໃຈ,
[15] ແຕ່ປະຊາຊົນບາງຄົນເວົ້າວ່າ, “ແມ່ນເບເອນເຊບູນ ນາຍຂອງ^ຜີມານຮ້າຍທີ່ໃຫ້ອຳນາດແກ່ຄົນນີ້ ຂັບໄລ່ຜີມານຮ້າຍອອກ.”
[16] ສ່ວນຄົນອື່ນນັ້ນ ຫວັງຢາກຈັບຜິດພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາຈຶ່ງຂໍໃຫ້ພຣະອົງເຮັດໝາຍສຳຄັນ ການອັດສະຈັນຈາກສະຫວັນ.
[17] ແຕ່ພຣະເຢຊູເຈົ້າຮູ້ວ່າ ພວກເຂົາກຳລັງຄິດຢ່າງໃດ. ດັ່ງນັ້ນ ພຣະອົງຈຶ່ງກ່າວຕໍ່ພວກເຂົາວ່າ, “ອານາຈັກໃດ ທີ່ປະຊາຊົນແບ່ງອອກເປັນກຸ່ມຕໍ່ສູ້ກັນເອງ ກໍຈະຕັ້ງຢູ່ຕໍ່ໄປບໍ່ໄດ້ ຄົວເຮືອນໜຶ່ງ ທີ່ສະມາຊິກໃນຄອບຄົວຕໍ່ສູ້ກັນເອງ ກໍຈະລົ້ມລະລາຍ.
[18] ຖ້າອານາຈັກຂອງ^ມານຊາຕານແບ່ງກຸ່ມຕໍ່ສູ້ກັນແລະກັນ ອານາຈັກນັ້ນຈະຕັ້ງຢູ່ໄດ້ຢ່າງໃດ? ພວກເຈົ້າກ່າວຫາວ່າ ເຮົາຂັບໄລ່ພວກຜີມານຮ້າຍອອກໄດ້ ເພາະເບເອນເຊບູນໃຫ້ຣິດອຳນາດແກ່ເຮົາ.
[19] ຖ້າເຮົາຂັບໄລ່ພວກມັນໂດຍເບເອນເຊບູນນັ້ນ. ແມ່ນຜູ້ໃດໃຫ້ຣິດອຳນາດແກ່ລູກຫລານຂອງ^ພວກເຈົ້າຂັບໄລ່ຜີມານຮ້າຍ? ບັນດາລູກຫລານຂອງ^ພວກເຈົ້າເອງ ຈະເປັນຜູ້ຕັດສິນພວກເຈົ້າ
[20] ແຕ່ຖ້າເຮົາຂັບໄລ່ພວກຜີມານຮ້າຍອອກ ໂດຍຣິດອຳນາດຂອງ^ພຣະເຈົ້າ. ດັ່ງນັ້ນ ອານາຈັກຂອງ^ພຣະເຈົ້າກໍມາເຖິງພວກເຈົ້າແລ້ວ.
[21] ເມື່ອຄົນແຂງແຮງຜູ້ໜຶ່ງ ຖືອາວຸດຄົບຊຸດຕຽມພ້ອມເຝົ້າເຮືອນຂອງຕົນຢູ່ ສິ່ງຂອງ^ຂອງ^ລາວທີ່ມີຢູ່ທັງໝົດກໍປອດໄພ.
[22] ແຕ່ເມື່ອມີຄົນແຂງແຮງກວ່າມາໂຈມຕີ ແລະຊະນະລາວໄປ ຄົນນັ້ນກໍຈະຍາດເອົາອາວຸດທັງໝົດ ທີ່ເຈົ້າຂອງ^ເຮືອນເພິ່ງພານັ້ນໜີໄປ ແລະແບ່ງປັນສິ່ງຂອງ^ທັງໝົດທີ່ເຂົາຍາດເອົາໄປນັ້ນ.
[23] ຜູ້ໃດທີ່ບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ເຮົາ ຜູ້ໃດທີ່ບໍ່ໂຮມເຂົ້າກັບເຮົາ ກໍເປັນຜູ້ເຮັດໃຫ້ແຕກຊະຊາຍໄປ.”
[24] “ເມື່ອຜີຊົ່ວຮ້າຍອອກມາຈາກຄົນໃດແລ້ວ ມັນກໍທຽວໄປມາໃນຖິ່ນ^ແຫ້ງແລ້ງ^ກັນດານ ເພື່ອຊອກຫາບ່ອນພັກເຊົາເມື່ອຍ ເມື່ອມັນຫາບໍ່ໄດ້.
[25] ມັນກໍເວົ້າວ່າ, ‘ເຮົາຈະກັບຄືນເມືອເຮືອນຂອງເຮົາ ທີ່ເຮົາໄດ້ໜີມາ.’ ດັ່ງນັ້ນ ມັນຈຶ່ງກັບຄືນໄປ ແລະພົບເຮືອນນັ້ນເປົ່າຫວ່າງຢູ່ທັງສະອາດ ແລະຕົບແຕ່ງໄວ້ຢ່າງດີແລ້ວດ້ວຍ.
[26] ແລ້ວມັນກໍອອກໄປນຳເອົາຜີຊົ່ວຮ້າຍເຈັດໂຕ ທີ່ຊົ່ວຮ້າຍຍິ່ງກວ່າມັນອີກ ແລ້ວກັບມາເຂົ້າອາໄສຢູ່ທີ່ເຮືອນນັ້ນ ໃນທີ່ສຸດຄົນນີ້ ກໍຈະຢູ່ໃນສະພາບທີ່ຊົ່ວຮ້າຍຫລາຍກວ່າຕອນຕົ້ນອີກ.”
[27] ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານັ້ນແລ້ວ ກໍມີຍິງຄົນໜຶ່ງໃນໝູ່ປະຊາຊົນເວົ້າກັບພຣະອົງວ່າ, “ຍິງທີ່ໃຫ້ກຳເນີດທ່ານແລະລ້ຽງດູທ່ານ ຄວນມີຄວາມສຸກຫລາຍທີ່ສຸດ!”
[28] ແຕ່ພຣະເຢຊູເຈົ້າຕອບວ່າ, “ຄົນທັງຫລາຍທີ່ໄດ້ຟັງຖ້ອຍຄຳຂອງ^ພຣະເຈົ້າ ແລະປະຕິບັດຕາມ ກໍມີຄວາມສຸກຫລາຍກວ່ານັ້ນອີກ.”
[29] ເມື່ອປະຊາຊົນເຕົ້າໂຮມກັນໜາແໜ້ນຂຶ້ນ ພຣະເຢຊູເຈົ້າກໍກ່າວຕໍ່ພວກເຂົາວ່າ, “ຄົນໃນຍຸກນີ້ຕ່າງກໍຊົ່ວຮ້າຍ ພວກເຂົາຂໍໃຫ້ເຮັດການອັດສະຈັນ ແຕ່ຈະບໍ່ມີການອັດສະຈັນໃດໆໃຫ້ພວກເຂົາເຫັນເລີຍ ນອກຈາກການອັດສະຈັນເລື່ອງຂອງ^ໂຢນາ.
[30] ດ້ວຍວ່າ, ໂຢນາເປັນການອັດສະຈັນແກ່ຊາວເມືອງນີເນເວຢ່າງໃດ ບຸດມະນຸດກໍຈະເປັນການອັດສະຈັນແກ່ຄົນໃນຍຸກນີ້ຢ່າງນັ້ນ.
[31] ໃນວັນພິພາກສາໂລກ ນາງກະສັດຈາກທິດໃຕ້ຈະຢືນຂຶ້ນກ່າວໂທດພວກເຈົ້າ ເພາະນາງໄດ້ເດີນທາງມາໄກແສນໄກຈາກປະເທດຂອງຕົນ ເພື່ອຟັງຄຳສັ່ງສອນອັນເຕັມໄປດ້ວຍສະຕິປັນຍາຂອງ^ກະສັດໂຊໂລໂມນ ແລະເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ຜູ້ທີ່ຍິ່ງໃຫຍ່ກວ່າໂຊໂລໂມນກໍຢູ່ທີ່ນີ້.
[32] ໃນວັນແຫ່ງການ^ພິພາກສາ ຊາວເມືອງນີເນເວຈະຢືນຂຶ້ນກ່າວໂທດພວກເຈົ້າ ເພາະພວກເຂົາຖິ້ມໃຈເກົ່າ^ເອົາໃຈໃໝ່ ເມື່ອໄດ້ຍິນຄຳປະກາດຂອງ^ໂຢນາ ແລະຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້.”
[33] “ບໍ່ຫ່ອນມີຜູ້ໃດ ເມື່ອໄຕ້ໂຄມໄຟແລ້ວ ຕັ້ງໄວ້ໃນບ່ອນລັບບັງ ຫລືເອົາເຂົ້າໄວ້ໃນກະບຸງ, ແຕ່ເຄີຍຕັ້ງໄວ້ເທິງທີ່ສູງ ເພື່ອວ່າຄົນທີ່ເຂົ້າມາ ຈະເຫັນແສງ^ສະຫວ່າງນັ້ນ.
[34] ຕາເປັນດວງສະຫວ່າງສຳລັບຮ່າງກາຍ ເມື່ອຕາຂອງ^ເຈົ້າແຈ້ງເປັນປົກກະຕິ ຮ່າງກາຍທຸກພາກສ່ວນກໍແຈ້ງເໝືອນກັນ, ແຕ່ເມື່ອຕາຂອງ^ເຈົ້າບໍ່ແຈ້ງເປັນປົກກະຕິ ຮ່າງກາຍທຸກພາກສ່ວນກໍຢູ່ໃນຄວາມມືດ.
[35] ດ້ວຍເຫດນັ້ນ ຈົ່ງລະວັງໃຫ້ດີ ຢ້ານວ່າຄວາມ^ສະຫວ່າງທີ່ມີຢູ່ໃນເຈົ້ານັ້ນມືດໄປ.
[36] ຖ້າຮ່າງກາຍຂອງ^ເຈົ້າທຸກພາກສ່ວນເຕັມດ້ວຍຄວາມ^ສະຫວ່າງ ຄືບໍ່ມີສ່ວນໃດມືດເລີຍ ແສງແຈ້ງສະຫວ່າງນັ້ນ ກໍຈະສະຫວ່າງທົ່ວໄປ ເໝືອນດັ່ງແສງໂຄມໄຟສ່ອງມາໃສ່ເຈົ້າ ດ້ວຍແສງແຈ້ງອັນແຈ່ມໃສ.”
[37] ຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີຄົນຟາຣີຊາຍຜູ້ໜຶ່ງ ເຊີນພຣະອົງໄປຮັບປະທານອາຫານທີ່ເຮືອນຂອງຕົນ ພຣະເຢຊູເຈົ້າຈຶ່ງໄປ ແລະນັ່ງລົງຮັບປະທານອາຫານ.
[38] ຄົນຟາຣີຊາຍຜູ້ນີ້ ກໍປະຫລາດ^ໃຈເມື່ອເຫັນວ່າກ່ອນຈະກິນ ພຣະອົງບໍ່ໄດ້ຊຳລະລ້າງຕາມທຳນຽມ.
[39] ດັ່ງນັ້ນ ອົງພຣະ^ຜູ້^ເປັນເຈົ້າຈຶ່ງກ່າວແກ່ລາວວ່າ, “ເຈົ້າຄົນຟາຣີຊາຍ^ເອີຍ ເຈົ້າເຄີຍລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນແລ້ວ ພວກເຈົ້າເຕັມແຕ່ການໂລບເອົາ ແລະການຊົ່ວຮ້າຍ.
[40] ໂອ ຄົນໂງ່^ເອີຍ ພຣະເຈົ້າຜູ້ໄດ້ສ້າງພາຍນອກ ກໍໄດ້ສ້າງພາຍໃນເໝືອນກັນບໍ່ແມ່ນບໍ?
[41] ແຕ່ຈົ່ງບໍລິຈາກໃຫ້ແກ່ຄົນ^ຍາກຈົນ ຕາມທີ່ພວກເຈົ້າມີຢູ່ຂ້າງໃນ ແລະທຸກສິ່ງກໍຈະສະອາດເສາະໃສສຳລັບພວກເຈົ້າ.”
[42] “ແຕ່ວິບັດແກ່ເຈົ້າ ພວກຟາຣີຊາຍ^ເອີຍ ພວກເຈົ້າຖວາຍໜຶ່ງສ່ວນສິບ ໃນເຄື່ອງປູກຂອງ^ຝັງຕາມລະດູການແກ່ພຣະເຈົ້າ ຄືຜັກກ້ານກໍ່າ ຜັກແພວ ແລະຜັກອື່ນໆທຸກຊະນິດ, ແຕ່ພວກເຈົ້າລະເລີຍຄວາມ^ຍຸດຕິທຳ ແລະຄວາມຮັກຂອງ^ພຣະເຈົ້າ ແມ່ນສິ່ງນີ້ແຫລະ ທີ່ພວກເຈົ້າຄວນປະຕິບັດ ໂດຍບໍ່ລະເລີຍສິ່ງອື່ນດ້ວຍ.”
[43] “ວິບັດແກ່ເຈົ້າ ພວກຟາຣີຊາຍ^ເອີຍ ພວກເຈົ້າມັກນັ່ງບ່ອນມີກຽດໃນທຳມະສາລາ ແລະມັກໃຫ້ຄົນຄຳນັບດ້ວຍຄວາມນັບຖືກາງຕະຫລາດ.
[44] ວິບັດແກ່ພວກເຈົ້າ ພວກເຈົ້າເປັນດັ່ງບ່ອນຝັງສົບ ທີ່ຄົນບໍ່ສັງເກດຮູ້ເຫັນ ເປັນບ່ອນທີ່ຄົນທັງຫລາຍຢຽບໄປມາ ໂດຍບໍ່ຮູ້ວ່າມີຫຍັງ.”
[45] ແລ້ວກໍມີທຳບັນດິດຄົນໜຶ່ງ ເວົ້າຕໍ່ພຣະອົງວ່າ, “ອາຈານ^ເອີຍ ເມື່ອທ່ານເວົ້າເຊັ່ນນີ້ ທ່ານກໍເວົ້າໝິ່ນປະໝາດພວກເຮົາເໝືອນກັນ.”
[46] ພຣະເຢຊູເຈົ້າຕອບວ່າ, “ວິບັດຈະມີແກ່ພວກເຈົ້າເໝືອນກັນ ພວກທຳບັນດິດ^ເອີຍ ພວກເຈົ້າວາງພາລະໜັກເທິງຫລັງປະຊາຊົນ ສ່ວນພວກເຈົ້າເອງນັ້ນ ບໍ່ຍອມແມ່ນແຕ່ຈະເດ່ມືນີ້ວດຽວໄປຈັບ.
[47] ວິບັດແກ່ພວກເຈົ້າ ເພາະພວກເຈົ້າສ້າງອຸບມຸງຝັງສົບອັນງົດງາມໃຫ້ຜູ້ທຳນວາຍທັງຫລາຍ ຄືພວກຜູ້ທຳນວາຍເຫລົ່ານັ້ນແຫລະ ທີ່ບັນພະບຸລຸດຂອງ^ພວກເຈົ້າເອງໄດ້ຂ້າ.
[48] ດັ່ງນັ້ນ ພວກເຈົ້າຈຶ່ງເປັນພະຍານວ່າ ພວກເຈົ້າເຫັນພ້ອມກັບສິ່ງທີ່ບັນພະບຸລຸດຂອງ^ພວກເຈົ້າໄດ້ເຮັດ ພວກເຂົາໄດ້ຂ້າບັນດາຜູ້ທຳນວາຍ ແລະພວກເຈົ້າກໍເປັນຜູ້ສ້າງອຸບມຸງໃຫ້ແກ່ສົບເຫລົ່ານັ້ນ.
[49] ດ້ວຍເຫດນີ້ແຫລະ ພຣະປັນຍາຂອງ^ພຣະເຈົ້າຈຶ່ງກ່າວວ່າ, ‘ເຮົາຈະໃຊ້ພວກຜູ້ທຳນວາຍ ແລະ ພວກອັກຄະສາວົກມາຫາພວກເຂົາ, ພວກເຂົາຈະຂ້າບາງຄົນ ແລະຈະຂົ່ມເຫັງບາງຄົນ.’
[50] ສະນັ້ນ ຄົນໃນຍຸກນີ້ຈະຕ້ອງຖືກລົງໂທດຍ້ອນເລືອດຂອງ^ບັນດາຜູ້ທຳນວາຍທຸກຄົນທີ່ໄຫລອອກ ຕັ້ງແຕ່ຄາວວາງຮາກສ້າງໂລກ,
[51] ຄືຕັ້ງແຕ່ເລືອດຂອງ^ອາເບັນ ຈົນເຖິງເລືອດຂອງ^ຊາຂາຣີຢາ ຜູ້ທີ່ຖືກຂ້າລະຫວ່າງແທ່ນບູຊາກັບພຣະວິຫານນັ້ນ ແມ່ນແລ້ວເຮົາບອກພວກເຈົ້າວ່າ ຄົນໃນຍຸກນີ້ຈະຖືກລົງໂທດຍ້ອນເລືອດພວກນັ້ນທັງໝົດທີ່ຖືກຂ້າ.”
[52] “ວິບັດແກ່ເຈົ້າ ພວກທຳບັນດິດ^ເອີຍ ພວກເຈົ້າໄດ້ເອົາກະແຈ ທີ່ໄຂໄປສູ່ຄວາມ^ຮູ້ໄວ້ ພວກເຈົ້າເອງກໍບໍ່ເຂົ້າໄປ ແລະຄົນທີ່ພະຍາຍາມຈະເຂົ້າໄປນັ້ນ ພວກເຈົ້າຊໍ້າພັດຂັດຂວາງໄວ້.”
[53] ເມື່ອພຣະເຢຊູເຈົ້າຈາກທີ່ນັ້ນໄປແລ້ວ ພວກທຳມະຈານກັບພວກຟາຣີຊາຍ ກໍເລີ່ມຕົ້ນໂຈມຕີຕໍ່ຕ້ານພຣະອົງຢ່າງໜັກ ແລະຖາມພຣະອົງເຖິງຫລາຍສິ່ງ^ຫລາຍຢ່າງ,
[54] ໂດຍຫວັງຊອກຈັບຜິດພຣະອົງໃນຖ້ອຍຄຳໃດໜຶ່ງ ທີ່ພຣະອົງກ່າວອອກມາ.