Skip to content
Opens in a new window
Listen to this chapter • 7:23

[1] ໃນ​ຂະນະ​ນັ້ນ ມີ​ບາງຄົນ​ໃນທີ່ນັ້ນ ໄດ້​ເລົ່າ​ສູ່​ພຣະເຢຊູເຈົ້າ​ຟັງ ເຖິງ​ເລື່ອງ​ຊາວ​ຄາລີເລ​ທີ່​ຖືກ​ປີລາດ​ຂ້າ ເອົາ​ເລືອດ​ຂອງ^ເຂົາ​ປົນ​ກັບ​ເຄື່ອງ​ຖວາຍບູຊາ​ແກ່​ພຣະເຈົ້າ.

[2] ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ຄິດ​ວ່າ ຊາວ​ຄາລີເລ​ເຫລົ່ານັ້ນ ເປັນ​ຄົນ​ບາບ​ຫລາຍກວ່າ​ຊາວ​ຄາລີເລ​ພວກ​ອື່ນໆ​ທັງໝົດ ເພາະ​ພວກເຂົາ​ໄດ້​ຖືກ​ຂ້າ​ຢ່າງ​ໂຫດຮ້າຍ​ເຊັ່ນ​ນັ້ນ​ບໍ?

[3] ບໍ່ແມ່ນ​ດອກ ເຮົາ​ບອກ​ເຈົ້າ^ທັງຫລາຍ​ວ່າ ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າ^ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.

[4] ທັງ​ພວກ​ສິບແປດ​ຄົນ​ໃນ​ຊີໂລອາມ ທີ່​ປ້ອມ​ເຈື່ອນ​ທັບ​ຕາຍ​ນັ້ນ​ເດ? ພວກເຈົ້າ​ກໍ​ຄິດ​ວ່າ ພວກເຂົາ​ເປັນ​ຄົນ​ເຮັດ​ຜິດ​ຫລາຍກວ່າ​ປະຊາຊົນ​ອື່ນໆ​ທັງໝົດ ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຊັ້ນບໍ?

[5] ບໍ່ແມ່ນ​ດອກ ເຮົາ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ທັງໝົດ​ບໍ່​ຖິ້ມໃຈເກົ່າ^ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.”

[6] ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເຂົາ​ຟັງ​ວ່າ, “ຍັງ​ມີ​ຊາຍ​ຄົນ​ໜຶ່ງ ທີ່​ມີ​ຕົ້ນ^ເດື່ອເທດ​ຕົ້ນ​ໜຶ່ງ ໃນ​ສວນ^ອະງຸ່ນ​ຂອງຕົນ, ລາວ​ໄປ​ຊອກ​ຫາ​ໝາກເດື່ອ​ໃນ​ຕົ້ນ​ນັ້ນ ກໍ​ບໍ່​ພົບ​ເຫັນ​ເລີຍ.

[7] ດັ່ງນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ຄົນ​ຮັກສາ​ສວນ​ວ່າ, ‘ເບິ່ງແມ! ເປັນ​ເວລາ​ສາມ​ປີ​ແລ້ວ ທີ່​ຂ້ອຍ​ມາ​ຊອກ​ຫາ​ໝາກເດື່ອ​ໃນ​ຕົ້ນ​ນີ້ ແລະ​ຂ້ອຍ​ກໍ​ບໍ່​ພົບ​ເຫັນ​ເລີຍ ຈົ່ງ​ປໍ້າ​ມັນ​ຖິ້ມ​ເສຍ ຈະ​ເອົາ​ໄວ້​ໃຫ້​ຮົກ​ດິນ​ລ້າໆ​ເຮັດ​ຫຍັງ?’

[8] ແຕ່​ຄົນ​ຮັກສາ​ສວນ​ນັ້ນ​ຕອບ​ວ່າ, ‘ທ່ານເອີຍ ຂໍ​ປະ​ໄວ້​ປີ​ນີ້​ກ່ອນ ຂ້ານ້ອຍ​ຈະ​ຂຸດ​ດິນ​ອ້ອມ ແລະ​ເອົາ​ຝຸ່ນ​ໃສ່.

[9] ປີ​ໜ້າ ຖ້າ​ມັນ​ເກີດ​ໝາກ​ກໍ​ຈະ​ເປັນ​ການ​ດີ​ຫລາຍ ຖ້າ​ບໍ່​ເກີດ​ໝາກ ທ່ານ​ຈົ່ງ​ປໍ້າ​ມັນ​ຖິ້ມ​ເສຍ.’”

[10] ໃນ​ວັນ^ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ.

[11] ໃນທີ່ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ ມັນ​ເຮັດ​ໃຫ້​ນາງ​ເຈັບໂຊ​ມາ​ສິບແປດ​ປີ​ແລ້ວ ນາງ​ເປັນ​ຫລັງ​ກົ່ງ​ແລະ​ຢືນ​ຊື່​ບໍ່ໄດ້.

[12] ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ ແລະ​ກ່າວ​ວ່າ, “ນາງ^ເອີຍ ເຈົ້າ​ພົ້ນ​ຈາກ​ພະຍາດ​ໂຣຄາ​ຂອງ^ເຈົ້າ​ແລ້ວ”

[13] ພຣະອົງ​ວາງ​ມື​ໃສ່​ນາງ ໃນ​ທັນໃດນັ້ນ ນາງ​ກໍ​ຢືນ​ຊື່​ໄດ້ ແລະ​ນາງ​ຈຶ່ງ​ກ່າວ​ສັນລະເສີນ​ພຣະເຈົ້າ.

[14] ແຕ່​ຫົວໜ້າ​ທຳມະສາລາ​ຊໍ້າພັດ​ເຄືອງໃຈ ທີ່​ພຣະເຢຊູເຈົ້າ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໃນ​ວັນ^ຊະບາໂຕ. ດັ່ງນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ພວກເຮົາ​ຄວນ​ເຮັດ​ວຽກງານ ຈົ່ງ​ມາ​ຮັບ​ການ​ຮັກສາ​ໃນ​ຫົກ​ວັນ​ນັ້ນ ແຕ່​ຢ່າ​ມາ​ໃນ​ວັນ^ຊະບາໂຕ.”

[15] ແລ້ວ​ອົງພຣະ^ຜູ້^ເປັນເຈົ້າ​ຊົງ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນ^ໜ້າຊື່^ໃຈຄົດ^ເອີຍ ພວກເຈົ້າ​ແຕ່ລະຄົນ​ບໍ່ເຄີຍ​ແກ້​ງົວ ຫລື​ລໍ​ຂອງຕົນ ແລະ​ຈູງ​ອອກ​ຈາກ​ຄອກ​ໄປ​ກິນ​ນໍ້າ​ໃນ​ວັນ^ຊະບາໂຕ​ບໍ?

[16] ສ່ວນ​ຍິງ​ຄົນ​ນີ້ ກໍ​ເປັນ​ລູກຫລານ​ຂອງ^ອັບຣາຮາມ ທີ່​ມານຊາຕານ​ຜູກມັດ​ໄວ້​ເປັນ​ເວລາ​ສິບແປດ​ປີ​ແລ້ວ ບໍ່​ສົມຄວນ​ບໍ ທີ່​ຕ້ອງ​ແກ້​ນາງ​ໃຫ້​ຫລຸດ​ຈາກ​ເຄື່ອງ​ຜູກ​ມັດ​ນີ້ ໃນ​ວັນ^ຊະບາໂຕ?”

[17] ຄຳຕອບ​ຂອງ^ພຣະອົງ ເຮັດ​ໃຫ້​ພວກ​ທີ່​ຕໍ່ສູ້​ພຣະອົງ​ອັບອາຍ^ຂາຍໜ້າ​ຫລາຍ ສ່ວນ​ປະຊາຊົນ​ຕ່າງ​ກໍ​ຊົມຊື່ນ^ຍິນດີ ເພາະ​ສິ່ງ​ອັດສະຈັນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ກະທຳ.

[18] ແລ້ວ​ພຣະເຢຊູເຈົ້າ​ກໍ​ຖາມ​ວ່າ, “ຣາຊອານາຈັກ​ຂອງ^ພຣະເຈົ້າ​ເໝືອນ​ກັບ​ສິ່ງໃດ? ແລະ​ເຮົາ​ຈະ​ປຽບ​ຣາຊອານາຈັກ​ນັ້ນ​ໃສ່​ກັບ​ສິ່ງໃດ?

[19] ກໍ​ເໝືອນ​ກັບ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ຊຶ່ງ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງຕົນ ພືດ​ນັ້ນ​ກໍ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ແລະ​ຝູງ​ນົກ​ກໍ​ມາ​ເຮັດ​ຮັງ​ໃສ່​ກິ່ງ​ກ້ານ​ຂອງ^ມັນ.”

[20] ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ຈະ​ປຽບ​ຣາຊອານາຈັກ​ຂອງ^ພຣະເຈົ້າ​ເໝືອນ​ກັບ​ສິ່ງໃດ?

[21] ກໍ​ເໝືອນ​ກັບ​ເຊື້ອແປ້ງ ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້ງ​ທັງໝົດ​ນັ້ນ​ຟູ​ຂຶ້ນ.”

[22] ຂະນະທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ສູ່​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະອົງ​ໄດ້​ຜ່ານ​ໄປ​ຕາມ​ບ້ານ​ເມືອງ​ຕ່າງໆ ແລະ​ສັ່ງສອນ​ປະຊາຊົນ.

[23] ມີ​ຄົນ​ໜຶ່ງ​ຖາມ​ພຣະອົງ​ວ່າ, “ທ່ານເອີຍ ຜູ້​ທີ່​ຈະ​ພົ້ນ​ນັ້ນ​ມີ​ພຽງ​ໜ້ອຍ​ຄົນ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ,

[24] “ຈົ່ງ​ເອົາໃຈໃສ່​ແຂ່ງຂັນ​ກັນ​ເຂົ້າ​ທາງ​ປະຕູ​ຄັບແຄບ ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ທີ່​ຈະ​ພະຍາຍາມ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້.

[25] ເມື່ອ​ເຈົ້າ​ຂອງ^ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ^ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ^ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ^ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ’

[26] ແລ້ວ​ພວກເຈົ້າ​ກໍ​ຈະ​ຕອບ​ວ່າ, ‘ພວກ​ຂ້ານ້ອຍ​ເຄີຍ​ກິນ​ແລະ​ດື່ມ​ກັບ​ພຣະອົງ ພຣະອົງ​ເຄີຍ​ສັ່ງສອນ​ໃນ​ບ້ານ​ເມືອງ​ຂອງ^ພວກ^ຂ້ານ້ອຍ’

[27] ຝ່າຍ​ເຈົ້າຂອງ^ເຮືອນ​ຍັງ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ ຈົ່ງ​ຖອຍ​ໜີໄປ​ຈາກ​ເຮົາ ພວກເຈົ້າ​ທຸກຄົນ​ທີ່​ເຮັດ​ການ​ອັນ​ບໍ່​ຊອບທຳ^ເອີຍ’

[28] ຈາກ​ນັ້ນ ພວກເຈົ້າ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວ​ຟັນ ເມື່ອ​ພວກເຈົ້າ​ເຫັນ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ຕະຫລອດ​ທັງ​ຜູ້ທຳນວາຍ​ທຸກຄົນ​ໃນ​ອານາຈັກ​ຂອງ^ພຣະເຈົ້າ, ແຕ່​ຝ່າຍ​ພວກເຈົ້າ​ຈະ​ຖືກ​ຊັດຖິ້ມ​ອອກ​ໄປ.

[29] ຈະ​ມີ​ຄົນ​ມາ​ຈາກ​ທິດ​ຕາເວັນອອກ ທິດ^ຕາເວັນຕົກ ທິດເໜືອ ແລະ​ທິດ​ໃຕ້ ມາ​ນັ່ງ​ລົງ​ຮ່ວມ​ໂຕະ​ງານກິນລ້ຽງ​ໃນ​ອານາຈັກ​ຂອງ^ພຣະເຈົ້າ.

[30] ແລະ ເບິ່ງແມ! ພວກ​ທີ່​ເປັນ​ຜູ້ປາຍ ຈະ​ກາຍເປັນ​ຜູ້ຕົ້ນ ແລະ​ພວກ​ທີ່​ເປັນ​ຜູ້ຕົ້ນ ຈະ​ກັບ​ເປັນ​ຜູ້ປາຍ.”

[31] ໃນ​ເວລາ​ດຽວກັນ​ນັ້ນ ກໍ​ມີ​ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ໃຫ້​ທ່ານ​ອອກ​ໜີໄປ​ຈາກ​ທີ່​ນີ້​ເສຍ ເພາະ​ກະສັດ​ເຮໂຣດ​ຢາກ​ປະຫານ​ຊີວິດ​ທ່ານ.”

[32] ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ບອກ​ໝາຈິກຈອກ​ໂຕ​ນັ້ນ​ວ່າ, ‘ມື້ນີ້ ແລະ​ມື້ອື່ນ​ເຮົາ​ຈະ​ຂັບໄລ່​ມານຮ້າຍ ແລະ​ເຮັດ​ໃຫ້​ຄົນ​ຫາຍ​ດີ​ພະຍາດ ແລະ​ໃນ​ວັນ​ທີ​ສາມ ເຮົາ​ຈະ​ສຳເລັດ​ພາລະກິດ​ຂອງເຮົາ.’

[33] ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຈະ​ຕ້ອງ​ເດີນທາງ​ໄປ​ໃນ​ມື້ນີ້ ມື້ອື່ນ ແລະ​ມື້ຮື ເພາະ​ບໍ່​ເປັນ​ການ​ສົມຄວນ​ທີ່​ຜູ້^ປະກາດ^ພຣະທຳ ຕ້ອງ​ຖືກ​ຂ້າ​ນອກ​ນະຄອນ​ເຢຣູຊາເລັມ.”

[34] “ໂອ ເຢຣູຊາເລັມ ເຢຣູຊາເລັມ^ເອີຍ ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້^ປະກາດ^ພຣະທຳ ເຈົ້າ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ພວກ​ທີ່​ຮັບໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາຖະໜາ ອ້າ​ແຂນ​ໂອບກອດ​ປະຊາຊົນ​ທັງໝົດ​ຂອງ^ເຈົ້າ​ໄວ້ ເໝືອນ​ແມ່​ໄກ່​ຮວບຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ^ມັນ ແຕ່​ພວກເຈົ້າ​ຊໍ້າພັດ​ບໍ່​ຍິນຍອມ

[35] ດັ່ງນັ້ນ ເຮືອນ​ຂອງ^ພວກເຈົ້າ​ຈະ​ຖືກ​ປະຖິ້ມ ແລະ​ຮ້າງເປົ່າ ເຮົາ​ບອກ​ເຈົ້າ^ທັງຫລາຍ​ຕາມ^ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ ຈົນກວ່າ​ພວກເຈົ້າ​ຈະ​ອອກ​ປາກ​ເວົ້າ​ວ່າ, ‘ຂໍ​ໃຫ້​ທ່ານ​ຜູ້​ສະເດັດ​ມາ​ໃນ​ນາມ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ.’”

ລູກາ — Chapters