[1] ໃນຂະນະນັ້ນ ປະຊາຊົນໄດ້ມາເຕົ້າໂຮມກັນເປັນໝື່ນໆ ຈົນຍ່າງບຽດກັນ ພຣະເຢຊູເຈົ້າຕັ້ງຕົ້ນກ່າວກັບພວກສາວົກວ່າ, “ຈົ່ງລະວັງເຊື້ອແປ້ງຂອງ^ພວກຟາຣີຊາຍໃຫ້ດີ ຄືຄວາມ^ໜ້າຊື່^ໃຈຄົດຂອງ^ພວກເຂົາ.
[2] ສິ່ງໃດທີ່ປິດບັງໄວ້ ຈະຖືກເປີດເຜີຍ ແລະສິ່ງໃດກໍຕາມທີ່ເປັນຄວາມ^ລັບ ຈະຖືກເປີດເຜີຍອອກໃຫ້ຮູ້.
[3] ດັ່ງນັ້ນແຫລະ, ສິ່ງໃດທີ່ພວກເຈົ້າໄດ້ເວົ້າໃນບ່ອນມືດ ຈະມີຄົນໄດ້ຍິນທົ່ວໄປໃນບ່ອນແຈ້ງ ແລະສິ່ງໃດທີ່ພວກເຈົ້າໄດ້ຊິ່ມໃສ່ຫູຄົນຢູ່ໃນຫ້ອງທີ່ປິດໄວ້ ຈະມີຄົນຮ້ອງປະກາດຢູ່ເທິງຫລັງຄາເຮືອນ.”
[4] “ມິດ^ສະຫາຍ^ເອີຍ ເຮົາບອກພວກເຈົ້າວ່າ ຢ່າສູ່ຢ້ານຜູ້ທີ່ຂ້າໄດ້ພຽງແຕ່ຮ່າງກາຍ, ແຕ່ຕໍ່ມາຈະເຮັດສິ່ງໃດບໍ່ໄດ້ອີກ.
[5] ເຮົາຈະເຕືອນໃຫ້ພວກເຈົ້າຮູ້ວ່າ ຜູ້ໃດທີ່ພວກເຈົ້າຄວນຢ້ານ ຈົ່ງຢ້ານພຣະເຈົ້າຜູ້ທີ່ມີສິດອຳນາດ ທີ່ຈະຂ້າແລະຖິ້ມລົງໃນນະຣົກໄດ້ ແມ່ນແທ້ເຮົາບອກພວກເຈົ້າວ່າ ຈົ່ງຢ້ານພຣະອົງນັ້ນແຫລະ.”
[6] “ນົກຈອກຫ້າໂຕເຂົາຂາຍພຽງແຕ່ສອງອັດບໍ່ແມ່ນບໍ? ແລະໃນຝູງນົກເຫລົ່ານັ້ນ ພຣະເຈົ້າກໍບໍ່ໄດ້ຫລົງລືມແມ່ນແຕ່ໂຕດຽວ.
[7] ແມ່ນແຕ່ຜົມທຸກເສັ້ນທີ່ຫົວຂອງ^ພວກເຈົ້າ ກໍຖືກນັບໄວ້ໝົດແລ້ວ. ດັ່ງນັ້ນ ຢ່າສູ່ຢ້ານ ພວກເຈົ້າກໍປະເສີດກວ່ານົກຈອກຕັ້ງຫລາຍໂຕ.”
[8] “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ທຸກຄົນທີ່ຈະຮັບເຮົາຕໍ່ໜ້າມະນຸດ ບຸດມະນຸດກໍຈະຮັບຜູ້ນັ້ນ ຕໍ່ໜ້າຝູງເທວະດາຂອງ^ພຣະເຈົ້າເໝືອນກັນ,
[9] ແຕ່ຜູ້ໃດທີ່ປະຕິເສດເຮົາຕໍ່ໜ້າມະນຸດ ຜູ້ນັ້ນກໍຈະຖືກປະຕິເສດ ຕໍ່ໜ້າຝູງເທວະດາຂອງ^ພຣະເຈົ້າເໝືອນກັນ.”
[10] “ຜູ້ໃດກໍຕາມ ທີ່ເວົ້າຄຳໜຶ່ງຄຳໃດຕໍ່ສູ້ບຸດມະນຸດ ຈະໄດ້ຮັບການອະໄພ, ແຕ່ຜູ້ທີ່ເວົ້າໝິ່ນປະໝາດຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຜູ້ນັ້ນຈະບໍ່ໄດ້ຮັບການອະໄພ.”
[11] “ເມື່ອພວກເຂົານຳພວກເຈົ້າໄປສອບສວນໃນທຳມະສາລາ ຫລືຕໍ່ໜ້າບັນດາຜູ້ປົກຄອງ ຫລືຜູ້ມີສິດອຳນາດ ຢ່າສູ່ຄິດກະວົນ^ກະວາຍວ່າ ຈະປ້ອງກັນຕົວເອງຢ່າງໃດ ຫລືຈະເວົ້າຢ່າງໃດ.
[12] ດ້ວຍວ່າ, ພຣະວິນຍານບໍຣິສຸດເຈົ້າ ຈະໂຜດສອນພວກເຈົ້າໃນເວລານັ້ນວ່າ ຄວນຈະເວົ້າຢ່າງໃດ.”
[13] ມີຄົນໜຶ່ງໃນປະຊາຊົນ ໄດ້ເວົ້າກັບພຣະເຢຊູເຈົ້າວ່າ, “ອາຈານ^ເອີຍ ໂຜດບອກອ້າຍຂອງ^ຂ້ານ້ອຍ ແບ່ງມໍຣະດົກທີ່ພໍ່ປະໄວ້ໃຫ້ພວກຂ້ານ້ອຍແດ່ທ້ອນ.”
[14] ພຣະເຢຊູເຈົ້າຕອບລາວວ່າ, “ຊາຍ^ເອີຍ ຜູ້ໃດໄດ້ຕັ້ງເຮົາໃຫ້ເປັນຜູ້ຕັດສິນຄວາມ ຫລືເປັນຜູ້ແບ່ງປັນມໍຣະດົກລະຫວ່າງພວກເຈົ້າ?”
[15] ແລ້ວພຣະອົງກໍກ່າວແກ່ພວກເຂົາວ່າ, “ຈົ່ງລະວັງແລະເຝົ້າຮັກສາຕົນໄວ້ ໃຫ້ເວັ້ນຈາກຄວາມ^ໂລບທຸກຢ່າງ ເພາະຊີວິດແທ້ຂອງ^ມະນຸດ ບໍ່ຂຶ້ນຢູ່ກັບຊັບສິ່ງຂອງອັນບໍຣິບູນທີ່ຕົນມີຢູ່.”
[16] ແລ້ວພຣະເຢຊູເຈົ້າ ກໍໃຊ້ຄຳອຸປະມາຂໍ້ນີ້ໃຫ້ພວກເຂົາຟັງວ່າ, “ເສດຖີຄົນໜຶ່ງ ມີທີ່ດິນ ຊຶ່ງເກີດຜົນລະປູກໄດ້ດີ.
[17] ເສດຖີຄົນນີ້ຈຶ່ງຄິດໃນໃຈວ່າ, ‘ເຮົາຈະເຮັດແນວໃດດີ ເພາະເຮົາບໍ່ມີບ່ອນພຽງພໍ ເພື່ອຈະເກັບຜົນລະປູກທັງໝົດນີ້ໄວ້?’
[18] ແລ້ວເສດຖີກໍເວົ້າວ່າ, ‘ເຮົາຈະເຮັດດັ່ງນີ້ ຄືເຮົາຈະມ້າງເລົ້າທັງຫລາຍທີ່ເຮົາມີຢູ່ ແລະສ້າງເລົ້າໃໝ່ໃຫ້ໃຫຍ່ກວ່າເກົ່າຂຶ້ນແທນ ແລະເອົາຜົນລະປູກ ກັບສິ່ງຂອງທັງໝົດທີ່ເຮົາມີ ເກັບໄວ້ຢູ່ໃນບ່ອນນັ້ນ.’
[19] ແລ້ວເຮົາກໍຈະເວົ້າກັບຕົວເອງວ່າ, ‘ຈິດໃຈ^ເອີຍ ເຮົາມີເຂົ້າຂອງ^ດີ ເພື່ອໄວ້ກິນຫລາຍໆປີຕາມຄວາມ^ຕ້ອງການ ຈົ່ງໃຊ້ຊີວິດຢ່າງສຸກສະບາຍ ຈົ່ງກິນ ຈົ່ງດື່ມ ແລະຈົ່ງເຮັດໃຫ້ຕົນເອງມ່ວນຊື່ນເທາະ’
[20] ແຕ່ພຣະເຈົ້າກ່າວແກ່ລາວວ່າ, ‘ຄົນໂງ່^ເອີຍ ໃນຄືນນີ້ແຫລະ ຊີວິດຂອງ^ເຈົ້າຈະດັບໄປຈາກເຈົ້າ, ສ່ວນສິ່ງຂອງທີ່ເຈົ້າໄດ້ຫາມາໄວ້ນັ້ນ ຈະຕົກເປັນຂອງ^ຜູ້ໃດ?’
[21] ຄົນທີ່ທ້ອນໂຮມຊັບສົມບັດໄວ້ສຳລັບຕົນເອງ ແລະບໍ່ຮັ່ງມີຕໍ່ພຣະເຈົ້າກໍເປັນດັ່ງນີ້ແຫລະ.”
[22] ແລ້ວພຣະອົງຊົງກ່າວກັບພວກສາວົກວ່າ, “ດ້ວຍເຫດນັ້ນ ເຮົາບອກເຈົ້າ^ທັງຫລາຍວ່າ ຢ່າກະວົນ^ກະວາຍເຖິງຊີວິດຂອງຕົນວ່າ ຈະກິນຫຍັງ ແລະເຖິງຮ່າງກາຍຂອງຕົນວ່າ ຈະນຸ່ງຫົ່ມຫຍັງ.
[23] ເພາະວ່າຊີວິດກໍສຳຄັນລື່ນກວ່າອາຫານ ແລະຮ່າງກາຍກໍສຳຄັນລື່ນກວ່າເຄື່ອງນຸ່ງຫົ່ມ.
[24] ຈົ່ງພິຈາລະນາເບິ່ງຝູງກາ ພວກມັນບໍ່ໄດ້ຫວ່ານເມັດພືດ ຫລືເກັບກ່ຽວຜົນລະປູກ ພວກມັນບໍ່ມີເລົ້າເຂົ້າ ຫລືບ່ອນເກັບເຄື່ອງຂອງ ແຕ່ພຣະເຈົ້າກໍຍັງຊົງລ້ຽງພວກມັນໄວ້, ພວກເຈົ້າຍິ່ງມີຄ່າລື່ນກວ່າຝູງນົກເຫລົ່ານັ້ນ
[25] ມີຜູ້ໃດແດ່ໃນພວກເຈົ້າໂດຍຄວາມ^ກະວົນ^ກະວາຍນີ້ ອາດຕໍ່ຊີວິດໃຫ້ຍືນຍາວໄປອີກໄດ້ບໍ່?
[26] ດັ່ງນັ້ນ ຖ້າພວກເຈົ້າຈັດການກັບສິ່ງເລັກນ້ອຍເຊັ່ນນີ້ບໍ່ໄດ້ ເປັນຫຍັງຈຶ່ງກະວົນ^ກະວາຍເຖິງສິ່ງອື່ນ?
[27] ຈົ່ງສັງເກດເບິ່ງດອກໄມ້ປ່າເຫລົ່ານັ້ນວ່າ ມັນໃຫຍ່ຂຶ້ນມາໄດ້ຢ່າງໃດ ມັນບໍ່ໄດ້ເຮັດວຽກ ຫລືຕໍ່າຜ້າເຮັດເຄື່ອງນຸ່ງສຳລັບມັນເອງ, ແຕ່ເຮົາບອກພວກເຈົ້າວ່າ ແມ່ນແຕ່ກະສັດໂຊໂລໂມນເມື່ອບໍຣິບູນດ້ວຍສະຫງ່າຣາສີ ກໍຍັງບໍ່ມີເຄື່ອງນຸ່ງງາມເທົ່າກັບດອກໄມ້ເຫລົ່ານີ້ດອກໜຶ່ງ.
[28] ຖ້າພຣະເຈົ້າເປັນຜູ້ຕົບແຕ່ງດອກໄມ້ປ່າ ຢູ່ຕາມທົ່ງຫຍ້າທີ່ມີຢູ່ໃນວັນນີ້ ແລະວັນໜ້າກໍຈະຖືກຕັດເຜົາໄຟເສຍ. ໂອ ຄົນມີຄວາມເຊື່ອໜ້ອຍ^ເອີຍ ພຣະອົງຈະບໍ່ຕົບແຕ່ງພວກເຈົ້າຫລາຍກວ່າດອກໄມ້ນັ້ນບໍ?”
[29] “ດັ່ງນັ້ນ ຢ່າກະວົນ^ກະວາຍວ່າ ຈະກິນຫຍັງ ຫລືຈະດື່ມຫຍັງ. (
[30] ດ້ວຍວ່າ, ຄົນທົ່ວໄປຢູ່ໃນໂລກນີ້ກະວົນ^ກະວາຍຢູ່ສະເໝີ ກັບເລື່ອງທັງໝົດເຫລົ່ານີ້.) ພຣະບິດາເຈົ້າຂອງ^ພວກເຈົ້າຮູ້ວ່າ ພວກເຈົ້າຕ້ອງການສິ່ງເຫລົ່ານີ້.
[31] ແຕ່ຈົ່ງຊອກສະແຫວງຫາອານາຈັກຂອງ^ພຣະເຈົ້າ ແລະພຣະອົງຈະເພີ່ມສິ່ງເຫລົ່ານີ້ໃຫ້ແກ່ພວກເຈົ້າ.”
[32] “ແກະຝູງນ້ອຍ^ເອີຍ ຢ່າສູ່ຢ້ານ ເພາະພຣະບິດາເຈົ້າຂອງ^ພວກເຈົ້າ ຊົງພໍພຣະໄທຈະປະທານຣາຊອານາຈັກໃຫ້ແກ່ພວກເຈົ້າ.
[33] ຈົ່ງຂາຍສິ່ງຂອງ^ທັງໝົດທີ່ພວກເຈົ້າມີຢູ່ ແລະບໍລິຈາກເງິນນັ້ນໃຫ້ແກ່ຄົນ^ຍາກຈົນ ຈົ່ງເຮັດຖົງ^ເງິນອັນບໍ່ຮູ້ເກົ່າໄວ້ສຳລັບຕົນ ແລະສະສົມຊັບສົມບັດຂອງ^ພວກເຈົ້າໄວ້ໃນສະຫວັນ ຊຶ່ງໝົດບໍ່ເປັນ ບ່ອນທີ່ຂະໂມຍເຂົ້າໄປບໍ່ໄດ້ ແລະບ່ອນທີ່ມອດກັດກິນບໍ່ໄດ້.
[34] ເພາະຊັບສົມບັດຂອງ^ພວກເຈົ້າຢູ່ທີ່ໃດ ໃຈຂອງ^ພວກເຈົ້າກໍຢູ່ທີ່ນັ້ນແຫລະ.”
[35] “ເຈົ້າ^ທັງຫລາຍ ຈົ່ງຮັດແອວໄວ້ ແລະໄຕ້ໂຄມຂອງ^ເຈົ້າຢູ່.
[36] ດັ່ງຄົນ^ຮັບໃຊ້ທີ່ກຳລັງລໍຄອຍຖ້າຮັບນາຍຂອງຕົນ ກັບມາແຕ່ການກິນລ້ຽງໃນພິທີແຕ່ງງານ ເມື່ອເພິ່ນມາເອີ້ນແລະເຄາະປະຕູ ເຂົາກໍຈະໄຂໃຫ້ເພິ່ນທັນທີ.
[37] ເມື່ອພວກຄົນ^ຮັບໃຊ້ທີ່ນາຍຂອງຕົນມາພົບ ພວກເຂົາຕຽມພ້ອມຢູ່ກໍເປັນສຸກ ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ນາຍຈະໃຊ້ຜ້າຮັດແອວຂອງຕົນ ແລະບອກພວກຄົນ^ຮັບໃຊ້ນັ່ງລົງ ເພື່ອຮັບປະທານອາຫານແລ້ວເພິ່ນກໍຈະຮັບໃຊ້ພວກເຂົາ.
[38] ຖ້ານາຍມາໃນເວລາທ່ຽງຄືນ ຫລືຂ້ອນແຈ້ງ ແລະພົບພວກເຂົາຕຽມພ້ອມຢູ່ ພວກເຂົາກໍຈະເປັນສຸກ
[39] ແຕ່ຈົ່ງເຂົ້າໃຈດັ່ງນີ້ວ່າ, ຖ້າເຈົ້າຂອງ^ເຮືອນໄດ້ຮູ້ກ່ອນວ່າ ຂະໂມຍຈະມາ ລາວຄົງຈະບໍ່ປ່ອຍໃຫ້ຂະໂມຍງັດເຂົ້າໄປໃນເຮືອນຂອງຕົນໄດ້.
[40] ພວກເຈົ້າກໍເໝືອນກັນຈົ່ງຕຽມຕົວໄວ້ໃຫ້ພ້ອມ ເພາະວ່າ ບຸດມະນຸດຈະມາໃນໂມງທີ່ພວກເຈົ້າບໍ່ໄດ້ຄາດຄິດມາກ່ອນ.”
[41] ແລ້ວເປໂຕກໍຖາມວ່າ, “ພຣະອົງເຈົ້າ^ເອີຍ ທ່ານຍົກຄຳອຸປະມານີ້ຂຶ້ນມາ ເພື່ອໝາຍເຖິງພວກຂ້ານ້ອຍ ຫລືວ່າໝາຍເຖິງທຸກໆຄົນ?”
[42] ອົງພຣະ^ຜູ້^ເປັນເຈົ້າຕອບວ່າ, “ແມ່ນຜູ້ໃດທີ່ເປັນຜູ້ຈັດການທີ່ສັດຊື່ ແລະສະຫລາດ? ກໍແມ່ນຜູ້ທີ່ນາຍຂອງຕົນມອບໃຫ້ຮັບຜິດຊອບເບິ່ງແຍງ ຄົນ^ຮັບໃຊ້ຜູ້ອື່ນຂອງ^ເພິ່ນ ແລະແຈກຈ່າຍອາຫານໃຫ້ຄົນ^ຮັບໃຊ້ເຫລົ່ານັ້ນຕາມເວລາ.
[43] ເມື່ອນາຍມາພົບຂ້າໃຊ້ຜູ້ກຳລັງເຮັດຢ່າງນັ້ນຢູ່ ມັນກໍເປັນສຸກ.
[44] ແນ່ນອນທີ່ສຸດ ເຮົາບອກພວກເຈົ້າວ່າ ຜູ້ເປັນນາຍຈະໃຫ້ຄົນ^ຮັບໃຊ້ຜູ້ນັ້ນຮັບຜິດຊອບສົມບັດທັງໝົດຂອງຕົນ.
[45] ແຕ່ຖ້າຄົນໃຊ້ຜູ້ນັ້ນຄິດວ່າ ຍັງອີກດົນນາຍຂອງຕົນຈະກັບມາ ແລະຖ້າລາວລົງມືຂ້ຽນຕີຄົນ^ຮັບໃຊ້ຜູ້ອື່ນໆ ທັງຊາຍແລະຍິງ ທັງກິນແລະດື່ມຈົນມືນເມົາດ້ວຍ,
[46] ແລ້ວວັນໜຶ່ງ ນາຍຂອງ^ຄົນ^ຮັບໃຊ້ຜູ້ນັ້ນກໍຈະກັບມາ ເມື່ອລາວບໍ່ຄາດຄິດ ແລະໃນເວລາທີ່ລາວບໍ່ຮູ້ ຜູ້ເປັນນາຍຈະຕັດລາວເປັນຕ່ອນໆ ແລະປ່ອຍໃຫ້ລາວຮ່ວມຮັບເຄາະກຳກັບບັນດາຄົນບໍ່ເຊື່ອຟັງ.”
[47] “ຂ້ອຍໃຊ້ທີ່ຮູ້ຈັກໃຈນາຍ, ແຕ່ບໍ່ໄດ້ຈັດຕຽມຕົວໄວ້ ແລະບໍ່ໄດ້ເຮັດຕາມໃຈນາຍ ກໍຈະຕ້ອງຖືກຂ້ຽນຫລາຍບາດ.
[48] ແຕ່ຜູ້ທີ່ບໍ່ຮູ້ຈັກ ແລ້ວໄດ້ເຮັດສິ່ງທີ່ສົມຄວນຖືກຂ້ຽນ ກໍຈະຕ້ອງຖືກຂ້ຽນໜ້ອຍ ຜູ້ໃດໄດ້ຮັບຫລາຍ ກໍຈະທວງເອົາກັບຜູ້ນັ້ນຫລາຍ ແລະຜູ້ທີ່ຮັບຝາກໄວ້ຫລາຍ ເພິ່ນກໍຈະທວງເອົາຈາກຜູ້ນັ້ນຫລາຍ.”
[49] “ເຮົາໄດ້ເອົາໄຟນີ້ແຫລະ ມາຄວ່າງໃສ່ແຜ່ນດິນ^ໂລກ ແລະຖ້າໄຟນີ້ລຸກແລ້ວ ກໍສົມຄວາມ^ປາຖະໜາ.
[50] ເຮົາຈະຕ້ອງຮັບບັບຕິສະມາຢາງໜຶ່ງທີ່ທໍລະມານ ແລະເຮົາກໍເປັນທຸກໃຈຫລາຍຈົນກວ່າການນີ້ຈະສຳເລັດ.
[51] ພວກເຈົ້າຄິດວ່າ ເຮົາມາເພື່ອໃຫ້ເກີດຄວາມ^ສະຫງົບສຸກໃນໂລກບໍ? ເຮົາບອກພວກເຈົ້າວ່າ ບໍ່ແມ່ນດອກ, ແຕ່ຈະເຮັດໃຫ້ແຕກແຍກກັນ.
[52] ຕັ້ງແຕ່ບັດນີ້ໄປ ຫ້າຄົນໃນຄອບຄົວດຽວຈະແຕກແຍກກັນ ຄືສາມຕໍ່ສູ້ສອງ ແລະສອງຕໍ່ສູ້ສາມ.
[53] ພໍ່ຈະຕໍ່ສູ້ລູກຊາຍຂອງຕົນ ແລະລູກຊາຍຈະຕໍ່ສູ້ພໍ່ຂອງຕົນ, ແມ່ຈະຕໍ່ສູ້ລູກສາວຂອງຕົນ ແລະລູກສາວຈະຕໍ່ສູ້ແມ່ຂອງຕົນ, ແມ່ຍ່າຈະຕໍ່ສູ້ລູກໃພ້ຂອງຕົນ ແລະລູກໃພ້ຈະຕໍ່ສູ້ແມ່ຍ່າຂອງຕົນ.”
[54] ແລ້ວພຣະເຢຊູເຈົ້າກໍກ່າວແກ່ປະຊາຊົນເໝືອນກັນວ່າ, “ເມື່ອເຈົ້າ^ທັງຫລາຍເຫັນເມກກຳລັງລອຍຂຶ້ນມາ ທາງທິດ^ຕາເວັນຕົກ ພວກເຈົ້າກໍເວົ້າທັນທີວ່າ ຝົນກຳລັງຈະຕົກ ແລະກໍເປັນດັ່ງນັ້ນແທ້.
[55] ເມື່ອລົມພັດມາທາງທິດໃຕ້ ພວກເຈົ້າກໍເວົ້າວ່າ ອາກາດຈະຮ້ອນ ແລະກໍເປັນດັ່ງນັ້ນແທ້.
[56] ພວກຄົນ^ໜ້າຊື່^ໃຈຄົດ^ເອີຍ ເຈົ້າ^ທັງຫລາຍຮູ້ຈັກສັງເກດຄວາມ^ເປັນໄປຂອງ^ແຜ່ນດິນ^ໂລກ ແລະທ້ອງຟ້າ ແຕ່ເຫດໃດພວກເຈົ້າຈຶ່ງສັງເກດຄວາມ^ເປັນໄປຂອງ^ສະໄໝນີ້ບໍ່ໄດ້?”
[57] “ດ້ວຍເຫດໃດ ເຈົ້າ^ທັງຫລາຍຈຶ່ງບໍ່ຕັດສິນເອົາເອງວ່າ ສິ່ງໃດເປັນເລື່ອງທີ່ຖືກຕ້ອງ?
[58] ເພາະເມື່ອເຈົ້າກັບໂຈດໄປຫາຜູ້ປົກຄອງ ຈົ່ງພະຍາຍາມຫາຊ່ອງທາງປອງດອງກັນ ເມື່ອຍັງຢູ່ກາງທາງ ຢ້ານວ່າ ໂຈດຈະລາກເຈົ້າເຂົ້າໄປຫາຕຸລາການ ແລະຕຸລາການຈະມອບເຈົ້າໃຫ້ແກ່ເຈົ້າໜ້າທີ່ ແລ້ວເຈົ້າໜ້າທີ່ຈະຂັງເຈົ້າໄວ້ໃນຄຸກ.
[59] ເຮົາບອກເຈົ້າວ່າ, ເຈົ້າຈະອອກຈາກຄຸກບໍ່ໄດ້ ຈົນກວ່າເຈົ້າຈະຈ່າຍໃຊ້ໜີ້ຈົນຄົບ.”