[1] ແລ້ວພຣະເຢຊູເຈົ້າກໍໄດ້ກ່າວແກ່ພວກສາວົກວ່າ, “ຍັງມີເສດຖີທີ່ມີພະນັກງານຜູ້ໜຶ່ງ ລາວເປັນຜູ້ຈັດການຊັບສິນຂອງ^ເພິ່ນ ມີຄົນມາລາຍງານເສດຖີວ່າ ພະນັກງານຄົນນັ້ນກຳລັງຜານຊັບຂອງ^ເພິ່ນ,
[2] ດັ່ງນັ້ນ ເພິ່ນຈຶ່ງເອີ້ນຜູ້ຈັດການເຂົ້າມາຫາ ແລະເວົ້າວ່າ, ‘ເລື່ອງທີ່ເຮົາໄດ້ຍິນກ່ຽວກັບເຈົ້ານັ້ນເປັນຢ່າງໃດ? ຈົ່ງລາຍງານກ່ຽວກັບໜ້າທີ່ຂອງ^ເຈົ້າສາ ເພາະເຈົ້າຈະເປັນພະນັກງານຕໍ່ໄປອີກບໍ່ໄດ້.’
[3] ເຈົ້າພະນັກງານນັ້ນຄິດໃນໃຈວ່າ, ‘ນາຍກຳລັງຈະປົດເຮົາອອກຈາກໜ້າທີ່ ແລ້ວເຮົາຈະເຮັດຢ່າງໃດໜໍ? ຈະຂຸດດິນກໍບໍ່ມີແຮງ ຈະຂໍທານກໍອາຍເຂົາ.
[4] ບັດນີ້ ເຮົາຮູ້ແລ້ວວ່າຈະເຮັດຢ່າງໃດດີ ເມື່ອຖືກປົດອອກຈາກໜ້າທີ່ແລ້ວ ຄວນມີໝູ່ເພື່ອນທີ່ຈະຕ້ອນຮັບເຮົາໄວ້ໃນເຮືອນຂອງ^ເຂົາເຈົ້າ.’
[5] ດັ່ງນັ້ນ ລາວຈຶ່ງເອີ້ນລູກໜີ້ຂອງ^ນາຍຕົນ ເຂົ້າມາທຸກຄົນ ລາວຖາມຜູ້ທີໜຶ່ງວ່າ, ‘ເຈົ້າເປັນໜີ້ນາຍຂອງເຮົາເທົ່າໃດ?’
[6] ຜູ້ນັ້ນຕອບວ່າ, ‘ເປັນໜີ້ນໍ້າມັນຮ້ອຍຖັງ.’ ພະນັກງານນັ້ນຈຶ່ງບອກວ່າ, ‘ເອົາບັນຊີຂອງ^ເຈົ້ານັ່ງລົງ ຈົດໃສ່ຫ້າສິບຖັງໄວໆ.’
[7] ແລ້ວລາວກໍຖາມອີກຜູ້ໜຶ່ງວ່າ, ‘ເຈົ້າເດ ເປັນໜີ້ເທົ່າໃດ?’ ຜູ້ນີ້ຕອບວ່າ, ‘ເປັນໜີ້ເຂົ້າເປືອກຮ້ອຍກວຽນ.’ ພະນັກງານນັ້ນຈຶ່ງບອກວ່າ, ‘ຈົ່ງເອົາບັນຊີຂອງ^ເຈົ້າມາຈົດໃສ່ແປດສິບກວຽນ.’
[8] ແລ້ວເຈົ້ານາຍກໍຍົກຍ້ອງເຈົ້າພະນັກງານຜູ້ບໍ່ສັດຊື່ວ່າ, ‘ລາວໄດ້ເຮັດດ້ວຍຄວາມ^ສະຫລາດ. ດ້ວຍວ່າ ຄົນຝ່າຍໂລກນີ້ ໃນສະໄໝຂອງ^ເຂົາ ເຂົາໃຊ້ສະຕິປັນຍາສະຫລາດກວ່າຄົນຝ່າຍຄວາມ^ສະຫວ່າງອີກ.’
[9] ຝ່າຍເຮົາຈຶ່ງບອກພວກເຈົ້າວ່າ, ‘ຈົ່ງເຮັດໃຫ້ຕົນມີໝູ່ເພື່ອນດ້ວຍຊັບສິນອັນບໍ່ຍຸດຕິທຳ ເພື່ອເວລາຊັບນັ້ນເສຍໄປແລ້ວ ເຂົາກໍຈະຮັບຕ້ອນພວກເຈົ້າໄວ້ ໃນບ່ອນອາໄສຢູ່ອັນຖາວອນເປັນນິດ.
[10] ຄົນໃດທີ່ສັດຊື່ ໃນສິ່ງຂອງ^ເລັກນ້ອຍ ກໍຈະສັດຊື່ໃນສິ່ງຂອງ^ຫລາຍດ້ວຍ ຄົນໃດທີ່ບໍ່ສັດຊື່ ໃນສິ່ງຂອງ^ເລັກນ້ອຍ ກໍຈະບໍ່ສັດຊື່ໃນສິ່ງຂອງ^ຫລາຍເໝືອນກັນ.
[11] ດ້ວຍເຫດນັ້ນ ຖ້າພວກເຈົ້າບໍ່ສັດຊື່ ໃນຊັບສິນອັນບໍ່ຍຸດຕິທຳນີ້ ໃຜຈະມອບຊັບສິນອັນແທ້ໃຫ້ແກ່ພວກເຈົ້າ?
[12] ແລະຖ້າພວກເຈົ້າບໍ່ສັດຊື່ ໃນສິ່ງຂອງທີ່ເປັນຂອງ^ຄົນອື່ນ ຜູ້ໃດຈະມອບສິ່ງຂອງ^ທີ່ເປັນຂອງ^ພວກເຈົ້າໃຫ້ແກ່ພວກເຈົ້າ?’”
[13] “ບໍ່ຫ່ອນມີຜູ້ໃດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຮັກນາຍຜູ້ນີ້ ແລະຈະຊັງນາຍຜູ້ນັ້ນ ຫລືຈະຕິດພັນກັບນາຍຜູ້ນີ້ ແລະຈະໝິ່ນປະໝາດນາຍຜູ້ນັ້ນ ພວກເຈົ້າຈະຮັບໃຊ້ພຣະເຈົ້າ ແລະຮັບໃຊ້ເງິນຄຳພ້ອມກັນບໍ່ໄດ້.”
[14] ຝ່າຍພວກຟາຣີຊາຍທີ່ມີໃຈຮັກຊັບ ເມື່ອໄດ້ຍິນຄຳເຫລົ່ານັ້ນ ແລ້ວກໍກ່າວເຢາະເຢີ້ຍພຣະອົງ.
[15] ແຕ່ພຣະອົງກ່າວຕໍ່ພວກເຂົາວ່າ, “ເຈົ້າ^ທັງຫລາຍອ້າງຕົວວ່າ ເປັນຄົນຊອບທຳຕໍ່ໜ້າມະນຸດ, ແຕ່ພຣະເຈົ້າຊົງຮູ້ຈັກຈິດໃຈຂອງ^ພວກເຈົ້າ. ດ້ວຍວ່າ, ຊຶ່ງເປັນທີ່ນັບຖືໃນທ່າມກາງມະນຸດ ກໍເປັນທີ່ລັງກຽດຕໍ່ພຣະພັກພຣະເຈົ້າ.”
[16] “ມີກົດບັນຍັດແລະຜູ້^ທຳນວາຍ ຈົນເຖິງສະໄໝໂຢຮັນ ຕັ້ງແຕ່ນັ້ນມາ ເຂົາກໍປະກາດຂ່າວປະເສີດເລື່ອງຣາຊແຜ່ນດິນຂອງ^ພຣະເຈົ້າ ແລະຄົນທັງປວງກໍຍາດກັນເຂົ້າໃນຣາຊແຜ່ນດິນນັ້ນ.
[17] ຟ້າແລະດິນຈະລ່ວງໄປ ກໍງ່າຍກວ່າທີ່ກົດບັນຍັດພຽງແຕ່ຈຸດດຽວຈະຖືກຍົກເລີກ.”
[18] “ບຸກຄົນໃດທີ່ຢ່າຮ້າງເມຍຂອງຕົນ ແລະໄປແຕ່ງງານກັບຍິງອື່ນກໍຜິດໃນຖານຫລິ້ນຊູ້ ແລະທຸກຄົນທີ່ແຕ່ງງານກັບຍິງແມ່ຮ້າງ ກໍຜິດໃນຖານຫລິ້ນຊູ້.”
[19] “ຍັງມີເສດຖີຄົນໜຶ່ງ ທີ່ນຸ່ງຫົ່ມເສື້ອຜ້າສີມ່ວງອ່ອນ ແລະຜ້າປ່ານ^ເນື້ອລະອຽດ ປິຕິ^ຍິນດີດ້ວຍອາຫານການກິນຢ່າງປານີດທຸກໆວັນ.
[20] ແລະ ມີຄົນ^ຍາກຈົນຜູ້ໜຶ່ງຊື່ ລາຊະໂຣ ເປັນບາດເຕັມຕົວ ທີ່ເຂົາຫາມມາຖິ້ມໄວ້ທີ່ປະຕູບ້ານເສດຖີ.
[21] ລາຊະໂຣຢາກກິນຂອງ^ທີ່ຕົກຈາກໂຕະຂອງ^ເສດຖີນັ້ນໃຫ້ອີ່ມ ແລະຫລາຍກວ່ານັ້ນ ໝາກໍຍັງມາເລຍບາດຂອງ^ລາວ.
[22] ຢູ່ມາ ຄົນ^ຍາກຈົນຜູ້ນັ້ນກໍຕາຍ ແລະຝູງເທວະດາໄດ້ຮັບເອົາລາວໄປໄວ້ ຢູ່ໃນອ້ອມເອິກຂອງ^ອັບຣາຮາມ ຝ່າຍເສດຖີນັ້ນກໍຕາຍເໝືອນກັນ ແລ້ວເຂົາກໍຝັງໄວ້.
[23] ເມື່ອຢູ່ໃນແດນ^ມໍຣະນາ ກໍເປັນທຸກເວດທະນາຫລາຍ ເສດຖີນັ້ນຈຶ່ງເງີຍໜ້າຂຶ້ນເຫັນອັບຣາຮາມຢູ່ໄກ ແລະເຫັນລາຊະໂຣຢູ່ໃນເອິກຂອງທ່ານ.
[24] ດັ່ງນັ້ນ ລາວຈຶ່ງຮ້ອງຂຶ້ນວ່າ, ‘ອັບຣາຮາມ ພໍ່^ເອີຍ ໂຜດເອັນດູຂ້ານ້ອຍແດ່ທ້ອນ ໂຜດໃຊ້ລາຊະໂຣເອົາປາຍນິ້ວມືຈຸ່ມນໍ້າ ມາແປະໃສ່ລິ້ນຂອງ^ຂ້ານ້ອຍໃຫ້ຊຸ່ມເຢັນແດ່ທ້ອນ ເພາະຂ້ານ້ອຍທົນທຸກທໍລະມານເຫລືອຫລາຍຢູ່ໃນແປວໄຟນີ້.’
[25] ແຕ່ອັບຣາຮາມຕອບວ່າ, ‘ລູກ^ເອີຍ ຈົ່ງລະນຶກເຖິງຄາວເມື່ອເຈົ້າຍັງມີຊີວິດຢູ່ ເຈົ້າໄດ້ຮັບແຕ່ຂອງ^ດີສຳລັບຕົນ ສ່ວນລາຊະໂຣແລ້ວ ໄດ້ຮັບແຕ່ຂອງ^ບໍ່ດີ ຢ່າງດຽວກັນນັ້ນແຫລະ, ແຕ່ບັດນີ້ ລາຊະໂຣໄດ້ຮັບຄວາມສຸກສະບາຍຢູ່ທີ່ນີ້ ສ່ວນເຈົ້າແລ້ວກຳລັງໄດ້ຮັບຄວາມ^ທົນທຸກທໍລະມານ.
[26] ນອກຈາກນີ້ອີກ ລະຫວ່າງພວກເຮົາກັບພວກເຈົ້າ ຍັງມີເຫວເລິກຕັ້ງຂວາງກັ້ນຢູ່ ເພື່ອວ່າບໍ່ໃຫ້ຜູ້ໃດທີ່ຢາກຂ້າມຈາກທີ່ນີ້ໄປຫາພວກເຈົ້າໄດ້ ທັງບໍ່ໃຫ້ຜູ້ໃດໃນພວກເຈົ້າ ຈາກທີ່ນັ້ນຂ້າມມາຫາພວກເຮົາໄດ້ອີກດ້ວຍ.’
[27] ເສດຖີເວົ້າວ່າ, ‘ອັບຣາຮາມພໍ່^ເອີຍ ຖ້າດັ່ງນັ້ນ ຂໍທ່ານໃຊ້ລາຊະໂຣໄປທີ່ເຮືອນຂອງ^ພໍ່ຂ້ານ້ອຍ
[28] ເພາະຢູ່ໃນທີ່ນັ້ນ ຂ້ານ້ອຍຍັງມີອ້າຍນ້ອງຫ້າຄົນ ໃຫ້ລາວໄປຕັກເຕືອນພວກເຂົາ ເພື່ອວ່າພວກເຂົາຈະບໍ່ໄດ້ມາ ໃນບ່ອນທົນທຸກທໍລະມານຢ່າງນີ້ເໝືອນກັນ.’
[29] ອັບຣາຮາມຕອບວ່າ, ‘ອ້າຍນ້ອງຂອງ^ເຈົ້າ ພວກເຂົາມີຖ້ອຍຄຳຂອງ^ໂມເຊ ແລະຂອງ^ພວກຜູ້^ປະກາດ^ພຣະທຳຢູ່ແລ້ວ ໃຫ້ພວກເຂົາຟັງຖ້ອຍຄຳເຫລົ່ານັ້ນສາ’
[30] ເສດຖີຕອບວ່າ, ‘ອັບຣາຮາມພໍ່^ເອີຍ ຍັງບໍ່ພຽງພໍດອກ, ແຕ່ຖ້າມີຄົນໜຶ່ງ ເປັນຄືນມາຈາກຕາຍໄປຫາພວກເຂົາ ພວກເຂົາກໍຄົງຈະຖິ້ມໃຈເກົ່າ^ເອົາໃຈໃໝ່.’
[31] ແຕ່ອັບຣາຮາມຕອບວ່າ, ‘ຖ້າພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງ^ໂມເຊ ແລະຂອງ^ພວກຜູ້^ປະກາດ^ພຣະທຳແລ້ວ ເຖິງຈະມີຄົນໜຶ່ງຄືນມາຈາກຕາຍ ພວກເຂົາກໍຍັງຈະບໍ່ຍອມເຊື່ອເໝືອນກັນ.’”