[1] ແລ້ວພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາເລື່ອງໜຶ່ງສູ່ພວກສາວົກຟັງ ເພື່ອສັ່ງສອນພວກເພິ່ນວ່າ, ຈຳເປັນຕ້ອງໝັ່ນພາວັນນາ^ອະທິຖານຢູ່ສະເໝີ ແລະບໍ່ໃຫ້ທໍ້ຖອຍໃຈ.
[2] ພຣະອົງຊົງກ່າວວ່າ, “ໃນເມືອງໜຶ່ງຍັງມີຕຸລາການຜູ້ໜຶ່ງ ທີ່ບໍ່ຢຳເກງພຣະເຈົ້າ ແລະບໍ່ສົນໃຈກັບເພື່ອນມະນຸດ.
[3] ໃນເມືອງນັ້ນ ຍັງມີແມ່ໝ້າຍຜູ້ໜຶ່ງ ໝັ່ນມາຫາຕຸລາການ ເພື່ອຂໍຮ້ອງສິດທິຂອງຕົນໂດຍກ່າວວ່າ, ‘ໂຜດໃຫ້ຄວາມ^ຍຸດຕິທຳແກ່ຂ້ານ້ອຍ ໃຫ້ພົ້ນຈາກຄູ່ຄວາມ^ແດ່ທ້ອນ’
[4] ເປັນເວລາດົນນານ ທີ່ຕຸລາການຜູ້ນີ້ ບໍ່ຍອມດຳເນີນການໃດໆ, ແຕ່ໃນທີ່ສຸດ ເພິ່ນກໍຄິດວ່າ, ‘ເຖິງແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າ ແລະບໍ່ສົນໃຈກັບເພື່ອນມະນຸດກໍຕາມ,
[5] ແຕ່ເພາະແມ່ໝ້າຍຜູ້ນີ້ກວນໃຈເຮົາຕະຫລອດມາ ເຮົາຈະໃຫ້ຄວາມ^ຍຸດຕິທຳແກ່ນາງ ຖ້າບໍ່^ດັ່ງນັ້ນ, ນາງກໍຈະໝັ່ນມາຫາເລື້ອຍໆ ແລະໃນທີ່ສຸດ ເຮົາກໍຈະລຳບາກໃຈຢູ່ບໍ່ເຊົາ.’”
[6] ແລ້ວອົງພຣະ^ຜູ້^ເປັນເຈົ້າກ່າວວ່າ, “ຈົ່ງຟັງຄຳຕຸລາການ ຜູ້ບໍ່ຍຸດຕິທຳຄົນນີ້ເວົ້າ.
[7] ຝ່າຍຄົນທັງຫລາຍທີ່ພຣະເຈົ້າໄດ້ຊົງເລືອກໄວ້ ຊຶ່ງຮ້ອງຫາພຣະອົງທັງກາງເວັນ ແລະກາງຄືນນັ້ນ ເຖິງແມ່ນວ່າ ພຣະອົງຈະຊົງຊ້ານານໃນການຂອງ^ພວກເຂົາກໍຕາມ ພຣະອົງຈະບໍ່ຊົງໂຜດຄວາມ^ຍຸດຕິທຳແກ່ພວກເຂົາບໍ?
[8] ເຮົາບອກເຈົ້າ^ທັງຫລາຍວ່າ, ພຣະອົງຈະໂຜດຄວາມ^ຍຸດຕິທຳແກ່ພວກເຂົາໂດຍໄວ, ແຕ່ເຖິງປານນັ້ນ ເມື່ອບຸດມະນຸດສະເດັດມາ ພຣະອົງຈະພົບຄົນທີ່ມີຄວາມເຊື່ອຢ່າງນີ້ໃນໂລກຢູ່ບໍ?”
[9] ສຳລັບຄົນທີ່ໝັ້ນໃຈໃນຕົວເອງວ່າ ເປັນຄົນຊອບທຳ ແລະໝິ່ນປະໝາດຄົນອື່ນນັ້ນ ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມານີ້ສູ່ພວກເພິ່ນຟັງວ່າ,
[10] “ມີຊາຍສອງຄົນຂຶ້ນໄປພຣະວິຫານ ເພື່ອພາວັນນາ^ອະທິຖານ, ຜູ້ໜຶ່ງເປັນຄົນ^ຟາຣີຊາຍ ສ່ວນອີກຜູ້ໜຶ່ງເປັນຄົນ^ເກັບພາສີ.
[11] ຄົນຟາຣີຊາຍຢືນນຶກໃນໃຈ ແລະພາວັນນາ^ອະທິຖານ ວ່າ, ‘ຂ້າແດ່ພຣະເຈົ້າ ຂ້ານ້ອຍຂອບພຣະຄຸນພຣະອົງ ທີ່ຂ້ານ້ອຍບໍ່ເປັນດັ່ງຄົນອື່ນໆທີ່ເປັນຄົນໂລບ, ຄົນບໍ່ສັດຊື່ ຫລືຄົນຫລິ້ນຊູ້ສູ່ຜົວເມຍຜູ້ອື່ນ ຂ້ານ້ອຍຂອບພຣະຄຸນພຣະອົງ ທີ່ບໍ່ເປັນດັ່ງຄົນ^ເກັບພາສີຜູ້ນັ້ນ.
[12] ໃນອາທິດໜຶ່ງ ຂ້ານ້ອຍຖືສິນອົດອາຫານສອງວັນ ແລະຂ້ານ້ອຍໄດ້ຖວາຍໜຶ່ງສ່ວນສິບແກ່ພຣະອົງ ຈາກສິ່ງຂອງ^ທັງໝົດທີ່ຂ້ານ້ອຍຫາມາໄດ້.’
[13] ສ່ວນຄົນ^ເກັບພາສີນັ້ນຢືນຢູ່ຫ່າງໄກ ແລະບໍ່ກ້າແມ່ນແຕ່ເງີຍໜ້າຂຶ້ນສູ່ຟ້າ, ແຕ່ລາວໄດ້ຕີເອິກຂອງຕົນ ແລະກ່າວວ່າ, ‘ຂ້າແດ່ພຣະເຈົ້າ ຂໍຊົງໂຜດເມດຕາຂ້ານ້ອຍ ຜູ້ເປັນຄົນບາບແດ່ທ້ອນ’
[14] ເຮົາບອກພວກເຈົ້າວ່າ ຄົນນີ້ແຫລະ ເມື່ອກັບລົງໄປຍັງເຮືອນຂອງຕົນກໍຊົງນັບວ່າ ລາວຊອບທຳຫລາຍກວ່າຄົນອື່ນນັ້ນ ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອຍລົງ ແຕ່ຜູ້ໃດທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ.”
[15] ປະຊາຊົນບາງຄົນໄດ້ນຳລູກນ້ອຍຂອງ^ພວກຕົນ ມາຫາພຣະເຢຊູເຈົ້າ ເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ ເມື່ອພວກສາວົກເຫັນຈຶ່ງໄດ້ຫ້າມໄວ້,
[16] ແຕ່ພຣະເຢຊູເຈົ້າໄດ້ເອີ້ນເອົາເດັກນ້ອຍມາຫາພຣະອົງ ແລະກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຫລົ່ານັ້ນມາຫາເຮົາ ແລະຢ່າຫ້າມພວກເຂົາ ເພາະອານາຈັກຂອງ^ພຣະເຈົ້າ ກໍເປັນຂອງ^ຄົນທີ່ເໝືອນເດັກນ້ອຍນີ້ແຫລະ.
[17] ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ, ຜູ້ໃດບໍ່ຮັບເອົາອານາຈັກຂອງ^ພຣະເຈົ້າເໝືອນດັ່ງເດັກນ້ອຍ ຈະເຂົ້າໄປໃນຣາຊແຜ່ນດິນນັ້ນບໍ່ໄດ້ຢ່າງເດັດຂາດ.”
[18] ມີເຈົ້ານາຍຜູ້ໜຶ່ງທູນຖາມພຣະອົງວ່າ, “ພຣະອາຈານຜູ້ປະເສີດ^ເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດ ຈຶ່ງຈະໄດ້ຮັບຊີວິດນິຣັນດອນມາເປັນມໍຣະດົກ.”
[19] ພຣະເຢຊູເຈົ້າຊົງຕອບວ່າ, “ເປັນຫຍັງເຈົ້າຈຶ່ງເອີ້ນເຮົາວ່າຜູ້ປະເສີດ ບໍ່ມີຜູ້ໃດປະເສີດ ເວັ້ນແຕ່ພຣະເຈົ້າອົງດຽວເທົ່ານັ້ນ.
[20] ທ່ານກໍຮູ້ຈັກກົດບັນຍັດແລ້ວວ່າ, ‘ຢ່າຫລິ້ນຊູ້ສູ່ຜົວເມຍ, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າກ່າວຫາຜູ້ອື່ນໂດຍບໍ່ມີຄວາມຈິງ ຈົ່ງນັບຖືພໍ່ແມ່ຂອງຕົນ.’”
[21] ຄົນນັ້ນຕອບວ່າ, “ຂ້ານ້ອຍໄດ້ຖືຮັກສາຂໍ້ຄຳສັ່ງທັງໝົດເຫລົ່ານີ້ ຕັ້ງແຕ່ເປັນເດັກນ້ອຍມາ.”
[22] ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນແລ້ວ ພຣະອົງກໍກ່າວແກ່ລາວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງ ຄືຈົ່ງຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະບໍລິຈາກເງິນນັ້ນໃຫ້ແກ່ຄົນທຸກຈົນ ແລະເຈົ້າຈະມີຊັບສົມບັດໃນສະຫວັນ ແລ້ວຈົ່ງຕາມເຮົາມາ.”
[23] ແຕ່ເມື່ອລາວໄດ້ຍິນດັ່ງນັ້ນ ກໍເປັນທຸກໃຈເຕັມທີ ເພາະວ່າຕົນເປັນຄົນຮັ່ງມີຫລາຍ.
[24] ເມື່ອພຣະເຢຊູເຈົ້າເຫັນລາວເປັນທຸກໃຈດັ່ງນັ້ນ ຈຶ່ງກ່າວວ່າ, “ທີ່ຄົນຮັ່ງມີຈະເຂົ້າໄປໃນຣາຊອານາຈັກຂອງ^ພຣະເຈົ້າກໍຍາກແທ້ໜໍ
[25] ອູດໂຕໜຶ່ງຈະລອດຮູ^ເຂັມ ກໍງ່າຍກວ່າທີ່ຄົນຮັ່ງມີຜູ້ໜຶ່ງ ຈະເຂົ້າໄປໃນອານາຈັກຂອງ^ພຣະເຈົ້າ.”
[26] ປະຊາຊົນທີ່ໄດ້ຍິນພຣະອົງກ່າວ ຈຶ່ງຖາມວ່າ, “ຖ້າດັ່ງນັ້ນ ຜູ້ໃດຈະພົ້ນໄດ້?”
[27] ແຕ່ພຣະອົງຊົງຕອບວ່າ, “ສິ່ງທີ່ມະນຸດເຮັດບໍ່ໄດ້ ຝ່າຍພຣະເຈົ້າຊົງເຮັດໄດ້.”
[28] ແລ້ວເປໂຕກໍເວົ້າວ່າ, “ເບິ່ງແມ! ພວກຂ້ານ້ອຍໄດ້ສະຫລະບ້ານເຮືອນຂອງ^ພວກຂ້ານ້ອຍ ເພື່ອຕິດຕາມພຣະອົງມາ.”
[29] ພຣະເຢຊູເຈົ້າຊົງກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ຖ້າຜູ້ໃດໄດ້ສະຫລະບ້ານເຮືອນ ຫລືເມຍ ຫລືອ້າຍເອື້ອຍນ້ອງ ຫລືພໍ່ແມ່ ຫລືລູກເພາະເຫັນແກ່ອານາຈັກຂອງ^ພຣະເຈົ້າ
[30] ແລ້ວໃນໂລກນີ້ລາວຈະໄດ້ຮັບຫລາຍເທົ່າ ແລະໃນໂລກໜ້າຈະໄດ້ຮັບຊີວິດນິຣັນດອນ.”
[31] ແລ້ວພຣະເຢຊູເຈົ້າໄດ້ພາສາວົກສິບສອງຄົນ ຍ່າງຫລີກອອກໄປຂ້າງທາງ ແລະຊົງກ່າວແກ່ພວກເພິ່ນວ່າ, “ເບິ່ງແມ! ພວກເຮົາກຳລັງຂຶ້ນໄປຍັງນະຄອນເຢຣູຊາເລັມ ແລະສິ່ງສາລະພັດ ຊຶ່ງບັນດາຜູ້ທຳນວາຍໄດ້ຂຽນໄວ້ ເຖິງບຸດມະນຸດນັ້ນຈະສຳເລັດ.
[32] ເພິ່ນຈະຖືກມອບໄວ້ໃນກຳມືຂອງ^ຄົນຕ່າງຊາດ ແລະພວກເຂົາຈະເຢາະເຢີ້ຍເພິ່ນ ຈະດູຖູກຫຍໍ້ຫຍັນເພິ່ນ ແລະຈະຖົ່ມນໍ້າລາຍໃສ່ເພິ່ນ.
[33] ພວກເຂົາຈະຂ້ຽນຕີ ແລະຈະຂ້າເພິ່ນເສຍ ແລ້ວໃນວັນຖ້ວນສາມເພິ່ນຈະເປັນຄືນມາສູ່ຊີວິດ.”
[34] ແຕ່ພວກສາວົກບໍ່ເຂົ້າໃຈຄຳເວົ້າເຫລົ່ານີ້ຈັກຂໍ້ ຍ້ອນຄວາມໝາຍຂອງ^ຖ້ອຍຄຳເຫລົ່ານັ້ນ ໄດ້ຖືກປິດບັງໄວ້ຈາກພວກເພິ່ນ. ດັ່ງນັ້ນ ພວກເພິ່ນຈຶ່ງບໍ່ຮູ້ຄວາມໝາຍທີ່ຊົງກ່າວນັ້ນວ່າ ພຣະເຢຊູເຈົ້າກຳລັງກ່າວເຖິງຫຍັງ.
[35] ຂະນະທີ່ພຣະເຢຊູເຈົ້າມາໃກ້ເມືອງເຢຣີໂກ ກໍມີຊາຍຕາບອດຄົນໜຶ່ງນັ່ງຂໍທານຢູ່ແຄມທາງ.
[36] ເມື່ອໄດ້ຍິນສຽງປະຊາຊົນກຳລັງຍ່າງກາຍໄປນັ້ນຊາຍຕາບອດຈຶ່ງຖາມວ່າ, “ມີເລື່ອງຫຍັງກັນ?”
[37] ພວກເຂົາຈຶ່ງບອກລາວວ່າ, “ເຢຊູໄທນາຊາເຣັດກຳລັງຍ່າງຜ່ານໄປ.”
[38] ລາວຈຶ່ງຮ້ອງຂຶ້ນວ່າ, “ເຢຊູບຸດດາວິດ^ເອີຍ ຂໍຊົງໂຜດສົງສານຂ້ານ້ອຍແດ່ທ້ອນ.”
[39] ຄົນທີ່ຍ່າງໄປຂ້າງໜ້າຈຶ່ງຫ້າມໄວ້ ແລະບອກໃຫ້ລາວມິດ, ແຕ່ລາວແຮ່ງຮ້ອງໃຫ້ດັງຂຶ້ນອີກວ່າ, “ບຸດດາວິດ^ເອີຍ ຂໍຊົງໂຜດສົງສານຂ້ານ້ອຍແດ່ທ້ອນ.”
[40] ພຣະເຢຊູເຈົ້າຈຶ່ງຢຸດຢູ່ ແລະສັ່ງໃຫ້ນຳຊາຍຕາບອດນັ້ນມາຫາພຣະອົງ ເມື່ອລາວເຂົ້າມາໃກ້ແລ້ວ ພຣະເຢຊູເຈົ້າຈຶ່ງຊົງຖາມລາວວ່າ,
[41] “ເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ລາວຕອບວ່າ, “ທ່ານເອີຍ ຂໍໂຜດໃຫ້ຂ້ານ້ອຍເຫັນຮຸ່ງແດ່ທ້ອນ.”
[42] ແລ້ວພຣະເຢຊູເຈົ້າກໍກ່າວແກ່ລາວວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງ^ເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.”
[43] ໃນທັນໃດນັ້ນ ລາວກໍໄດ້ເຫັນຮຸ່ງ ແລະຕິດຕາມພຣະເຢຊູເຈົ້າໄປ ທັງສັນລະເສີນຖວາຍກຽດແດ່ພຣະເຈົ້າ ເມື່ອປະຊາຊົນເຫັນເຫດການນີ້ແລ້ວ ທຸກຄົນຕ່າງກໍສັນລະເສີນພຣະເຈົ້າ.