Skip to content
Opens in a new window
Listen to this chapter • 8:05

[1] ຕໍ່ມາ ຫລັງຈາກ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ເຢຣີໂກ ແລະ​ຜ່ານ​ຕົວເມືອງ​ໄປ.

[2] ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຊັກຂ່າຍ ລາວ​ເປັນ​ນາຍ​ດ່ານ​ພາສີ ແລະ​ເປັນ​ຄົນ​ຮັ່ງມີ.

[3] ຊັກຂ່າຍ​ຢາກ​ຈະ​ເຫັນ​ພຣະເຢຊູເຈົ້າ​ວ່າ​ເປັນ​ຄົນ​ແນວໃດ ແຕ່​ລາວ​ບໍ່​ສາມາດ​ເຫັນ​ໄດ້ ເພາະ​ຕົນ​ເປັນ​ຄົນ​ເຕ້ຍ ແລະ​ປະຊາຊົນ​ກໍ​ໜາແໜ້ນ.

[4] ດັ່ງນັ້ນ ຊັກຂ່າຍ​ຈຶ່ງ​ແລ່ນ​ລັດ​ໜ້າ​ປະຊາຊົນ​ໄປ ແລະ​ປີນ​ຂຶ້ນ​ຕົ້ນ​ຊຸກະໂມນ​ເພື່ອ​ຈະ​ເຫັນ​ພຣະອົງ ເພາະ​ພຣະອົງ​ກຳລັງ​ຈະ​ສະເດັດ​ຜ່ານ​ໄປ​ທາງ​ນັ້ນ.

[5] ເມື່ອ​ພຣະເຢຊູເຈົ້າ​ມາ​ເຖິງ​ບ່ອນ​ນັ້ນ ພຣະອົງ​ກໍ​ແຫງນ​ໜ້າ​ເບິ່ງ​ຊັກຂ່າຍ ແລະ​ກ່າວ​ແກ່​ລາວ​ວ່າ, “ຊັກຂ່າຍ^ເອີຍ ຮີບ​ລົງ​ມາ ເພາະ​ວັນ​ນີ້​ເຮົາ​ຕ້ອງ​ພັກ​ຢູ່​ທີ່​ເຮືອນ​ຂອງ^ເຈົ້າ.”

[6] ຝ່າຍ​ຊັກຂ່າຍ​ກໍ​ຟ້າວ​ລົງ​ມາ ແລະ​ຕ້ອນຮັບ​ພຣະອົງ​ດ້ວຍ​ຄວາມ^ຊົມຊື່ນ^ຍິນດີ.

[7] ເມື່ອ​ປະຊາຊົນ​ທັງໝົດ​ເຫັນ​ດັ່ງນັ້ນ, ແລ້ວ​ຕ່າງ​ກໍ​ເລີ່ມ​ຈົ່ມ​ວ່າ, “ເປັນຫຍັງ​ທ່ານ​ຜູ້​ນີ້ ຈຶ່ງ​ໄປ​ພັກ​ຢູ່​ໃນ​ເຮືອນ​ຂອງ^ຄົນ^ນອກສິນທຳ.”

[8] ແລ້ວ​ຊັກຂ່າຍ​ກໍ​ລຸກ​ຂຶ້ນ​ເວົ້າ​ກັບ​ອົງພຣະ^ຜູ້^ເປັນເຈົ້າ​ວ່າ, “ພຣະອົງເຈົ້າ ພຣະອົງເຈົ້າ^ເອີຍ, ເບິ່ງແມ! ຂ້ານ້ອຍ​ຂໍ​ມອບ​ເຂົ້າຂອງ^ທີ່​ມີ​ຢູ່ ໃຫ້​ແກ່​ຄົນ^ຍາກຈົນ​ເຄິ່ງ​ໜຶ່ງ ແລະ​ຖ້າ​ຂ້ານ້ອຍ​ໄດ້​ສໍ້ໂກງ​ຜູ້ໃດ ຂ້ານ້ອຍ​ກໍ​ຂໍ​ສົ່ງ​ຄືນ​ໃຫ້​ລາວ​ສີ່​ເທົ່າ.”

[9] ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ຊັກຂ່າຍ​ວ່າ, “ໃນວັນນີ້ ຄວາມ^ພົ້ນ​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ ເພາະ​ຄົນ​ນີ້​ເປັນ​ລູກຫລານ​ຂອງ^ອັບຣາຮາມ​ເໝືອນກັນ.

[10] ດ້ວຍວ່າ, ບຸດ​ມະນຸດ​ໄດ້​ມາ​ເພື່ອ​ຊອກ​ຫາ ແລະ​ໂຜດ​ເອົາ​ຄົນ​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ລອດພົ້ນ.”

[11] ເມື່ອ​ປະຊາຊົນ​ກຳລັງ​ຕັ້ງໃຈ​ຟັງ​ຢູ່​ນັ້ນ ພຣະອົງ​ກໍ​ຊົງ​ກ່າວ​ຄຳອຸປະມາ​ຕື່ມ​ອີກ​ເລື່ອງ​ໜຶ່ງ​ສູ່​ພວກເຂົາ​ຟັງ ເພາະ​ພຣະອົງ​ເກືອບ​ຈະ​ເຖິງ​ນະຄອນ​ເຢຣູຊາເລັມ​ແລ້ວ ແລະ​ເພາະ​ພວກເຂົາ​ກໍ​ຄິດ​ເອົາ​ເອງ​ວ່າ ອານາຈັກ​ຂອງ^ພຣະເຈົ້າ ໃກ້​ຈະ​ປາກົດ​ຂຶ້ນ​ໃນ​ໄວໆ​ນີ້.

[12] ດັ່ງນັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ຍັງ​ມີ​ເຈົ້ານາຍ​ຜູ້ໜຶ່ງ ກຳລັງ​ຈະ​ອອກ​ໄປ​ແດນໄກ ເພື່ອ​ໄປ​ຮັບ​ເອົາ​ຣາຊແຜ່ນດິນ​ອັນ​ໜຶ່ງ ແລ້ວ​ຈຶ່ງ​ຈະ​ກັບຄືນ​ມາ.

[13] ກ່ອນ​ຈາກ​ໄປ ເພິ່ນ​ໄດ້​ເອີ້ນ​ຄົນ^ຮັບໃຊ້​ສິບ​ຄົນ​ຂອງຕົນ​ມາ​ຫາ ແລ້ວ​ມອບ​ເງິນ​ຫລຽນ​ໃຫ້​ພວກເຂົາ​ທັງ​ສັ່ງ​ວ່າ, ‘ຈົ່ງ​ເອົາ​ເງິນ​ນີ້​ໄປ​ຄ້າ​ຫາ​ກຳໄລ ຈົນກວ່າ​ເຮົາ​ກັບ​ມາ.’

[14] ແຕ່​ປະຊາຊົນ​ໃນ​ບ້ານ​ເມືອງ​ຂອງ^ເພິ່ນ​ຊັງ​ເພິ່ນ ຈຶ່ງ​ໃຊ້​ຄະນະ^ຜູ້^ຕາງໜ້າ​ໄປ^ຫາ​ເພິ່ນ ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ຊາຍ​ຄົນ​ນີ້ ໃຫ້​ເປັນ​ຜູ້ປົກຄອງ​ຂອງ^ພວກເຮົາ.’

[15] ຕໍ່ມາ ເມື່ອ​ເພິ່ນ​ໄດ້​ຮັບ​ອຳນາດ​ປົກຄອງ​ແຜ່ນດິນ​ແລ້ວ ເພິ່ນ​ກໍ​ກັບຄືນ​ມາ ເພິ່ນ​ໄດ້​ສັ່ງ​ໃຫ້​ບັນດາ​ຄົນ^ຮັບໃຊ້​ມາ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ ເພື່ອ​ຈະ​ໄດ້​ຮູ້​ວ່າ ພວກເຂົາ​ເຮັດ​ການຄ້າ​ໄດ້​ກຳໄລ​ໜ້ອຍຫລາຍ​ເທົ່າໃດ.

[16] ຜູ້​ທີ​ໜຶ່ງ​ເຂົ້າ​ມາ​ລາຍງານ​ວ່າ, ‘ພຣະອົງເຈົ້າ^ເອີຍ ຂ້ານ້ອຍ​ໄດ້​ເງິນ​ໜຶ່ງ​ຫລຽນ​ຈາກ​ທ່ານ​ໄດ້​ກຳໄລ​ເພີ່ມ​ສິບ​ຫລຽນ.’

[17] ເພິ່ນ​ກ່າວ​ວ່າ, ‘ດີ​ຫລາຍ ເຈົ້າ​ເປັນ​ຄົນ^ຮັບໃຊ້​ທີ່​ດີ ເມື່ອ​ເຈົ້າ​ສັດຊື່​ໃນ​ຂອງ^ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ປົກຄອງ​ສິບ​ຫົວເມືອງ.’

[18] ຜູ້​ທີ​ສອງ​ເຂົ້າ​ມາ​ລາຍງານ​ວ່າ, ‘ພຣະອົງເຈົ້າ^ເອີຍ ຂ້ານ້ອຍ​ໄດ້​ເງິນ​ໜຶ່ງ​ຫລຽນ​ຈາກ​ທ່ານ ໄດ້​ກຳໄລ​ເພີ່ມ​ຫ້າ​ຫລຽນ.’

[19] ເພິ່ນ​ກ່າວ​ແກ່​ຄົນ​ນີ້​ຄື​ກັນ​ວ່າ, ‘ເຈົ້າ​ຈະ​ໄດ້​ປົກຄອງ​ຫ້າ​ຫົວເມືອງ.’

[20] ອີກ​ຄົນ​ໜຶ່ງ​ເຂົ້າ​ມາ​ລາຍງານ​ວ່າ, ‘ພຣະອົງເຈົ້າ^ເອີຍ ນີ້​ເດ​ເງິນ​ຫລຽນ​ຂອງທ່ານ ຂ້ານ້ອຍ​ໄດ້​ເອົາ​ຜ້າ​ແພມົນ​ຫໍ່​ມ້ຽນ​ໄວ້.

[21] ເພາະ​ຂ້ານ້ອຍ​ຢ້ານ​ວ່າ​ທ່ານ​ເປັນ​ຄົນ​ເຂັ້ມງວດ, ທ່ານ​ເຄີຍ​ເກັບ​ເອົາ​ສິ່ງ​ທີ່​ບໍ່ໄດ້​ຝາກ​ໄວ້ ແລະ​ເກັບກ່ຽວ​ເອົາ​ສິ່ງ​ທີ່​ທ່ານ​ບໍ່ໄດ້​ປູກ.’

[22] ເພິ່ນ​ຕອບ​ລາວ​ວ່າ, ‘ອ້າຍ^ຄົນ^ຮັບໃຊ້​ທີ່​ຊົ່ວຊ້າ^ເອີຍ ເຮົາ​ຈະ​ລົງໂທດ​ເຈົ້າ​ດ້ວຍ​ຄຳ​ເວົ້າ​ຂອງ^ເຈົ້າ​ເອງ ເມື່ອ​ເຈົ້າ​ຮູ້​ວ່າ, ເຮົາ​ເປັນ​ຄົນ​ເຂັ້ມງວດ ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ຝາກ​ໄວ້ ແລະ​ເກັບກ່ຽວ​ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ປູກ.

[23] ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເອົາ​ເງິນ​ຂອງເຮົາ​ໄປ​ຝາກ​ໄວ້​ກັບ​ທະນາຄານ? ແລ້ວ​ເມື່ອ​ເຮົາ​ກັບ​ມາ ເຮົາ​ກໍ​ຈະ​ໄດ້​ເງິນ​ຄືນ​ພ້ອມ​ດ້ວຍ​ດອກເບ້ຍ.’

[24] ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ຄົນ​ທີ່​ຢືນ​ຢູ່​ຫັ້ນ​ວ່າ, ‘ຈົ່ງ​ເອົາ​ເງິນ​ໄປ​ຈາກ​ມັນ ແລະ​ມອບ​ໃຫ້​ຜູ້​ທີ່​ມີ​ສິບ​ຫລຽນ​ນັ້ນ.’

[25] ແຕ່​ພວກເຂົາ​ເວົ້າ​ກັບ​ເພິ່ນ​ວ່າ, ‘ພຣະອົງເຈົ້າ^ເອີຍ ລາວ​ມີ​ສິບ​ຫລຽນ​ແລ້ວ​ເດ’

[26] ເຮົາ​ບອກ​ເຈົ້າ^ທັງຫລາຍ​ວ່າ, ‘ທຸກຄົນ​ທີ່​ມີ​ຢູ່​ແລ້ວ ກໍ​ຈະ​ໄດ້​ຮັບ​ຫລາຍ​ເພີ່ມ​ຂຶ້ນ​ອີກ, ແຕ່​ຜູ້​ທີ່​ບໍ່ມີ​ຫຍັງ​ເລີຍ​ນັ້ນ ແມ່ນແຕ່​ສິ່ງ​ທີ່​ຕົນ​ມີ​ຢູ່​ແລ້ວ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ລາວ.

[27] ຝ່າຍ​ພວກ​ສັດຕູ​ຂອງເຮົາ ທີ່​ບໍ່​ຢາກ​ໃຫ້​ເຮົາ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ​ຂ້າ​ພວກເຂົາ​ເສຍ​ຕໍ່ໜ້າ​ເຮົາ.’”

[28] ຫລັງຈາກ​ທີ່​ພຣະເຢຊູເຈົ້າ ກ່າວ​ຄຳ​ເຫລົ່ານີ້​ຈົບ​ແລ້ວ ພຣະອົງ​ກໍ​ຍ່າງ​ອອກ​ໜ້າ​ພວກເຂົາ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ.

[29] ພໍ​ພຣະອົງ​ມາ​ໃກ້​ບ້ານ​ເບັດຟາເຄ ແລະ​ບ້ານ​ເບັດທານີ​ທີ່​ພູເຂົາ^ໝາກກອກເທດ ພຣະອົງ​ກໍ​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປ​ກ່ອນ

[30] ໂດຍ​ຊົງ​ສັ່ງ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ຂ້າງ​ໜ້າ​ພວກເຈົ້າ​ນັ້ນ ພໍ​ເຂົ້າ​ໄປ​ແລ້ວ​ພວກເຈົ້າ​ຈະ​ພົບ​ລໍ​ນ້ອຍ​ໂຕໜຶ່ງ​ທີ່​ເຂົາ​ມັດ​ໄວ້ ລໍ​ນ້ອຍ​ໂຕ​ນີ້​ຍັງ​ບໍ່ມີ​ຜູ້ໃດ​ໄດ້​ຂີ່​ຈັກເທື່ອ ຈົ່ງ​ແກ້​ເອົາ​ລໍ​ໂຕ​ນັ້ນ ແລະ​ຈູງ​ມັນ​ມາ​ບ່ອນ​ນີ້.

[31] ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ແກ້​ມັນ​ໄປ​ເຮັດ​ຫຍັງ?’ ຈົ່ງ​ຕອບ​ວ່າ, ‘ອົງພຣະ^ຜູ້^ເປັນເຈົ້າ ຕ້ອງການ.’”

[32] ສາວົກ​ທີ່​ຖືກ​ໃຊ້​ໄປ​ນັ້ນ​ກໍ​ອອກ​ໄປ ແລະ​ພົບ​ທຸກຢ່າງ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກເພິ່ນ​ແລ້ວ​ນັ້ນ.

[33] ຂະນະທີ່​ພວກເພິ່ນ​ກຳລັງ​ແກ້​ເອົາ​ລໍ​ນ້ອຍ​ຢູ່​ນັ້ນ ເຈົ້າ​ຂອງ^ລໍ​ກໍ​ຖາມ​ວ່າ, “ພວກເຈົ້າ​ແກ້​ເອົາ​ລໍ​ນ້ອຍ​ໄປ​ເຮັດ​ຫຍັງ?”

[34] ພວກເພິ່ນ​ຕອບ​ວ່າ, “ອົງພຣະ^ຜູ້^ເປັນເຈົ້າ​ຕ້ອງການ”

[35] ແລະ ພວກເພິ່ນ​ກໍ​ຈູງ​ລໍ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ພວກເພິ່ນ​ກໍ​ເອົາ​ເສື້ອ​ຊັ້ນນອກ​ຂອງຕົນ​ປົກ​ຫລັງ​ຂອງ^ມັນ ແລະ​ເຊີນ​ໃຫ້​ພຣະອົງ​ຂຶ້ນ​ຂີ່.

[36] ຂະນະທີ່​ພຣະອົງ​ຂີ່​ໄປ​ນັ້ນ ປະຊາຊົນ​ກໍ​ເອົາ​ເສື້ອ​ຊັ້ນນອກ​ຂອງຕົນ​ມາ​ປູ​ຕາມ​ທາງຍ່າງ.

[37] ເມື່ອ​ພຣະອົງ​ມາ​ໃກ້​ນະຄອນ​ເຢຣູຊາເລັມ ຕາມ​ທາງ​ທີ່​ຈະ​ລົງ​ໄປ​ຈາກ​ພູເຂົາ^ໝາກກອກເທດ ປະຊາຊົນ​ທີ່​ເປັນ​ສາວົກ​ຂອງ^ພຣະອົງ ກໍ​ເລີ່ມ​ຊົມຊື່ນ^ຍິນດີ​ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງດັງ ເພາະ​ການ​ອັດສະຈັນ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຫັນ​ນັ້ນ ໂດຍ​ເວົ້າ​ວ່າ,

[38] “ຂໍ​ໃຫ້​ກະສັດ ຜູ້​ທີ່​ສະເດັດ​ມາ​ໃນ​ພຣະນາມ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ ສັນຕິສຸກ​ຈົ່ງ​ມີ​ໃນ​ສະຫວັນ ແລະ​ພຣະ​ຣັດສະໝີ​ຈົ່ງ​ມີ​ໃນ​ທີ່​ສູງສຸດ.”

[39] ແລ້ວ​ພວກ​ຟາຣີຊາຍ​ບາງຄົນ​ໃນ​ປະຊາຊົນ ກໍ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອາຈານ^ເອີຍ ຈົ່ງ​ສັ່ງ​ພວກ​ສາວົກ​ຂອງທ່ານ​ໃຫ້​ມິດງຽບ​ແດ່.”

[40] ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າ^ທັງຫລາຍ​ວ່າ ຖ້າ​ຄົນ​ເຫລົ່ານີ້​ມິດງຽບ ກ້ອນຫີນ​ທັງຫລາຍ​ກໍ​ຈະ​ຮ້ອງ​ຂຶ້ນ.”

[41] ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ໃກ້ ແລະ​ເຫັນ​ຕົວເມືອງ​ແລ້ວ ພຣະອົງ​ກໍ​ຮ້ອງໄຫ້​ເພາະ​ສົງສານ​ຕົວເມືອງ.

[42] ໂດຍ​ຊົງ​ກ່າວ​ວ່າ, “ໃນວັນນີ້ ຖ້າ​ເຈົ້າ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ສັນຕິສຸກ​ກໍ​ເປັນ​ການ​ດີ, ແຕ່​ບັດນີ້ ສິ່ງ​ເຫລົ່ານັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ຕາ​ຂອງ^ເຈົ້າ​ແລ້ວ.

[43] ດ້ວຍວ່າ, ເວລາ​ຈະ​ມາ​ເຖິງ ເມື່ອ​ສັດຕູ​ຂອງ^ເຈົ້າ​ຈະ​ຂຸດ​ຄູ​ອ້ອມ​ເຈົ້າ ແລະ​ຕັນ​ເຈົ້າ​ໄວ້​ທຸກ​ດ້ານ.

[44] ພວກເຂົາ​ຈະ​ທຳລາຍ​ເຈົ້າ ແລະ​ລູກ​ທັງຫລາຍ​ທີ່​ຢູ່​ນຳ​ເຈົ້າ​ໃຫ້​ລົງ​ພຽງ​ດິນ. ພວກເຂົາ​ຈະ​ບໍ່​ປະ​ກ້ອນຫີນ​ໃຫ້​ຊ້ອນ​ທັບ​ກັນ​ໄວ້​ພາຍ​ໃນ​ເຈົ້າ ເພາະວ່າ​ເຈົ້າ​ບໍ່​ຮູ້​ເວລາ​ທີ່​ພຣະເຈົ້າ​ໄດ້​ມາ​ຢ້ຽມຢາມ​ເຈົ້າ.”

[45] ແລ້ວ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ເລີ່ມ​ຂັບໄລ່​ບັນດາ​ຄົນ​ຊື້​ຂາຍ​ຢູ່​ທີ່​ນັ້ນ​ອອກ​ໄປ

[46] ໂດຍ​ກ່າວ​ແກ່​ພວກເຂົາ​ວ່າ, “ມີ​ຄຳ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເປັນ​ສະຖານທີ່​ໄຫວ້ວອນ.’ ແຕ່​ເຈົ້າ^ທັງຫລາຍ​ກັບ​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ^ໂຈນ.”

[47] ແລ້ວ​ພຣະອົງ​ກໍ​ສັ່ງສອນ​ທຸກໆ​ວັນ​ຢູ່​ໃນ​ພຣະວິຫານ, ພວກ​ຫົວໜ້າ​ປະໂຣຫິດ, ພວກ​ທຳມະຈານ ແລະ​ບັນດາ​ຜູ້ນຳ​ປະຊາຊົນ, ຕ່າງ​ກໍ​ຊອກ​ຫາ​ໂອກາດ​ທີ່​ຈະ​ຂ້າ​ພຣະອົງ​ເສຍ,

[48] ແຕ່​ພວກເຂົາ​ບໍ່​ເຫັນ​ຊ່ອງທາງ​ທີ່​ຈະ​ເຮັດ​ໄດ້ ເພາະ​ປະຊາຊົນ​ທັງຫລາຍ​ໄດ້​ຕິດພັນ ແລະ​ຕັ້ງໃຈ​ຟັງ​ຄຳສັ່ງສອນ​ຂອງ^ພຣະອົງ.

ລູກາ — Chapters