[1] ຕໍ່ມາບໍ່ດົນ ພຣະເຢຊູເຈົ້າໄດ້ເດີນທາງໄປຕາມເມືອງ ແລະຕາມບ້ານຕ່າງໆເພື່ອປະກາດຂ່າວປະເສີດ ເລື່ອງອານາຈັກຂອງ^ພຣະເຈົ້າ, ສາວົກສິບສອງຄົນກໍໄປກັບພຣະອົງ
[2] ພ້ອມດ້ວຍພວກແມ່ຍິງບາງຄົນທີ່ໄດ້ຖືກຊົງໂຜດໃຫ້ພົ້ນຈາກຜີຊົ່ວຮ້າຍ ແລະໃຫ້ຫາຍດີຈາກພະຍາດຕ່າງໆຄື ມາຣີ (ຜູ້ທີ່ຄົນເອີ້ນກັນວ່າໄທມັກດາລາ) ຜູ້ທີ່ພຣະເຢຊູເຈົ້າໄດ້ຂັບໄລ່ຜີມານຮ້າຍເຈັດໂຕອອກ,
[3] ໂຢຮັນນາ ເມຍຂອງ^ຈູຊາຜູ້ທີ່ເປັນກົມມະວັງຂອງ^ເຮໂຣດ ແລະ ນາງຊູຊັນນາກັບແມ່ຍິງອື່ນໆອີກຫລາຍຄົນ ທີ່ເຄີຍໃຊ້ຊັບສິນຂອງ^ຕົນເອງ ເພື່ອບົວລະບັດພຣະເຢຊູເຈົ້າ ແລະພວກສາວົກຂອງ^ພຣະອົງ.
[4] ແລ້ວກໍມີປະຊາຊົນຈາກຫົວເມືອງຕ່າງໆ ໄດ້ສືບ^ຕໍ່ມາຫາພຣະເຢຊູເຈົ້າ ເມື່ອພວກເຂົາມາເຕົ້າໂຮມກັນຢ່າງຫລວງຫລາຍ ແລ້ວພຣະເຢຊູເຈົ້າກໍກ່າວຄຳອຸປະມານີ້ວ່າ,
[5] “ຍັງມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ ຂະນະທີ່ລາວຫວ່ານເມັດພືດໃນນາຢູ່ນັ້ນ ບາງເມັດກໍຕົກຕາມທາງຄົນຍ່າງກໍຖືກຢຽບຢໍ່າ ແລະຝູງນົກກໍມາສັບກິນເມັດນັ້ນເສຍ.
[6] ບາງເມັດກໍຕົກໃສ່ພື້ນດິນທີ່ມີຫີນ ແລະເມື່ອງອກຂຶ້ນແລ້ວ ກໍຫ່ຽວແຫ້ງໄປເພາະດິນບໍ່ຊຸ່ມ.
[7] ບາງເມັດກໍຕົກໃສ່ທ່າມກາງພຸ່ມໜາມ ແລ້ວພຸ່ມໜາມກໍໃຫຍ່ຂຶ້ນຫຸ້ມຮັດເສຍ.
[8] ແລະບາງເມັດກໍຕົກໃສ່ດິນດີ ພືດຈຶ່ງງອກງາມຂຶ້ນ ແລະເກີດຜົນໄດ້ຮ້ອຍຕໍ່.” ແລ້ວພຣະເຢຊູເຈົ້າກໍຮ້ອງຂຶ້ນວ່າ, “ຜູ້ໃດມີຫູຟັງ ຈົ່ງຟັງເອົາ”
[9] ແລ້ວພວກສາວົກຂອງ^ພຣະອົງ ກໍຖາມພຣະເຢຊູເຈົ້າ ເຖິງຄຳອຸປະມານັ້ນວ່າ ມີຄວາມໝາຍຢ່າງໃດ.
[10] ພຣະອົງຊົງກ່າວວ່າ, “ສຳລັບພວກເຈົ້ານັ້ນ ພຣະເຈົ້າໄດ້ໂຜດໃຫ້ພວກເຈົ້າຮູ້ເຖິງຄວາມ^ລັບເລິກ ແຫ່ງອານາຈັກຂອງ^ພຣະເຈົ້າ, ແຕ່ສຳລັບຄົນອື່ນນັ້ນ ເຮົາກ່າວເປັນຄຳອຸປະມາ ເພື່ອວ່າ ເມື່ອພວກເຂົາເບິ່ງ ແຕ່ຈະບໍ່ເຫັນ ແລະເມື່ອພວກເຂົາຟັງ ແຕ່ຈະບໍ່ເຂົ້າໃຈ.”
[11] “ຄຳອຸປະມານັ້ນມີຄວາມໝາຍດັ່ງນີ້: ເມັດພືດນັ້ນ ແມ່ນພຣະທຳຂອງ^ພຣະເຈົ້າ.
[12] ເມັດພືດທີ່ຕົກໃສ່ຕາມທາງຍ່າງນັ້ນ ໄດ້ແກ່ພວກຄົນທີ່ໄດ້ຍິນພຣະທຳ, ແຕ່ມານຮ້າຍມາຍາດເອົາພຣະທຳໄປຈາກຈິດໃຈຂອງ^ພວກເຂົາ ເພື່ອບໍ່ໃຫ້ພວກເຂົາເຊື່ອແລະພົ້ນໄດ້.
[13] ເມັດທີ່ຕົກໃສ່ພື້ນ ທີ່ມີຫີນຫລາຍດິນໜ້ອຍ ໄດ້ແກ່ຄົນທີ່ໄດ້ຍິນພຣະທຳ ແລະຮັບເອົາດ້ວຍຄວາມ^ຊົມຊື່ນ^ຍິນດີ, ແຕ່ພວກເຂົາບໍ່ໃຫ້ພຣະທຳນັ້ນ ຝັງຮາກລົງເລິກໃນຈິດໃຈ ພວກເຂົາເຊື່ອຢູ່ແຕ່ພຽງຊົ່ວຄາວ ແລະເມື່ອພວກເຂົາຖືກການທົດລອງ ກໍລົ້ມເລີກໄປເສຍ.
[14] ເມັດທີ່ຕົກໃສ່ທ່າມກາງພຸ່ມໜາມ ໄດ້ແກ່ພວກທີ່ໄດ້ຍິນພຣະທຳ, ແຕ່ພວກເຂົາປ່ອຍໃຫ້ຄວາມ^ກັງວົນນຳຊັບສົມບັດ ຕະຫລອດທັງຄວາມ^ສະໜຸກຂອງ^ຊີວິດນີ້ ໄດ້ເຂົ້າມາຫຸ້ມຮັດພວກເຂົາໄວ້ ແລະຜົນຂອງ^ພວກເຂົາກໍບໍ່ສຸກຈັກເທື່ອ.
[15] ສ່ວນເມັດທີ່ຕົກໃສ່ດິນດີນັ້ນ ໄດ້ແກ່ພວກທີ່ໄດ້ຍິນພຣະທຳ ແລະຢຶດຖືເອົາໄວ້ດ້ວຍໃຈສັດຊື່ແລະເຊື່ອຟັງ ຈຶ່ງທົນໄດ້ຈົນເກີດຜົນ.”
[16] “ບໍ່ມີຜູ້ໃດ ເມື່ອໄຕ້ໂຄມໄຟແລ້ວ ຈະເອົາເຂົ້າໄວ້ໃນກະບຸງ ຫລືວາງໄວ້ຢູ່ໃຕ້ຕຽງນອນ, ແຕ່ພວກເຂົາຕັ້ງມັນໄວ້ເທິງທີ່ສູງ ເພື່ອວ່າ ຄົນທີ່ເຂົ້າມາຈະເຫັນແສງ^ສະຫວ່າງ.
[17] ດ້ວຍວ່າ, ບໍ່ມີສິ່ງໃດທີ່ຖືກເຊື່ອງໄວ້ ຈະບໍ່ຖືກນຳອອກມາເປີດເຜີຍ ແລະບໍ່ມີສິ່ງໃດທີ່ຖືກປົກປິດໄວ້ ຈະບໍ່ເປີດເຜີຍ ແລະນຳອອກໃຫ້ຮູ້.”
[18] “ເຫດສະນັ້ນ ຈົ່ງລະວັງໃຫ້ດີວ່າ ພວກເຈົ້າຟັງດ້ວຍທ່າທີຢ່າງໃດ ເພາະຜູ້ໃດທີ່ມີຢູ່ແລ້ວ ກໍຈະຊົງເພີ່ມເຕີມໃຫ້ອີກ, ແຕ່ຜູ້ໃດທີ່ບໍ່ມີ ແມ່ນແຕ່ສິ່ງທີ່ຕົນຄິດວ່າມີຢູ່ນັ້ນ ກໍຈະຖືກຍົກເອົາໄປເສຍຈາກລາວ.”
[19] ແລ້ວແມ່ແລະນ້ອງຊາຍຂອງ^ພຣະເຢຊູເຈົ້າ ໄດ້ມາຫາພຣະອົງ ແຕ່ເຂົ້າໄປເຖິງພຣະອົງບໍ່ໄດ້ ເພາະຄົນຫລາຍ.
[20] ມີຄົນໜຶ່ງເວົ້າກັບພຣະເຢຊູເຈົ້າວ່າ, “ແມ່ແລະນ້ອງຊາຍຂອງທ່ານ ກຳລັງຢືນຢູ່ຂ້າງນອກ ຢາກພົບທ່ານ.”
[21] ພຣະອົງຕອບພວກເຂົາວ່າ, “ແມ່ແລະນ້ອງຂອງເຮົານັ້ນ ແມ່ນຜູ້ທີ່ໄດ້ຍິນພຣະທຳຂອງ^ພຣະເຈົ້າ ແລະປະຕິບັດຕາມ.”
[22] ຢູ່ມາວັນໜຶ່ງ ພຣະເຢຊູເຈົ້າໄດ້ຂຶ້ນເຮືອໄປກັບພວກສາວົກຂອງ^ພຣະອົງ ແລະກ່າວກັບພວກເພິ່ນວ່າ, “ໃຫ້ພວກເຮົາຂ້າມທະເລສາບໄປຟາກນັ້ນເທາະ.” ດັ່ງນັ້ນ ພວກເພິ່ນຈຶ່ງຖອຍເຮືອອອກໄປ.
[23] ຂະນະທີ່ຂ້າມໄປນັ້ນ ພຣະເຢຊູເຈົ້າກໍນອນຫລັບຢູ່ ມີລົມແຮງພັດລົງມາສູ່ກາງທະເລສາບ ແລະນໍ້າກໍເລີ່ມຊັດເຂົ້າເຮືອໃກ້ຈະເຕັມ ເຮັດໃຫ້ທຸກຄົນກໍຕົກຢູ່ໃນອັນຕະລາຍ.
[24] ພວກສາວົກຈຶ່ງໄປຫາພຣະເຢຊູເຈົ້າ ແລ້ວປຸກພຣະອົງໃຫ້ລຸກຂຶ້ນ ໂດຍເວົ້າວ່າ, “ພຣະອາຈານ^ເອີຍ, ພຣະອາຈານ^ເອີຍ, ພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ.” ພຣະເຢຊູເຈົ້າລຸກຂຶ້ນສັ່ງຫ້າມລົມແລະຟອງນໍ້າ ລົມແລະຟອງນໍ້າກໍມິດງຽບລົງ ແລະມີຄວາມ^ງຽບ^ສະຫງົບທັນທີ.
[25] ແລ້ວພຣະອົງກໍຖາມພວກສາວົກວ່າ, “ຄວາມເຊື່ອຂອງ^ພວກເຈົ້າໄປໃສໝົດ?” ແຕ່ພວກເພິ່ນງຶດປະຫລາດ^ໃຈແລະຢ້ານ ຈຶ່ງຖາມກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດໜໍ? ທີ່ສັ່ງລົມກັບຟອງນໍ້າ ແລະພວກມັນກໍຍອມຟັງຄວາມ^ເພິ່ນ.”
[26] ແລ້ວພວກເພິ່ນກໍໄດ້ຂີ່ເຮືອມາຈອດ ທີ່ເຂດແດນເຄຣາຊາ ຊຶ່ງຢູ່ກົງກັນຂ້າມກັບແຂວງຄາລີເລ.
[27] ເມື່ອພຣະເຢຊູເຈົ້າກ້າວຂຶ້ນໄປເທິງບົກ ກໍມີຊາຍຄົນໜຶ່ງຈາກເມືອງນີ້ມາພົບພຣະອົງ ຊາຍຄົນນີ້ມີຜີມານຮ້າຍຫລາຍໂຕສິງຢູ່ ເປັນເວລາດົນນານແລ້ວ ທີ່ລາວບໍ່ໄດ້ນຸ່ງເຄື່ອງ ແລະບໍ່ໄດ້ຢູ່ໃນເຮືອນ ແຕ່ອາໄສຢູ່ຕາມອຸບມຸງຝັງສົບ.
[28] ເມື່ອຄົນນີ້ເຫັນພຣະເຢຊູເຈົ້າ ລາວກໍຮ້ອງຂຶ້ນທັງຂາບລົງຕໍ່ໜ້າພຣະອົງ ແລະເວົ້າຂຶ້ນດ້ວຍສຸດສຽງວ່າ, “ເຢຊູ ບຸດຂອງ^ພຣະເຈົ້າອົງສູງສຸດ^ເອີຍ ທ່ານຕ້ອງການຫຍັງຈາກພວກເຮົາ? ພວກເຮົາຂໍຮ້ອງທ່ານຢ່າທໍລະມານພວກເຮົາເລີຍ”
[29] ມັນເວົ້າດັ່ງນັ້ນ ກໍເພາະພຣະອົງໄດ້ສັ່ງຜີຊົ່ວຮ້າຍໃຫ້ອອກໄປຈາກຄົນນັ້ນ. (ດ້ວຍວ່າ, ມັນໄດ້ກຸມເອົາຄົນນັ້ນໄປຫລາຍເທື່ອ ແລະເຄີຍມັດດ້ວຍເຊືອກ ແລະຖືກລ່າມໂສ້ຂັງໄວ້, ແຕ່ມັນກໍຫັກເຄື່ອງມັດນັ້ນເສຍ ແລ້ວບັງຄັບໃຫ້ເຂົ້າໄປໃນປ່າ.)
[30] ພຣະເຢຊູເຈົ້າຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບວ່າ, “ຊື່ ‘ກອງທັບ.’” ເພາະມີຜີມານຮ້າຍຫລາຍໂຕສິງຢູ່ໃນຄົນນີ້.
[31] ຜີມານຮ້າຍເຫລົ່ານີ້ຂໍຮ້ອງນຳພຣະເຢຊູເຈົ້າ ບໍ່ໃຫ້ສົ່ງພວກມັນລົງໄປໃນເຫວເລິກ.
[32] ຢູ່ໃກ້ນັ້ນ ມີຝູງໝູທີ່ກຳລັງຊອກຫາກິນຢູ່ຕາມຈ້າຍພູ ຜີມານຮ້າຍເຫລົ່ານີ້ຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າ ອະນຸຍາດໃຫ້ພວກມັນເຂົ້າໄປສິງຢູ່ໃນຝູງໝູ ແລະພຣະອົງກໍອະນຸຍາດໃຫ້.
[33] ແລ້ວຜີມານຮ້າຍເຫລົ່ານັ້ນ ກໍອອກຈາກຊາຍຄົນນີ້ເຂົ້າໄປສິງຢູ່ໃນຝູງໝູ, ໝູທັງຝູງກໍຟ້າວແລ່ນລົງຕາລິ່ງຊັນ ແລະໂຕນໃສ່ທະເລສາບຈົມນໍ້າຕາຍໝົດ.
[34] ສ່ວນພວກລ້ຽງໝູ ເມື່ອໄດ້ເຫັນເຫດການເຊັ່ນນີ້ ຕ່າງກໍແລ່ນໜີ ແລະໄປເລົ່າເລື່ອງໃຫ້ຄົນຢູ່ໃນເມືອງ ແລະຢູ່ນອກເມືອງຟັງ.
[35] ແລ້ວຄົນທັງປວງກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ ແລະເມື່ອມາເຖິງພຣະເຢຊູເຈົ້າ ພວກເຂົາໄດ້ເຫັນຄົນທີ່ຜີມານຮ້າຍອອກຈາກຕົວນັ້ນ ນຸ່ງຫົ່ມເສື້ອຜ້າ ມີສະຕິອາຣົມດີ ນັ່ງຢູ່ໃກ້ພຣະບາດຂອງ^ພຣະເຢຊູເຈົ້າ ພວກເຂົາຈຶ່ງມີໃຈຢ້ານ.
[36] ພວກທີ່ໄດ້ເຫັນເຫດການນັ້ນ ໄດ້ເລົ່າໃຫ້ປະຊາຊົນຟັງ ເຖິງເລື່ອງຄົນທີ່ຜີມານຮ້າຍສິງ ຖືກໂຜດໃຫ້ຫາຍດີເປັນປົກກະຕິໄດ້ຢ່າງໃດ.
[37] ແລ້ວປະຊາຊົນທຸກຄົນຈາກເຂດແດນນັ້ນ ກໍຂໍຮ້ອງພຣະເຢຊູເຈົ້າໃຫ້ໜີໄປຈາກພວກເຂົາ ເພາະພວກເຂົາຕ່າງກໍຢ້ານກົວຫລາຍທີ່ສຸດ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງລົງເຮືອກັບຄືນໄປ.
[38] ຊາຍທີ່ຜີມານຮ້າຍເປັນກອງທັບຖືກຂັບໄລ່ອອກໄປແລ້ວນັ້ນ ຂໍຮ້ອງນຳພຣະເຢຊູເຈົ້າວ່າ, “ໂຜດໃຫ້ຂ້ານ້ອຍໄປກັບທ່ານດ້ວຍເທີ້ນ.” ແຕ່ພຣະເຢຊູເຈົ້າບອກໃຫ້ລາວກັບຄືນໄປ ໂດຍກ່າວວ່າ,
[39] “ຈົ່ງກັບເມືອບ້ານເຮືອນຂອງ^ເຈົ້າ ແລະບອກສິ່ງທີ່ພຣະເຈົ້າໄດ້ກະທຳແກ່ເຈົ້າ.” ແລ້ວຊາຍຄົນນັ້ນ ກໍໄປປະກາດທົ່ວທັງເມືອງ ເຖິງສິ່ງທັງຫລາຍທີ່ພຣະເຢຊູເຈົ້າໄດ້ກະທຳສຳລັບຕົນ.
[40] ເມື່ອພຣະເຢຊູເຈົ້າກັບມາແຕ່ທະເລສາບຟາກນັ້ນແລ້ວ ປະຊາຊົນກໍມາຕ້ອນຮັບພຣະອົງ ເພາະພວກເຂົາລໍຄອຍການກັບມາຂອງ^ພຣະອົງຢູ່.
[41] ໃນຂະນະນັ້ນ ມີຊາຍຄົນໜຶ່ງຊື່ ຢາອີໂຣ ເປັນຫົວໜ້າໂຮງທຳມະສາລາໃນທ້ອງຖິ່ນນັ້ນ ໄດ້ມາຂາບລົງທີ່ຕີນຂອງ^ພຣະເຢຊູເຈົ້າ ແລະທູນອ້ອນວອນ^ຂໍພຣະອົງໃຫ້ໄປທີ່ເຮືອນຂອງຕົນ,
[42] ເພາະລູກສາວຄົນດຽວຂອງ^ລາວອາຍຸສິບສອງປີ ປ່ວຍໃກ້ຈະສິ້ນໃຈຕາຍແລ້ວ, ຂະນະທີ່ພຣະເຢຊູເຈົ້າກຳລັງໄປນັ້ນ ກໍມີປະຊາຊົນບຽດພຣະອົງໄປຢ່າງໜາແໜ້ນ.
[43] ໃນນັ້ນ ມີຍິງຄົນໜຶ່ງ ທີ່ເປັນພະຍາດເລືອດຕົກ ໄດ້ສິບສອງປີແລ້ວ ນາງໄດ້ຈ່າຍຊັບທັງໝົດທີ່ຕົນມີໃຫ້ພວກໝໍ ແຕ່ບໍ່ມີໝໍຄົນໃດສາມາດຮັກສານາງໃຫ້ຫາຍດີໄດ້.
[44] ນາງຈຶ່ງຫຍັບເຂົ້າມາທາງຫລັງພຣະເຢຊູເຈົ້າ ແລະບາຍແຄມເສື້ອຄຸມຂອງ^ພຣະອົງ ແລະພະຍາດເລືອດຕົກນັ້ນກໍຢຸດທັນທີ.
[45] ພຣະເຢຊູເຈົ້າຖາມວ່າ, “ແມ່ນຜູ້ໃດບາຍເຮົາ?” ເມື່ອພວກເຂົາທຸກຄົນຕ່າງກໍປະຕິເສດ ເປໂຕຈຶ່ງເວົ້າວ່າ, “ພຣະອາຈານ^ເອີຍ ກໍແມ່ນປະຊາຊົນທີ່ແໜ້ນໜາກຳລັງບຸບຽດທ່ານຢູ່.”
[46] ແຕ່ພຣະເຢຊູເຈົ້າກ່າວວ່າ, “ມີຜູ້ໜຶ່ງໄດ້ບາຍເຮົາ. ດ້ວຍວ່າ, ເຮົາຮູ້ສຶກວ່າ ຣິດເດດໄດ້ຊວ່ານອອກຈາກເຮົາໄປ.”
[47] ເມື່ອເຫັນວ່າ ຈະເຊື່ອງຕົວບໍ່ໄດ້ແລ້ວ ຍິງຄົນນັ້ນ ຈຶ່ງເຂົ້າມາຫາທັງຕົວສັ່ນເຊັນ ຂາບລົງທີ່ຕີນຂອງ^ພຣະເຢຊູເຈົ້າ ຕໍ່ໜ້າທຸກຄົນໃນທີ່ນັ້ນ ນາງບອກພຣະອົງວ່າ, ດ້ວຍເຫດໃດຕົນຈຶ່ງໄດ້ບາຍພຣະອົງ ແລະຕົນໄດ້ຫາຍດີພະຍາດໃນທັນທີໄດ້ຢ່າງໃດ?
[48] ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ລູກຍິງ^ເອີຍ ຄວາມເຊື່ອຂອງ^ເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ ຈົ່ງໄປເປັນສຸກເທີ້ນ.”
[49] ໃນຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຢູ່ນີ້ ກໍມີຄົນໜຶ່ງມາຈາກເຮືອນຂອງ^ຢາອີໂຣ ຫົວໜ້າທຳມະສາລາ ລາວບອກວ່າ, “ລູກສາວຂອງ^ເຈົ້າຕາຍແລ້ວ ຢ່າລົບກວນອາຈານຕໍ່ໄປອີກເລີຍ.”
[50] ແຕ່ພຣະເຢຊູເຈົ້າໄດ້ຍິນຂ່າວນັ້ນ ຈຶ່ງກ່າວແກ່ຢາອີໂຣວ່າ, “ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ ແລ້ວນາງກໍຈະຫາຍດີ.”
[51] ເມື່ອມາຮອດເຮືອນແລ້ວ ພຣະອົງບໍ່ໃຫ້ຜູ້ໃດເຂົ້າໄປນຳພຣະອົງ ເວັ້ນໄວ້ແຕ່ເປໂຕ, ໂຢຮັນ, ຢາໂກໂບ ແລະ ພໍ່ແມ່ຂອງ^ເດັກເທົ່ານັ້ນ.
[52] ໃນທີ່ນັ້ນ ຄົນທັງຫລາຍກຳລັງຮ້ອງໄຫ້ໄວ້ທຸກໃຫ້ເດັກຢູ່ ພຣະເຢຊູເຈົ້າກ່າວວ່າ, “ຢ່າຮ້ອງໄຫ້ເທາະ ເດັກນ້ອຍນັ້ນບໍ່ຕາຍດອກ ນາງພຽງແຕ່ນອນຫລັບເທົ່ານັ້ນ.”
[53] ແລ້ວພວກເຂົາກໍພາກັນຫົວຂວັນພຣະອົງ ເພາະພວກເຂົາຕ່າງກໍຮູ້ວ່າ ນາງຕາຍແລ້ວ.
[54] ແຕ່ພຣະເຢຊູເຈົ້າຈັບມືເດັກນັ້ນ ແລະຮ້ອງຂຶ້ນວ່າ, “ລູກ^ເອີຍ ຈົ່ງລຸກຂຶ້ນສາ”
[55] ຊີວິດຂອງ^ນາງຈຶ່ງກັບຄືນມາ ແລະນາງກໍລຸກຂຶ້ນໃນທັນທີ ພຣະເຢຊູເຈົ້າສັ່ງໃຫ້ເອົາອາຫານໃຫ້ນາງກິນ.
[56] ຝ່າຍພໍ່ແມ່ຂອງ^ເດັກກໍງຶດປະຫລາດ^ໃຈຫລາຍທີ່ສຸດ, ແຕ່ພຣະເຢຊູເຈົ້າສັ່ງບໍ່ໃຫ້ບອກຜູ້ໃດ ເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນ.