[1] ຫລັງຈາກເຫດການເຫລົ່ານີ້ແລ້ວ ອົງ^ພຣະຜູ້^ເປັນເຈົ້າກໍໄດ້ເລືອກເອົາເຈັດສິບສອງ ຄົນຕື່ມອີກ ແລະໃຊ້ພວກເພິ່ນອອກໄປເປັນໝູ່ ໝູ່ລະສອງຄົນ ເພື່ອໄປກ່ອນໜ້າພຣະອົງໃນທຸກເມືອງແລະທຸກບ້ານ ທີ່ພຣະອົງກຳລັງຈະເຂົ້າໄປນັ້ນ.
[2] ພຣະອົງຊົງກ່າວກັບພວກເພິ່ນວ່າ, “ເຂົ້າທີ່ຈະກ່ຽວກໍມີຫລາຍແທ້ ແຕ່ຄົນງານມີໜ້ອຍຢູ່ ເພາະສະນັ້ນ ພວກເຈົ້າຈົ່ງພາວັນນາ^ອະທິຖານຕໍ່ຜູ້ເປັນເຈົ້າຂອງ^ນາ ໃຫ້ນຳຄົນງານມາໃນການເກັບກ່ຽວຂອງຕົນເສຍ.
[3] ຈົ່ງໄປສາ ເຮົາໃຊ້ພວກເຈົ້າໄປເໝືອນດັ່ງລູກແກະຢູ່ໃນທ່າມກາງຝູງໝາໄນ.
[4] ຢ່າຖືຖົງ^ເງິນ ຫລືຖືຖົງເຄື່ອງ ຫລືຖືເກີບໄປນຳ ຢ່າຢຸດຄຳນັບຜູ້ໃດຕາມທາງ.
[5] ບໍ່ວ່າພວກເຈົ້າຈະເຂົ້າໄປໃນເຮືອນຫລັງໃດກໍຕາມ ກ່ອນອື່ນໃຫ້ກ່າວອວຍພອນວ່າ, ‘ສັນຕິສຸກ ຈົ່ງມີແກ່ເຮືອນຫລັງນີ້.’
[6] ຖ້າມີຄົນຮັກສັນຕິສຸກອາໄສຢູ່ໃນຄອບຄົວນີ້ ສັນຕິສຸກກໍຈະຢູ່ກັບຜູ້ນັ້ນ, ຖ້າບໍ່ມີ ສັນຕິສຸກນັ້ນຈະກັບຄືນມາຫາເຈົ້າອີກ.
[7] ຈົ່ງຢູ່ໃນເຮືອນຫລັງນັ້ນ ກິນແລະດື່ມຕາມທີ່ເຂົາມີຢູ່. ດ້ວຍວ່າ, ຄົນງານກໍຄວນຈະໄດ້ຮັບຄ່າແຮງງານຂອງຕົນ ຢ່າຍ້າຍຈາກເຮືອນນີ້ເຂົ້າໄປຢູ່ເຮືອນອື່ນ.
[8] ບໍ່ວ່າພວກເຈົ້າຈະເຂົ້າໄປໃນເມືອງໃດກໍຕາມ ແລະໄທເມືອງຍິນດີຕ້ອນຮັບພວກເຈົ້າ ຈົ່ງກິນຕາມທີ່ເຂົາຈັດຫາໃຫ້.
[9] ຈົ່ງເຮັດໃຫ້ຄົນເຈັບໄຂ້^ໄດ້ປ່ວຍຢູ່ໃນເມືອງນັ້ນດີພະຍາດ ແລະປະກາດແກ່ຊາວເມືອງວ່າ, ‘ອານາຈັກຂອງ^ພຣະເຈົ້າໄດ້ມາໃກ້ທ່ານທັງຫລາຍແລ້ວ.’
[10] ເມື່ອໃດກໍຕາມທີ່ພວກເຈົ້າເຂົ້າໄປໃນເມືອງໜຶ່ງ ແລະໄທເມືອງນັ້ນບໍ່ຍິນດີຕ້ອນຮັບພວກເຈົ້າ ຈົ່ງອອກໄປທີ່ກາງຖະໜົນຂອງ^ເມືອງນັ້ນ ແລະເວົ້າວ່າ,
[11] ‘ແມ່ນແຕ່ຂີ້ຝຸ່ນດິນຂອງ^ເມືອງນີ້ ທີ່ຕິດຕີນຂອງ^ພວກເຮົາ ພວກເຮົາກໍຈະປັດອອກຕໍ່ສູ້ພວກເຈົ້າ; ແຕ່ຈົ່ງຈຳໄວ້ວ່າ ອານາຈັກຂອງ^ພຣະເຈົ້າມາໃກ້ພວກເຈົ້າແລ້ວ’
[12] ເຮົາບອກພວກເຈົ້າວ່າ ໃນວັນພິພາກສາໂທດຂອງ^ເມືອງ^ໂຊໂດມ ກໍຈະເບົາກວ່າໂທດຂອງ^ເມືອງນີ້.”
[13] “ວິບັດແກ່ເຈົ້າ ເມືອງໂຂຣາຊິນ^ເອີຍ ເມືອງເບັດຊາອີດາກໍເຊັ່ນດຽວ^ກັນ ວິບັດສຳລັບເຈົ້າ ຖ້າການອັດສະຈັນທີ່ໄດ້ຖືກກະທຳໃນເມືອງຂອງ^ເຈົ້າ ໄດ້ຖືກກະທຳທີ່ເມືອງຕີເຣ ແລະ ຊີໂດນແລ້ວ ປະຊາຊົນໃນເມືອງເຫລົ່ານີ້ກໍຄົງຈະນັ່ງລົງ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າ^ກະສອບເຂົ້າ ໃຊ້ຂີ້ເທົ່າໂຮຍຫົວແຕ່ດົນນານມາແລ້ວ ເພື່ອສະແດງໃຫ້ເຫັນວ່າ ພວກເຂົາຖິ້ມໃຈເກົ່າ^ເອົາໃຈໃໝ່,
[14] ແຕ່ໃນວັນພິພາກສາໂທດຂອງ^ເມືອງຕີເຣແລະຊີໂດນ ກໍຈະເບົາກວ່າໂທດຂອງ^ພວກເຈົ້າ.
[15] ສ່ວນເຈົ້າ ເມືອງກາເປນາອູມ^ເອີຍ ເຈົ້າຢາກຈະຍົກຕົວຂຶ້ນໃຫ້ສູງພຽງຟ້າພຸ້ນບໍ? ເຈົ້າຈະຖືກຖິ້ມລົງສູ່ບຶງໄຟນະຣົກ.”
[16] “ຜູ້ໃດທີ່ຟັງພວກເຈົ້າ ກໍໄດ້ຟັງເຮົາ ຜູ້ໃດທີ່ບໍ່ຍອມຮັບພວກເຈົ້າ ກໍບໍ່ຍອມຮັບເຮົາ ແລະທັງບໍ່ຍອມຮັບຜູ້ທີ່ໄດ້ໃຊ້ເຮົາມາດ້ວຍ.”
[17] ຕໍ່ມາ ພວກເຈັດສິບສອງ ຄົນນັ້ນກໍກັບຄືນມາດ້ວຍຄວາມ^ຊົມຊື່ນ^ຍິນດີ^ທີ່ສຸດ ພວກເຂົາເວົ້າວ່າ, “ພຣະອົງເຈົ້າ^ເອີຍ ແມ່ນແຕ່ບັນດາຜີມານຮ້າຍ ກໍເຊື່ອຟັງພວກຂ້ານ້ອຍ ເມື່ອພວກຂ້ານ້ອຍສັ່ງມັນໃນນາມຂອງທ່ານ.”
[18] ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ເຮົາໄດ້ເຫັນມານຊາຕານຕົກລົງຈາກຟ້າ ດັ່ງຟ້າແມບ.
[19] ເບິ່ງແມ! ເຮົາໄດ້ໃຫ້ພວກເຈົ້າມີສິດອຳນາດຢຽບງູ ແລະແມງງອດ ແລະໃຫ້ມີຣິດອຳນາດເໜືອກຳລັງຂອງ^ສັດຕູ ແລະບໍ່ມີສິ່ງໃດ ຈະເຮັດອັນຕະລາຍແກ່ພວກເຈົ້າໄດ້.
[20] ແຕ່ຢ່າໄດ້ຍິນດີຢູ່ໃນສິ່ງເຫລົ່ານີ້ ຄືເພາະຜີຮ້າຍຍອມເຊື່ອຟັງພວກເຈົ້າ, ແຕ່ຈົ່ງຊົມຊື່ນ^ຍິນດີ ເພາະຊື່ຂອງ^ພວກເຈົ້າໄດ້ຈົດໄວ້ແລ້ວໃນສະຫວັນ.”
[21] ໃນເວລາໂມງນັ້ນ ພຣະເຢຊູເຈົ້າຊົງມີຄວາມ^ຊື່ນຊົມ^ຍີນດີ ດ້ວຍພຣະວິນຍານບໍຣິສຸດເຈົ້າ ຈຶ່ງຊົງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ຜູ້ເປັນເຈົ້າສະຫວັນ ແລະແຜ່ນດິນ^ໂລກ ຂ້ານ້ອຍສັນລະເສີນພຣະອົງ ເພາະພຣະອົງໄດ້ຊົງປົກບັງສິ່ງເຫລົ່ານີ້ໄວ້ ຈາກຜູ້ມີປັນຍາ ແລະຜູ້ສະຫລາດ, ແຕ່ໄດ້ຊົງສຳແດງໃຫ້ແກ່ພວກເດັກນ້ອຍຮູ້ ຂ້າແດ່ພຣະບິດາເຈົ້າ ພຣະອົງຊົງເຫັນຊອບດັ່ງນັ້ນ.”
[22] “ພຣະບິດາເຈົ້າຂອງເຮົາໄດ້ຊົງມອບສິ່ງສາລະພັດໃຫ້ແກ່ເຮົາ ບໍ່ມີຜູ້ໃດຮູ້ພຣະບຸດ ນອກຈາກພຣະບິດາເຈົ້າ ແລະບໍ່ມີຜູ້ໃດຮູ້ພຣະບິດາເຈົ້າ ນອກຈາກພຣະບຸດ ແລະຜູ້ທີ່ພຣະບຸດຢາກຈະເປີດເຜີຍໃຫ້ຮູ້.”
[23] ແລ້ວພຣະເຢຊູເຈົ້າກໍຫັນໄປທາງພວກສາວົກ ແລະກ່າວແກ່ພວກເພິ່ນໂດຍ^ສະເພາະວ່າ, “ຕາທັງຫລາຍ ທີ່ໄດ້ເຫັນການຊຶ່ງພວກເຈົ້າໄດ້ເຫັນນັ້ນກໍເປັນສຸກ
[24] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ‘ຜູ້ທຳນວາຍ ແລະກະສັດຫລາຍຄົນ ຢາກເຫັນສິ່ງທີ່ພວກເຈົ້າເຫັນ ແຕ່ພວກເຂົາບໍ່ໄດ້ເຫັນ ແລະຢາກໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນ ແຕ່ພວກເຂົາບໍ່ໄດ້ຍິນ.’”
[25] ຄັ້ງໜຶ່ງ ມີທຳບັນດິດຄົນໜຶ່ງ ໄດ້ຢືນຂຶ້ນເພື່ອທົດລອງພຣະເຢຊູເຈົ້າ ລາວຖາມວ່າ, “ອາຈານ^ເອີຍ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດ ຈຶ່ງຈະໄດ້ຮັບຊີວິດນິຣັນດອນ?”
[26] ພຣະເຢຊູເຈົ້າຕອບລາວແບບຖາມຄືນວ່າ, “ກົດບັນຍັດມີຂຽນໄວ້ວ່າຢ່າງໃດ? ເມື່ອທ່ານອ່ານແລ້ວ ເຂົ້າໃຈຢ່າງໃດ?”
[27] ແລ້ວຊາຍຜູ້ນັ້ນກໍຕອບວ່າ, “ຈົ່ງຮັກອົງພຣະ^ຜູ້^ເປັນເຈົ້າ ອົງເປັນພຣະເຈົ້າຂອງ^ເຈົ້າ ດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດກຳລັງ ແລະດ້ວຍສຸດຄວາມ^ຄິດຂອງ^ເຈົ້າ” ແລະ “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
[28] ພຣະເຢຊູເຈົ້າຕອບວ່າ, “ທ່ານຕອບຖືກແລ້ວ ຈົ່ງປະຕິບັດຕາມນີ້ ແລະທ່ານຈະໄດ້ຊີວິດ.”
[29] ແຕ່ທຳບັນດິດຄົນນັ້ນ ຢາກສະແດງວ່າຕົນເປັນຄົນສິນທຳ ຈຶ່ງຖາມພຣະເຢຊູເຈົ້າຕື່ມວ່າ, “ແມ່ນຜູ້ໃດເປັນເພື່ອນບ້ານຂອງ^ຂ້ານ້ອຍ?”
[30] ພຣະເຢຊູເຈົ້າໃຫ້ຄຳຕອບແກ່ລາວດັ່ງນີ້ວ່າ, “ຍັງມີຊາຍຄົນໜຶ່ງ ລົງຈາກນະຄອນເຢຣູຊາເລັມໄປຍັງເມືອງເຢຣີໂກ ແລະຕົກຢູ່ໃນກຳມືຂອງ^ພວກນັກປຸ້ນ, ພວກນັກປຸ້ນໄດ້ເອົາທຸກສິ່ງທີ່ຊາຍຜູ້ນັ້ນມີ ທັງຕົບຕີລາວ ແລະປະຖິ້ມໄວ້ເກືອບຕາຍ.
[31] ຍັງມີປະໂຣຫິດຄົນໜຶ່ງ ໄດ້ລົງໄປຕາມທາງນັ້ນ ເມື່ອເຫັນຄົນນີ້ແລ້ວກໍຍ່າງເວັ້ນກາຍໄປຟາກອື່ນ.
[32] ໃນທຳນອງ^ດຽວກັນ ມີຄົນເລວີຜູ້ໜຶ່ງລົງໄປຕາມທາງນັ້ນ ແລະເຫັນລາວ ກໍຍ່າງເວັ້ນຂ້າມທາງຟາກອື່ນກາຍໄປເໝືອນກັນ.
[33] ແຕ່ມີໄທຊາມາເຣຍຄົນໜຶ່ງ ທີ່ເດີນທາງມາພໍ້ຊາຍຄົນນີ້ ແລະເມື່ອເຫັນລາວແລ້ວ ກໍມີໃຈເມດຕາສົງສານ.
[34] ລາວຈຶ່ງເຂົ້າໄປຊ່ວຍເອົານໍ້າມັນ ແລະເຫຼົ້າອະງຸ່ນຖອກໃສ່ບາດແຜ ແລະເອົາຜ້າພັນບາດໃຫ້ ແລ້ວກໍໂຈມຊາຍຄົນນັ້ນ ຂຶ້ນຂີ່ເທິງຫລັງສັດຂອງຕົນ ນຳໄປຮອດໂຮງແຮມ ແລະເອົາໃຈໃສ່ບົວລະບັດລາວ.
[35] ວັນຕໍ່ມາ ລາວໄດ້ເອົາເງິນສອງຫລຽນໃຫ້ເຈົ້າຂອງ^ໂຮງແຮມ ແລະສັ່ງວ່າ, ‘ຈົ່ງຊ່ວຍເບິ່ງແຍງຊາຍຄົນນີ້ໃຫ້ດີເນີ ຖ້າເຈົ້າຈ່າຍເກີນນີ້ໄປເທົ່າໃດ ເມື່ອຂ້ອຍກັບມາ ຂ້ອຍຈະຈ່າຍຄືນໃຫ້.’
[36] ໃນສາມຄົນນີ້ ແມ່ນຜູ້ໃດທີ່ເປັນເພື່ອນບ້ານຂອງ^ຄົນທີ່ຖືກພວກໂຈນປຸ້ນນັ້ນ?”
[37] ທຳບັນດິດຄົນນັ້ນຕອບວ່າ, “ແມ່ນຜູ້ທີ່ມີໃຈເມດຕາສົງສານຕໍ່ລາວ.” ພຣະເຢຊູເຈົ້າກ່າວແນະນຳວ່າ, “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ.”
[38] ຂະນະທີ່ພຣະເຢຊູເຈົ້າເດີນທາງໄປກັບພວກສາວົກຂອງ^ພຣະອົງ ພຣະອົງກໍມາຮອດບ້ານແຫ່ງໜຶ່ງ ໃນທີ່ນັ້ນມີຍິງຄົນໜຶ່ງຊື່ ມາທາ ແລະນາງໄດ້ຕ້ອນຮັບພຣະອົງເຂົ້າໄປໃນເຮືອນຂອງຕົນ.
[39] ມາທາມີນ້ອງສາວຄົນໜຶ່ງຊື່ວ່າ ມາຣີ ຜູ້ຊຶ່ງມານັ່ງຢູ່ໃກ້ຕີນຂອງ^ອົງພຣະ^ຜູ້^ເປັນເຈົ້າ ແລະຟັງຖ້ອຍຄຳຂອງ^ພຣະອົງ.
[40] ສ່ວນມາທານັ້ນ ເມົາແຕ່ວຸ້ນວາຍຢູ່ກັບວຽກບ້ານການເຮືອນຕັ້ງຫລາຍຢ່າງທີ່ຕົນຕ້ອງເຮັດ. ດັ່ງນັ້ນ ນາງຈຶ່ງມາຫາພຣະອົງ ແລະເວົ້າວ່າ, “ພຣະອົງເຈົ້າ^ເອີຍ ທ່ານບໍ່ສົນໃຈບໍ ທີ່ນ້ອງສາວຂອງ^ຂ້ານ້ອຍ ປະໃຫ້ຂ້ານ້ອຍເຮັດວຽກທັງໝົດນີ້ແຕ່ຜູ້ດຽວ? ຈົ່ງບອກນາງໃຫ້ມາຊ່ວຍຂ້ານ້ອຍແດ່.”
[41] ແຕ່ອົງພຣະ^ຜູ້^ເປັນເຈົ້າຕອບວ່າ, “ມາທາ ມາທາ^ເອີຍ ເຈົ້າກັງວົນ ແລະມົວວຸ້ນວາຍຢູ່ກັບຫລາຍສິ່ງແທ້ໜໍ
[42] ສິ່ງຊຶ່ງຈຳເປັນນັ້ນ ກໍມີແຕ່ສິ່ງດຽວ ມາຣີໄດ້ເລືອກເອົາສິ່ງທີ່ດີນັ້ນແລ້ວ ແລະຜູ້ໃດຈະຍາດເອົາສິ່ງນີ້ໄປຈາກນາງບໍ່ໄດ້.”