[1] ໃນວັນ^ຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າໄດ້ໄປຮ່ວມພາເຂົ້າ ທີ່ເຮືອນຂອງ^ຜູ້ນຳຄົນຟາຣີຊາຍຄົນໜຶ່ງ ພວກເຂົາຕ່າງກໍເຝົ້າເບິ່ງພຣະເຢຊູເຈົ້າຢ່າງໃກ້ຊິດ.
[2] ຕໍ່ໜ້າພຣະອົງມີຊາຍຄົນໜຶ່ງ ທີ່ເປັນພະຍາດທ້ອງມານມາຫາພຣະເຢຊູເຈົ້າ.
[3] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງຖາມພວກ^ທຳບັນດິດ ແລະພວກ^ຟາຣີຊາຍວ່າ, “ກົດບັນຍັດຂອງ^ພວກເຮົາ ອະນຸຍາດເຮັດໃຫ້ດີໃນວັນ^ຊະບາໂຕຫລືບໍ່?”
[4] ພວກເຂົາກໍມິດຢູ່ ພຣະອົງຈຶ່ງຊົງຮັບເອົາຄົນນັ້ນ ແລະຊົງໂຜດໃຫ້ດີພະຍາດແລ້ວກໍປ່ອຍໄປ.
[5] ແລ້ວພຣະອົງກໍກ່າວແກ່ພວກເຂົາວ່າ, “ຖ້າຄົນໃດຄົນໜຶ່ງ ໃນພວກເຈົ້າມີລູກ ຫລືງົວຕົກນໍ້າສ້າງໃນວັນ^ຊະບາໂຕ ລາວຈະບໍ່ຟ້າວດຶງຂຶ້ນບໍ?”
[6] ແຕ່ພວກເຂົາບໍ່ສາມາດຕອບພຣະອົງໄດ້ກ່ຽວກັບເລື່ອງນີ້.
[7] ເມື່ອພຣະເຢຊູເຈົ້າສັງເກດເຫັນບັນດາຜູ້ທີ່ຖືກເຊີນມາ ເລືອກນັ່ງໃນບ່ອນທີ່ມີກຽດ ພຣະອົງຈຶ່ງກ່າວຄຳອຸປະມາໃຫ້ພວກເຂົາຟັງວ່າ,
[8] “ເມື່ອມີບາງຄົນເຊີນເຈົ້າໄປງານກິນລ້ຽງໃນພິທີແຕ່ງງານ ຢ່າສູ່ເລືອກນັ່ງບ່ອນທີ່ມີກຽດ ເພາະຄົນທີ່ມີກຽດຫລາຍກວ່າເຈົ້າອາດຈະໄດ້ຖືກເຊີນມາ.
[9] ຖ້າເປັນດັ່ງນັ້ນ, ເຈົ້າພາບຜູ້ທີ່ເຊີນເຈົ້າທັງສອງ ກໍຈະມາເວົ້າກັບເຈົ້າວ່າ, ‘ຈົ່ງໃຫ້ບ່ອນທີ່ເຈົ້ານັ່ງຢູ່ແກ່ຜູ້ນີ້.’ ແລ້ວເຈົ້າກໍຕ້ອງຍ້າຍໄປນັ່ງບ່ອນຕໍ່າທີ່ສຸດ ດ້ວຍຄວາມ^ອັບອາຍ.
[10] ແຕ່ເມື່ອມີຄົນເຊີນເຈົ້າໄປໃນງານ ຈົ່ງໄປນັ່ງບ່ອນຕໍ່າທີ່ສຸດ ເພື່ອວ່າເມື່ອເຈົ້າພາບມາແລ້ວ ເຂົາຈະເວົ້າກັບເຈົ້າວ່າ, ‘ສະຫາຍ^ເອີຍ ເຊີນໄປນັ່ງບ່ອນສູງກວ່າ.’ ແລ້ວເຈົ້າກໍຈະໄດ້ຮັບກຽດ ຕໍ່ໜ້າບັນດາແຂກທຸກຄົນ ທີ່ໄດ້ຖືກເຊີນມານັ້ນ.
[11] ເພາະວ່າ, ທຸກຄົນທີ່ຍົກຕົວຂຶ້ນ ຈະຕ້ອງຖືກຖອຍລົງ ແລະຜູ້ທີ່ຖ່ອມຕົວລົງ ຈະໄດ້ຮັບການຍົກຂຶ້ນ.”
[12] ແລ້ວພຣະເຢຊູເຈົ້າກໍກ່າວແກ່ຜູ້ທີ່ເຊີນພຣະອົງວ່າ, “ເມື່ອເຈົ້າຈັດງານກິນລ້ຽງຂຶ້ນ ບໍ່ວ່ານ້ອຍຫລືໃຫຍ່ກໍຕາມ ຢ່າເຊີນສະເພາະແຕ່ບັນດາມິດ^ສະຫາຍ ຫລືອ້າຍເອື້ອຍນ້ອງ ຫລືຍາດຕິພີ່ນ້ອງ ຫລືເພື່ອນຜູ້ທີ່ຮັ່ງມີ ເພາະເຂົາຈະເຊີນເຈົ້າຄືນເປັນການຕອບແທນ.
[13] ແຕ່ເມື່ອເຈົ້າຈັດງານກິນລ້ຽງຂຶ້ນ ຈົ່ງເຊີນຄົນ^ຍາກຈົນ ຄົນພິການ ຄົນຂາເສັ້ງ ແລະຄົນຕາບອດ,
[14] ແລ້ວເຈົ້າກໍຈະເປັນສຸກ ເພາະພວກເຂົາບໍ່ມີຫຍັງຈະຕອບແທນເຈົ້າ, ແຕ່ພຣະເຈົ້າຈະຕອບແທນເຈົ້າ ເມື່ອຄົນຊອບທຳເປັນຄືນມາຈາກຕາຍ.”
[15] ເມື່ອຜູ້ໜຶ່ງ ໃນບັນດາຄົນທີ່ກຳລັງນັ່ງຮ່ວມພາເຂົ້າກັບພຣະເຢຊູເຈົ້າ ໄດ້ຍິນເຊັ່ນນັ້ນ ລາວຈຶ່ງເວົ້າກັບພຣະອົງວ່າ, “ຜູ້ທີ່ຈະນັ່ງຮ່ວມຮັບປະທານອາຫານ ທີ່ງານກິນລ້ຽງໃນອານາຈັກຂອງ^ພຣະເຈົ້າກໍເປັນສຸກແທ້ໜໍ.”
[16] ພຣະເຢຊູເຈົ້າຊົງຕອບຜູ້ນັ້ນວ່າ, “ຍັງມີຄົນໜຶ່ງ ທີ່ຈັດງານກິນລ້ຽງຂຶ້ນ ແລະເຊີນຫລາຍຄົນມາຮ່ວມ.
[17] ເມື່ອເຖິງເວລາກິນລ້ຽງແລ້ວ ເພິ່ນໄດ້ໃຊ້ຄົນ^ຮັບໃຊ້ຂອງຕົນ ໄປບອກພວກທີ່ຖືກເຊີນນັ້ນວ່າ, ‘ເຊີນມາ ທຸກໆສິ່ງກໍຕຽມພ້ອມແລ້ວ’
[18] ແຕ່ທຸກຄົນລ້ວນແຕ່ເລີ່ມແກ້ຕົວ ຜູ້ທຳອິດເວົ້າກັບຄົນ^ຮັບໃຊ້ນັ້ນວ່າ, ‘ຂ້ອຍໄດ້ຊື້ນາທົ່ງໜຶ່ງໄວ້ ແລະຂ້ອຍຈຳເປັນຕ້ອງໄປເບິ່ງນານັ້ນ ຂ້ອຍຕ້ອງຂໍອະໄພນຳຫລາຍໆ.’
[19] ຄົນອື່ນເວົ້າວ່າ, ‘ຂ້ອຍໄດ້ຊື້ງົວໄວ້ຫ້າຄູ່ ແລະຂ້ອຍກຳລັງຈະໄປລອງເບິ່ງງົວນັ້ນ ຂ້ອຍຂໍອະໄພນຳຫລາຍໆ.’
[20] ຄົນອື່ນອີກເວົ້າວ່າ, ‘ຂ້ອຍຫາກໍແຕ່ງງານ ເພາະເຫດນັ້ນຂ້ອຍຈຶ່ງໄປບໍ່ໄດ້.’
[21] ດັ່ງນັ້ນ ຄົນ^ຮັບໃຊ້ ຈຶ່ງກັບມາເລົ່າເລື່ອງລາວທັງໝົດ ສູ່ນາຍຂອງຕົນຟັງ ແລ້ວເຈົ້າຂອງ^ເຮືອນກໍໃຈຮ້າຍຫລາຍ ແລະກ່າວແກ່ຄົນ^ຮັບໃຊ້ວ່າ, ‘ຈົ່ງຟ້າວອອກໄປຕາມຖະໜົນໃຫຍ່ ແລະຮ່ອມນ້ອຍໃນເມືອງ ແລະພາຄົນ^ຍາກຈົນ ຄົນພິການ ຄົນຕາບອດ ແລະຄົນຂາເສັ້ງເຂົ້າມາທີ່ນີ້.’
[22] ຫລັງຈາກນັ້ນບໍ່ດົນ ຄົນ^ຮັບໃຊ້ກໍມາບອກວ່າ, ‘ທ່ານເອີຍ, ຂ້ານ້ອຍໄດ້ປະຕິບັດຕາມທີ່ທ່ານສັ່ງແລ້ວ ແຕ່ຍັງມີບ່ອນຫວ່າງຢູ່.’
[23] ສະນັ້ນ ນາຍຈຶ່ງບອກວ່າ, ‘ຈົ່ງອອກໄປຕາມທາງໃຫຍ່ແລະນ້ອຍທີ່ນອກເມືອງ ເພື່ອນຳຕົວພວກເຂົາໃຫ້ເຂົ້າມາ ເພື່ອໃຫ້ເຕັມເຮືອນຂອງເຮົາ.’
[24] ເຮົາບອກເຈົ້າ^ທັງຫລາຍວ່າ, ໃນບັນດາຄົນທີ່ໄດ້ຖືກເຊີນນັ້ນ ຈະບໍ່ມີຜູ້ໃດ ໄດ້ຊີມອາຫານໃນງານກິນລ້ຽງຂອງເຮົາຈັກຄົນ.”
[25] ຄັ້ງໜຶ່ງ ເມື່ອປະຊາຊົນຈຳນວນຫລວງຫລາຍ ໄດ້ໄປກັບພຣະເຢຊູເຈົ້າ ພຣະອົງຈຶ່ງຫັນມາກ່າວແກ່ພວກເຂົາວ່າ,
[26] “ຖ້າຜູ້ໃດມາຫາເຮົາ ແລະບໍ່ຊັງພໍ່ແມ່, ລູກເມຍ, ອ້າຍນ້ອງຊາຍຍິງກັບທັງຊີວິດຂອງ^ຕົນເອງ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້.
[27] ຜູ້ໃດບໍ່ໄດ້ແບກໄມ້ກາງແຂນຂອງຕົນຕາມເຮົາມາ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້.”
[28] “ເພາະວ່າ ໃນພວກເຈົ້າມີຜູ້ໃດເມື່ອຈະສ້າງຫໍຄອຍແຫ່ງໜຶ່ງ ລາວຈະບໍ່ນັ່ງລົງຄິດໄລ່ລາຄາກ່ອນວ່າ ຕົນມີພຽງພໍສ້າງໃຫ້ສຳເລັດຫລືບໍ່.
[29] ຢ້ານວ່າຫລັງຈາກທີ່ວາງຮາກຖານລົງແລ້ວ ບໍ່ສາມາດເຮັດໃຫ້ສຳເລັດໄດ້ ຄົນທີ່ເຫັນກໍຈະກ່າວເຢາະເຢີ້ຍໃສ່ລາວວ່າ,
[30] ‘ຄົນນີ້ຕັ້ງຕົ້ນກໍ່ໄດ້ແລ້ວ ແຕ່ສ້າງໃຫ້ສຳເລັດບໍ່ໄດ້ເລີຍ.’”
[31] “ຫລືມີກະສັດຜູ້ໃດ ເມື່ອຈະຍົກທັບອອກໄປສູ້ຮົບ ໂດຍມີພົນທະຫານໜຶ່ງໝື່ນ ເພື່ອສູ້ຮົບກັບກະສັດຜູ້ອື່ນ ທີ່ມາໂຈມຕີໂດຍມີພົນທະຫານສອງໝື່ນ ເພິ່ນຈະບໍ່ນັ່ງຄິດເບິ່ງກ່ອນວ່າ ກຳລັງຂອງຕົນແຂງແຮງພໍທີ່ຈະປະເຊີນໜ້າກັບຄູ່ຕໍ່ສູ້ໄດ້ບໍ່.
[32] ຖ້າສູ້ບໍ່ໄດ້ ໃນຂະນະຢູ່ຫ່າງກັນ ເພິ່ນກໍຈະໃຊ້ທູດໄປພົບກະສັດຜູ້ນັ້ນ ເພື່ອຖາມເງື່ອນໄຂຂອງ^ການສະຫງົບເສິກ.
[33] ໃນທຳນອງ^ດຽວກັນ ພວກເຈົ້າຈະເປັນສາວົກຂອງເຮົາບໍ່ໄດ້ ຖ້າບໍ່ຍອມສະຫລະທຸກໆສິ່ງທີ່ຕົນມີຢູ່.”
[34] “ເກືອເປັນຂອງ^ດີ ແຕ່ຖ້າເກືອໝົດຣົດເຄັມແລ້ວ ກໍບໍ່ມີທາງທີ່ຈະເຮັດໃຫ້ກັບເຄັມໄດ້ອີກ.
[35] ຈະໃຊ້ມັນເປັນຝຸ່ນໃສ່ດິນກໍບໍ່ໄດ້ ຫລືຈະໃຊ້ປະສົມກັບກອງຂີ້ສັດ ເພື່ອເຮັດຝຸ່ນກໍບໍ່ໄດ້ ມີແຕ່ເອົາໂຍນຖິ້ມໄປເສຍເທົ່ານັ້ນ ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”