[1] ການຊົງສຳແດງຂອງ^ພຣະເຢຊູເຈົ້າ ຊຶ່ງພຣະເຈົ້າໄດ້ຊົງປະທານແກ່ພຣະອົງ ເພື່ອຊົງຊີ້ແຈງໃຫ້ບັນດາຜູ້ຮັບໃຊ້ຂອງ^ພຣະອົງ ຮູ້ເຖິງເຫດການທັງຫລາຍທີ່ຕ້ອງບັງເກີດຂຶ້ນໃນບໍ່ຊ້ານີ້. ພຣະຄຣິດໄດ້ຊົງໃຊ້ເທວະດາຂອງ^ພຣະອົງ ໄປສຳແດງໝາຍສຳຄັນແກ່ໂຢຮັນ ຜູ້ຮັບໃຊ້ຂອງ^ພຣະອົງ.
[2] ໂຢຮັນໄດ້ເປັນພະຍານເຖິງຖ້ອຍຄຳທີ່ມາຈາກພຣະເຈົ້າ ແລະຝ່າຍຄຳພະຍານຂອງ^ພຣະເຢຊູ^ຄຣິດເຈົ້າ ເພິ່ນເປັນພະຍານໃນເຫດການທັງສິ້ນທີ່ເພິ່ນໄດ້ເຫັນ.
[3] ຄວາມສຸກເປັນຂອງ^ຜູ້ທີ່ອ່ານພຣະທຳເຫລັ້ມນີ້ ແລະຄວາມສຸກເປັນຂອງ^ຜູ້ທີ່ຮັບຟັງຖ້ອຍຄຳແຫ່ງຄຳທຳນວາຍ ແລະປະຕິບັດຕາມຂໍ້ຄວາມທີ່ມີຄຳຂຽນໄວ້ໃນພຣະທຳເຫລັ້ມນີ້. ດ້ວຍວ່າ, ເວລານັ້ນກໍໃກ້ເຂົ້າມາແລ້ວ ເມື່ອເຫດການເຫລົ່ານີ້ຈະເກີດຂຶ້ນ.
[4] ຈາກ ໂຢຮັນ. ຮຽນ ຄຣິສຕະຈັກທັງເຈັດທີ່ຢູ່ໃນແຂວງເອເຊຍ. ຂໍໃຫ້ທ່ານທັງຫລາຍຈົ່ງໄດ້ຮັບພຣະຄຸນແລະສັນຕິສຸກຈາກພຣະອົງ ຜູ້ຊົງດຳລົງຢູ່ໃນປະຈຸບັນ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຈາກວິນຍານທັງເຈັດທີ່ເຝົ້າຢູ່ໜ້າຣາຊບັນລັງຂອງ^ພຣະອົງ
[5] ແລະຈາກພຣະເຢຊູ^ຄຣິດເຈົ້າຜູ້ຊົງເປັນພະຍານທີ່ສັດຊື່ ແລະຊົງເປັນຜູ້ທຳອິດທີ່ໄດ້ເປັນຄືນມາຈາກຄວາມ^ຕາຍ ກັບທັງຊົງຄອບຄອງກະສັດທັງຫລາຍໃນໂລກ. ພຣະອົງຊົງຮັກເຮົາທັງຫລາຍ ແລະໄດ້ຊົງປົດປ່ອຍພວກເຮົາຈາກການຜິດບາບ ດ້ວຍພຣະ^ໂລຫິດຂອງ^ພຣະອົງ.
[6] ແລະພຣະອົງໄດ້ຊົງຕັ້ງເຮົາທັງຫລາຍ ໄວ້ໃຫ້ເປັນອານາຈັກແລະເປັນປະໂຣຫິດຂອງ^ພຣະອົງ ພຣະກຽດແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.
[7] ເບິ່ງແມ! ພຣະອົງຈະສະເດັດມາມີເມກເປັນຂະບວນແຫ່ ແລະຕາທຸກໜ່ວຍຈະເຫັນພຣະອົງ ແລະຄົນເຫລົ່ານັ້ນທີ່ໄດ້ແທງພຣະອົງຈະເຫັນພຣະອົງເໝືອນກັນ. ມະນຸດທຸກຊາດທົ່ວໂລກຈະຮ້ອງໄຫ້^ຮໍ່າໄຮເພາະພຣະອົງ ຈະເປັນໄປຢ່າງນັ້ນ ອາແມນ.
[8] ອົງພຣະ^ຜູ້^ເປັນເຈົ້າ ພຣະເຈົ້າ ຜູ້ຊົງດຳລົງຢູ່ໃນປະຈຸບັນ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຜູ້ຊົງຣິດທານຸພາບສູງສຸດ ຊົງກ່າວວ່າ, “ເຮົາຄືອາລະຟາແລະໂອເມຄາ.”
[9] ຂ້າພະເຈົ້າ ຄືໂຢຮັນພີ່ນ້ອງຂອງ^ເຈົ້າ^ທັງຫລາຍ ຜູ້ເປັນເພື່ອນຮ່ວມໃນຄວາມ^ຍາກລຳບາກ ຮ່ວມຣາຊອານາຈັກ ແລະຮ່ວມຄວາມ^ພຽນອົດທົນ ຊຶ່ງເປັນປະສົບການໃນພຣະເຢຊູເຈົ້າ. ຂ້າພະເຈົ້າຖືກປ່ອຍໄວ້ທີ່ເກາະ^ປັດໂມ ເພາະໄດ້ປະກາດພຣະທຳຂອງ^ພຣະເຈົ້າ ແລະເນື່ອງດ້ວຍການເປັນພະຍານຝ່າຍພຣະເຢຊູເຈົ້າ.
[10] ໃນວັນຂອງ^ອົງພຣະ^ຜູ້^ເປັນເຈົ້ານັ້ນ ພຣະວິນຍານໄດ້ຄວບຄຸມຂ້າພະເຈົ້າ ແລະຂ້າພະເຈົ້າກໍໄດ້^ຍິນສຽງໜຶ່ງ ດັງກ້ອງເໝືອນສຽງແກ ກ່າວທາງເບື້ອງຫລັງຂອງ^ຂ້າພະເຈົ້າ.
[11] ສຽງນັ້ນກ່າວວ່າ, “ຈົ່ງຂຽນເລື່ອງທີ່ເຈົ້າໄດ້ເຫັນນັ້ນ ໃສ່ໜັງສືມ້ວນ ແລະຝາກໄປເຖິງຄຣິສຕະຈັກທັງເຈັດ ຄືຄຣິສຕະຈັກທີ່ເມືອງເອເຟໂຊ ເມືອງຊະມີນາ ເມືອງເປຄາໂມ ເມືອງທົວເຕຣາ ເມືອງຊາເດ ເມືອງຟີລາເດັນເຟຍ ແລະ ເມືອງລາວດີເກອາ.”
[12] ຂ້າພະເຈົ້າຫລຽວຄືນຫລັງເບິ່ງວ່າແມ່ນຜູ້ໃດ ທີ່ກຳລັງເວົ້າກັບຂ້າພະເຈົ້າຢູ່ນັ້ນ ເມື່ອຂ້າພະເຈົ້າຫລຽວໄປກໍເຫັນຄັນຕະກຽງຄຳເຈັດອັນ
[13] ແລະໃນທ່າມກາງຄັນຕະກຽງຄຳເຫລົ່ານັ້ນ, ມີຜູ້ໜຶ່ງເໝືອນບຸດມະນຸດ ນຸ່ງເສື້ອລ່າມກວມຕີນ ມີຜ້າບ່ຽງຄຳຄຽນເອິກຂອງ^ພຣະອົງ.
[14] ຫົວແລະຜົມຂອງ^ພຣະອົງ ຂາວເໝືອນຂົນແກະສີຂາວ ແລະເໝືອນດັ່ງຫິມະ ຕາຂອງ^ພຣະອົງເໝືອນດັ່ງແປວໄຟ
[15] ຕີນຂອງ^ພຣະອົງເຫຼື້ອມເໝືອນດັ່ງທອງເຫລືອງກ້ຽງ ທີ່ຖືກຫລອມໃຫ້ບໍຣິສຸດແລ້ວ ແລະສຽງຂອງ^ພຣະອົງກໍກ້ອງສະໜັ່ນເໝືອນດັ່ງນໍ້າ^ຕົກຕາດໃຫຍ່.
[16] ມືເບື້ອງຂວາຂອງ^ພຣະອົງ ຊົງຖືດາວເຈັດດວງ ແລະມີດາບສອງຄົມອອກມາຈາກປາກຂອງ^ພຣະອົງ. ໃບໜ້າຂອງ^ພຣະອົງເຫຼື້ອມເໝືອນດັ່ງດວງຕາເວັນທີ່ສ່ອງແສງກ້າ.
[17] ເມື່ອຂ້າພະເຈົ້າໄດ້ເຫັນພຣະອົງ ຂ້າພະເຈົ້າກໍລົ້ມລົງໃກ້ຕີນຂອງ^ພຣະອົງ ເໝືອນກັບຄົນທີ່ຕາຍແລ້ວ, ແຕ່ພຣະອົງເດ່ມືຂວາມາຈັບຂ້າພະເຈົ້າ ແລະກ່າວວ່າ, “ຢ່າສູ່ຢ້ານ ເຮົາເປັນຜູ້ຕົ້ນແລະເປັນຜູ້ປາຍ.
[18] ແລະເຮົາເປັນຜູ້ມີຊີວິດຢູ່ ເຮົາໄດ້ຕາຍໄປແລ້ວ ແຕ່ເບິ່ງແມ! ເຮົາກໍມີຊີວິດຢູ່ນິຣັນດອນ. ເຮົາຖືລູກກະແຈແຫ່ງຄວາມຕາຍແລະແດນ^ມໍຣະນາ.
[19] ສະນັ້ນ ຈົ່ງຂຽນສິ່ງທີ່ເຈົ້າໄດ້ເຫັນ, ສິ່ງທີ່ເປັນຢູ່ດຽວນີ້ ແລະສິ່ງທີ່ຈະເກີດຂຶ້ນຕາມພາຍຫລັງ.
[20] ນີ້ແມ່ນຄວາມ^ເລິກລັບຂອງ^ດາວທັງເຈັດ ທີ່ເຈົ້າເຫັນຢູ່ໃນມືຂວາຂອງເຮົາ ແລະຄັນ^ຕະກຽງຄຳທັງເຈັດນັ້ນ ກໍຄືດາວເຈັດດວງນັ້ນ ໄດ້ແກ່ເທວະດາແຫ່ງຄຣິສຕະຈັກທັງເຈັດ ແລະຄັນ^ຕະກຽງຄຳເຈັດອັນ ໄດ້ແກ່ຄຣິສຕະຈັກທັງເຈັດ.”