[1] ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະ^ເມສານ້ອຍ ແກະຕາປະທັບດວງທຳອິດໃນຕາປະທັບທັງເຈັດນັ້ນອອກແລ້ວ ແລະຂ້າພະເຈົ້າໄດ້ຍິນສິ່ງທີ່ມີ^ຊີວິດຕົນທີໜຶ່ງໃນສີ່ຕົນນັ້ນ ຮ້ອງສຽງດັງເໝືອນຟ້າຮ້ອງວ່າ, “ມາເທາະ!”
[2] ເມື່ອຂ້າພະເຈົ້າຫລຽວເບິ່ງ ກໍເຫັນມ້າສີຂາວໂຕໜຶ່ງອອກມາ ຜູ້ທີ່ຂີ່ມ້ານັ້ນຖືທະນູແລະໄດ້ຮັບມົງກຸດ ແລ້ວຂີ່ມ້າອອກໄປໂດຍໄວຢ່າງຜູ້ມີໄຊ ເພື່ອຈະກຳເອົາໄຊຊະນະ.
[3] ເມື່ອພຣະ^ເມສານ້ອຍໄດ້ແກະຕາປະທັບດວງທີສອງ ແລ້ວຂ້າພະເຈົ້າໄດ້ຍິນສິ່ງທີ່ມີ^ຊີວິດຕົນທີສອງຮ້ອງວ່າ, “ມາເທາະ!”
[4] ແລະມີມ້າສີແດງເຂັ້ມໂຕໜຶ່ງອີກອອກມາ ຜູ້ທີ່ຂີ່ມ້າໂຕນີ້ໄດ້ຮັບຣິດອຳນາດໃຫ້ນຳສັນຕິສຸກໄປຈາກແຜ່ນດິນ^ໂລກ ເພື່ອໃຫ້ມະນຸດທັງປວງສູ້ຮົບ ຂ້າຟັນກັນ ແລະທັງໄດ້ຮັບດາບໃຫຍ່ດວງໜຶ່ງ.
[5] ເມື່ອພຣະ^ເມສານ້ອຍໄດ້ແກະຕາປະທັບດວງທີສາມນັ້ນແລ້ວ ຂ້າພະເຈົ້າໄດ້ຍິນສິ່ງທີ່ມີ^ຊີວິດຕົນທີສາມຮ້ອງວ່າ, “ມາເທາະ!” ເມື່ອຂ້າພະເຈົ້າຫລຽວເບິ່ງ ກໍເຫັນມ້າສີດຳໂຕໜຶ່ງອອກມາ ຜູ້ຂີ່ມ້າໂຕນີ້ຖືຄັນຊັ່ງ.
[6] ຂ້າພະເຈົ້າໄດ້ຍິນສຽງດັງມາຈາກທ່າມກາງສິ່ງທີ່ມີ^ຊີວິດທັງສີ່ນັ້ນຮ້ອງວ່າ, “ເຂົ້າ^ສາລີໜຶ່ງລິດຕໍ່ແຮງງານມື້ໜຶ່ງ ແລະເຂົ້າບາເລສາມລິດຕໍ່ແຮງງານມື້ໜຶ່ງ ແຕ່ຢ່າທຳລາຍນໍ້າມັນແລະເຫລົ້າ^ອະງຸ່ນ.”
[7] ເມື່ອພຣະ^ເມສານ້ອຍໄດ້ແກະຕາປະທັບດວງທີສີ່ ແລະຂ້າພະເຈົ້າໄດ້ຍິນສິ່ງທີ່ມີ^ຊີວິດຕົນທີສີ່ຮ້ອງວ່າ, “ມາເທາະ!”
[8] ຂ້າພະເຈົ້າຫລຽວເບິ່ງກໍເຫັນມ້າສີຂຽວອ່ອນໂຕໜຶ່ງອອກມາ ຜູ້ຂີ່ມ້າໂຕນີ້ຊື່ວ່າ ມັດຈຸຣາດ ແລະແດນ^ມໍຣະນາ ກໍຕິດຕາມມານຳ. ເຂົາທັງສອງໄດ້ຮັບສິດອຳນາດເໜືອແຜ່ນດິນໂລກ ໜຶ່ງສ່ວນສີ່ ເພື່ອໃຫ້ທຳລາຍດ້ວຍດາບ ດ້ວຍຄວາມ^ອຶດຢາກ ດ້ວຍພະຍາດໂຣຄາ ແລະດ້ວຍສັດປ່າໃນແຜ່ນດິນ^ໂລກ.
[9] ເມື່ອພຣະ^ເມສານ້ອຍໄດ້ແກະຕາປະທັບດວງທີຫ້ານັ້ນແລ້ວ ຂ້າພະເຈົ້າໄດ້ເຫັນດວງວິນຍານຢູ່ໃຕ້ແທ່ນບູຊາ ເປັນດວງວິນຍານຂອງ^ຄົນທັງຫລາຍທີ່ໄດ້ຖືກຂ້າ ເພາະປະກາດພຣະທຳຂອງ^ພຣະເຈົ້າ ແລະເປັນຜູ້ສັດຊື່ໃນຄຳພະຍານຂອງຕົນ.
[10] ພວກເຂົາໄດ້ເປັ່ງສຽງຮ້ອງຂຶ້ນວ່າ, “ຂ້າແດ່ອົງພຣະ^ຜູ້^ເປັນເຈົ້າ ອົງຊົງຣິດ^ອຳນາດ^ຍິ່ງໃຫຍ່ ຜູ້ບໍຣິສຸດແລະທ່ຽງແທ້, ຍັງດົນປານໃດໜໍ ພຣະອົງຈຶ່ງຈະຕັດສິນລົງໂທດຄົນທັງຫລາຍເທິງແຜ່ນດິນ^ໂລກ^ນີ້ ທີ່ໄດ້ສັງຫານພວກຂ້ານ້ອຍນັ້ນ?”
[11] ແລ້ວພວກເຂົາທຸກຄົນໄດ້ຮັບເສື້ອຄຸມສີຂາວ ແລະໄດ້ຮັບຄຳສັ່ງໃຫ້ຄອຍຖ້າໄປອີກໄລຍະໜຶ່ງ ຈົນກວ່າຈຳນວນເພື່ອນຜູ້ຮັບໃຊ້ ແລະພີ່ນ້ອງຜູ້ທີ່ເຊື່ອມາຄົບຈຳນວນ ຄືພວກທີ່ກຳລັງຈະຖືກຂ້າເໝືອນກັນກັບພວກເຂົານັ້ນ.
[12] ເມື່ອພຣະ^ເມສານ້ອຍແກະຕາປະທັບດວງທີຫົກແລ້ວ ຂ້າພະເຈົ້າໄດ້ເຫັນແຜ່ນດິນຫວັ່ນໄຫວຢ່າງໃຫຍ່ເກີດຂຶ້ນ, ດວງຕາເວັນມືດດຳເໝືອນເຄື່ອງໄວ້ທຸກ ແລະດວງເດືອນກໍກາຍເປັນສີແດງເໝືອນເລືອດ.
[13] ດວງດາວທັງຫລາຍໃນທ້ອງຟ້າກໍຕົກລົງເທິງແຜ່ນດິນ ເໝືອນດັ່ງໝາກເດື່ອດິບຕົກຫລົ່ນລົງຈາກຕົ້ນ ເພາະລົມພະຍຸພັດ.
[14] ທ້ອງຟ້າກໍຫົດເຂົ້າ ເໝືອນດັ່ງໜັງສືມ້ວນທີ່ຖືກມ້ວນໄວ້, ພູທຸກໜ່ວຍ ແລະເກາະທຸກແຫ່ງໄດ້ເຄື່ອນຍ້າຍໄປຈາກບ່ອນເດີມຂອງ^ມັນ.
[15] ແລ້ວກະສັດທັງຫລາຍໃນໂລກ, ພວກຜູ້ປົກຄອງປະເທດແລະພວກເຈົ້ານາຍ, ພວກຄົນຮັ່ງມີແລະພວກຜູ້ມີອຳນາດ ແລະຄົນທັງຫລາຍບໍ່ວ່າເປັນທາດຮັບໃຊ້ ຫລືເປັນອິດສະຫລະ ຕ່າງກໍໄປລີ້ຢູ່ຕາມຖໍ້າ ແລະຢູ່ໃຕ້ໂງ່ນຫີນຕາມພູຕ່າງໆ.
[16] ພວກເຂົາເຫລົ່ານັ້ນ ຮ້ອງບອກພູແລະໂງ່ນຫີນວ່າ, “ຈົ່ງເຈື່ອນລົງເທິງພວກເຮົາ ແລະບັງພວກເຮົາໄວ້ໃຫ້ພົ້ນຈາກສາຍຕາຂອງ^ພຣະອົງ ຜູ້ທີ່ນັ່ງເທິງບັນລັງ ແລະຈາກຄວາມ^ໂກດຮ້າຍຂອງ^ພຣະ^ເມສານ້ອຍນັ້ນ,
[17] ເພາະວ່າວັນສຳຄັນແຫ່ງຄວາມ^ໂກດຮ້າຍອັນໃຫຍ່ຂອງ^ພຣະອົງໄດ້ມາເຖິງແລ້ວ ແລະຜູ້ໃດໜໍອາດຈະທົນຢູ່ໄດ້?”