Skip to content
Opens in a new window
Listen to this chapter • 6:41

[1] ແລ້ວ​ເທວະດາ​ຕົນ​ນັ້ນ ກໍໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນໍ້າ​ແຫ່ງ​ຊີວິດ ທີ່​ໄສ​ເໝືອນ​ແກ້ວ ໄຫຼ​ອອກ​ມາ​ຈາກ​ພຣະ^ບັນລັງ​ຂອງ^ພຣະເຈົ້າ ແລະ​ຈາກ​ພຣະ^ເມສານ້ອຍ.

[2] ນໍ້າ​ນັ້ນ​ໄຫລ​ລົງ​ຜ່ານ​ກາງ​ຖະໜົນ​ຂອງ^ນະຄອນ ແຕ່ລະ​ແຄມ​ທັງສອງ​ຟາກ​ຂ້າງ​ຂອງ^ແມ່ນໍ້າ​ນັ້ນ ມີ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ເກີດຜົນ​ສິບສອງ​ຊະນິດ, ເກີດຜົນ​ທຸກ​ເດືອນ ແລະ​ໃບ​ຂອງ^ຕົ້ນ​ນັ້ນ ໃຊ້​ສຳລັບ​ປິ່ນປົວ​ບັນດາ​ປະຊາຊາດ​ທັງຫລາຍ​ໃຫ້​ດີ.

[3] ຢູ່​ໃນ​ນະຄອນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຕົກ​ຢູ່​ໃນ​ຄຳສາບແຊ່ງ​ຂອງ^ພຣະເຈົ້າ​ອີກ​ຕໍ່ໄປ. ພຣະ​ບັນລັງ​ຂອງ^ພຣະເຈົ້າ ແລະ​ຂອງ^ພຣະ^ເມສານ້ອຍ ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ​ພວກ​ຜູ້ຮັບໃຊ້​ຂອງ^ພຣະອົງ​ຈະ​ບົວລະບັດ​ຮັບໃຊ້​ພຣະອົງ.

[4] ພວກເຂົາ​ຈະ​ເຫັນ​ພຣະເຈົ້າ​ໜ້າ​ຕໍ່ໜ້າ ແລະ​ພຣະນາມ​ຂອງ^ພຣະອົງ​ຈະ​ຊົງ​ປະທັບຕາ​ໃສ່​ໜ້າຜາກ​ຂອງ^ພວກເຂົາ​ໄວ້.

[5] ກາງຄືນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ແລະ​ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ໂຄມໄຟ ຫລື​ແສງ​ຕາເວັນ, ເພາະວ່າ​ອົງພຣະ^ຜູ້^ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ແສງ^ສະຫວ່າງ​ຂອງ^ພວກເຂົາ ແລະ​ພວກເຂົາ​ຈະ​ປົກຄອງ​ຢູ່​ຕະຫລອດ​ນິຣັນດອນ.

[6] ເທວະດາ​ຕົນ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫລົ່ານີ້​ແຫລະ ສັດຊື່​ແລະ​ທ່ຽງແທ້ ອົງພຣະ^ຜູ້^ເປັນເຈົ້າ ພຣະເຈົ້າ​ແຫ່ງ​ດວງ​ວິນຍານ​ຂອງ^ບັນດາ​ຜູ້ທຳນວາຍ ໄດ້​ຊົງ​ໃຫ້​ເທວະດາ​ຂອງ^ພຣະອົງ ສຳແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ^ພຣະອົງ ເພື່ອ​ໃຫ້​ຮູ້​ວ່າ​ເຫດການ​ຫຍັງ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້.”

[7] “ແລະ​ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ຄວາມສຸກ​ເປັນ​ຂອງ^ຜູ້​ທີ່​ຖື​ຮັກສາ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້.”

[8] ຂ້າພະເຈົ້າ ຄື​ໂຢຮັນ ເປັນ​ຜູ້​ທີ່​ໄດ້ຍິນ​ແລະ​ໄດ້^ເຫັນ​ເຫດການ​ທັງໝົດ​ນີ້. ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ແລະ​ໄດ້^ເຫັນ​ແລ້ວ ກໍ​ນ້ອມຕົວ​ລົງ​ຈະ​ນະມັດສະການ​ໃກ້​ຕີນ​ຂອງ^ເທວະດາ ຕົນ​ທີ່​ໄດ້​ສຳແດງ​ເຫດການ​ທັງໝົດ​ນີ້​ໃຫ້​ແກ່​ຂ້າພະເຈົ້າ.

[9] ແຕ່​ເທວະດາ​ຕົນ​ນັ້ນ ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະວັງ ຢ່າ​ກົ້ມຂາບ​ເຮົາ​ເລີຍ, ເຮົາ​ເອງ​ກໍ​ເປັນ​ເພື່ອນ​ຜູ້ຮັບໃຊ້​ເໝືອນ​ກັບ​ທ່ານ ແລະ​ກັບ​ພວກ​ພີ່ນ້ອງ​ຂອງທ່ານ​ຊຶ່ງ​ເປັນ​ຜູ້^ປະກາດ^ພຣະທຳ ແລະ​ທຸກຄົນ​ທີ່​ຖື​ຮັກສາ​ຖ້ອຍຄຳ​ໃນ​ໜັງສື​ມ້ວນ^ນີ້ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ.”

[10] ແລ້ວ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປົກປິດ​ຖ້ອຍຄຳ​ທຳນວາຍ ໃນ​ໜັງສື​ມ້ວນ^ນີ້​ໄວ້​ເປັນ​ຄວາມ^ລັບ ເພາະ​ເວລາ​ທີ່​ເຫດການ​ຈະ​ເກີດຂຶ້ນ​ນັ້ນ ກໍ​ໃກ້​ເຂົ້າ​ມາ​ແລ້ວ.

[11] ຜູ້ໃດ​ທີ່​ເຮັດ​ຊົ່ວ ກໍ​ໃຫ້​ເຮັດ​ຊົ່ວ​ຕໍ່ໄປ, ຜູ້ໃດ​ທີ່​ເປັນ​ຄົນຊົ່ວຊ້າ ກໍ​ໃຫ້​ເປັນ​ຄົນຊົ່ວຊ້າ​ຕໍ່ໄປ, ຜູ້ໃດ​ທີ່​ເປັນ​ຄົນ​ຊອບທຳ ກໍ​ໃຫ້​ເຮັດ​ການ​ຊອບທຳ​ຕໍ່ໄປ ແລະ​ຜູ້ໃດ​ທີ່​ເປັນ​ຄົນ​ບໍຣິສຸດ ກໍ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຕໍ່ໄປ.”

[12] “ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳເໜັດ​ຂອງເຮົາ​ມາ​ນຳ ເພື່ອ​ຕອບແທນ​ຕາມ​ການ​ປະຕິບັດ​ຂອງ^ແຕ່ລະຄົນ.

[13] ເຮົາ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ຜູ້ກົກ​ແລະ​ເປັນ​ຜູ້^ສຸດທ້າຍ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ.”

[14] ຄວາມສຸກ​ເປັນ​ຂອງ^ຜູ້​ທີ່​ຊຳລະ​ລ້າງ​ເສື້ອຜ້າ​ຂອງຕົນ​ໃຫ້​ສະອາດ ເພື່ອ​ພວກເຂົາ​ຈະ​ມີ​ສິດ​ຢ່າງ​ຖືກຕ້ອງ​ເຂົ້າ​ໄປ​ເຖິງ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ຜ່ານ​ທາງ​ປະຕູ.

[15] ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ^ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.

[16] “ຝ່າຍ​ເຮົາ ຄື ເຢຊູ ເຮົາ​ໄດ້​ໃຊ້​ເທວະດາ​ຂອງເຮົາ​ໄປ​ເປັນ​ພະຍານ ເພື່ອ​ສຳແດງ​ເຫດການ​ເຫລົ່ານີ້​ແກ່​ພວກເຈົ້າ ສຳລັບ​ຄຣິສຕະຈັກ​ທັງຫລາຍ ເຮົາ​ນີ້​ເປັນ​ຮາກເຄົ້າ ແລະ​ໜໍ່ເຊື້ອ​ຂອງ^ດາວິດ ເປັນ​ດາວເພັກ​ດວງ​ໃສ​ຮຸ່ງເຮືອງ.”

[17] ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້^ຍິນ​ນັ້ນ​ທູນ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.

[18] ຝ່າຍ​ຂ້າພະເຈົ້າ​ຂໍ​ເຕືອນ​ທຸກຄົນ ທີ່​ໄດ້ຍິນ​ຄຳທຳນວາຍ​ທັງຫຼາຍ​ໃນ​ໜັງສື​ມ້ວນ​ນີ້​ວ່າ, “ຖ້າ​ຜູ້ໃດ​ຈະ​ເພີ່ມຕື່ມ​ຂໍ້ຄວາມ^ໃດໆ​ໃສ່​ໃນ​ໜັງສື​ມ້ວນ​ນີ້ ພຣະເຈົ້າ​ຈະ​ເອົາ​ໄພພິບັດ​ທີ່​ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນີ້ ເພີ່ມຕື່ມ​ໃຫ້​ແກ່​ຜູ້ນັ້ນ.

[19] ຖ້າ​ຜູ້ໃດ​ຕັດ​ຂໍ້ຄວາມ^ໃດ​ໜຶ່ງ ອອກ​ຈາກ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້ ພຣະເຈົ້າ​ຈະ​ຊົງ​ຕັດ​ສ່ວນແບ່ງ​ຂອງ^ຜູ້ນັ້ນ ອອກ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ແຫ່ງ​ນະຄອນ​ສັກສິດ ຊຶ່ງ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນີ້.”

[20] ພຣະອົງ​ຜູ້​ຊົງ​ເປັນ​ພະຍານ​ເຖິງ​ເຫດການ​ເຫລົ່ານີ້ ຊົງ​ກ່າວ​ວ່າ, “ແນ່ນອນ ເຮົາ​ຈະ​ມາ​ໃນ​ໄວໆ​ນີ້.” ອາແມນ ອົງ​ພຣະເຢຊູເຈົ້າ​ເຊີນ​ສະເດັດ​ມາ​ເທີ້ນ.

[21] ຂໍ​ໃຫ້​ພຣະຄຸນ​ຂອງ^ອົງ​ພຣະເຢຊູ^ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ໄພ່ພົນ​ຂອງ^ພຣະເຈົ້າ​ທຸກຄົນ​ເທີ້ນ ອາແມນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -

ພຣະນິມິດ — Chapters