[1] ເມື່ອພຣະ^ເມສານ້ອຍໄດ້ແກະຕາປະທັບດວງທີເຈັດ, ໃນສະຫວັນກໍງຽບ^ສະຫງັດປະມານເຄິ່ງ^ຊົ່ວໂມງ.
[2] ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາເຈັດຕົນ ຢືນຢູ່ຊ້ອງໜ້າພຣະເຈົ້າ ແລະເທວະດາເຫລົ່ານີ້ໄດ້ຮັບແກເຈັດອັນ.
[3] ມີເທວະດາອີກຕົນໜຶ່ງ ຖືໝໍ້ຄຳໃສ່ເຄື່ອງຫອມອອກມາຢືນຢູ່ຕໍ່ໜ້າແທ່ນບູຊາ. ເພິ່ນໄດ້ຮັບເຄື່ອງຫອມຢ່າງຫລວງຫລາຍ ເພື່ອຈະຖວາຍຮ່ວມກັບຄຳພາວັນນາ^ອະທິຖານແຫ່ງໄພ່ພົນທັງໝົດຂອງ^ພຣະເຈົ້າ ເທິງແທ່ນບູຊາຄຳທີ່ຢູ່ຕໍ່ໜ້າພຣະບັນລັງນັ້ນ.
[4] ຄວັນທີ່ເຜົາເຄື່ອງຫອມ ພ້ອມທັງຄຳພາວັນນາ^ອະທິຖານຂອງ^ໄພ່ພົນຂອງ^ພຣະເຈົ້າ ໄດ້ລອຍຂຶ້ນໄປຈາກມືຂອງ^ເທວະດາທີ່ຢືນຢູ່ຊ້ອງໜ້າພຣະເຈົ້າ.
[5] ແລ້ວເທວະດາຕົນນັ້ນ ໄດ້ຖືໝໍ້ໄປເອົາໄຟຈາກແທ່ນບູຊາໃສ່ຈົນເຕັມ ແລ້ວໂຍນໝໍ້ນັ້ນ ລົງເທິງແຜ່ນດິນ^ໂລກ ແລ້ວກໍເກີດມີຟ້າຮ້ອງ ສຽງແຕກສະໜັ່ນ ຟ້າ^ແມບເຫຼື້ອມ ແລະແຜ່ນດິນຫວັ່ນໄຫວ.
[6] ແລ້ວເທວະດາທັງເຈັດຕົນ ທີ່ຖືແກເຈັດອັນນັ້ນ ຕ່າງກໍຕຽມພ້ອມທີ່ຈະເປົ່າ.
[7] ເມື່ອເທວະດາຕົນທຳອິດເປົ່າແກຂຶ້ນ ມີໝາກເຫັບແລະໄຟປົນເລືອດ ຖືກຖິ້ມລົງມາເທິງແຜ່ນດິນ^ໂລກ, ໜຶ່ງ^ສ່ວນ^ສາມຂອງ^ແຜ່ນດິນ^ໂລກຖືກໄໝ້, ໜຶ່ງ^ສ່ວນ^ສາມຂອງ^ຕົ້ນໄມ້ກໍຖືກໄໝ້ ແລະຫຍ້າຂຽວສົດທຸກໃບກໍຖືກເຜົາໄໝ້ໄປໝົດ.
[8] ເມື່ອເທວະດາຕົນທີສອງເປົ່າແກຂຶ້ນ, ກໍມີສິ່ງໜຶ່ງເໝືອນພູເຂົາໜ່ວຍໃຫຍ່ທີ່ໄຟກຳລັງໄໝ້ຢູ່ ໄດ້ຖືກຖິ້ມລົງໃນທະເລ ແລະໜຶ່ງ^ສ່ວນ^ສາມຂອງ^ທະເລໄດ້ກາຍເປັນເລືອດ,
[9] ໜຶ່ງ^ສ່ວນ^ສາມຂອງ^ສິ່ງທີ່ມີ^ຊີວິດຢູ່ໃນທະເລກໍໄດ້ຕາຍໄປ ແລະໜຶ່ງ^ສ່ວນ^ສາມຂອງ^ເຮືອທັງຫລາຍໄດ້ຖືກທຳລາຍ.
[10] ເມື່ອເທວະດາຕົນທີສາມໄດ້ເປົ່າແກຂຶ້ນ ກໍມີດາວໃຫຍ່ດວງໜຶ່ງ ທີ່ໄຟກຳລັງໄໝ້ຢູ່ເໝືອນກັບກະບອງ ຕົກລົງຈາກທ້ອງຟ້າ ດາວນັ້ນຕົກໃສ່ແມ່ນໍ້າໜຶ່ງ^ສ່ວນ^ສາມ ແລະໃສ່ນໍ້າພຸທັງຫລາຍ.
[11] (ດາວດວງນີ້ ມີຊື່ວ່າ, “ຂົມ.”) ໜຶ່ງ^ສ່ວນ^ສາມຂອງ^ແມ່ນໍ້າໄດ້ກາຍເປັນນໍ້າຂົມ ແລະມີຄົນຈຳນວນຫລວງຫລາຍຕາຍຍ້ອນນໍ້ານັ້ນມີຣົດ^ຂົມ.
[12] ເມື່ອເທວະດາຕົນທີສີ່ໄດ້ເປົ່າແກຂຶ້ນ, ດວງອາທິດກໍຖືກທຳລາຍເສຍໜຶ່ງ^ສ່ວນ^ສາມ, ດວງຈັນ ແລະດວງດາວທັງຫລາຍກໍເໝືອນກັນ ຈຶ່ງມືດໄປໜຶ່ງ^ສ່ວນ^ສາມ, ກາງເວັນບໍ່ສະຫວ່າງໜຶ່ງ^ສ່ວນ^ສາມ ແລະໃນກາງຄືນກໍເໝືອນກັນ.
[13] ເມື່ອຂ້າພະເຈົ້າຫລຽວເບິ່ງ ກໍໄດ້^ຍິນສຽງນົກອິນຊີໂຕໜຶ່ງ ບິນຢູ່ໃນທ້ອງຟ້າ ຮ້ອງສຽງດັງວ່າ, “ວິບັດ ວິບັດ ວິບັດຈະມີແກ່ຄົນທັງຫລາຍ ທີ່ຢູ່ເທິງແຜ່ນດິນ^ໂລກ ເພາະສຽງແກທີ່ເຫລືອ ຊຶ່ງເທວະດາທັງສາມກຳລັງຈະເປົ່ານັ້ນ.”