[1] ແລ້ວຂ້າພະເຈົ້າກໍໄດ້^ຍິນສຽງແຮງດັງອອກມາຈາກພຣະວິຫານ ກ່າວຕໍ່ເທວະດາເຈັດຕົນນັ້ນວ່າ, “ຈົ່ງໄປສາ ເອົາຂັນທັງເຈັດໜ່ວຍທີ່ເຕັມໄປດ້ວຍຄວາມ^ໂກດຮ້າຍຂອງ^ພຣະເຈົ້າ ໄປຖອກໃສ່ແຜ່ນດິນ^ໂລກ.”
[2] ເທວະດາຕົນທຳອິດໄດ້ໄປຖອກຂັນຂອງຕົນໃສ່ແຜ່ນດິນ^ໂລກ. ຕຸ່ມຝີອັນຮ້າຍແຮງ ແລະເຮັດໃຫ້ເຈັບປວດ ໄດ້ເກີດຂຶ້ນຕາມຕົນຕົວຂອງ^ພວກທີ່ມີເຄື່ອງໝາຍຂອງ^ສັດຮ້າຍ ແລະພວກທີ່ຂາບໄຫວ້ຮູບຂອງ^ມັນ.
[3] ແລ້ວເທວະດາຕົນທີສອງ ກໍໄດ້ຖອກຂັນຂອງຕົນໃສ່ທະເລ ແລະນໍ້າທະເລກໍໄດ້ກາຍເປັນເໝືອນດັ່ງເລືອດຂອງ^ຄົນຕາຍ ແລະທຸກສິ່ງທີ່ມີຊີວິດຢູ່ໃນທະເລກໍໄດ້ຕາຍໄປໝົດ.
[4] ແລ້ວເທວະດາຕົນທີສາມ ກໍໄດ້ຖອກຂັນຂອງຕົນໃສ່ແມ່ນໍ້າແລະນໍ້າພຸທັງຫລາຍ ແລະແມ່ນໍ້າກັບນໍ້າພຸເຫລົ່ານັ້ນກໍໄດ້ກາຍເປັນເລືອດ.
[5] ແລ້ວຂ້າພະເຈົ້າໄດ້ຍິນເທວະດາແຫ່ງນໍ້ານັ້ນຮ້ອງວ່າ, “ຂ້າແດ່ພຣະອົງເຈົ້າ ຜູ້ບໍຣິສຸດ ຜູ້ຊົງດຳລົງຢູ່ບັດນີ້ ແລະຜູ້ຊົງດຳລົງຢູ່ໃນຄາວກ່ອນ ພຣະອົງຊົງເປັນຜູ້ຍຸດຕິທຳ ເພາະພຣະອົງຊົງພິພາກສາເຫດການເຫລົ່ານີ້.
[6] ເພາະຄົນເຫລົ່ານັ້ນໄດ້ເຮັດໃຫ້ເລືອດໄພ່ພົນຂອງ^ພຣະເຈົ້າ ແລະຂອງ^ຜູ້^ປະກາດ^ພຣະທຳໄຫລອອກ ແລະພຣະອົງໄດ້ຊົງປະທານເລືອດໃຫ້ພວກເຂົາດື່ມ ກໍສົມຄວນກັບການກະທຳຂອງ^ພວກເຂົາແລ້ວ.”
[7] ແລະຂ້າພະເຈົ້າໄດ້ຍິນແທ່ນບູຊາຮ້ອງວ່າ, “ຈິງຢູ່ແລ້ວ ອົງພຣະ^ຜູ້^ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ ການ^ພິພາກສາຂອງ^ພຣະອົງກໍທ່ຽງແທ້ແລະຍຸດຕິທຳ.”
[8] ແລ້ວເທວະດາຕົນທີສີ່ ກໍໄດ້ຖອກຂັນຂອງຕົນໃສ່ດວງຕາເວັນ ແລະດວງຕາເວັນກໍໄດ້ຮັບອະນຸຍາດໃຫ້ເຜົາໄໝ້ຄົນທັງຫລາຍດ້ວຍຄວາມຮ້ອນອັນແຮງກ້າ.
[9] ພວກເຂົາໄດ້ຖືກເຜົາໄໝ້ດ້ວຍແສງ^ແດດກ້າ ແລະພວກເຂົາກໍໄດ້ສາບແຊ່ງພຣະນາມຂອງ^ພຣະເຈົ້າ ອົງທີ່ມີສິດອຳນາດເໜືອໄພພິບັດນັ້ນ ແລະພວກເຂົາບໍ່ຖິ້ມໃຈເກົ່າ^ເອົາໃຈໃໝ່ ເພື່ອຖວາຍພຣະກຽດແກ່ພຣະອົງ.
[10] ແລ້ວເທວະດາຕົນທີຫ້າ ກໍໄດ້ຖອກຂັນຂອງຕົນໃສ່ບັນລັງຂອງ^ສັດຮ້າຍ ຄວາມມືດຈຶ່ງຕົກໃສ່ອານາຈັກຂອງ^ສັດຮ້າຍ ແລະຄົນເຫຼົ່ານັ້ນກໍກັດລີ້ນຂອງຕົນເພາະຄວາມ^ເຈັບປວດ
[11] ແລະພວກເຂົາໄດ້ສາບແຊ່ງພຣະເຈົ້າແຫ່ງສະຫວັນ ຍ້ອນຄວາມ^ເຈັບປວດແລະຕຸ່ມຝີ ທີ່ເກີດຕາມຕົນຕົວຂອງ^ພວກເຂົານັ້ນ ແຕ່ພວກເຂົາບໍ່ໄດ້ກັບໃຈຈາກການກະທຳຂອງຕົນ.
[12] ແລ້ວເທວະດາຕົນທີຫົກ ກໍໄດ້ຖອກຂັນຂອງຕົນໃສ່ແມ່ນໍ້າໃຫຍ່ເອີຟຣັດ ແມ່ນໍ້ານັ້ນໄດ້ແຫ້ງໄປ ເພື່ອຕຽມຫົນທາງໄວ້ໃຫ້ບັນດາກະສັດ ທີ່ມາຈາກທິດຕາເວັນອອກ.
[13] ຕໍ່ມາ ຂ້າພະເຈົ້າໄດ້ເຫັນວິນຍານຊົ່ວຮ້າຍສາມດວງ ມີລັກສະນະເໝືອນໂຕກົບ ວິນຍານນັ້ນໄດ້ອອກມາຈາກປາກຂອງ^ພະຍານາກ, ປາກຂອງ^ສັດຮ້າຍ ແລະປາກຂອງ^ຜູ້^ປະກາດ^ພຣະທຳປອມ.
[14] ດ້ວຍວ່າ, ວິນຍານເຫລົ່ານັ້ນເປັນຜີມານຮ້າຍ ທີ່ເຮັດໝາຍສຳຄັນ ມັນອອກໄປຫາກະສັດທັງຫລາຍທົ່ວພິພົບໂລກ ເພື່ອໃຫ້ກະສັດເຫລົ່ານັ້ນມາຮ່ວມກັນສຳລັບການສົງຄາມ ໃນວັນອັນໃຫຍ່ຫລວງຂອງ^ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ. (
[15] “ເບິ່ງແມ! ເຮົາຈະມາເໝືອນຂະໂມຍມາ ຄວາມສຸກເປັນຂອງ^ຜູ້ທີ່ເຝົ້າລະວັງ ແລະຮັກສາເສື້ອຜ້າຂອງຕົນໄວ້ ເພື່ອວ່າຕົນຈະບໍ່ໄດ້ເປືອຍກາຍ ແລະເປັນທີ່ອັບອາຍໃນທ່າມກາງຄົນທັງຫລາຍ.”)
[16] ແລະວິນຍານເຫຼົ່ານັ້ນ ໄດ້ພາກະສັດທັງຫລາຍມາຊຸມນຸມກັນໃນບ່ອນໜຶ່ງ ຕາມພາສາເຮັບເຣີເອີ້ນວ່າ, “ອາມາເຄໂດນ.”
[17] ແລ້ວເທວະດາຕົນທີເຈັດ ກໍໄດ້ຖອກຂັນຂອງຕົນໃນອາກາດ ມີສຽງໜຶ່ງດັງແຮງມາຈາກບັນລັງໃນພຣະວິຫານ ກ່າວວ່າ, “ສຳເລັດແລ້ວ.”
[18] ແລ້ວກໍມີຟ້າ^ແມບເຫຼື້ອມ, ມີສຽງແຕກດັງສະໜັ່ນ, ຟ້າຮ້ອງຢ່າງບໍ່ຂາດສາຍ ແລະແຜ່ນດິນກໍໄຫວຢ່າງແຮງ. ຕັ້ງແຕ່ມະນຸດໄດ້ຖືກສ້າງຂຶ້ນມາໃນໂລກ ບໍ່ເຄີຍມີແຜ່ນດິນຫວັ່ນໄຫວອັນໃຫຍ່ ແລະຮ້າຍແຮງຂະໜາດນີ້ຈັກເທື່ອ ນີ້ແມ່ນແຜ່ນດິນໄຫວຄັ້ງຍິ່ງໃຫຍ່ທີ່ສຸດ
[19] ມະຫານະຄອນໄດ້ແຍກອອກເປັນສາມສ່ວນ ແລະຫົວເມືອງທັງຫລາຍໃນທຸກປະເທດໄດ້ຖືກທຳລາຍ. ພຣະເຈົ້າບໍ່ໄດ້ລືມມະຫານະຄອນບາບີໂລນ ແລະໄດ້ຊົງໃຫ້ນະຄອນນີ້ດື່ມເຫລົ້າ^ອະງຸ່ນ ແຫ່ງຄວາມ^ໂກດຮ້າຍຂອງ^ພຣະອົງ.
[20] ເກາະທຸກແຫ່ງໄດ້ສູນຫາຍໄປ, ພູທຸກໜ່ວຍກໍຊອກຫາບໍ່ພົບ.
[21] ມີໝາກເຫັບໃຫຍ່ ໜັກກ້ອນລະຫ້າສິບກິໂລກຼາມ ຕົກຈາກທ້ອງຟ້າຖືກຄົນທັງປວງ, ພວກເຂົາໄດ້ປ້ອຍດ່າພຣະເຈົ້າ ຍ້ອນໄພພິບັດທີ່ເກີດຈາກໝາກເຫັບນັ້ນ. ດ້ວຍວ່າ ເປັນໄພພິບັດອັນຮ້າຍແຮງເຫລືອເກີນ.