[1] ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນເໝືອນສຽງດັງຂອງ^ປະຊາຊົນຈຳນວນຫລາຍໃນສະຫວັນ ກຳລັງຮ້ອງວ່າ, “ຮາເລລູຢາ ຄວາມ^ພົ້ນ ສະຫງ່າຣາສີ ແລະຣິດອຳນາດ ເປັນຂອງ^ພຣະເຈົ້າຂອງ^ພວກເຮົາທັງຫລາຍ.
[2] ດ້ວຍວ່າ, ການຕັດສິນຂອງ^ພຣະອົງ ກໍຖືກຕ້ອງແລະຍຸດຕິທຳ ພຣະອົງໄດ້ຕັດສິນລົງໂທດຍິງໂສເພນີຄົນສຳຄັນ ຜູ້ທີ່ໄດ້ເຮັດໃຫ້ໂລກຊົ່ວຊ້າໄປດ້ວຍການຜິດສິນທຳທາງເພດຂອງຕົນ ພຣະເຈົ້າໄດ້ລົງໂທດນາງ ຍ້ອນນາງໄດ້ຂ້າພວກຜູ້ຮັບໃຊ້ຂອງ^ພຣະອົງ.”
[3] ແລ້ວຄົນເຫລົ່ານັ້ນກໍໄດ້ຮ້ອງຂຶ້ນເປັນເທື່ອທີສອງວ່າ, “ຮາເລລູຢາ.” ຄວັນຈາກແປວໄຟທີ່ເຜົາໄໝ້ມະຫານະຄອນນັ້ນ ກໍພຸ່ງຂຶ້ນຢູ່ຕະຫລອດນິຣັນດອນ.
[4] ພວກຜູ້^ອາວຸໂສຊາວສີ່ທ່ານ ແລະສິ່ງທີ່ມີ^ຊີວິດທັງສີ່ໄດ້ຂາບລົງ ແລະນະມັດສະການພຣະເຈົ້າຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ ພວກເພິ່ນກ່າວວ່າ, “ອາແມນ ຮາເລລູຢາ.”
[5] ແລະມີສຽງດັງອອກມາຈາກພຣະຣາຊບັນລັງວ່າ, “ເຈົ້າ^ທັງຫລາຍຜູ້ເປັນຜູ້ຮັບໃຊ້ຂອງ^ພຣະອົງ ທີ່ຢຳເກງພຣະອົງ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຈົ່ງຖວາຍສັນລະເສີນແດ່ພຣະເຈົ້າຂອງ^ເຮົາ^ທັງຫລາຍ.”
[6] ແລ້ວຂ້າພະເຈົ້າໄດ້ຍິນເໝືອນສຽງຄົນຈຳນວນຫລວງຫລາຍ ເໝືອນສຽງນໍ້ານອງຕົກຕາດ ແລະເໝືອນຟ້າຮ້ອງສຽງແຮງກ້າວ່າ, “ຮາເລລູຢາ ເພາະວ່າອົງພຣະ^ຜູ້^ເປັນເຈົ້າ ພຣະເຈົ້າຂອງ^ພວກເຮົາ ຜູ້ຊົງຣິດທານຸພາບອັນສູງສຸດ ໄດ້ຊົງຂຶ້ນສະເຫວີຍ^ຣາດແລ້ວ.
[7] ໃຫ້ເຮົາທັງຫລາຍຊົມຊື່ນແລະປິຕິຍິນດີ ພາກັນຖວາຍພຣະກຽດແດ່ພຣະອົງ ເພາະເຖິງເວລາແຫ່ງການສົມຣົດຂອງ^ພຣະ^ເມສານ້ອຍແລ້ວ ແລະເຈົ້າສາວຂອງ^ພຣະອົງໄດ້ຕຽມພ້ອມແລ້ວ.
[8] ແລະຊົງໂຜດໃຫ້ເຈົ້າສາວນັ້ນ ນຸ່ງຫົ່ມຜ້າປ່ານ^ເນື້ອລະອຽດເສາະໃສແລະບໍຣິສຸດ.” (ເພາະຜ້າປ່ານເນື້ອດີນັ້ນ ໄດ້ແກ່ການປະຕິບັດອັນຊອບທຳແຫ່ງພວກໄພ່ພົນຂອງ^ພຣະເຈົ້າ.)
[9] ເທວະດາຕົນນັ້ນ ໄດ້ບອກຂ້າພະເຈົ້າວ່າ, “ຈົ່ງຂຽນໄວ້ວ່າ, ຄວາມສຸກມີແກ່ຄົນທັງຫລາຍ ທີ່ໄດ້ຮັບເຊີນມາໃນງານລ້ຽງສົມຣົດຂອງ^ພຣະ^ເມສານ້ອຍນັ້ນ” ແລະເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຖ້ອຍຄຳເຫລົ່ານີ້ ເປັນພຣະທຳທ່ຽງແທ້ຂອງ^ພຣະເຈົ້າ.”
[10] ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າ ເທີ້ນ. ເພາະວ່າເນື້ອຄວາມ^ຂອງ^ການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”
[11] ແລ້ວຂ້າພະເຈົ້າກໍໄດ້ເຫັນສະຫວັນໄຂອອກດັ່ງນີ້ ມີມ້າຂາວໂຕໜຶ່ງ ພຣະອົງຜູ້ປະທັບເທິງຫລັງມ້ານັ້ນ ຊົງພຣະນາມວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງຜູ້ຊົງພິພາກສາ ແລະສູ້ຮົບດ້ວຍຄວາມ^ຍຸດຕິທຳ.
[12] ດວງຕາຂອງ^ພຣະອົງເປັນເໝືອນດັ່ງແປວໄຟ ແລະມີມົງກຸດຫລາຍອັນເທິງຫົວຂອງ^ພຣະອົງ ທີ່ເທິງຫົວຂອງ^ພຣະອົງມີຊື່ໜຶ່ງຂຽນໄວ້ ແຕ່ບໍ່ມີຜູ້ໃດຮູ້ຈັກ ນອກຈາກພຣະອົງເອງ.
[13] ເສື້ອຄຸມທີ່ພຣະອົງຊົງຫົ່ມນັ້ນ ກໍຈຸ່ມແລ້ວໃນເລືອດ. ພຣະນາມຂອງ^ພຣະອົງເອີ້ນວ່າ, “ພຣະທຳຂອງ^ພຣະເຈົ້າ.”
[14] ຝູງກອງທັບໃນສະຫວັນນຸ່ງຜ້າປ່ານ^ເນື້ອລະອຽດສີຂາວ ແລະຂີ່ມ້າຂາວໄດ້ແຫ່ຕິດຕາມພຣະອົງໄປ.
[15] ມີດາບຄົມດວງໜຶ່ງອອກມາຈາກປາກຂອງ^ພຣະອົງ ເພື່ອພຣະອົງຈະເອົາຊະນະຊົນຊາດທັງຫລາຍດ້ວຍດາບນັ້ນ. “ພຣະອົງຈະປົກຄອງພວກເຂົາດ້ວຍຄ້ອນເຫລັກທີ່ມີອຳນາດ ແລະພຣະອົງຈະຢຽບເອົານໍ້າອະງຸ່ນ ໃນອ່າງແຫ່ງຄວາມ^ໂກດຮ້າຍອັນແຮງກ້າຂອງ^ພຣະເຈົ້າ ອົງຊົງຣິດທານຸພາບສູງສຸດ.”
[16] ຕາມເສື້ອຄຸມແລະຕາມກົກຂາຂອງ^ພຣະອົງ ໄດ້ມີຊື່ຂຽນໄວ້ວ່າ, “ຈອມກະສັດ.” ແລະ “ຈອມເຈົ້ານາຍ.”
[17] ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນໜຶ່ງຢືນຢູ່ເທິງຕາເວັນ. ເພິ່ນຮ້ອງສຽງດັງໃສ່ຝູງນົກທີ່ບິນໄປມາຢູ່ກາງອາກາດວ່າ, “ຈົ່ງມາໂຮມກັນໃນງານກິນລ້ຽງອັນໃຫຍ່ຂອງ^ພຣະເຈົ້າ.
[18] ເພື່ອຈະໄດ້ມາກິນຊີ້ນຂອງ^ບັນດາກະສັດ, ຊີ້ນບັນດາແມ່ທັບ ແລະບັນດາທະຫານ, ຊີ້ນຂອງ^ມ້າກັບຊີ້ນຂອງ^ທະຫານມ້າ, ຊີ້ນຂອງ^ປະຊາຊົນທັງຫລາຍ, ບໍ່ວ່າເປັນຂ້ອຍໃຊ້ ຫລືເປັນອິດສະຫລະ, ທັງຜູ້ໃຫຍ່ແລະຜູ້ນ້ອຍ.”
[19] ຕໍ່ມາ ຂ້າພະເຈົ້າໄດ້ເຫັນສັດຮ້າຍ ແລະບັນດາກະສັດທັງຫລາຍແຫ່ງແຜ່ນດິນ^ໂລກ ພ້ອມທັງກອງທັບຂອງ^ກະສັດເຫລົ່ານັ້ນ ໄດ້ມາໂຮມກັນເພື່ອສູ້ຮົບກັບພຣະອົງ ຜູ້ທີ່ນັ່ງເທິງຫລັງມ້າ ແລະຕໍ່ສູ້ກອງທັບຂອງ^ພຣະອົງ.
[20] ສັດຮ້າຍໄດ້ຖືກຈັບພ້ອມດ້ວຍຄົນທີ່ປອມຕົວເປັນຜູ້^ປະກາດ^ພຣະທຳ ທີ່ໄດ້ເຮັດໝາຍສຳຄັນຕໍ່ໜ້າສັດຮ້າຍນັ້ນ ແລະໃຊ້ໝາຍສຳຄັນນັ້ນ ຫລອກລວງຄົນທັງຫລາຍທີ່ຮັບເຄື່ອງໝາຍຂອງ^ສັດຮ້າຍແລະບູຊາຮູບຂອງ^ມັນ ພວກເຂົາທັງສອງໄດ້ຖືກຖິ້ມລົງທັງເປັນ ໃນບຶງໄຟທີ່ໄໝ້ຢູ່ດ້ວຍມາດ.
[21] ສ່ວນກອງທັບຂອງ^ພວກເຂົາທີ່ຍັງເຫລືອຢູ່ນັ້ນ ກໍຖືກຂ້າດ້ວຍດາບທີ່ອອກມາຈາກປາກຂອງ^ພຣະອົງ ຜູ້ຊົງນັ່ງເທິງຫລັງມ້ານັ້ນ ແລະຝູງນົກທັງປວງກໍໄດ້ກິນຊີ້ນຂອງ^ຄົນເຫລົ່ານັ້ນຈົນອີ່ມ.