[1] ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງລົງມາຈາກສະຫວັນ, ເພິ່ນຖືກະແຈຂອງ^ເຫວເລິກແລະຖືໂສ້ເສັ້ນໃຫຍ່.
[2] ເພິ່ນໄດ້ຈັບເອົາພະຍານາກ ຊຶ່ງເປັນງູແຕ່ດຶກດຳບັນ ຄືມານຮ້າຍ ແລະມານຊາຕານ ໄດ້ຜູກມັດມັນໄວ້ໃນລະຫວ່າງພັນປີ.
[3] ແລ້ວເພິ່ນໄດ້ຖິ້ມມັນລົງໄປໃນເຫວເລິກ ແລະໃສ່ກະແຈ ທັງຕີຕາປະທັບໃສ່ດ້ວຍ ເພື່ອບໍ່ໃຫ້ມັນໄດ້ຫລອກລວງບັນດາປະຊາຊາດທັງຫລາຍອີກຕໍ່ໄປ ຈົນກວ່າໜຶ່ງພັນປີຜ່ານພົ້ນໄປ. ຫລັງຈາກນັ້ນ ມັນຈະຕ້ອງຖືກປ່ອຍໃຫ້ອອກມາພຽງຊົ່ວ^ໄລຍະ^ໜຶ່ງ.
[4] ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງ^ຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງ^ພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງ^ມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງ^ມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫລົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (
[5] ນອກຈາກຄົນເຫລົ່ານີ້ ຄົນອື່ນໆທີ່ຕາຍແລ້ວບໍ່ໄດ້ກັບຄືນມີຊີວິດອີກ ຈົນກວ່າພັນປີນັ້ນລ່ວງໄປແລ້ວ).
[6] ຜູ້ໃດທີ່ມີສ່ວນໃນການຄືນມາຈາກຕາຍຄັ້ງທຳອິດ, ຜູ້ນັ້ນແຫລະ ກໍເປັນສຸກແລະບໍຣິສຸດ. ຄວາມ^ຕາຍຄັ້ງທີສອງ ຈະບໍ່ມີອຳນາດເໜືອຄົນເຫລົ່ານັ້ນ ແຕ່ພວກເຂົາຈະໄດ້ເປັນປະໂຣຫິດຂອງ^ພຣະເຈົ້າ ແລະຂອງ^ພຣະຄຣິດ ທັງຈະຄຸ້ມຄອງຮ່ວມກັບພຣະອົງໃນລະຫວ່າງພັນປີ.
[7] ຫລັງຈາກໜຶ່ງພັນປີຜ່ານພົ້ນໄປແລ້ວ, ມານຊາຕານຈະຖືກປ່ອຍຕົວຈາກບ່ອນຂັງມັນໄວ້,
[8] ມັນຈະອອກໄປຫລອກລວງບັນດາປະຊາຊາດທັງຫລາຍ ທີ່ກະຈັດ^ກະຈາຍຢູ່ທົ່ວໂລກ ຄືໂກກແລະມາໂກກ ໃຫ້ມາເຕົ້າໂຮມກັນເພື່ອການເຮັດເສິກ ຈຳນວນຄົນເຫລົ່ານັ້ນມີຫລວງຫລາຍ ເໝືອນເມັດຊາຍຕາມແຄມຝັ່ງທະເລ.
[9] ພວກເຂົາແຜ່ກະຈາຍເປັນກອງທັບອອກໄປທົ່ວແຜ່ນດິນ^ໂລກ ແລະໄດ້ອ້ອມຄ້າຍພວກໄພ່ພົນຂອງ^ພຣະເຈົ້າ ກັບນະຄອນທີ່ພຣະອົງຊົງຮັກນັ້ນ. ແຕ່ໄຟໄດ້ຕົກລົງມາຈາກສະຫວັນ ແລະທຳລາຍລ້າງຜານພວກເຂົາເສຍ.
[10] ສ່ວນມານຮ້າຍທີ່ຫລອກລວງຄົນເຫລົ່ານັ້ນ ກໍໄດ້ຖືກຖິ້ມລົງໃນບຶງໄຟປົນກັບມາດບ່ອນທີ່ສັດຮ້າຍ ແລະຜູ້^ປະກາດ^ພຣະທຳປອມໄດ້ຖືກຖິ້ມລົງໄປແລ້ວນັ້ນ ແລະພວກມັນຈະຕ້ອງຖືກທົນທຸກທໍລະມານ ທັງກາງເວັນແລະກາງຄືນ ຢູ່ຕະຫລອດນິຣັນດອນ.
[11] ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະບັນລັງໃຫຍ່ສີຂາວ ທັງເຫັນພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ, ແຜ່ນດິນ^ໂລກ ແລະທ້ອງຟ້າກໍພ່າຍໜີ ແລະບ່ອນຢູ່ສຳລັບແຜ່ນດິນ^ໂລກ ແລະທ້ອງຟ້ານັ້ນກໍບໍ່ເຫັນອີກ.
[12] ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫລັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງ^ພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫລົ່ານັ້ນ.
[13] ທະເລກໍໄດ້ສົ່ງຄົນທັງຫລາຍທີ່ຕາຍໃນທ້ອງທະເລຄືນມາ. ຄວາມ^ຕາຍແລະແດນ^ມໍຣະນາ ກໍໄດ້ສົ່ງຄົນທັງຫລາຍໃນທີ່ນັ້ນຄືນມາເໝືອນກັນ. ພວກເຂົາທັງໝົດໄດ້ຖືກຕັດສິນ ຕາມການກະທຳຂອງ^ພວກຕົນທຸກຄົນ.
[14] ຄວາມຕາຍແລະແດນ^ມໍຣະນາ ກໍໄດ້ຖືກຖິ້ມລົງໃນບຶງໄຟ. ບຶງໄຟນີ້ແຫລະ ເປັນຄວາມ^ຕາຍຄັ້ງທີສອງ.
[15] ຖ້າຜູ້ໃດທີ່ບໍ່ມີຊື່ຈົດໄວ້ໃນໜັງສືທະບຽນແຫ່ງຊີວິດ ຜູ້ນັ້ນກໍຖືກຖິ້ມລົງໃນບຶງໄຟ.