Skip to content
Opens in a new window
Listen to this chapter • 6:16

[1] ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ^ໂລກ​ໃໝ່ ເພາະວ່າ​ຟ້າ​ສະຫວັນ​ເດີມ​ແລະ​ແຜ່ນດິນ^ໂລກ​ເດີມ​ນັ້ນ ກໍ​ໄດ້​ລ່ວງ​ໄປ​ແລ້ວ ແລະ​ທະເລ​ກໍ​ບໍ່ມີ​ເໝືອນກັນ.

[2] ຂ້າພະເຈົ້າ​ກໍໄດ້​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ​ໃໝ່ ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ, ນະຄອນ​ນີ້​ໄດ້​ຈັດ​ຕຽມພ້ອມ​ແລ້ວ​ເໝືອນ​ເຈົ້າສາວ​ແຕ່ງຕົວ​ໄວ້​ເພື່ອ​ພົບ​ເຈົ້າບ່າວ​ຂອງຕົນ.

[3] ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ^ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ^ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ^ພວກເຂົາ.

[4] ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ^ພວກເຂົາ. ຄວາມຕາຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ. ຄວາມ^ໂສກເສົ້າ, ການ​ຮ້ອງໄຫ້ ແລະ​ຄວາມ^ເຈັບປວດ​ຈະ​ບໍ່ມີ​ອີກ​ຕໍ່ໄປ ເພາະວ່າ​ສິ່ງ​ທີ່​ມີ​ຢູ່​ໃນ​ຄາວ​ກ່ອນ​ນັ້ນ ກໍໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”

[5] ພຣະອົງ​ຜູ້​ຊົງ​ປະທັບ​ເທິງ​ພຣະ^ຣາຊບັນລັງ ໄດ້​ຊົງ​ກ່າວ​ວ່າ, “ເບິ່ງແມ! ເຮົາ​ໄດ້​ສ້າງ​ທຸກສິ່ງ​ທັງປວງ​ຂຶ້ນ​ໃໝ່.” ແລະ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, “ຈົ່ງ​ຂຽນ​ໄວ້ ເພາະວ່າ​ຖ້ອຍຄຳ​ເຫລົ່ານີ້​ແຫລະ ສັດຊື່​ແລະ​ທ່ຽງແທ້.”

[6] ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່^ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.

[7] ຜູ້​ທີ່​ໄດ້​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຮັບ​ສິ່ງ​ເຫລົ່ານີ້ ເປັນ​ມໍຣະດົກ ຄື​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ^ພວກເຂົາ ແລະ​ພວກເຂົາ​ນັ້ນ​ແຫລະ ຈະ​ເປັນ​ບຸດ​ຂອງເຮົາ.

[8] ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ^ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ^ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ^ຄົນ​ເຫລົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”

[9] ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ໄພພິບັດ​ສຸດທ້າຍ ທັງ​ເຈັດ​ປະການ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້ ເຮົາ​ຈະ​ພາ​ເຈົ້າ​ໄປ​ເບິ່ງ​ເຈົ້າສາວ​ທີ່​ເປັນ​ພັນລະຍາ​ຂອງ^ພຣະ^ເມສານ້ອຍ.”

[10] ເພິ່ນ​ໄດ້​ຍົກ​ຂ້າພະເຈົ້າ​ດ້ວຍ​ພຣະວິນຍານ ໄປ​ເທິງ​ພູ​ສູງ​ໜ່ວຍ​ໃຫຍ່ ແລະ​ໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ.

[11] ນະຄອນ​ນັ້ນ ປະກອບ​ດ້ວຍ​ສະຫງ່າຣາສີ​ຂອງ^ພຣະເຈົ້າ ມີ​ແສງ​ຮຸ່ງເຮືອງ​ເໝືອນ​ເພັດ ເໝືອນ​ແກ້ວມະນີໂຊດ​ອັນ​ເສາະໃສ.

[12] ນະຄອນ​ນັ້ນ ມີ​ກຳແພງ​ໃຫຍ່​ແລະ​ສູງ, ມີ​ປະຕູ​ສິບສອງ​ປ່ອງ ແລະ​ມີ​ເທວະດາ​ສິບສອງ​ຕົນ​ເຝົ້າ​ຮັກສາ​ຢູ່ ທີ່​ປະຕູ​ໄດ້​ຈາລຶກ​ຊື່​ສິບສອງ​ຕະກຸນ​ຂອງ^ພວກ​ຊາດ​ອິດສະຣາເອນ​ໄວ້.

[13] ກຳແພງ​ແຕ່ລະ​ດ້ານ ມີ​ປະຕູ​ຢູ່​ສາມ​ປ່ອງ​ຄື: ທິດ​ຕາເວັນອອກ​ມີ​ສາມ​ປ່ອງ ທິດເໜືອ​ມີ​ສາມ​ປ່ອງ ທິດ​ໃຕ້​ມີ​ສາມ​ປ່ອງ ແລະ​ທິດ^ຕາເວັນຕົກ​ມີ​ສາມ​ປ່ອງ.

[14] ກຳແພງ​ນະຄອນ​ນັ້ນ ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຫີນ​ສິບສອງ​ກ້ອນ​ເປັນ​ຮາກຖານ ຫີນ​ແຕ່ລະ​ກ້ອນ ໄດ້​ຈາລຶກ​ຊື່​ອັກຄະສາວົກ​ສິບສອງ​ຄົນ​ຂອງ^ພຣະ^ເມສານ້ອຍ.

[15] ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້ແທກ​ເປັນ​ຄຳ ສຳລັບ​ແທກ​ນະຄອນ ແທກ​ປະຕູ ແລະ​ກຳແພງ​ຂອງ^ນະຄອນ​ນັ້ນ.

[16] ນະຄອນ​ນັ້ນ ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ ກວ້າງ​ແລະ​ຍາວ​ເທົ່າ​ກັນ ເທວະດາ​ໄດ້​ເອົາ​ໄມ້ແທກ ມາ​ແທກ​ໄດ້​ດັ່ງນີ້: ຂ້າງ​ລະ​ສອງພັນ​ສີ່ຮ້ອຍ​ກິໂລແມັດ ກວ້າງ, ຍາວ ແລະ​ສູງ​ເທົ່າ​ກັນ​ໝົດ.

[17] ເພິ່ນ​ຍັງ​ໄດ້​ແທກ​ກຳແພງ​ນະຄອນ​ນັ້ນ ໄດ້​ຫົກສິບ​ແມັດ ຕາມ​ເຄື່ອງ​ແທກ​ທີ່​ເທວະດາ​ໃຊ້ ຊຶ່ງ​ເປັນ​ເໝືອນ​ເຄື່ອງ​ແທກ​ທີ່​ມະນຸດ​ເຄີຍ​ໃຊ້.

[18] ກຳແພງ​ນັ້ນ ສ້າງ​ດ້ວຍ​ແກ້ວມະນີໂຊດ ແລະ​ນະຄອນ​ນັ້ນ ສ້າງ​ດ້ວຍ​ຄຳ​ບໍຣິສຸດ​ທີ່​ເສາະໃສ​ເໝືອນ​ແກ້ວ.

[19] ບັນດາ​ຖານ​ຂອງ^ນະຄອນ​ນັ້ນ ປະດັບ​ດ້ວຍ​ເພັດພອຍ​ທຸກ​ຊະນິດ. ຖານ​ທີ​ໜຶ່ງ​ເປັນ​ແກ້ວມະນີໂຊດ, ທີ​ສອງ​ໄພທູນ, ທີ​ສາມ​ໂມຣາ, ທີ​ສີ່​ມໍຣະກົດ,

[20] ທີ​ຫ້າ​ບຸດ, ທີ​ຫົກ​ພິລາ, ທີ​ເຈັດ​ບຸດສະບາ​ຄຳ​ນໍ້າ​ແກ່, ທີ​ແປດ​ເພທາຍ, ທີ​ເກົ້າ​ບຸດສະບາ​ຄຳ​ນໍ້າ​ອ່ອນ, ທີ​ສິບ​ຢົກ, ທີ​ສິບເອັດ​ນິນ ແລະ​ທີ​ສິບສອງ​ເປັນ​ແກ້ວ​ເພທາຍ​ສີມ່ວງ.

[21] ປະຕູ​ທັງ​ສິບສອງ​ນັ້ນ ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ ປະຕູ​ລະ​ໜ່ວຍ ແລະ​ຖະໜົນ​ໃນ​ນະຄອນ​ນັ້ນ ເປັນ​ຄຳ​ບໍຣິສຸດ​ສ່ອງໄສ​ເໝືອນ​ແກ້ວ.

[22] ຂ້າພະເຈົ້າ​ບໍ່ໄດ້​ເຫັນ​ມີ​ພຣະວິຫານ​ຢູ່​ໃນ​ນະຄອນ​ນັ້ນ ເພາະ​ແມ່ນ​ອົງພຣະ^ຜູ້^ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ^ອຳນາດ^ຍິ່ງໃຫຍ່ ແລະ ພຣະ^ເມສານ້ອຍ ເປັນ​ພຣະວິຫານ​ຂອງ^ນະຄອນ​ນັ້ນ.

[23] ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ^ສະຫວ່າງ​ຂອງ^ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ^ພຣະເຈົ້າ ຊົງ​ເປັນ​ແສງ^ສະຫວ່າງ​ຂອງ^ນະຄອນ​ນັ້ນ ແລະ​ພຣະ^ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ^ນະຄອນ​ນັ້ນ.

[24] ປະຊາຊາດ​ທັງໝົດ​ໃນ​ໂລກ ຈະ​ທ່ຽວ​ໄປມາ​ຢູ່​ທ່າມກາງ​ແສງ^ສະຫວ່າງ​ຂອງ^ນະຄອນ​ນັ້ນ ແລະ​ບັນດາ​ກະສັດ​ໃນ​ແຜ່ນດິນ^ໂລກ ຈະ​ນຳ​ເອົາ​ສະຫງ່າຣາສີ​ຂອງຕົນ ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ.

[25] ປະຕູ​ທັງຫລາຍ​ໃນ​ນະຄອນ​ນັ້ນ ຈະ​ເປີດ​ຢູ່​ຕະຫລອດ​ວັນ ຈະ​ບໍ່​ຖືກ​ປິດ​ຈັກເທື່ອ ເພາະວ່າ​ໃນທີ່ນັ້ນ​ບໍ່ມີ​ກາງຄືນ.

[26] ສະຫງ່າຣາສີ​ແລະ​ຄວາມ^ຮັ່ງມີ ແຫ່ງ​ຊັບສົມບັດ​ຂອງ^ຊົນຊາດ​ທັງຫລາຍ ຈະ​ຖືກ​ນຳ​ເຂົ້າ​ມາ​ສູ່​ນະຄອນ​ນັ້ນ.

[27] ແຕ່​ສິ່ງໃດ​ທີ່​ເປັນ​ມົນທິນ​ຊົ່ວຮ້າຍ ຫລື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ອັບອາຍ ໜ້າກຽດ^ໜ້າຊັງ ຫລື​ຄົນ​ຂີ້ຕົວະ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່ໄດ້​ເປັນ​ເດັດຂາດ ມີ​ແຕ່​ພວກ​ຄົນ​ທັງຫລາຍ ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ຂອງ^ພຣະ^ເມສານ້ອຍ​ເທົ່ານັ້ນ ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້.

ພຣະນິມິດ — Chapters