[1] ພາຍຫລັງເຫດການເຫລົ່ານີ້ແລ້ວ ຂ້າພະເຈົ້າກໍໄດ້ເຫັນນິມິດຢ່າງໜຶ່ງ ຄືມີປະຕູໜຶ່ງເປີດຢູ່ໃນສະຫວັນ. ແລະສຽງທຳອິດເໝືອນສຽງແກທີ່ຂ້າພະເຈົ້າໄດ້ຍິນນັ້ນ ກ່າວວ່າ, “ຈົ່ງຂຶ້ນມາທີ່ນີ້ ແລະເຮົາຈະສຳແດງໃຫ້ເຈົ້າເຫັນເຫດການທີ່ຕ້ອງເກີດຂຶ້ນໃນພາຍໜ້າ.”
[2] ໃນທັນໃດນັ້ນ ຂ້າພະເຈົ້າໄດ້ປະກອບໄປດ້ວຍພຣະວິນຍານ ແລະເບິ່ງແມ! ມີຣາຊບັນລັງຕັ້ງຢູ່ໃນສະຫວັນ ມີທ່ານອົງໜຶ່ງປະທັບຢູ່ເທິງບັນລັງນັ້ນ.
[3] ໃບໜ້າຂອງ^ພຣະອົງເປັນດັ່ງແກ້ວມະນີໂຊດແລະແກ້ວພິລາ ແລະອ້ອມຮອບບັນລັງນັ້ນ, ມີຮຸ້ງກິນນໍ້າສີຄ້າຍຄືແສງແກ້ວມໍຣະກົດ.
[4] ອ້ອມຮອບບັນລັງນັ້ນ ມີບັນລັງອີກຊາວສີ່ບັນລັງ ແລະມີຜູ້^ອາວຸໂສຊາວສີ່ທ່ານ ນັ່ງຢູ່ເທິງບັນລັງນັ້ນ ທຸກທ່ານນຸ່ງເຄື່ອງຂາວ ແລະສວມມົງກຸດຄຳທີ່ຫົວ.
[5] ຈາກບັນລັງນັ້ນ ມີຟ້າ^ແມບເຫຼື້ອມທັງສຽງຟ້າຮ້ອງດັງສະໜັ່ນຢູ່ບໍ່ຂາດ. ຕໍ່ໜ້າບັນລັງນັ້ນ ມີຕະກຽງໄຕ້ໄວ້ຢູ່ເຈັດໜ່ວຍ ຄືວິນຍານທັງເຈັດຂອງ^ພຣະເຈົ້າ.
[6] ຢູ່ຕໍ່ໜ້າບັນລັງນັ້ນ ມີສິ່ງໜຶ່ງເໝືອນທະເລແກ້ວມະນີ. ອ້ອມຮອບບັນລັງທຸກດ້ານມີສິ່ງທີ່ມີ^ຊີວິດສີ່ຕົນ ຊຶ່ງມີຕາເຕັມຢູ່ທັງຂ້າງໜ້າແລະຂ້າງຫລັງ.
[7] ຕົນທີໜຶ່ງເໝືອນສິງ, ຕົນທີສອງເໝືອນງົວ^ນ້ອຍ, ຕົນທີສາມມີໜ້າເໝືອນມະນຸດ, ຕົນທີສີ່ເໝືອນນົກອິນຊີທີ່ກຳລັງບິນຢູ່.
[8] ສິ່ງທີ່ມີ^ຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະ^ຜູ້^ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”
[9] ເມື່ອສິ່ງທີ່ມີ^ຊີວິດເຫລົ່ານັ້ນຖວາຍຄຳສັນລະເສີນ ຖວາຍພຣະກຽດ ແລະ ຄຳໂມທະນາພຣະຄຸນແດ່ພຣະອົງ ຜູ້ປະທັບເທິງຣາຊບັນລັງ ຜູ້ຊົງມີພຣະຊົນດຳລົງຢູ່ຕະຫລອດຊົ່ວ^ນິຣັນດອນ ເມື່ອໃດ,
[10] ເມື່ອນັ້ນ ບັນດາຜູ້^ອາວຸໂສຊາວສີ່ທ່ານ ກໍຂາບລົງຖວາຍບັງຄົມພຣະອົງ ຜູ້ປະທັບເທິງຣາຊບັນລັງນັ້ນ ນະມັດສະການພຣະອົງ ຜູ້ຊົງພຣະຊົນຢູ່ຕະຫລອດຊົ່ວ^ນິຣັນດອນ ແລ້ວຖອດມົງກຸດອອກວາງລົງຕໍ່ໜ້າຣາຊບັນລັງຮ້ອງວ່າ,
[11] “ຂ້າແດ່ອົງພຣະ^ຜູ້^ເປັນເຈົ້າ ແລະພຣະເຈົ້າຂອງ^ຂ້ານ້ອຍທັງຫລາຍ ພຣະອົງຊົງສົມຄວນທີ່ຈະໄດ້ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າພຣະອົງໄດ້ຊົງສ້າງ ສັບພະທຸກສິ່ງທັງປວງ. ແລະສັບພະທຸກສິ່ງທັງປວງນັ້ນ ກໍຊົງສ້າງຂຶ້ນແລ້ວ ແລະດຳລົງຢູ່ຕາມຊອບ^ພຣະໄທ ຂອງ^ພຣະອົງ.”