[1] ແລ້ວຂ້າພະເຈົ້າກໍໄດ້ຫລຽວເບິ່ງ ແລະເຫັນພຣະ^ເມສານ້ອຍຢືນຢູ່ເທິງພູເຂົາ^ຊີໂອນ ແລະຜູ້ທີ່ຢູ່ກັບພຣະອົງແສນສີ່ໝື່ນສີ່ພັນຄົນ ຊຶ່ງເປັນພວກທີ່ມີພຣະນາມຂອງ^ພຣະອົງ ແລະພຣະນາມພຣະບິດາຂອງ^ພຣະອົງ ຂຽນໄວ້ທີ່ໜ້າຜາກຂອງ^ພວກເຂົາ.
[2] ແລ້ວຂ້າພະເຈົ້າກໍໄດ້^ຍິນສຽງໜຶ່ງຈາກສະຫວັນ ດັງເໝືອນສຽງນໍ້າໄຫລແຮງ ແລະເໝືອນສຽງຟ້າຮ້ອງກ້ອງສະໜັ່ນ ສຽງນັ້ນເໝືອນສຽງພິນທີ່ພວກນັກດົນຕີຼກຳລັງບັນເລງຢູ່.
[3] ຄົນເຫລົ່ານັ້ນຮ້ອງເພງບົດໃໝ່ຕໍ່ໜ້າພຣະຣາຊບັນລັງ ຕໍ່ໜ້າສິ່ງທີ່ມີ^ຊີວິດທັງສີ່ ຕໍ່ໜ້າພວກຜູ້^ອາວຸໂສ ບໍ່ມີຜູ້ໃດສາມາດຮຽນຮູ້ເພງບົດນັ້ນໄດ້ ເວັ້ນແຕ່ຄົນແສນ^ສີ່ໝື່ນ^ສີ່ພັນນັ້ນ ທີ່ໄດ້ຊົງໄຖ່ໄວ້ແລ້ວຈາກແຜ່ນດິນ^ໂລກ.
[4] ຄົນເຫລົ່ານີ້ແຫລະ ເປັນຜູ້ທີ່ບໍ່ມີຄວາມຊົ່ວມົວໝອງກັບແມ່ຍິງ ເພາະພວກເຂົາເປັນພວກພົມມະຈາຣີ. ພຣະ^ເມສານ້ອຍສະເດັດໄປທາງໃດ ແມ່ນຄົນເຫລົ່ານີ້ ທີ່ຕາມສະເດັດໄປ. ຄົນເຫລົ່ານີ້ແຫລະ ທີ່ຊົງໄຖ່ໄວ້ຈາກມວນມະນຸດ ເພື່ອເປັນຜົນ^ທໍາອິດຖວາຍແດ່ພຣະເຈົ້າ ແລະພຣະ^ເມສານ້ອຍ.
[5] ຈະຫາຄວາມ^ຕົວະໃນປາກຂອງ^ພວກເຂົາກໍບໍ່ພົບ ພວກເຂົາບໍ່ມີຈຸດດ່າງພອຍແລ້ວ.
[6] ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນໜຶ່ງອີກ ບິນໄປໃນທ້ອງຟ້າ ມີຂ່າວປະເສີດອັນນິຣັນດອນ ນຳໄປປະກາດແກ່ຊາວໂລກທັງປວງ, ແກ່ທຸກປະເທດ, ທຸກຊົນເຜົ່າ, ທຸກພາສາ ແລະ ທຸກຊົນຊາດ.
[7] ເທວະດາຕົນນັ້ນເປັ່ງສຽງຮ້ອງວ່າ, “ຈົ່ງຢຳເກງພຣະເຈົ້າ ແລະສັນລະເສີນຄວາມ^ຍິ່ງໃຫຍ່ຂອງ^ພຣະອົງ ເພາະເຖິງເວລາແລ້ວ ທີ່ພຣະອົງຈະຕັດສິນມະນຸດສະໂລກ ຈົ່ງນະມັດສະການພຣະອົງ ຜູ້ທີ່ໄດ້ສ້າງສະຫວັນ, ແຜ່ນດິນ^ໂລກ, ນໍ້າທະເລ ກັບບໍ່^ນໍ້າພຸທັງຫລາຍ.”
[8] ແລະເທວະດາອີກຕົນໜຶ່ງ ເປັນຕົນທີສອງໄດ້ນຳໄປ ຮ້ອງຂຶ້ນວ່າ, “ບາບີໂລນມະຫານະຄອນນັ້ນ ຫລົ້ມຈົມແລ້ວ ຫລົ້ມຈົມເສຍແລ້ວ ຄືນະຄອນທີ່ເຮັດໃຫ້ປະຊາຊາດທັງປວງ ດື່ມເຫລົ້າແວງປຸກຢ່າງເຫລືອເກີນຂອງຕົນ ຕາມຄວາມ^ປາຖະໜາທາງກາມ.”
[9] ມີເທວະດາອີກຕົນໜຶ່ງ ເປັນຕົນທີສາມນຳໄປ ຮ້ອງສຽງດັ່ງຂຶ້ນວ່າ, “ຖ້າຜູ້ໃດບູຊາສັດຮ້າຍ ແລະຮູບຂອງ^ມັນ ແລະຮັບເຄື່ອງໝາຍນັ້ນ ໄວ້ທີ່ໜ້າຜາກ ຫລືທີ່ມື.
[10] ຜູ້ນັ້ນ^ແຫລະ ຈະຕ້ອງດື່ມເຫລົ້າແວງແຫ່ງຄວາມ^ໂກດຮ້າຍຂອງ^ພຣະເຈົ້າ ທີ່ຊົງຖອກລົງໃນຈອກແຫ່ງຄວາມ^ໂກດຮ້າຍນັ້ນ ໂດຍບໍ່ປົນກັບສິ່ງໃດ ຜູ້ນັ້ນຈະຖືກທໍລະມານໃນໄຟກັບມາດ ຕໍ່ໜ້າຝູງເທວະດາບໍຣິສຸດ ແລະຕໍ່ພຣະພັກພຣະ^ເມສານ້ອຍ.
[11] ຄວັນແຫ່ງການທໍລະມານຂອງ^ພວກເຂົາ ກໍພຸ່ງຂຶ້ນຕະຫລອດໄປ^ເປັນນິດ. ຄົນທັງຫລາຍທີ່ບູຊາສັດຮ້າຍ ແລະຮູບຂອງ^ມັນ ກັບຜູ້ທີ່ຮັບເຄື່ອງໝາຍຊື່ຂອງ^ມັນນັ້ນ ຈະບໍ່ມີເວລາພັກຜ່ອນ ທັງກາງເວັນແລະກາງຄືນ.”
[12] ໃນເລື່ອງນີ້ພວກໄພ່ພົນຂອງ^ພຣະເຈົ້າ ຄືຜູ້ທີ່ຮັກສາກົດບັນຍັດຂອງ^ພຣະເຈົ້າ ແລະຄວາມເຊື່ອຝ່າຍພຣະເຢຊູເຈົ້າ ກໍຕ້ອງໃຊ້ຄວາມ^ພຽນອົດທົນ.
[13] ແລະຂ້າພະເຈົ້າໄດ້ຍິນພຣະສຸລະສຽງຈາກສະຫວັນ ຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ‘ຄົນທັງຫລາຍທີ່ຕາຍໃນອົງພຣະ^ຜູ້^ເປັນເຈົ້າ ຕັ້ງແຕ່ນີ້ໄປກໍເປັນສຸກ.’” ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອພວກເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະການງານທີ່ພວກເຂົາໄດ້ເຮັດນັ້ນ ກໍຕິດຕາມພວກເຂົາໄປ.”
[14] ແລ້ວຂ້າພະເຈົ້າກໍໄດ້ຫລຽວເບິ່ງ ແລະເຫັນເມກສີຂາວ ເທິງເມກນັ້ນມີຜູ້ໜຶ່ງນັ່ງເໝືອນບຸດມະນຸດ ຫົວສວມມົງກຸດຄຳ ແລະມືຖືກ່ຽວດວງຄົມ.
[15] ໃນຂະນະນັ້ນ ມີເທວະດາຕົນໜຶ່ງອີກ ອອກມາຈາກພຣະວິຫານ ຮ້ອງສຽງດັງໃສ່ຜູ້ທີ່ນັ່ງຢູ່ເທິງເມກນັ້ນວ່າ, “ຈົ່ງໃຊ້ກ່ຽວຂອງ^ພຣະອົງກ່ຽວສາ ເພາະເຖິງເວລາກ່ຽວແລ້ວ. ດ້ວຍວ່າ, ຜົນທີ່ແຜ່ນດິນ^ໂລກ ກໍສຸກພໍເກັບກ່ຽວແລ້ວ.”
[16] ດັ່ງນັ້ນ ທ່ານທີ່ນັ່ງຢູ່ເທິງເມກ ຈຶ່ງແກວ່ງກ່ຽວລົງເທິງແຜ່ນດິນ^ໂລກ ແລະແຜ່ນດິນ^ໂລກກໍມີການເກັບກ່ຽວ.
[17] ແລ້ວຂ້າພະເຈົ້າກໍເຫັນເທວະດາຕົນໜຶ່ງອີກ ອອກມາຈາກພຣະວິຫານໃນສະຫວັນ ຖືກ່ຽວດວງຄົມເໝືອນກັນ.
[18] ໃນຂະນະນັ້ນ ມີເທວະດາຕົນອື່ນອີກ ລົງມາຈາກແທ່ນບູຊາ ເປັນຜູ້ມີໜ້າທີ່ກຳກັບໄຟ, ເທວະດາຕົນນີ້ໄດ້ຮ້ອງສຽງດັງ ບອກເທວະດາຕົນທີ່ຖືກ່ຽວດວງຄົມນັ້ນວ່າ, “ຈົ່ງໃຊ້ກ່ຽວດວງຄົມຂອງທ່ານ ກ່ຽວພວງໝາກອະງຸ່ນ ຈາກສວນອະງຸ່ນທີ່ແຜ່ນດິນ^ໂລກ ເພາະໝາກອະງຸ່ນສຸກແລ້ວ.”
[19] ດັ່ງນັ້ນ ເທວະດາຕົນນັ້ນ ຈຶ່ງແກວ່ງກ່ຽວລົງມາເທິງແຜ່ນດິນ^ໂລກ ເກັບກ່ຽວຜົນໝາກອະງຸ່ນຈາກເຄືອອະງຸ່ນ ແລະຖິ້ມໃສ່ອ່າງຢຽບໝາກອະງຸ່ນແຫ່ງຄວາມ^ໂກດຮ້າຍຂອງ^ພຣະເຈົ້າ.
[20] ອ່າງຢຽບໝາກອະງຸ່ນນັ້ນຕັ້ງຢູ່ນອກເມືອງ ແລະເລືອດກໍໄຫລອອກມາຈາກອ່າງຢຽບໝາກອະງຸ່ນນັ້ນ ເລິກເກືອບເຖິງສອງແມັດ ແລະເປັນສາຍນໍ້າຍາວປະມານສາມຮ້ອຍກິໂລແມັດ.