[1] ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນເທວະດາສີ່ຕົນ ຢືນຢູ່ໃນທິດທັງສີ່ຂອງ^ແຜ່ນດິນ^ໂລກ ຫ້າມລົມທັງສີ່ທິດບໍ່ໃຫ້ພັດໃສ່ແຜ່ນດິນ ຫລືໃສ່ທະເລ ຫລືໃສ່ຕົ້ນໄມ້ໃດໆ.
[2] ແລະຂ້າພະເຈົ້າໄດ້ເຫັນເທວະດາອີກຕົນໜຶ່ງ ປາກົດຂຶ້ນຈາກທິດຕາເວັນອອກ ຖືຕາປະທັບຂອງ^ພຣະເຈົ້າອົງຊົງພຣະຊົນຢູ່. ເທວະດາຕົນນັ້ນ ໄດ້ຮ້ອງສຽງດັງໃສ່ເທວະດາທັງສີ່ ຜູ້ທີ່ພຣະເຈົ້າໃຫ້ມີສິດອຳນາດທຳລາຍແຜ່ນດິນ^ໂລກແລະທະເລນັ້ນ.
[3] ເທວະດາຕົນນັ້ນກ່າວວ່າ, “ຢ່າທຳລາຍແຜ່ນດິນ ທະເລ ຫລືຕົ້ນໄມ້ ຈົນກວ່າເຮົາຈະປະທັບຕາ ໃສ່ໜ້າຜາກຂອງ^ບັນດາຜູ້ຮັບໃຊ້ຂອງ^ພຣະເຈົ້າຂອງ^ພວກເຮົາເສຍກ່ອນ.”
[4] ແລະຂ້າພະເຈົ້າໄດ້ຍິນວ່າ ຈຳນວນຜູ້ທີ່ໄດ້ຮັບການປະທັບຕາຂອງ^ພຣະເຈົ້າໃສ່ໜ້າຜາກນັ້ນ ມີແສນ^ສີ່ໝື່ນ^ສີ່ພັນຄົນ. ຄົນເຫລົ່ານີ້ມາຈາກສິບສອງຕະກຸນໃນພວກອິດສະຣາເອນ.
[5] ຈາກຕະກຸນ^ຢູດາ ມີໜຶ່ງໝື່ນ^ສອງພັນຄົນ ຈາກຕະກຸນ^ຣູເບັນ ມີໜຶ່ງໝື່ນ^ສອງພັນຄົນ ຈາກຕະກຸນ^ກາດ ມີໜຶ່ງໝື່ນ^ສອງພັນຄົນ
[6] ຈາກຕະກຸນ^ອາເຊ ມີໜຶ່ງໝື່ນ^ສອງພັນຄົນ ຈາກຕະກຸນ^ເນັບທາລີ ມີໜຶ່ງໝື່ນ^ສອງພັນຄົນ ຈາກຕະກຸນ^ມານາເຊ ມີໜຶ່ງໝື່ນ^ສອງພັນຄົນ
[7] ຈາກຕະກຸນ^ຊີເມໂອນ ມີໜຶ່ງໝື່ນ^ສອງພັນຄົນ ຈາກຕະກຸນ^ເລວີ ມີໜຶ່ງໝື່ນ^ສອງພັນຄົນ ຈາກຕະກຸນ^ອິດຊະຄາ ມີໜຶ່ງໝື່ນ^ສອງພັນຄົນ
[8] ຈາກຕະກຸນ^ເຊບູໂລນ ມີໜຶ່ງໝື່ນ^ສອງພັນຄົນ ຈາກຕະກຸນ^ໂຢເຊັບ ມີໜຶ່ງໝື່ນ^ສອງພັນຄົນ ຈາກຕະກຸນ^ເບັນຢາມິນ ມີໜຶ່ງໝື່ນ^ສອງພັນຄົນ
[9] ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນປະຊາຊົນຫລວງຫລາຍຈົນນັບບໍ່ຖ້ວນ, ພວກເຫລົ່ານີ້ ມາຈາກທຸກປະເທດ, ທຸກເຜົ່າ, ທຸກຊົນຊາດ, ທຸກພາສາ, ຄົນເຫລົ່ານີ້ນຸ່ງເສື້ອຄຸມສີຂາວ ຖືກ້ານຕານຢືນຢູ່ຕໍ່ໜ້າບັນລັງ ແລະ ຊ້ອງໜ້າພຣະ^ເມສານ້ອຍ.
[10] ພວກເຂົາເປັ່ງສຽງຮ້ອງວ່າ, “ຄວາມ^ລອດພົ້ນຂຶ້ນຢູ່ກັບພຣະເຈົ້າຂອງ^ພວກເຮົາ ຜູ້ຊົງປະທັບຢູ່ເທິງພຣະຣາຊບັນລັງ ແລະ ຂຶ້ນກັບພຣະ^ເມສານ້ອຍ”
[11] ແລະເທວະດາທັງປວງທີ່ຢືນອ້ອມພຣະຣາຊບັນລັງ ອ້ອມພວກອາວຸໂສ ອ້ອມສິ່ງທີ່ມີ^ຊີວິດທັງສີ່ນັ້ນ ໄດ້ພາກັນກົ້ມຂາບລົງຊ້ອງໜ້າພຣະບັນລັງ ແລະນະມັດສະການພຣະເຈົ້າ
[12] ໂດຍກ່າວວ່າ, “ອາແມນ ຄຳສັນລະເສີນ, ສະຫງ່າຣາສີ, ສະຕິປັນຍາ, ຄຳໂມທະນາຂອບພຣະຄຸນ, ກຽດຕິຍົດ, ຣິດອຳນາດ ແລະຣິດເດດ ຈົ່ງເປັນຂອງ^ພຣະເຈົ້າຂອງ^ພວກຂ້ານ້ອຍຕະຫລອດຊົ່ວ^ນິຣັນດອນເທີ້ນ ອາແມນ.”
[13] ແລ້ວຜູ້ໜຶ່ງໃນພວກອາວຸໂສ ໄດ້ຖາມຂ້າພະເຈົ້າວ່າ, “ພວກທີ່ນຸ່ງເສື້ອຄຸມສີຂາວນັ້ນແມ່ນໃຜ ແລະມາຈາກໃສ?”
[14] ຂ້າພະເຈົ້າໄດ້ຕອບຜູ້ນັ້ນວ່າ, “ທ່ານເອີຍ, ທ່ານເອງກໍຮູ້ຢູ່ແລ້ວ.” ຜູ້ນັ້ນຈຶ່ງບອກຂ້າພະເຈົ້າວ່າ, “ຄົນເຫລົ່ານີ້ ແມ່ນພວກທີ່ໄດ້ຜ່ານການຖືກຂົ່ມເຫັງຢ່າງໜັກ ພວກເຂົາໄດ້ຊຳລະເສື້ອລ່າມຂອງ^ພວກເຂົາໃຫ້ຂາວສະອາດ ດ້ວຍເລືອດຂອງ^ພຣະ^ເມສານ້ອຍ.
[15] ດັ່ງນັ້ນ ພວກເຂົາຈຶ່ງໄດ້ຢືນຢູ່ຕໍ່ໜ້າພຣະຣາຊບັນລັງຂອງ^ພຣະເຈົ້າ ແລະບົວລະບັດຮັບໃຊ້ພຣະອົງໃນພຣະວິຫານ ທັງກາງເວັນແລະກາງຄືນ ແລະພຣະອົງຜູ້ທີ່ປະທັບຢູ່ເທິງພຣະຣາຊບັນລັງນັ້ນ ຈະຊົງສະຖິດຢູ່ນຳແລະປົກປ້ອງຄຸ້ມຄອງພວກເຂົາ.
[16] ພວກເຂົາຈະບໍ່ອຶດເຂົ້າ^ຢາກນໍ້າອີກຕໍ່ໄປຈັກເທື່ອ, ຕາເວັນຫລືແສງ^ແດດອັນຮ້ອນກ້າ ຈະບໍ່ເຜົາໄໝ້ພວກເຂົາ,
[17] ເພາະພຣະ^ເມສານ້ອຍທີ່ປະທັບຢູ່ທ່າມກາງພຣະຣາຊບັນລັງນັ້ນ ຈະເປັນພຣະຜູ້ລ້ຽງຂອງ^ພວກເຂົາ. ພຣະອົງຈະຊົງນຳພວກເຂົາໄປເຖິງບໍ່^ນໍ້າພຸແຫ່ງຊີວິດ. ແລະພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງ^ພວກເຂົາ.”