Skip to content
Opens in a new window
Listen to this chapter • 3:38

[1] ມີ​ໝາຍສຳຄັນ​ອັນ​ໃຫຍ່​ປາກົດ​ຂຶ້ນ​ໃນ​ສະຫວັນ ຄື​ຍິງ​ຜູ້ໜຶ່ງ ມີ​ດວງອາທິດ​ປົກຄຸມ​ຕົວ​ເໝືອນ​ນຸ່ງ​ເສື້ອຜ້າ ມີ​ດວງເດືອນ​ຢູ່​ໃຕ້​ຕີນ ແລະ​ມີ​ດາວ​ສິບສອງ​ດວງ​ເປັນ​ມົງກຸດ​ສວມ​ຢູ່​ເທິງ​ຫົວ.

[2] ຍິງ​ນັ້ນ​ມີ​ທ້ອງ​ແລະ​ຮ້ອງ​ຄາງ​ເຈັບປວດ​ຢູ່ ກຳລັງ​ຈະ​ເກີດ​ລູກ.

[3] ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ປາກົດ​ໃນ​ສະຫວັນ​ດັ່ງນີ້: ມີ​ພະຍານາກ​ໃຫຍ່​ສີແດງ​ໂຕໜຶ່ງ ມີ​ເຈັດ​ຫົວ ສິບ​ເຂົາ ຢູ່​ເທິງ​ຫົວ​ນັ້ນ​ມີ​ມົງກຸດ​ເຈັດ​ອັນ.

[4] ຫາງ​ພະຍານາກ ໄດ້​ຟາດ​ດວງດາວ​ໃນ​ທ້ອງຟ້າ ໜຶ່ງ^ສ່ວນ^ສາມ​ລົງ​ໃສ່​ແຜ່ນດິນ^ໂລກ ແລະ​ພະຍານາກ​ໂຕ​ນັ້ນ ຢືນ​ຢູ່​ຕໍ່ໜ້າ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ ເພື່ອ​ຈະ​ກິນ​ລູກ​ນັ້ນ​ເມື່ອ​ເກີດ​ແລ້ວ.

[5] ແມ່ຍິງ​ນັ້ນ ໄດ້​ເກີດ​ລູກຊາຍ ຜູ້​ຊຶ່ງ​ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄ້ອນເຫລັກ ແລະ​ລູກ​ນັ້ນ​ໄດ້​ຖືກ​ຊົງ​ຍົກ​ຂຶ້ນ​ເມືອ​ເຖິງ​ພຣະເຈົ້າ ແລະ​ເຖິງ​ພຣະ^ຣາຊບັນລັງ​ຂອງ^ພຣະອົງ.

[6] ຝ່າຍ​ແມ່ຍິງ​ນັ້ນ ໄດ້​ປົບໜີ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ຖິ່ນ^ແຫ້ງແລ້ງ^ກັນດານ ມາ​ຍັງ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ ເພື່ອ​ວ່າ​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ທີ່​ນັ້ນ ໃນ​ລະຫວ່າງ​ພັນ​ສອງຮ້ອຍ^ຫົກສິບ​ວັນ.

[7] ຂະນະ​ນັ້ນ ໄດ້​ເກີດ​ສົງຄາມ​ຂຶ້ນ​ໃນ​ຟ້າ​ສະຫວັນ ມີກາເອນ​ແລະ​ຝູງ​ເທວະດາ​ຝ່າຍ​ຕົນ ໄດ້​ຕໍ່ສູ້​ກັບ​ພະຍານາກ ຝ່າຍ​ພະຍານາກ​ແລະ​ຝູງ​ບໍລິວານ​ຂອງ^ມັນ​ກໍໄດ້​ຕໍ່ສູ້​ຄືນ,

[8] ແຕ່​ພະຍານາກ​ໄດ້​ປະລາໄຊ. ສະນັ້ນ ມັນ​ກັບ​ຝູງ​ບໍລິວານ​ຂອງ^ມັນ​ຈຶ່ງ​ບໍ່ມີ​ບ່ອນ​ຢູ່​ໃນ​ສະຫວັນ​ອີກ​ຕໍ່ໄປ.

[9] ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ^ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ^ໂລກ.

[10] ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ບັດນີ້​ຄວາມ^ລອດພົ້ນ ຣິດເດດ ແລະ​ຣາຊອານາຈັກ​ແຫ່ງ​ພຣະເຈົ້າ​ຂອງ^ເຮົາ^ທັງຫລາຍ ກັບ​ທັງ​ຣິດອຳນາດ​ພຣະຄຣິດ​ຂອງ^ພຣະອົງ​ໄດ້​ມາ​ເຖິງ​ແລ້ວ ເພາະວ່າ​ຜູ້​ທີ່​ກ່າວໂທດ​ພວກ​ພີ່ນ້ອງ​ຂອງເຮົາ ຕໍ່​ພຣະພັກ​ພຣະເຈົ້າ​ຂອງເຮົາ ທັງ​ກາງເວັນ​ແລະ​ກາງຄືນ​ນັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ເສຍ​ແລ້ວ.

[11] ເຂົາ​ເຫລົ່ານັ້ນ​ໄດ້​ຊະນະ​ພະຍານາກ​ແລ້ວ ດ້ວຍ​ພຣະ^ໂລຫິດ​ຂອງ^ພຣະ^ເມສານ້ອຍ ແລະ​ເພາະ​ຄຳ​ພະຍານ​ຂອງ^ພວກເຂົາ​ເອງ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຕາຍ​ກໍ​ບໍ່​ເສຍ​ດາຍ​ຊີວິດ​ຂອງຕົນ.

[12] ເພາະ​ເຫດ​ນັ້ນ​ແຫລະ ສະຫວັນ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ ຈົ່ງ​ຊື່ນຊົມ​ຍິນດີ ແຕ່​ວິບັດ​ຈະ​ມີ​ແກ່​ແຜ່ນດິນ^ໂລກ​ແລະ​ນໍ້າ​ທະເລ ເພາະວ່າ​ມານຮ້າຍ​ໄດ້​ລົງ​ມາ​ຫາ​ເຈົ້າ​ດ້ວຍ​ຄວາມ^ຄຽດແຄ້ນ​ອັນ^ໃຫຍ່ ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ^ມັນ​ມີ​ໜ້ອຍ.”

[13] ເມື່ອ​ພະຍານາກ​ເຫັນ​ວ່າ ຕົນ​ໄດ້​ຖືກ​ຖິ້ມ​ລົງ​ມາ​ຍັງ​ແຜ່ນດິນ^ໂລກ​ແລ້ວ ມັນ​ກໍ​ເລີ່ມ​ຕາມ​ຫາ​ຍິງ​ທີ່​ໄດ້​ເກີດ​ລູກຊາຍ​ນັ້ນ.

[14] ແຕ່​ຍິງ​ຜູ້​ນີ້​ໄດ້​ຮັບ​ປີກ​ສອງ​ອັນ​ຂອງ^ນົກອິນຊີ​ໃຫຍ່ ເພື່ອ​ຈະ​ໄດ້​ບິນ​ໜີໄປ​ຍັງ​ບ່ອນ​ຂອງ^ນາງ​ໃນ​ຖິ່ນ^ແຫ້ງແລ້ງ^ກັນດານ ບ່ອນ​ທີ່​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ສາມ​ປີ​ເຄິ່ງ ປອດໄພ​ຈາກ​ການ​ໂຈມຕີ​ຂອງ^ພະຍານາກ.

[15] ພະຍານາກ​ນັ້ນ ໄດ້​ພົ່ນ​ນໍ້າ​ອອກ​ຈາກ​ປາກ​ເໝືອນ​ແມ່ນໍ້າ ໄຫລ​ຕາມ​ຍິງ​ນັ້ນ ເພື່ອ​ຈະ​ໃຫ້​ພັດ​ຍິງ​ນັ້ນ​ໄປ,

[16] ແຕ່​ແຜ່ນດິນ^ໂລກ​ໄດ້​ຊ່ວຍ​ນາງ​ໄວ້ ດ້ວຍ​ການ​ຍະ​ອອກ​ກືນ​ກິນ​ນໍ້າ ທີ່​ພະຍານາກ​ໄດ້​ໃຊ້​ປາກ​ພົ່ນ​ອອກ​ມາ​ນັ້ນ.

[17] ຝ່າຍ​ພະຍານາກ​ກໍ​ຄຽດແຄ້ນ​ຢ່າງ​ໃຫຍ່​ໃຫ້​ຍິງ​ນັ້ນ ແລະ​ອອກ​ໄປ​ຕໍ່ສູ້​ກັບ​ເຊື້ອສາຍ​ຂອງ^ນາງ​ທີ່​ເຫລືອ​ຢູ່ ຄື​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ຂອງ^ພຣະເຈົ້າ ແລະ​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.

[18] ຝ່າຍ​ພະຍານາກ​ກໍໄດ້​ຢືນ ຢູ່​ທີ່​ຫາດຊາຍ​ແຄມ​ທະເລ.

ພຣະນິມິດ — Chapters