Skip to content
Opens in a new window
Listen to this chapter • 7:41

[1] ຈາກ ຢູດາ ຜູ້ຮັບໃຊ້​ຂອງ^ພຣະເຢຊູ^ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ^ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ^ພຣະບິດາເຈົ້າ ແລະ​ໃນ​ຄວາມ^ປ້ອງກັນ​ຮັກສາ​ຂອງ^ພຣະເຢຊູ^ຄຣິດເຈົ້າ.

[2] ຂໍ​ໃຫ້​ຄວາມ^ເມດຕາ ສັນຕິສຸກ ແລະ​ຄວາມຮັກ ຈົ່ງ​ມີ​ເພີ່ມ​ທະວີຄູນ​ແກ່​ພວກເຈົ້າ​ຢ່າງ​ເຕັມລົ້ນ​ເທີ້ນ.

[3] ເພື່ອນ​ທີ່ຮັກ​ຂອງເຮົາ^ເອີຍ, ເຮົາ​ອົດສາ​ພະຍາຍາມ​ຢ່າງ​ສຸດ​ຄວາມ^ສາມາດ ເພື່ອ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ກ່ຽວກັບ​ເລື່ອງ​ຄວາມ^ພົ້ນ​ທີ່​ພວກເຮົາ​ມີ​ຢູ່​ຮ່ວມ​ກັນ ເມື່ອ​ເຮົາ​ເຫັນ​ມີ​ຄວາມ^ຈຳເປັນ​ທີ່​ຈະ​ຕ້ອງ​ຂຽນ​ມາ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ^ພຣະອົງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ.

[4] ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ເລື່ອງ​ພຣະຄຸນ​ພຣະເຈົ້າ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ^ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ^ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງພຣະ^ຜູ້^ເປັນເຈົ້າ​ແຕ່​ອົງ​ດຽວ​ຂອງ^ພວກເຮົາ. ພຣະຄຳພີ​ໄດ້​ບົ່ງ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.

[5] ເຖິງ​ແມ່ນ​ວ່າ ພວກເຈົ້າ​ຮູ້​ຂໍ້​ຄວາມ^ເຫລົ່ານີ້​ດີ​ແລ້ວ​ກໍຕາມ ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ​ອົງພຣະ^ຜູ້^ເປັນເຈົ້າ ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ປະເທດ​ເອຢິບ​ຢ່າງ​ໃດ, ແຕ່​ຫລັງຈາກ​ນັ້ນ​ມາ​ໄດ້​ທຳລາຍ​ຄົນ​ເຫລົ່ານີ້ ທີ່​ບໍ່​ເຊື່ອ​ໃນ​ພຣະອົງ​ເສຍ.

[6] ຈົ່ງ​ຈົດຈຳ​ບັນດາ​ເທວະດາ ທີ່​ບໍ່​ຢູ່​ໃນ​ຂອບເຂດ​ແຫ່ງ​ສິດ​ອຳນາດ​ຂອງຕົນ, ແຕ່​ໄດ້​ປະຖິ້ມ​ບ່ອນ​ຢູ່​ອາໄສ​ຂອງ^ຕົນເອງ ພວກເຂົາ​ໄດ້​ຖືກ​ປະ​ໄວ້​ໃນ​ຄວາມມືດ​ເບື້ອງ​ລຸ່ມ, ຖືກ​ລ່າມໂສ້​ໄວ້​ຕະຫລອດໄປ​ສຳລັບ​ວັນ​ຍິ່ງໃຫຍ່​ທີ່​ຈະ​ມີ​ການ​ຕັດສິນ​ລົງໂທດ.

[7] ເໝືອນ​ດັ່ງ​ເມືອງ^ໂຊໂດມ​ແລະ​ໂກໂມຣາ ພ້ອມ​ທັງ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຊຶ່ງ​ຊາວ​ເມືອງ​ເຫລົ່ານີ້ ໄດ້​ປະພຶດ​ເໝືອນ​ດັ່ງ​ພວກ​ເທວະດາ​ເຫລົ່ານັ້ນ​ໄດ້​ປະພຶດ ແລະ​ມົ້ວສຸມ​ຢູ່​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ແລະ​ຣາຄະ^ຕັນຫາ. ພວກເຂົາ​ຕ້ອງ​ຖືກ​ໂທດ​ຢູ່​ໃນ​ບຶງໄຟ ທີ່​ໄໝ້​ຢູ່​ຕະຫລອດໄປ^ເປັນນິດ.

[8] ເຖິງປານນັ້ນ ພວກ​ເຫລົ່ານີ້​ກໍ​ຍັງ​ມົວ​ຝັນ ເຮັດ​ໃຫ້​ຮ່າງກາຍ​ຂອງຕົນ​ຊົ່ວ^ມົວໝອງ, ພວກເຂົາ​ໝິ່ນປະໝາດ​ສິດ​ອຳນາດ​ຂອງ^ພຣະເຈົ້າ ແລະ​ດ່າວ່າ​ບັນດາ​ຜູ້​ມີ​ກຽດ​ສັກສີ​ຢູ່​ເບື້ອງ​ເທິງ.

[9] ແມ່ນແຕ່​ມີກາເອນ ຜູ້​ເປັນ​ນາຍ​ເທວະດາ ໃນ​ການ​ຜິດຖຽງ​ຂອງ^ເພິ່ນ​ກັບ​ມານຮ້າຍ ທັງສອງ​ໄດ້​ຖົກຖຽງ​ກັນ​ໃນ​ເລື່ອງ​ສົບ​ຂອງ^ໂມເຊ ມີກາເອນ​ບໍ່ໄດ້​ກ່າວໂທດ​ມານຮ້າຍ​ດ້ວຍ​ຄຳ​ເວົ້າ​ທີ່​ຫຍາບ​ຊ້າ ແຕ່​ໄດ້​ກ່າວ​ວ່າ, “ຂໍ​ອົງພຣະ^ຜູ້^ເປັນເຈົ້າ​ເປັນ​ຜູ້​ຕິຕຽນ​ເຈົ້າ​ເທີ້ນ”

[10] ແຕ່​ພວກ​ເຫລົ່ານີ້ ກ່າວ​ໂຈມຕີ​ດ້ວຍ​ຄຳ​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ພວກເຂົາ​ບໍ່​ເຂົ້າໃຈ ແລະ​ສິ່ງ​ທີ່​ພວກເຂົາ​ຮູ້ຈັກ ດ້ວຍ​ຄວາມ^ຮູ້ສຶກ​ຕາມ​ນິໄສ ເໝືອນ​ດັ່ງ​ສັດຮ້າຍ​ທີ່​ບໍ່ມີ​ຄວາມ^ຄິດ ອັນ​ເປັນ​ເຫດ​ນຳ​ຄວາມ^ຈິບຫາຍ​ມາ​ສູ່​ພວກເຂົາ​ເອງ.

[11] ວິບັດ ຈົ່ງ​ມີ​ແກ່​ພວກເຂົາ ເພາະ​ພວກເຂົາ​ໄດ້​ຕິດຕາມ​ທາງ​ຂອງ^ກາອິນ​ໄປ ແລະ​ເພື່ອ​ເຫັນແກ່​ສິນຈ້າງ^ລາງວັນ ພວກເຂົາ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ຜິດ ເໝືອນ​ດັ່ງ​ທີ່​ບາລາອາມ​ໄດ້​ເຮັດ ແລະ​ພວກເຂົາ​ໄດ້​ຈິບຫາຍ​ໄປ ດ້ວຍ​ການ​ກະບົດ​ຕາມ​ຢ່າງ​ຂອງ^ໂກຣາ.

[12] ຄວາມ^ປະພຶດ​ຂອງ^ພວກເຂົາ​ກໍ​ເປັນ​ເລື່ອງ​ອັບອາຍ ເມື່ອ​ຮ່ວມ​ພາເຂົ້າ​ສາມັກຄີ​ກັບ​ພວກເຈົ້າ ບ່ອນ​ທີ່​ພວກເຂົາ​ກິນລ້ຽງ​ມ່ວນຊື່ນ​ຢ່າງ​ເຖິງ^ໃຈ​ນຳ​ກັນ ໂດຍ​ບໍ່ມີ​ຄວາມ^ລະອາຍ. ພວກເຂົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ລ້ຽງ​ແຕ່​ຕົນເອງ ເປັນ​ດັ່ງ​ກ້ອນ​ເມກ​ທີ່​ບໍ່ມີ​ຝົນ ຊຶ່ງ​ໄຫລ​ໄປ​ຕາມ​ລົມ ເປັນ​ດັ່ງ​ຕົ້ນໄມ້​ທີ່​ບໍ່​ເກີດ​ໝາກ ແມ່ນແຕ່​ໃນ​ລະດູ​ໃບໄມ້ລົ່ນ ເປັນ​ດັ່ງ​ຕົ້ນໄມ້​ທີ່​ຕາຍໄປ​ສອງ​ເທື່ອ ແລະ​ຖືກ​ຖອນ​ອອກ​ທັງ​ຮາກ.

[13] ພວກເຂົາ​ເປັນ​ດັ່ງ​ຄື້ນ^ຟອງ​ນໍ້າ​ອັນ​ຮ້າຍແຮງ​ໃນ​ມະຫາສະໝຸດ ທີ່​ພົ່ນ​ການ​ກະທຳ​ອັນ​ໜ້າລະອາຍ​ຂອງຕົນ​ອອກ​ມາ​ຄື​ດັ່ງ​ປູມປວກ. ເປັນ​ດັ່ງ​ດາວ​ລ່ອງລອຍ​ນອກ​ວົງ^ໂຄຈອນ ທີ່​ຊົງ​ຈັດຕຽມ​ບ່ອນ​ໜຶ່ງ​ໄວ້​ຖ້າ​ແລ້ວ ໃນ​ຄວາມມືດ​ອັນ​ໜາຕຶບ​ນິຣັນດອນ.

[14] ແມ່ນແຕ່​ເອນົກ ເຊື້ອສາຍ​ຜູ້​ທີ​ເຈັດ​ນັບ​ຈາກ​ອາດາມ ກໍໄດ້​ທຳນວາຍ​ໄວ້​ລ່ວງໜ້າ​ແລ້ວ ເຖິງ​ຄົນ​ເຫລົ່ານີ້​ວ່າ, “ອົງພຣະ^ຜູ້^ເປັນເຈົ້າ​ຈະ​ສະເດັດ​ມາ ພ້ອມ​ຝູງ​ເທວະດາ​ຕົນ​ບໍຣິສຸດ​ຂອງ^ພຣະອົງ​ນັບ​ເປັນ​ໝື່ນໆ,

[15] ເພື່ອ​ຈະ​ນຳ​ເອົາ​ການ​ຕັດສິນ​ມາ​ສູ່​ທຸກໆ​ຄົນ ຄື​ລົງໂທດ​ທຸກຄົນ ສຳລັບ​ການ​ກະທຳ​ຊົ່ວ​ທຸກຢ່າງ ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ການ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ສຳລັບ​ຄຳ​ຫຍາບຊ້າ​ທຸກໆ​ຄຳ ທີ່​ຄົນ​ເຫລົ່ານັ້ນ​ໄດ້​ກ່າວ​ໃສ່ຮ້າຍ​ພຣະອົງ.”

[16] ຄົນ​ເຫລົ່ານີ້ ເປັນ​ຄົນ​ມັກຈົ່ມ^ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ^ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.

[17] ບັນດາ​ເພື່ອນ​ທີ່ຮັກ​ຂອງເຮົາ^ເອີຍ, ຈົ່ງ​ຈົດຈຳ​ຖ້ອຍຄຳ ທີ່​ພວກ​ອັກຄະສາວົກ​ຂອງ^ອົງ​ພຣະເຢຊູ^ຄຣິດເຈົ້າ​ຂອງ^ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ແລ້ວ.

[18] ພວກເພິ່ນ​ໄດ້​ບອກ​ພວກທ່ານ​ວ່າ, “ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ຫລາຍ​ຄົນ​ເຢາະເຢີ້ຍ​ພວກທ່ານ ແລະ​ພວກເຂົາ​ຈະ​ເຮັດ​ຕາມ​ຄວາມ^ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ ໂດຍ​ບໍ່​ຢຳເກງ​ພຣະເຈົ້າ.”

[19] ແມ່ນ​ພວກ​ຄົນ​ເຫລົ່ານີ້​ແຫລະ ທີ່​ສ້າງ​ຄວາມ^ແຕກແຍກ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຝ່າຍ​ເນື້ອໜັງ ແລະ​ບໍ່ມີ​ພຣະວິນຍານ.

[20] ບັນດາ​ເພື່ອນ​ທີ່ຮັກ​ຂອງເຮົາ^ເອີຍ, ຈົ່ງ​ສ້າງ​ຕົວ​ເອງ​ຂຶ້ນ​ເທິງ​ຄວາມເຊື່ອ​ອັນ​ບໍຣິສຸດ​ຂອງ^ພວກເຈົ້າ, ຈົ່ງ​ພາວັນນາ^ອະທິຖານ​ໃນ​ຣິດອຳນາດ​ຂອງ^ພຣະວິນຍານ​ບໍຣິສຸດເຈົ້າ.

[21] ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມຮັກ​ຂອງ^ພຣະເຈົ້າ ຄອຍຖ້າ​ພຣະ​ກະຣຸນາ​ຂອງ^ອົງ​ພຣະເຢຊູ^ຄຣິດເຈົ້າ​ຂອງ^ພວກເຮົາ ຈົນກວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ.

[22] ຈົ່ງ​ສະແດງ​ຄວາມ^ເມດຕາ​ຕໍ່​ຜູ້​ທີ່​ຍັງ​ສົງໄສ.

[23] ຈົ່ງ​ຍາດ​ເອົາ​ບາງຄົນ​ໃຫ້​ພົ້ນ ດ້ວຍ​ດຶງ​ເຂົາ​ອອກ​ຈາກ​ໄຟ, ຈົ່ງ​ເມດຕາ​ອີກ​ບາງຄົນ ດ້ວຍ​ຄວາມ^ຈຽມຕົວ ແລະ​ຈົ່ງ​ໜ່າຍຊັງ​ຍັງ​ເສື້ອຜ້າ​ທີ່​ເປື້ອນເປິ​ດ້ວຍ​ຣາຄະ^ຕັນຫາ.

[24] ອັນ​ໜຶ່ງ ຈົ່ງ​ມີ​ພຣະກຽດ, ພຣະ^ເດຊານຸພາບ, ພຣະ^ອານຸພາບ ແລະ​ສັກດາ^ນຸພາບ​ແດ່​ພຣະອົງ ຜູ້​ທີ່​ສາມາດ​ປ້ອງກັນ​ຮັກສາ​ພວກເຈົ້າ​ໄວ້​ບໍ່​ໃຫ້​ສະດຸດ​ລົ້ມ​ລົງ ແລະ​ນຳ​ພວກເຈົ້າ​ມາ​ຢູ່​ຊ້ອງ​ພຣະພັກ​ອັນ​ສະຫງ່າຣາສີ​ຂອງ^ພຣະອົງ ຢ່າງ​ຜູ້​ທີ່​ບໍ່ມີ​ຄວາມຜິດ ແຕ່​ມີ​ຄວາມ^ຍິນດີ​ອັນ​ເຫລືອລົ້ນ.

[25] ແດ່​ພຣະເຈົ້າ​ອົງ​ດຽວ ອົງ​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ^ເຮົາ​ທັງຫລາຍ ໂດຍ​ພຣະເຢຊູ^ຄຣິດເຈົ້າ ອົງພຣະ^ຜູ້^ເປັນເຈົ້າ​ຂອງ^ພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະ​ຣິດອຳນາດ ຈົ່ງ​ມີ​ແດ່​ພຣະອົງ​ທັງ​ໃນ​ອະດີດ, ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ຊົ່ວ^ນິຣັນດອນ ອາແມນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -