[1] ເມື່ອເທວະດາຕົນທີຫ້າເປົ່າແກຂຶ້ນ, ຂ້າພະເຈົ້າໄດ້ເຫັນດາວດວງໜຶ່ງຕົກຈາກທ້ອງຟ້າ ລົງມາຍັງແຜ່ນດິນ^ໂລກ, ດາວດວງນີ້ ໄດ້ຮັບກະແຈສຳລັບປ່ອງເຫວເລິກ.
[2] ດາວນັ້ນໄດ້ເປີດປ່ອງເຫວເລິກອອກ ແລະຄວັນໄຟກໍພຸ່ງອອກມາຈາກເຫວນັ້ນ ເໝືອນດັ່ງຄວັນໄຟຈາກເຕົາຫລອມໃຫຍ່ ດວງຕາເວັນ ແລະອາກາດກໍມືດໄປ ເພາະຄວັນທີ່ຂຶ້ນມາຈາກເຫວເລິກນັ້ນ.
[3] ມີຝູງຕັກແຕນບິນອອກຈາກຄວັນໄຟນັ້ນ ມາສູ່ແຜ່ນດິນ^ໂລກ ແລະພວກມັນໄດ້ຮັບອຳນາດ ເໝືອນກັບອຳນາດຂອງ^ແມງງອດ.
[4] ພຣະເຈົ້າຊົງຫ້າມມັນບໍ່ໃຫ້ມັນທຳລາຍຫຍ້າເທິງແຜ່ນດິນ^ໂລກ ສິ່ງຂຽວສົດ ຫລືຕົ້ນໄມ້ໃດໆ, ແຕ່ໃຫ້ທຳລາຍຄົນເຫລົ່ານັ້ນ ທີ່ບໍ່ມີຕາປະທັບຂອງ^ພຣະເຈົ້າທີ່ໜ້າຜາກຂອງ^ພວກເຂົາເທົ່ານັ້ນ.
[5] ພວກມັນບໍ່ໄດ້ຮັບອະນຸຍາດໃຫ້ຂ້າຄົນເຫລົ່ານັ້ນ, ແຕ່ໃຫ້ທໍລະມານພວກເຂົາພາຍໃນຫ້າເດືອນ ຄວາມ^ເຈັບປວດຂອງ^ການທໍລະມານນີ້ ເປັນເໝືອນຄວາມ^ເຈັບປວດຂອງ^ແມງງອດຕອດ.
[6] ໃນໄລຍະຫ້າເດືອນນັ້ນ ຄົນທັງຫລາຍຈະຊອກຫາຄວາມ^ຕາຍ, ແຕ່ຈະບໍ່ພົບຈັກເທື່ອ. ພວກເຂົາຢາກຈະຕາຍ, ແຕ່ຄວາມ^ຕາຍຈະປົບໜີໄປຈາກພວກເຂົາ.
[7] ຕັກແຕນເຫລົ່ານັ້ນ ມີລັກສະນະເໝືອນດັ່ງມ້າທີ່ຕຽມໄວ້ແລ້ວເພື່ອການຮົບເສິກ, ເທິງຫົວຂອງ^ພວກມັນມີສິ່ງໜຶ່ງເໝືອນກັບມົງກຸດຄຳ ແລະໜ້າຂອງ^ພວກມັນເໝືອນໜ້າມະນຸດ.
[8] ຜົມຂອງ^ພວກມັນເໝືອນຜົມແມ່ຍິງ ແລະແຂ້ວຂອງ^ພວກມັນເໝືອນແຂ້ວສິງ.
[9] ທີ່ໜ້າເອິກຂອງ^ພວກມັນມີສິ່ງໜຶ່ງເໝືອນແຜ່ນເຫລັກປ້ອງກັນໜ້າເອິກ, ສຽງປີກຂອງ^ພວກມັນເໝືອນສຽງລົດມ້າຈຳນວນຫລາຍຄັນ ທີ່ແລ່ນເຂົ້າສູ່ສະໜາມຮົບ.
[10] ພວກມັນມີຫາງຕອດເໝືອນຫາງແມງງອດ, ດ້ວຍຫາງນີ້ ພວກມັນມີອຳນາດທຳຮ້າຍມະນຸດພາຍໃນຫ້າເດືອນ.
[11] ພວກມັນມີກະສັດອົງໜຶ່ງຄຸ້ມຄອງ ກະສັດອົງນັ້ນ ຄືບໍລິວານຂອງ^ເຫວເລິກນັ້ນ ຕາມພາສາເຮັບເຣີເອີ້ນວ່າ ອາບັດໂດນ ຊື່ພາສາກຣີກເອີ້ນວ່າ ອາໂປລິໂອນ (ໝາຍຄວາມວ່າ “ຜູ້ທຳລາຍ”).
[12] ວິບັດຂັ້ນທຳອິດໄດ້ຜ່ານພົ້ນໄປແລ້ວ ຫລັງຈາກນີ້ ຍັງມີວິບັດສອງປະການຈະເກີດຂຶ້ນໃນພາຍໜ້າ.
[13] ເມື່ອເທວະດາຕົນທີຫົກໄດ້ເປົ່າແກຂຶ້ນ ຂ້າພະເຈົ້າໄດ້ຍິນສຽງດັງອອກມາຈາກເຂົາແຫລມ ທີ່ຢູ່ແຈທັງສີ່ຂອງ^ແທ່ນບູຊາຄຳ ທີ່ຕັ້ງຢູ່ຕໍ່ໜ້າພຣະເຈົ້າ.
[14] ສຽງນັ້ນສັ່ງເທວະດາຕົນທີຫົກທີ່ຖືແກນັ້ນວ່າ, “ຈົ່ງປົດປ່ອຍເທວະດາທັງສີ່ ທີ່ຖືກມັດໄວ້ໃກ້ແມ່ນໍ້າໃຫຍ່ ເອີຟຣັດ ນັ້ນເສຍ.”
[15] ເທວະດາເຫລົ່ານັ້ນ ເປັນພວກທີ່ພຣະເຈົ້າຕຽມໄວ້ສຳລັບໂມງ ມື້ ເດືອນ ແລະ ປີ ຊຶ່ງໄດ້ຖືກປ່ອຍໄປຂ້າມະນຸດ^ສະໂລກເສຍໜຶ່ງ^ສ່ວນ^ສາມ.
[16] ຂ້າພະເຈົ້າໄດ້ຍິນວ່າ ມີພົນທະຫານມ້າຢູ່ສອງຮ້ອຍລ້ານຄົນ.
[17] ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນດັ່ງນີ້ ມີຝູງມ້າແລະພວກຄົນຂີ່ມ້າ ເຄື່ອງປ້ອງກັນເອິກຂອງ^ພວກເຂົາເປັນສີແດງຄືໄຟ ເປັນສີຟ້າຄືນິນ^ສີຄາມ ແລະເປັນສີເຫລືອງຄືມາດ ຫົວຂອງ^ມ້າເຫລົ່ານັ້ນເໝືອນຫົວສິງ ມີໄຟ ມີຄວັນ ແລະ ມີມາດພຸ່ງອອກມາຈາກປາກຂອງ^ພວກມັນ.
[18] ໜຶ່ງ^ສ່ວນ^ສາມຂອງ^ມະນຸດ ໄດ້ຖືກຂ້າດ້ວຍໄພພິບັດສາມຢ່າງນີ້ ຄື: ໄຟ, ຄວັນ ແລະມາດ ທີ່ໄດ້ພຸ່ງອອກມາຈາກປາກຂອງ^ຝູງມ້ານັ້ນ.
[19] ດ້ວຍວ່າ, ຣິດເດດຂອງ^ມ້ານັ້ນ ມີຢູ່ໃນປາກແລະໃນຫາງຂອງ^ມັນເໝືອນກັນ. ຫາງຂອງ^ພວກມັນເປັນດັ່ງງູ ແລະມີຫົວຊຶ່ງພວກມັນໃຊ້ທຳຮ້າຍມະນຸດໄດ້.
[20] ມະນຸດທີ່ຍັງເຫລືອຢູ່ ເປັນພວກທີ່ບໍ່ໄດ້ຖືກຂ້າດ້ວຍໄພພິບັດເຫລົ່ານັ້ນ, ກໍຍັງບໍ່ໄດ້ກັບໃຈເສຍໃໝ່ ຈາກສິ່ງທີ່ພວກຕົນໄດ້ເຮັດນັ້ນ, ພວກເຂົາບໍ່ເຊົາບູຊາຜີມານຮ້າຍ ບູຊາຮູບເຄົາຣົບທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງເຫລືອງ, ດ້ວຍຫີນ ແລະດ້ວຍໄມ້ ຊຶ່ງບໍ່ສາມາດເຫັນໄດ້, ບໍ່ສາມາດໄດ້ຍິນ ແລະບໍ່ສາມາດຍ່າງໄປມາໄດ້.
[21] ພວກເຂົາບໍ່ໄດ້ກັບໃຈເສຍໃໝ່ ຈາກການຂ້າຟັນກັນ ການເຊື່ອເວດມົນ^ຄາຖາ, ການຜິດສິນທຳທາງເພດ ແລະການລັກຂອງ^ພວກຕົນ.