[1] ແລ້ວຂ້າພະເຈົ້າກໍໄດ້ເຫັນສັດຮ້າຍໂຕໜຶ່ງ ຂຶ້ນມາຈາກທະເລ ມັນມີສິບເຂົາກັບເຈັດຫົວ ແລະຢູ່ເທິງແຕ່ລະເຂົາມີມົງກຸດອັນໜຶ່ງ ແລະຢູ່ເທິງແຕ່ລະຫົວມີຊື່ເປັນຄຳໝິ່ນປະໝາດພຣະເຈົ້າ.
[2] ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນ ໂຕເໝືອນເສືອດາວ ຕີນເໝືອນຕີນໝີ ແລະປາກເໝືອນປາກສິງ ພະຍານາກໄດ້ໃຫ້ຣິດເດດ ແລະບັນລັງກັບອຳນາດອັນໃຫຍ່ຫລວງຂອງຕົນແກ່ສັດຮ້າຍນັ້ນ.
[3] ຫົວໜຶ່ງໃນບັນດາຫົວຂອງ^ສັດຮ້າຍ ເບິ່ງເໝືອນກັບວ່າ ຖືກຟັນເຖິງແກ່ຄວາມ^ຕາຍແລ້ວ, ແຕ່ບາດແຜອັນໜ້າຈະຕາຍນັ້ນ ໄດ້ຮັບການປິ່ນປົວໃຫ້ຫາຍດີແລ້ວ. ຄົນທັງໂລກຕ່າງກໍປະຫລາດ^ໃຈແລະໄດ້ຕິດຕາມສັດຮ້າຍໂຕນີ້.
[4] ພວກເຂົາບູຊາພະຍານາກ ເພາະມັນໄດ້ໃຫ້ອຳນາດແກ່ສັດຮ້າຍນັ້ນ ແລະພວກເຂົາໄດ້ບູຊາສັດຮ້າຍນັ້ນ ໂດຍກ່າວວ່າ, “ໃຜຈະປຽບປານກັບສັດນີ້ໄດ້ ແລະຜູ້ໃດຈະສາມາດສູ້ຮົບກັບສັດນີ້ໄດ້.”
[5] ພຣະເຈົ້າຊົງອະນຸຍາດໃຫ້ສັດນັ້ນມີປາກ ເວົ້າຄຳຈອງຫອງແລະໝິ່ນປະໝາດ ແລະຊົງໃຫ້ມັນມີອຳນາດເຮັດຢ່າງນັ້ນຕະຫລອດສີ່ສິບສອງເດືອນ.
[6] ມັນອ້າປາກເລີ່ມກ່າວຄຳໝິ່ນປະໝາດຕໍ່ພຣະເຈົ້າ ຕໍ່ພຣະນາມຂອງ^ພຣະອົງ ຕໍ່ທີ່ສະຖິດຂອງ^ພຣະອົງ ແລະຕໍ່ບັນດາຜູ້ທີ່ຢູ່ເທິງສະຫວັນທັງໝົດ.
[7] ແລະໄດ້ຊົງໃຫ້ມັນສູ້ຮົບກັບບັນດາໄພ່ພົນຂອງ^ພຣະເຈົ້າ ແລະຊະນະພວກເຂົາ ຍັງຊົງປະທານໃຫ້ມັນມີອຳນາດເໜືອທຸກຕະກຸນ, ທຸກຊົນຊາດ, ທຸກພາສາ ແລະທຸກປະເທດ.
[8] ບັນດາຄົນທັງປວງທີ່ຢູ່ໃນໂລກຈະບູຊາສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ຊົງສ້າງໂລກ ຄືທະບຽນພຣະ^ເມສານ້ອຍທີ່ຊົງຖືກຂ້າເສຍນັ້ນ.
[9] ຜູ້ໃດມີຫູຟັງ ຈົ່ງຟັງເອົາເທີ້ນ
[10] “ຜູ້ໃດທີ່ກຳນົດໄວ້ໃຫ້ໄປເປັນຊະເລີຍ ຜູ້ນັ້ນກໍຈະຕ້ອງໄປເປັນຊະເລີຍ. ຜູ້ໃດທີ່ກຳນົດໄວ້ໃຫ້ຕາຍດ້ວຍດາບ ຜູ້ນັ້ນກໍຈະຕ້ອງຖືກຂ້າດ້ວຍດາບ. ນີ້ແຫລະ ຄືຄວາມ^ອົດທົນ ແລະຄວາມເຊື່ອທີ່ພວກໄພ່ພົນຂອງ^ພຣະເຈົ້າຈະຕ້ອງມີ.”
[11] ແລ້ວຂ້າພະເຈົ້າໄດ້ເຫັນສັດຮ້າຍອີກໂຕໜຶ່ງ ຂຶ້ນມາຈາກພື້ນດິນ ມັນມີສອງເຂົາເໝືອນເຂົາແກະນ້ອຍ ມັນເວົ້າເໝືອນພະຍານາກ.
[12] ມັນໄດ້ໃຊ້ສິດອຳນາດອັນຍິ່ງໃຫຍ່ຂອງ^ສັດຮ້າຍໂຕທຳອິດ ຢູ່ຕໍ່ໜ້າສັດຮ້າຍໂຕທຳອິດນັ້ນ ມັນບັງຄັບໃຫ້ໂລກແລະຄົນທັງໝົດທີ່ຢູ່ໃນໂລກ ຂາບໄຫວ້ສັດຮ້າຍໂຕທຳອິດ ທີ່ມີບາດແຜເຖິງແກ່ຄວາມ^ຕາຍ ແຕ່ໄດ້ຮັບການປິ່ນປົວໃຫ້ຫາຍດີແລ້ວນັ້ນ.
[13] ສັດຮ້າຍນັ້ນ ໄດ້ສະແດງໝາຍສຳຄັນອັນໃຫຍ່ ຈົນເຮັດໃຫ້ໄຟຕົກຈາກຟ້າ ລົງສູ່ແຜ່ນດິນ^ໂລກຕໍ່ໜ້າຕໍ່ຕາມະນຸດ.
[14] ມັນຫລອກລວງຄົນທັງຫລາຍ ທີ່ຢູ່ໃນໂລກດ້ວຍໝາຍສຳຄັນ ທີ່ຊົງໃຫ້ມັນເຮັດຕໍ່ໜ້າສັດຮ້າຍໂຕເດີມນັ້ນ ແລະມັນສັ່ງໃຫ້ເຂົາສ້າງຮູບສັດຮ້າຍ ທີ່ຖືກຟັນດ້ວຍດາບແຕ່ຍັງບໍ່ຕາຍນັ້ນ.
[15] ຊົງໃຫ້ມັນມີອຳນາດ ທີ່ຈະໃຫ້ລົມຫາຍໃຈແກ່ຮູບສັດຮ້າຍນັ້ນ ເພື່ອຮູບສັດຮ້າຍນັ້ນຈະປາກໄດ້ ແລະໃຫ້ມີອຳນາດເຮັດໃຫ້ບັນດາຄົນທີ່ບໍ່ຍອມບູຊາຮູບສັດຮ້າຍນັ້ນ ເຖິງແກ່ຄວາມ^ຕາຍ.
[16] ມັນຍັງເຮັດໃຫ້ຄົນທັງປວງ ທັງນ້ອຍແລະໃຫຍ່ ທັງຮັ່ງມີແລະຍາກຈົນ ທັງເສລີແລະຂ້ອຍຂ້າ ໄດ້ຮັບເຄື່ອງໝາຍໄວ້ທີ່ມືຂວາ ຫລືທີ່ໜ້າຜາກຂອງ^ພວກເຂົາ.
[17] ເພື່ອບໍ່ໃຫ້ຜູ້ໃດຊື້ ຫລືຂາຍໄດ້ ເວັ້ນໄວ້ແຕ່ຜູ້ທີ່ມີເຄື່ອງໝາຍນັ້ນ ຊຶ່ງເປັນຊື່ຂອງ^ສັດຮ້າຍ ຫລືເລກທີ່ໝາຍເຖິງຊື່ມັນນັ້ນ.
[18] ໃນເລື່ອງນີ້ ຕ້ອງໃຊ້ສະຕິປັນຍາຄວາມຮູ້ ຖ້າຜູ້ໃດມີຄວາມ^ເຂົ້າໃຈ ກໍໃຫ້ຄິດເລກຂອງ^ສັດຮ້າຍນັ້ນ ເພາະເປັນເລກຂອງ^ບຸກຄົນຜູ້ໜຶ່ງ ເລກຂອງ^ມັນຄື ຫົກຮ້ອຍ^ຫົກສິບ^ຫົກ.