[1] “ຈົ່ງຂຽນໄປຍັງເທວະດາຂອງ^ພຣະເຈົ້າໃນຄຣິສຕະຈັກເມືອງເອເຟໂຊວ່າ, ຕໍ່ໄປນີ້ແມ່ນຖ້ອຍຄຳຈາກຜູ້ທີ່ຖືດາວເຈັດດວງໃນມືຂວາ ແລະຜູ້ທີ່ຍ່າງໄປມາທ່າມກາງຄັນ^ຕະກຽງຄຳເຈັດອັນ:
[2] ເຮົາຮູ້ຈັກການກະທຳຂອງ^ເຈົ້າ ເຮົາຮູ້ຈັກພາລະກິດອັນຍາກ^ລຳບາກ ແລະຄວາມ^ອົດທົນຂອງ^ເຈົ້າ ເຮົາຮູ້ວ່າເຈົ້າທົນຕໍ່ຄົນຊົ່ວຮ້າຍບໍ່ໄດ້. ເຈົ້າໄດ້ລອງໃຈຄົນເຫລົ່ານັ້ນທີ່ອວດວ່າ ເປັນອັກຄະສາວົກ, ແຕ່ພວກເຂົາບໍ່ໄດ້ເປັນ ແລະເຈົ້າກໍຮູ້ຈັກແລ້ວວ່າພວກເຂົາເປັນຄົນຂີ້ຕົວະ.
[3] ເຮົາຮູ້ວ່າເຈົ້າໄດ້ອົດທົນແລະທົນທຸກ ເພາະເຫັນແກ່ນາມຂອງເຮົາ ແລະເຈົ້າກໍບໍ່ໄດ້ທໍ້ຖອຍ.
[4] ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າ ຄືເຈົ້າໄດ້ປະຖິ້ມຄວາມຮັກເດີມຂອງ^ເຈົ້າ.
[5] ເຫດສະນັ້ນ ຈົ່ງລະນຶກວ່າເຈົ້າໄດ້ຕົກຈາກສະພາບໃດແລ້ວ ຈົ່ງກັບໃຈເສຍໃໝ່ແລະເຮັດຕາມຢ່າງເດີມ. ຖ້າບໍ່^ດັ່ງນັ້ນ ເຮົາຈະມາຫາເຈົ້າ ແລະຈະຍົກຄັນ^ຕະກຽງຂອງ^ເຈົ້າອອກຈາກບ່ອນມັນ ເວັ້ນໄວ້ແຕ່ເຈົ້າຈະກັບໃຈເສຍໃໝ່.
[6] ແຕ່ເຈົ້າກໍຍັງມີສິ່ງທີ່ດີຢູ່ ຄືເຈົ້າກຽດຊັງກິດຈະການຂອງ^ພວກນີໂກລາຍເຕ ຊຶ່ງເຮົາເອງກໍກຽດຊັງເໝືອນກັນ.
[7] ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ໃດທີ່ມີໄຊຊະນະ ເຮົາຈະໃຫ້ຜູ້ນັ້ນກິນຜົນຈາກຕົ້ນໄມ້ແຫ່ງຊີວິດ ຊຶ່ງຢູ່ໃນສວນຂອງ^ພຣະເຈົ້າ.”
[8] “ຈົ່ງຂຽນໄປຍັງເທວະດາຂອງ^ພຣະເຈົ້າໃນຄຣິສຕະຈັກເມືອງຊະມີນາວ່າ, ນີ້ເປັນຖ້ອຍຄຳຈາກພຣະອົງ ທີ່ເປັນຜູ້ຕົ້ນແລະເປັນຜູ້ປາຍ ຜູ້ທີ່ໄດ້ຕາຍໄປແລ້ວແລະຜູ້ທີ່ໄດ້ເປັນຄືນມາອີກ ຊົງກ່າວດັ່ງນີ້:
[9] ເຮົາຮູ້ຄວາມ^ເດືອດຮ້ອນຂອງ^ເຈົ້າ ເຮົາຮູ້ວ່າເຈົ້າຍາກຈົນ (ແຕ່ທີ່ຈິງແລ້ວເຈົ້າກໍຮັ່ງມີ) ເຮົາຮູ້ວ່າເຈົ້າຖືກໃສ່ຮ້າຍ^ປ້າຍສີ ໂດຍພວກທີ່ອ້າງຕົນວ່າເປັນຄົນຢິວ, ແຕ່ພວກເຂົາບໍ່ໄດ້ເປັນດັ່ງທີ່ພວກເຂົາອ້າງນັ້ນ. ແຕ່ພວກເຂົາເປັນພັກພວກຂອງ^ມານຊາຕານ.
[10] ຢ່າຊູ່ຢ້ານຄວາມ^ທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມ^ທຸກ^ລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.
[11] ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ທີ່ມີໄຊຊະນະ ຈະບໍ່ຖືກອັນຕະລາຍຈາກຄວາມ^ຕາຍຄັ້ງທີສອງ.”
[12] “ຈົ່ງຂຽນໄປຍັງເທວະດາຂອງ^ພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງເປຄາໂມວ່າ, ນີ້ເປັນຖ້ອຍຄຳຈາກພຣະອົງຜູ້ທີ່ຖືດາບສອງຄົມ:
[13] ເຮົາຮູ້ຈັກທີ່ຢູ່ຂອງ^ເຈົ້າ ຮູ້ວ່າທີ່ນັ້ນເປັນບັນລັງຂອງ^ມານຊາຕານ. ເຈົ້າຍັງຢຶດຖືນາມຂອງເຮົາໄວ້ໝັ້ນ ແລະບໍ່ໄດ້ປະຕິເສດຄວາມເຊື່ອໃນເຮົາ ແມ່ນວ່າໃນເວລາທີ່ອັນຕິປາ ຜູ້ເປັນພະຍານທີ່ສັດຊື່ຂອງເຮົາ ໄດ້ຖືກຂ້າເສຍໃນທ່າມກາງພວກເຈົ້າ ໃນບ່ອນທີ່ມານຊາຕານຢູ່ກໍຕາມ,
[14] ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າບາງຂໍ້ດັ່ງນີ້ ຄືທີ່ນັ້ນມີບາງຄົນໃນພວກເຈົ້າ ຢຶດຖືຄຳສອນຂອງ^ບາລາອາມ ຜູ້ທີ່ໄດ້ສອນບາຫລາກ ເຖິງວິທີນຳພາຊົນຊາດອິດສະຣາເອນໃຫ້ເຮັດບາບ ໂດຍຊັກຊວນພວກເຂົາໃຫ້ກິນອາຫານ ທີ່ຖືກຖວາຍແກ່ຮູບເຄົາຣົບ ແລະໃຫ້ປະພຶດຜິດສິນທຳທາງເພດ.
[15] ຢ່າງດຽວກັນນີ້ ມີຄົນໃນພວກເຈົ້າປະຕິບັດຕາມຄຳສອນຂອງ^ພວກນີໂກລາຍເຕ.
[16] ເຫດສະນັ້ນ ຈົ່ງກັບໃຈເສຍໃໝ່, ຖ້າບໍ່^ດັ່ງນັ້ນ ເຮົາຈະມາຫາເຈົ້າໃນບໍ່ຊ້ານີ້ ແລະຈະຕໍ່ສູ້ຄົນເຫລົ່ານັ້ນ ດ້ວຍດາບທີ່ອອກຈາກປາກຂອງເຮົາ.
[17] ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ເຮົາຈະໃຫ້ມານາທີ່ເຊື່ອງໄວ້ ແກ່ຜູ້ທີ່ມີໄຊຊະນະ ແລະຈະໃຫ້ຫີນຂາວແກ່ຜູ້ນັ້ນ, ໃນຫີນນັ້ນມີຊື່ໃໝ່ຈາລືກໄວ້ ຊຶ່ງບໍ່ມີຜູ້ໃດຮູ້ ນອກຈາກຜູ້ທີ່ໄດ້ຮັບເທົ່ານັ້ນ.”
[18] “ຈົ່ງຂຽນໄປຍັງເທວະດາຂອງ^ພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງທົວເຕຣາວ່າ, ນີ້ເປັນຖ້ອຍຄຳຈາກພຣະບຸດຂອງ^ພຣະເຈົ້າ ຜູ້ທີ່ມີຕາເໝືອນດັ່ງແປວໄຟ ຜູ້ທີ່ມີຕີນເໝືອນດັ່ງທອງເຫລືອງກ້ຽງຊົງກ່າວດັ່ງນີ້ວ່າ,
[19] ເຮົາຮູ້ຈັກການກະທຳຂອງ^ເຈົ້າ ເຮົາຮູ້ເຖິງຄວາມຮັກ ຄວາມເຊື່ອ ການບົວລະບັດຮັບໃຊ້ ແລະຄວາມ^ອົດທົນຂອງ^ເຈົ້າ. ເຮົາຮູ້ວ່າການກະທຳເບື້ອງປາຍຂອງ^ເຈົ້າ ຕອນນີ້ມີຫລາຍກວ່າເບື້ອງຕົ້ນ.
[20] ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າດັ່ງນີ້ ຄືເຈົ້າຍອມທົນຟັງຍິງທີ່ຊື່ວ່າເຢເຊເບນ ຜູ້ທີ່ອ້າງຕົນວ່າເປັນຜູ້^ປະກາດ^ພຣະທຳຂອງ^ພຣະເຈົ້າ, ນາງສອນແລະນຳພາຜູ້ຮັບໃຊ້ຂອງເຮົາ ໃຫ້ປະພຶດຜິດສິນທຳທາງເພດ ແລະໃຫ້ກິນອາຫານທີ່ຖືກຖວາຍແກ່ຮູບເຄົາຣົບນັ້ນ.
[21] ເຮົາໄດ້ໃຫ້ໂອກາດນາງກັບໃຈໃໝ່ ແຕ່ນາງບໍ່ຢາກກັບໃຈຈາກການຜິດສິນທຳທາງເພດຂອງຕົນ.
[22] ສະນັ້ນ ເຮົາຈຶ່ງຈະຖິ້ມນາງໃສ່ເທິງຕຽງນອນ ບ່ອນທີ່ນາງກັບພວກຫລິ້ນຊູ້ກັບນາງນັ້ນ ຈະໄດ້ຮັບຄວາມ^ທົນ^ທຸກຢ່າງແສນສາຫັດ. ບັດນີ້ ເຮົາຈະລົງໂທດພວກເຂົາ ຈົນກວ່າພວກເຂົາຈະກັບໃຈໃໝ່ຈາກຄວາມຊົ່ວ ທີ່ພວກເຂົາໄດ້ເຮັດນຳກັນກັບນາງນັ້ນ.
[23] ເຮົາຍັງຈະຂ້າລູກຂອງ^ນາງດ້ວຍ ແລ້ວຄຣິສຕະຈັກທັງຫລາຍກໍຈະຮູ້ວ່າ ເຮົາເປັນຜູ້ທີ່ຮູ້ຄວາມ^ຄິດ ແລະຄວາມ^ປາຖະໜາໃນໃຈຂອງ^ມະນຸດທຸກຄົນ. ເຮົາຈະຕອບແທນພວກເຈົ້າແຕ່ລະຄົນ ຕາມການກະທຳຂອງຕົນ.
[24] ສ່ວນພວກເຈົ້າທີ່ຍັງເຫລືອຢູ່ໃນເມືອງທົວເຕຣາ ທີ່ບໍ່ໄດ້ປະຕິບັດຕາມຄຳສອນອັນຊົ່ວຊ້ານີ້ ຄືບໍ່ໄດ້ຮຽນຮູ້ສິ່ງທີ່ເຂົາເອີ້ນວ່າ ຄວາມ^ລັບເລິກຂອງ^ມານຊາຕານ. ເຮົາບອກພວກເຈົ້າວ່າ, ‘ເຮົາຈະບໍ່ເພີ່ມພາລະອື່ນໃດໃສ່ພວກເຈົ້າ,
[25] ແຕ່ໃຫ້ພວກເຈົ້າຢຶດຖືສິ່ງທີ່ພວກເຈົ້າມີຢູ່ແລ້ວນັ້ນ ໄວ້ຈົນກວ່າເຮົາຈະມາ.’
[26] ຜູ້ທີ່ມີໄຊຊະນະ ແລະຖືຮັກສາກິດຈະການຂອງເຮົາໄວ້ຈົນເຖິງທີ່ສຸດ, ເຮົາຈະໃຫ້ຜູ້ນັ້ນມີອຳນາດປົກຄອງບັນດາປະຊາຊາດ
[27] ແລະຜູ້ນັ້ນຈະບັງຄັບບັນຊາພວກເຂົາດ້ວຍຄ້ອນເຫລັກ ເໝືອນຢ່າງຊ່າງ^ໝໍ້ທີ່ທຳລາຍໝໍ້ດິນໃຫ້ແຕກໝຸ່ນເສຍ ຕາມທີ່ເຮົານີ້ໄດ້ຮັບອຳນາດຈາກພຣະບິດາເຈົ້າຂອງເຮົາເໝືອນກັນ.
[28] ແລະເຮົາຈະປະທານດາວເພັກ (ຮຸ່ງອາຣຸນ) ໃຫ້ແກ່ຜູ້ນັ້ນ.
[29] ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.”