[1] ແລ້ວເທວະດາຕົນໜຶ່ງໃນເຈັດຕົນ ທີ່ຖືຂັນທັງເຈັດໜ່ວຍນັ້ນ ໄດ້ມາຫາຂ້າພະເຈົ້າ ແລະກ່າວວ່າ, “ເຊີນມາທີ່ນີ້ເທີ້ນ ເຮົາຈະໃຫ້ທ່ານເຫັນການຊົງພິພາກສາລົງໂທດ ຍິງໂສເພນີຄົນສຳຄັນ ທີ່ນັ່ງຢູ່ເທິງແມ່ນໍ້າອັນຫລວງຫລາຍ.
[2] ຄືຍິງນັ້ນທີ່ບັນດາກະສັດທົ່ວໂລກ ໄດ້ຫລີ້ນຜິດສິນທຳທາງເພດກັບມັນ ແລະຊາວໂລກທັງຫລາຍໄດ້ມົວເມົາດ້ວຍເຫລົ້າແວງ ແຫ່ງການຜິດສິນທຳທາງເພດຂອງ^ມັນນັ້ນ.”
[3] ເທວະດາຕົນນັ້ນໄດ້ຍົກຂ້າພະເຈົ້າເຂົ້າໄປໃນຖິ່ນແຫ້ງແລ້ງ^ກັນດານ ໂດຍພຣະວິນຍານ. ໃນທີ່ນັ້ນ ຂ້າພະເຈົ້າໄດ້ເຫັນແມ່ຍິງຄົນໜຶ່ງ ນັ່ງຢູ່ເທິງຫລັງສັດຮ້າຍສີແດງເຂັ້ມໂຕໜຶ່ງ ຊຶ່ງມີຫລາຍຊື່ທີ່ເປັນຄຳໝິ່ນປະໝາດເຕັມໄປທັງຕົວ, ມັນມີເຈັດຫົວ ແລະສິບເຂົາ.
[4] ຍິງຜູ້ນັ້ນ ນຸ່ງເຄື່ອງສີມ່ວງອ່ອນແລະສີແດງເຂັ້ມ ແລະປະດັບຕົວດ້ວຍເຄື່ອງຄຳ, ເພັດພອຍ ແລະໄຂ່ມຸກ. ໃນມືຂອງ^ນາງມີຈອກຄຳ ທີ່ເຕັມແຕ່ມົນທິນອັນໜ້າຂີ້ດຽດ ເປັນຜົນແຫ່ງການຜິດສິນທຳທາງເພດຂອງ^ນາງ.
[5] ທີ່ໜ້າຜາກມີຊື່ຂຽນໄວ້ເປັນຄວາມ^ເລິກລັບວ່າ, “ບາບີໂລນມະຫານະຄອນ ແມ່ຂອງ^ໂສເພນີທັງຫລາຍ ແລະແມ່ຂອງ^ສິ່ງທັງປວງທີ່ໜ້າກຽດ^ໜ້າຊັງໃນແຜ່ນດິນ^ໂລກ.”
[6] ແລະຂ້າພະເຈົ້າໄດ້ເຫັນຍິງຄົນນັ້ນ ເມົາດ້ວຍເລືອດໄພ່ພົນຂອງ^ພຣະເຈົ້າ ແລະດ້ວຍເລືອດຂອງ^ບັນດາຜູ້ທີ່ຍອມສະຫລະຊີວິດ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ. ເມື່ອຂ້າພະເຈົ້າເຫັນຍິງຄົນນັ້ນແລ້ວ ກໍອັດສະຈັນໃຈຫລາຍ.
[7] ເທວະດາຕົນນັ້ນຖາມຂ້າພະເຈົ້າວ່າ, “ເປັນຫຍັງທ່ານຈຶ່ງປະຫລາດ^ໃຈ? ເຮົາຈະບອກໃຫ້ທ່ານຮູ້ຄວາມໝາຍອັນເລິກລັບຂອງ^ຍິງຄົນນີ້ ແລະສັດຮ້າຍທີ່ມີເຈັດຫົວແລະສິບເຂົາ ຊຶ່ງເປັນພາຫານະຂອງ^ຍິງນັ້ນ.
[8] ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມ^ຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດ^ໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”
[9] “ກ່ຽວກັບເລື່ອງນີ້ແມ່ນໃຫ້ໃຊ້ສະຕິປັນຍາແລະຄວາມ^ເຂົ້າໃຈ. ຫົວທັງເຈັດນັ້ນໄດ້ແກ່ພູນ້ອຍເຈັດໜ່ວຍທີ່ຍິງນັ້ນນັ່ງຢູ່. ມັນຍັງໝາຍເຖິງກະສັດເຈັດອົງ
[10] ຊຶ່ງຫ້າອົງໄດ້ລ່ວງໄປແລ້ວ ອົງໜຶ່ງຊົງກຳລັງເປັນຢູ່ ແລະອີກອົງໜຶ່ງຍັງບໍ່ໄດ້ສະເດັດມາ. ເມື່ອສະເດັດມາແລ້ວຈະຕ້ອງດຳລົງຢູ່ຊົ່ວຂະນະໜຶ່ງ.
[11] ສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ນັ້ນ ກໍເປັນອົງທີແປດ ແຕ່ຍັງເປັນອົງໜຶ່ງໃນເຈັດອົງນັ້ນ ແລະຈະໄປສູ່ຄວາມ^ຈິບຫາຍ.
[12] ເຂົາທັງສິບທີ່ທ່ານໄດ້ເຫັນນັ້ນ ໄດ້ແກ່ກະສັດສິບອົງ ທີ່ຍັງບໍ່ໄດ້ສະເຫວີຍຣາຊສົມບັດ ແຕ່ຈະໄດ້ຮັບອຳນາດເໝືອນກະສັດດ້ວຍກັນກັບສັດຮ້າຍນັ້ນໜຶ່ງຊົ່ວໂມງ.
[13] ກະສັດທັງສິບອົງນີ້ມີຈິດໃຈຢ່າງດຽວກັນ ແລະພວກເຂົາມອບຣິດເດດ ແລະຣິດອຳນາດຂອງຕົນໃຫ້ແກ່ສັດຮ້າຍນັ້ນ.
[14] ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະ^ເມສານ້ອຍ ແລະພຣະ^ເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງ^ພຣະຜູ້^ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາ^ກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”
[15] ເທວະດາຕົນນັ້ນ ຍັງເວົ້າຕໍ່ຂ້າພະເຈົ້າອີກວ່າ, “ແມ່ນໍ້າທັງຫລາຍທີ່ທ່ານໄດ້ເຫັນ ຊຶ່ງເປັນບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ໄດ້ແກ່ບັນດາຊົນຊາດ ປະຊາຊົນທັງຫລາຍ ບັນດາປະຊາຊາດ ແລະພາສາຕ່າງໆ.
[16] ເຂົາທັງສິບກັບສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຈະພາກັນກຽດຊັງຍິງໂສເພນີ ຈະເຮັດໃຫ້ມັນຂາດມິດ^ສະຫາຍແລະເປືອຍກາຍ ຈະກັດກິນຊີ້ນແລະຈະເອົາໄຟເຜົາມັນເສຍ.
[17] ດ້ວຍວ່າ ພຣະເຈົ້າໄດ້ດົນໃຈໃຫ້ພວກເຂົາປະຕິບັດຕາມພຣະປະສົງຂອງ^ພຣະອົງ ໂດຍໃຫ້ພວກເຂົາມີຄວາມ^ຄິດຢ່າງດຽວກັນ ແລະໄດ້ມອບອານາຈັກຂອງ^ພວກເຂົາໃຫ້ແກ່ສັດຮ້າຍນັ້ນ ເພື່ອປົກຄອງຈົນກວ່າຈະສຳເລັດ ຕາມພຣະທຳຂອງ^ພຣະເຈົ້າ.
[18] ຍິງທີ່ທ່ານເຫັນນັ້ນ ໄດ້ແກ່ມະຫານະຄອນທີ່ມີອຳນາດເໜືອບັນດາກະສັດທັງຫລາຍ ທົ່ວແຜ່ນດິນ^ໂລກ.”