[1] ແລ້ວຂ້າພະເຈົ້າໄດ້ເຫັນເທວະດາ ຜູ້ມີອຳນາດອີກຕົນໜຶ່ງ ລົງມາຈາກສະຫວັນ ມີເມກປົກຄຸມຕົວໄວ້ ແລະມີຮຸ້ງກິນນໍ້າຢູ່ເທິງອ້ອມຫົວ, ໜ້າຂອງ^ເພິ່ນເໝືອນດັ່ງຕາເວັນ ແລະຂາເໝືອນດັ່ງເຕົາໄຟ.
[2] ເພິ່ນຖືໜັງສືມ້ວນນ້ອຍທີ່ພືຢູ່ໃນມື, ເພິ່ນເອົາຕີນຂວາຢຽບນໍ້າທະເລ ແລະເອົາຕີນຊ້າຍຢຽບເທິງບົກ,
[3] ເພິ່ນຮ້ອງສຽງດັງເໝືອນໂຕສິງຮ້ອງຄຳຣາມ ຫລັງຈາກເພິ່ນຮ້ອງແລ້ວ ສຽງຟ້າຮ້ອງທັງເຈັດກໍດັງຂຶ້ນ.
[4] ພໍສຽງເຫລົ່ານັ້ນດັງອອກມາ ຂ້າພະເຈົ້າເກືອບຈະລົງມືຂຽນ, ແຕ່ຂ້າພະເຈົ້າໄດ້ຍິນສຽງກ່າວມາຈາກສະຫວັນວ່າ, “ຈົ່ງປົກປິດຖ້ອຍຄຳທີ່ຟ້າຮ້ອງທັງເຈັດໄດ້ກ່າວນັ້ນ ເປັນຄວາມລັບ ຢ່າຂຽນລົງໄປ.”
[5] ແລ້ວເທວະດາທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ເທິງທະເລແລະເທິງບົກນັ້ນ ກໍຍົກມືຂວາຂຶ້ນສູ່ຟ້າ
[6] ແລະສາບານໃນພຣະນາມຂອງ^ພຣະເຈົ້າ ອົງຊົງຊີວິດຢູ່ນິຣັນດອນ ຜູ້ທີ່ໄດ້ສ້າງຟ້າສະຫວັນ ແຜ່ນດິນ^ໂລກ ແລະທະເລ ກັບສັບພະທຸກສິ່ງທີ່ມີຢູ່ໃນບ່ອນເຫລົ່ານັ້ນ ວ່າ, “ຈະບໍ່ມີການຊັກຊ້າອີກຕໍ່ໄປ.”
[7] ແຕ່ເມື່ອເທວະດາຕົນທີເຈັດລົງມືເປົ່າແກ, ແຜນການອັນເລິກລັບຂອງ^ພຣະເຈົ້າກໍສຳເລັດຜົນ ເໝືອນດັ່ງທີ່ພຣະອົງໄດ້ປະກາດເປັນຂ່າວປະເສີດແກ່ພວກຜູ້ຮັບໃຊ້ຂອງ^ພຣະອົງ ຄືພວກຜູ້ທຳນວາຍ.
[8] ແລ້ວສຽງທີ່ຂ້າພະເຈົ້າໄດ້ຍິນຈາກສະຫວັນນັ້ນ ກໍໄດ້ກ່າວແກ່ຂ້າພະເຈົ້າອີກວ່າ, “ຈົ່ງໄປຮັບເອົາໜັງສືມ້ວນ ທີ່ພືຢູ່ໃນມືຂອງ^ເທວະດາຕົນທີ່ຢືນຢູ່ເທິງທະເລແລະເທິງບົກນັ້ນ.”
[9] ຂ້າພະເຈົ້າຈຶ່ງໄປຫາເທວະດາຕົນນັ້ນ ແລະຂໍເອົາໜັງສືມ້ວນນ້ອຍນັ້ນ. ເພິ່ນໄດ້ຕອບຂ້າພະເຈົ້າວ່າ, “ເອົາໄປກິນສາ ມັນຈະເຮັດໃຫ້ທ້ອງຂອງ^ເຈົ້າຂົມ, ແຕ່ໃນປາກຂອງ^ເຈົ້າຈະຫວານດັ່ງນໍ້າເຜີ້ງ.”
[10] ຂ້າພະເຈົ້າໄດ້ຈັບເອົາໜັງສືມ້ວນນ້ອຍ ຈາກມືຂອງ^ເທວະດາ ແລ້ວເອົາມາກິນ ໃນປາກຂອງ^ຂ້າພະເຈົ້າ ມັນກໍຫວານດັ່ງນໍ້າເຜີ້ງ, ເມື່ອຂ້າພະເຈົ້າກິນລົງໄປແລ້ວ ທ້ອງຂອງ^ຂ້າພະເຈົ້າກໍຂົມ.
[11] ແລ້ວຂ້າພະເຈົ້າກໍໄດ້ຮັບຄຳສັ່ງວ່າ, “ເຈົ້າຕ້ອງປະກາດຖ້ອຍຄຳຂອງ^ພຣະເຈົ້າອີກເທື່ອໜຶ່ງ ກ່ຽວກັບບັນດາຊົນຊາດທັງຫລາຍ, ບັນດາປະຊາຊາດ, ພາສາ ແລະກະສັດທັງຫລາຍ.”