Skip to content
Opens in a new window
Listen to this chapter • 3:42

[1] ໃນ​ມື​ຂວາ​ຂອງ^ພຣະອົງ ຜູ້​ຊົງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ໜັງສື​ມ້ວນ​ອັນ​ໜຶ່ງ ທີ່​ມີ​ຄຳ​ຂຽນ​ໄວ້​ທັງ​ຂ້າງໃນ​ແລະ​ຂ້າງນອກ ທີ່​ມີ​ຕາປະທັບ​ໄວ້​ເຈັດ​ດວງ.

[2] ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຜູ້ໃດ​ໜໍ ເປັນ​ຜູ້​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ?”

[3] ແຕ່​ບໍ່ມີ​ຜູ້ໃດ​ໃນ​ສະຫວັນ ຫລື​ແຜ່ນດິນ^ໂລກ ຫລື​ໃຕ້​ພື້ນ​ໂລກ ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ແລະ​ເບິ່ງ​ໄດ້.

[4] ຂ້າພະເຈົ້າ​ໄດ້​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເພາະ​ບໍ່ມີ​ຜູ້ໃດ​ສົມຄວນ​ຈະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ເບິ່ງ​ໄດ້.

[5] ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ^ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”

[6] ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ^ເມສານ້ອຍ ຢືນ​ຢູ່​ທ່າມກາງ​ບັນລັງ​ອ້ອມຮອບ​ດ້ວຍ​ສິ່ງທີ່ມີ^ຊີວິດ​ທັງ​ສີ່​ຕົນ​ແລະ​ພວກ​ອາວຸໂສ. ພຣະ^ເມສານ້ອຍ​ນີ້​ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ. ພຣະ^ເມສານ້ອຍ​ນັ້ນ ມີ​ເຂົາ​ເຈັດ​ອັນ ມີ​ຕາ​ເຈັດ​ໜ່ວຍ ຊຶ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ^ພຣະເຈົ້າ ທີ່​ຊົງ​ໃຊ້​ໃຫ້​ອອກ​ໄປ​ທົ່ວ​ແຜ່ນດິນ^ໂລກ.

[7] ແລະ​ພຣະ^ເມສານ້ອຍ​ໄດ້​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ຈາກ​ມື​ຂວາ​ຂອງ^ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ບັນລັງ​ນັ້ນ.

[8] ເມື່ອ​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ແລ້ວ ສິ່ງທີ່ມີ^ຊີວິດ​ທັງ​ສີ່​ພ້ອມ​ກັບ​ພວກ​ຜູ້^ອາວຸໂສ​ຊາວສີ່​ທ່ານ ກໍ​ກົ້ມ​ຂາບລົງ​ແທບ​ຕີນ​ພຣະ^ເມສານ້ອຍ​ນັ້ນ ແຕ່ລະຄົນ​ຖື​ພິນ​ແລະ​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ ຊຶ່ງ​ເປັນ​ຄຳ​ພາວັນນາ^ອະທິຖານ​ແຫ່ງ​ໄພ່ພົນ​ທັງປວງ​ຂອງ^ພຣະເຈົ້າ.

[9] ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ^ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.

[10] ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ^ພວກເຮົາ ແລະ​ພວກເຂົາ​ເຫລົ່ານັ້ນ ຈະ​ໄດ້​ປົກຄອງ​ເທິງ​ແຜ່ນດິນ^ໂລກ.”

[11] ອີກເທື່ອໜຶ່ງ ຂ້າພະເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ​ໄດ້ຍິນ​ສຽງ​ຂອງ^ຝູງ​ເທວະດາ​ເປັນ​ຈຳນວນ​ຫລວງຫລາຍ​ນັບ​ເປັນ​ລ້ານໆ ຊຶ່ງ​ຢືນ​ອ້ອມ​ພຣະຣາຊບັນລັງ​ອ້ອມ​ສິ່ງທີ່ມີ^ຊີວິດ​ທັງ​ສີ່ ແລະ​ອ້ອມ​ພວກ​ຜູ້^ອາວຸໂສ​ນັ້ນ

[12] ແລະ​ຮ້ອງ​ສຽງດັງ​ວ່າ, “ພຣະ^ເມສານ້ອຍ​ທີ່​ຖືກ​ຂ້າ​ແລ້ວ​ນັ້ນ ເປັນ​ຜູ້​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງ​ອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳ​ສັນລະເສີນ”

[13] ແລະ​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ສິ່ງທີ່ມີ^ຊີວິດ​ທັງໝົດ​ທັງ​ໃນ​ສະຫວັນ, ເທິງ​ແຜ່ນດິນ^ໂລກ, ໃຕ້​ແຜ່ນດິນ^ໂລກ ແລະ​ໃນ​ມະຫາສະໝຸດ ຄື​ສິ່ງ​ທັງປວງ ຊຶ່ງ​ຢູ່​ໃນທີ່ນັ້ນ​ຮ້ອງ​ວ່າ, “ຂໍ​ໃຫ້​ຄຳ​ສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ ຜູ້​ຊົງ​ປະທັບ ເທິງ​ພຣະຣາຊບັນລັງ ແລະ​ແດ່​ພຣະ^ເມສານ້ອຍ ຕະຫລອດ​ຊົ່ວ^ນິຣັນດອນ.”

[14] ແລະ​ສິ່ງທີ່ມີ^ຊີວິດ​ທັງ​ສີ່​ນັ້ນ ກໍ​ຮ້ອງ​ວ່າ, “ອາແມນ” ແລະ​ພວກ​ຜູ້^ອາວຸໂສ​ເຫລົ່ານັ້ນ ກໍ​ພາກັນ​ຂາບລົງ​ນະມັດສະການ.

ພຣະນິມິດ — Chapters