[1] ແລ້ວຂ້າພະເຈົ້າໄດ້ຮັບໄມ້ແທກອັນໜຶ່ງ ເໝືອນດັ່ງໄມ້ຄ້ອນເທົ້າ ແລະມີສຽງໜຶ່ງສັ່ງຂ້າພະເຈົ້າວ່າ, “ຈົ່ງລຸກຂຶ້ນ ໄປແທກວິຫານຂອງ^ພຣະເຈົ້າກັບແທ່ນບູຊາ ແລະໃຫ້ນັບຈຳນວນຄົນທັງຫລາຍ ທີ່ນະມັດສະການຢູ່ໃນພຣະວິຫານນັ້ນ.
[2] ແຕ່ຢ່າແທກບໍລິເວນຂ້າງນອກຂອງ^ພຣະວິຫານ ເພາະບ່ອນນັ້ນໄດ້ມອບໃຫ້ພວກບໍ່ນັບຖືພຣະເຈົ້າແລ້ວ ຄືພວກທີ່ຈະຢຽບຢໍ່ານະຄອນສັກສິດເປັນເວລາສີ່ສິບສອງເດືອນ.
[3] ເຮົາຈະໃຊ້ພະຍານທັງສອງຂອງເຮົາມາ ພວກເຂົາຈະນຸ່ງເສື້ອທີ່ເຮັດດ້ວຍຜ້າ^ກະສອບເຂົ້າ ແລະຈະປະກາດຖ້ອຍຄຳຂອງ^ພຣະເຈົ້າ ໃນລະຫວ່າງພັນ^ສອງຮ້ອຍ^ຫົກສິບວັນ.”
[4] ພະຍານທັງສອງໄດ້ແກ່ຕົ້ນກອກເທດສອງຕົ້ນ ແລະຄັນ^ຕະກຽງຄຳສອງອັນ ຊຶ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະ^ຜູ້^ເປັນເຈົ້າແຫ່ງແຜ່ນດິນ^ໂລກ.
[5] ຖ້າຜູ້ໃດພະຍາຍາມເຮັດຮ້າຍໃຫ້ພະຍານທັງສອງນັ້ນ ໄຟຈະອອກມາຈາກປາກຂອງ^ພວກເພິ່ນ ແລະເຜົາຜານສັດຕູຂອງ^ພວກເພິ່ນເສຍ. ຖ້າຜູ້ໃດທີ່ຢາກທຳຮ້າຍພວກເພິ່ນ ຜູ້ນັ້ນກໍຕ້ອງຕາຍຢ່າງນັ້ນ.
[6] ພະຍານທັງສອງນີ້ ມີສິດອຳນາດທີ່ຈະອັດທ້ອງຟ້າໄວ້ ເພື່ອບໍ່ໃຫ້ຝົນຕົກໃນຂະນະທີ່ພວກເພິ່ນປະກາດພຣະທຳຂອງ^ພຣະເຈົ້າຢູ່ນັ້ນ ພວກເພິ່ນຍັງມີສິດອຳນາດເຮັດໃຫ້ນໍ້າກາຍເປັນເລືອດໄດ້ ທັງມີສິດອຳນາດບັນດານໃຫ້ໄພ^ອັນຕະລາຍທຸກຢ່າງ ທໍລະມານແຜ່ນດິນ^ໂລກໄດ້ທຸກເວລາ ຕາມຄວາມ^ປາຖະໜາ.
[7] ເມື່ອພະຍານທັງສອງ ສິ້ນສຸດການປະກາດພຣະທຳຂອງ^ພຣະເຈົ້າແລ້ວ ຈະມີສັດຮ້າຍອອກມາຈາກເຫວເລິກ ແລະຈະຕໍ່ສູ້ພວກເພິ່ນ. ສັດຮ້າຍນັ້ນຈະຊະນະພວກເພິ່ນ ແລະຂ້າພວກເພິ່ນເສຍ.
[8] ສົບຂອງ^ທ່ານ^ທັງສອງຈະຢູ່ເທິງຖະໜົນຂອງ^ມະຫານະຄອນ ບ່ອນທີ່ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເພິ່ນ ໄດ້ຖືກຄຶງໄວ້ທີ່ໄມ້ກາງແຂນ. ຊື່ອັນເປັນສັນຍາລັກຂອງ^ນະຄອນນີ້ ແມ່ນເມືອງໂຊໂດມ ແລະ ເມືອງເອຢິບ.
[9] ຄົນຈາກຫລາຍຊົນຊາດ, ຫລາຍເຜົ່າ, ຫລາຍພາສາ ແລະ ຫລາຍປະເທດຈະມາເບິ່ງສົບຂອງ^ພວກເພິ່ນ ຢູ່ຕະຫລອດສາມວັນເຄິ່ງ ແລະພວກເຂົາຈະບໍ່ຍອມໃຫ້ນຳສົບເຫຼົ່ານັ້ນ ໄປບັນຈຸໄວ້ໃນອຸບມຸງ.
[10] ຄົນທົ່ວໂລກ ຕ່າງກໍຈະດີໃຈທີ່ພະຍານທັງສອງນີ້ຕາຍໄປແລ້ວ ພວກເຂົາຈະສະເຫລີມສະຫລອງ ແລະສົ່ງຂອງຂວັນໃຫ້ກັນແລະກັນ ເພາະຜູ້^ປະກາດ^ພຣະທຳທັງສອງນີ້ ໄດ້ນຳຄວາມ^ທົນທຸກຢ່າງໜັກມາສູ່ມະນຸດທັງຫລາຍ.
[11] ຫລັງຈາກສາມວັນເຄີ່ງຜ່ານໄປແລ້ວ ລົມຫາຍໃຈທີ່ມີຊີວິດມາຈາກພຣະເຈົ້າ ກໍໄດ້ເຂົ້າໄປໃນສົບຂອງ^ພວກເພິ່ນ ແລະທັງສອງໄດ້ລຸກຂຶ້ນ ແລະທຸກຄົນທີ່ໄດ້ເຫັນພວກເພິ່ນ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່ຫລວງ.
[12] ແລ້ວຜູ້^ປະກາດ^ພຣະທຳທັງສອງ ກໍໄດ້^ຍິນສຽງດັງມາຈາກສະຫວັນວ່າ, “ຈົ່ງຂຶ້ນມາເທິງພີ້.” ໃນຂະນະທີ່ພວກສັດຕູຂອງ^ພວກເພິ່ນເຝົ້າເບິ່ງຢູ່ນັ້ນ ພວກເພິ່ນກໍຂຶ້ນເມືອໃນເມກເຂົ້າສູ່ສະຫວັນ.
[13] ໃນຂະນະນັ້ນເອງ ກໍເກີດມີແຜ່ນດິນໄຫວຢ່າງຮ້າຍແຮງ ໜຶ່ງສ່ວນສິບຂອງ^ເມືອງຖືກທຳລາຍ ແລະມີເຈັດພັນຄົນຖືກຂ້າຍ້ອນແຜ່ນດິນໄຫວນັ້ນ ສ່ວນຄົນທີ່ຍັງເຫລືອຢູ່ ກໍເກີດຢ້ານກົວໃຫຍ່ ຈຶ່ງພາກັນຖວາຍກຽດ ສັນລະເສີນຄວາມ^ຍິ່ງໃຫຍ່ຂອງ^ພຣະເຈົ້າແຫ່ງສະຫວັນ.
[14] ໄພພິບັດຂັ້ນທີສອງໄດ້ຜ່ານພົ້ນໄປ ແຕ່ໄພພິບັດຂັ້ນທີສາມ ກໍຈະມາເຖິງໃນບໍ່ຊ້ານີ້ແຫລະ.
[15] ເມື່ອເທວະດາຕົນທີເຈັດໄດ້ເປົ່າແກຂອງຕົນແລ້ວ ກໍມີຫຼາຍສຽງດັງຈາກຟ້າສະຫວັນ ກ່າວວ່າ, “ຣາຊອານາຈັກໂລກນີ້ ເປັນກຳມະສິດຂອງ^ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາ ແລະຂອງ^ພຣະຄຣິດຂອງ^ພຣະອົງ ແລະພຣະອົງຈະປົກຄອງຕະຫລອດຊົ່ວ^ນິຣັນດອນ.”
[16] ແລ້ວພວກຜູ້^ອາວຸໂສຊາວສີ່ທ່ານ ທີ່ນັ່ງຢູ່ເທິງບັນລັງຂອງ^ພວກຕົນຊ້ອງໜ້າພຣະເຈົ້າ ກໍພາກັນກົ້ມຂາບລົງນະມັດສະການພຣະເຈົ້າ
[17] ກາບທູນວ່າ, “ຂ້າແດ່ອົງພຣະ^ຜູ້^ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ໄດ້ຊົງດຳລົງຢູ່ໃນຄາວກ່ອນ ພວກຂ້ານ້ອຍໂມທະນາພຣະເດດພຣະຄຸນ ຂອງ^ພຣະອົງ ຈຶ່ງໄດ້ຊົງຕັ້ງຕົ້ນສະເຫວີຍ^ຣາດ ທີ່ແຜ່ນດິນ^ໂລກ.
[18] ຝ່າຍບັນດານາໆຊາດກໍມີຄວາມ^ເຄືອງແຄ້ນ ເພາະເວລາທີ່ຊົງໂກດຮ້າຍໄດ້ມາເຖິງ ຄືຄົນທີ່ຕາຍແລ້ວຈະຖືກພິພາກສາລົງໂທດ. ແລະເຖິງເວລາທີ່ຈະຊົງປະທານລາງວັນ ແກ່ພວກຜູ້ຮັບໃຊ້ຂອງ^ພຣະອົງ ພວກຜູ້^ປະກາດ^ພຣະທຳ ແລະໄພ່ພົນຂອງ^ພຣະອົງທຸກຄົນ ຄືທຸກຄົນທີ່ມີຄວາມ^ຢຳເກງພຣະນາມຂອງ^ພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່. ແລະເຖິງເວລາແລ້ວ ທີ່ພຣະອົງຈະຊົງທຳລາຍ ພວກທີ່ໄດ້ທຳລາຍແຜ່ນດິນ^ໂລກ.”
[19] ແລ້ວພຣະວິຫານຂອງ^ພຣະເຈົ້າໃນມະຫາສະຫວັນກໍໄຂອອກ ແລະຫີບພັນທະສັນຍາ ກໍປາກົດໃຫ້ເຫັນຢູ່ໃນທີ່ນັ້ນ ແລ້ວມີຟ້າ^ແມບເຫຼື້ອມ, ສຽງແຕກ^ສະໜັ່ນ, ຟ້າຮ້ອງຢູ່ບໍ່ຂາດໄລຍະ, ແຜ່ນດິນໄຫວ ແລະໝາກເຫັບຕົກຢ່າງຫລວງຫລາຍ.