[1] “ຈົ່ງຂຽນໄປຍັງເທວະດາຂອງ^ພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງຊາເດວ່າ, ນີ້ເປັນຖ້ອຍຄຳຈາກພຣະອົງທີ່ມີພຣະວິນຍານທັງເຈັດຂອງ^ພຣະເຈົ້າ ແລະດາວທັງເຈັດດວງ ຊົງກ່າວດັ່ງນີ້ວ່າ, ເຮົາຮູ້ການກະທຳຂອງ^ເຈົ້າ ເຈົ້າຜູ້ທີ່ຊື່ວ່າຍັງມີຊີວິດຢູ່. ເຖິງແມ່ນເຈົ້າໄດ້ຕາຍໄປແລ້ວກໍຕາມ.
[2] ສະນັ້ນ ຈົ່ງຕື່ນຂຶ້ນເຊີດຊູສ່ວນທີ່ເຈົ້າຍັງມີເຫລືອຢູ່ໃຫ້ເຂັ້ມແຂງ ກ່ອນທີ່ມັນຈະຕາຍໄປໝົດ ເພາະເຮົາພົບວ່າການກະທຳຂອງ^ເຈົ້ານັ້ນ ຍັງບໍ່ທັນສົມບູນຕໍ່ໜ້າພຣະເຈົ້າຂອງເຮົາເທື່ອ.
[3] ເຫດສະນັ້ນ ເຈົ້າຈົ່ງຈຳໄວ້ວ່າເຈົ້າໄດ້ຮັບແລະໄດ້ຍິນຢ່າງໃດ ຈົ່ງຖືຮັກສາແລະກັບໃຈເສຍໃໝ່. ຖ້າເຈົ້າບໍ່ຕື່ນຂຶ້ນ ເຮົາຈະມາຫາເຈົ້າເໝືອນດັ່ງຂະໂມຍ ແລະເຈົ້າຈະບໍ່ຮູ້ວ່າຍາມໃດເຮົາຈະມາຫາເຈົ້າ.
[4] ແຕ່ຍັງມີບາງຄົນໃນພວກເຈົ້າທີ່ເມືອງຊາເດ ທີ່ຮັກສາເສື້ອຜ້າຂອງຕົນບໍ່ໃຫ້ເປິເປື້ອນ ຄົນເຫລົ່ານັ້ນຈະນຸ່ງເຄື່ອງຂາວ ແລະຍ່າງໄປກັບເຮົາ ເພາະພວກເຂົາເປັນຜູ້ສົມຄວນຢູ່ແລ້ວ.
[5] ຜູ້ທີ່ມີໄຊຊະນະ ຜູ້ນັ້ນຈະໄດ້ຫົ່ມເຄື່ອງຂາວ ແລະເຮົາຈະບໍ່ລຶບຊື່ຂອງ^ຜູ້ນັ້ນອອກຈາກທະບຽນແຫ່ງຊີວິດ, ແຕ່ເຮົາຈະຮັບຮອງຊື່ຜູ້ນັ້ນຊ້ອງພຣະພັກພຣະບິດາເຈົ້າຂອງເຮົາ ແລະຕໍ່ໜ້າຝູງເທວະດາຂອງ^ພຣະອົງ.
[6] ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.”
[7] “ຈົ່ງຂຽນໄປຍັງເທວະດາຂອງ^ພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງຟີລາເດັນເຟຍວ່າ, ນີ້ເປັນຖ້ອຍຄຳຈາກພຣະອົງຜູ້ບໍຣິສຸດແລະສັດຊື່ ຜູ້ຊົງຖືຂໍກະແຈຂອງ^ດາວິດ ແລະຜູ້ຊົງເປີດແລ້ວຈະບໍ່ມີຜູ້ໃດປິດ ແລະຜູ້ຊົງປິດແລ້ວຈະບໍ່ມີຜູ້ໃດເປີດ ຊົງກ່າວດັ່ງນີ້ວ່າ,
[8] ເຮົາຮູ້ຈັກການກະທຳຂອງ^ເຈົ້າ ເບິ່ງແມ! ເຮົາໄດ້ໃຫ້ປະຕູໄຂໄວ້ຢູ່ຕໍ່ໜ້າເຈົ້າ ຊຶ່ງບໍ່ມີຜູ້ໃດອັດໄດ້. ເຮົາຮູ້ວ່າເຈົ້າມີກຳລັງພຽງເລັກນ້ອຍ ແຕ່ກໍຍັງໄດ້ຖືຮັກສາຖ້ອຍຄຳຂອງເຮົາ ແລະບໍ່ໄດ້ປະຕິເສດນາມຂອງເຮົາ.
[9] ເບິ່ງແມ! ສ່ວນກຸ່ມຄົນທີ່ເປັນພັກພວກຂອງ^ມານຊາຕານ ຄືຄົນເວົ້າຕົວະເຫລົ່ານັ້ນທີ່ອ້າງວ່າເປັນຢິວແຕ່ບໍ່ເປັນນັ້ນ ເຮົາຈະໃຫ້ພວກເຂົາມາຂາບທີ່ຕີນຂອງ^ເຈົ້າ ແລະຈະໃຫ້ພວກເຂົາທຸກຄົນຮູ້ຈັກວ່າຝ່າຍເຮົາໄດ້ຮັກເຈົ້າ.
[10] ເພາະເຈົ້າໄດ້ຖືຮັກສາຄຳສັ່ງຂອງເຮົາ ທີ່ໃຫ້ມີຄວາມ^ອົດທົນຢ່າງພາກພຽນ, ຝ່າຍເຮົາຈະຮັກສາເຈົ້າໄວ້ໃຫ້ພົ້ນຈາກຄາວຍາກ^ລຳບາກ ທີ່ຈະມີເທິງແຜ່ນດິນ^ໂລກ^ນີ້ ເພື່ອຈະທົດລອງໃຈຄົນທັງປວງທີ່ຢູ່ເທິງແຜ່ນດິນ^ໂລກ.
[11] ເຮົາຈະມາໃນໄວໆນີ້, ຈົ່ງຢຶດໝັ້ນໃນສິ່ງທີ່ເຈົ້າມີຢູ່ນັ້ນ ເພື່ອວ່າຈະບໍ່ມີຜູ້ໃດຍາດຊີງເອົາມົງກຸດແຫ່ງໄຊຊະນະຂອງ^ເຈົ້າໄປຈາກເຈົ້າໄດ້.
[12] ເຮົາຈະຕັ້ງຜູ້ທີ່ມີໄຊຊະນະນັ້ນ ໃຫ້ເປັນເສົາໃນວິຫານແຫ່ງພຣະເຈົ້າຂອງເຮົາ ແລະຜູ້ນັ້ນຈະບໍ່ອອກໄປຈາກພຣະວິຫານຈັກເທື່ອ, ເຮົາຈະຈາລຶກພຣະນາມແຫ່ງພຣະເຈົ້າຂອງເຮົາໃສ່ຕົວຜູ້ນັ້ນ ກັບທັງຊື່ນະຄອນເຢຣູຊາເລັມໃໝ່ ຊຶ່ງຈະລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາ ແລະເຮົາຍັງຈະຈາລຶກນາມໃໝ່ຂອງເຮົາໃສ່ຕົວຂອງ^ຜູ້ນັ້ນເໝືອນກັນ.
[13] ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.”
[14] “ຈົ່ງຂຽນໄປຍັງເທວະດາຂອງ^ພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງລາວດີເກອາວ່າ, ນີ້ເປັນຖ້ອຍຄຳຂອງ^ພຣະອົງທີ່ເປັນ ອາແມນ ພຣະອົງຜູ້ເປັນພະຍານຜູ້ສັດຊື່ແລະຍຸດຕິທຳ ພຣະອົງເປັນຕົ້ນກຳເນີດ ແຫ່ງສິ່ງສາລະພັດທີ່ພຣະເຈົ້າຊົງສ້າງໄວ້ ຊົງກ່າວດັ່ງນີ້ວ່າ,
[15] ເຮົາຮູ້ຈັກການກະທຳຂອງ^ເຈົ້າ ເຮົາຮູ້ວ່າເຈົ້າບໍ່ເຢັນບໍ່ຮ້ອນ. ເຮົາປາຖະໜາເຫລືອເກີນ ຢາກໃຫ້ເຈົ້າເຢັນຫລືຮ້ອນ
[16] ເພາະເຈົ້າພຽງແຕ່ອຸ່ນໆ ບໍ່ເຢັນບໍ່ຮ້ອນ. ດັ່ງນັ້ນ ເຮົາຈຶ່ງຈະຄາຍເຈົ້າອອກຈາກປາກຂອງເຮົາເສຍ
[17] ເພາະເຈົ້າເວົ້າວ່າ, ‘ຂ້ອຍຮັ່ງມີ^ເປັນດີແລ້ວ ຂ້ອຍບໍ່ຕ້ອງການສິ່ງໃດໆອີກ.’ ແຕ່ເຈົ້າບໍ່ຮູ້ວ່າເຈົ້າເປັນຄົນທຸກໄຮ້^ເຂັນໃຈ ແລະເປັນຄົນໜ້າສົງສານສໍ່າໃດ ເປັນຄົນຂັດສົນ ເປັນຄົນຕາບອດແລະເປືອຍກາຍຢູ່.
[18] ສະນັ້ນ ເຮົາຈຶ່ງແນະນຳເຈົ້າໃຫ້ຊື້ຄຳທີ່ຫລອມບໍຣິສຸດແລ້ວຈາກເຮົາ ຊຶ່ງເປັນຄຳແທ້ເພື່ອເຈົ້າຈະໄດ້ເປັນຄົນຮັ່ງມີ ແລະຈົ່ງຊື້ເສື້ອຜ້າຂາວນຸ່ງຫົ່ມ ເພື່ອປົກປິດຮ່າງກາຍອັນໜ້າອັບອາຍຂອງ^ເຈົ້າ ແລະຈົ່ງຊື້ຢາໃສ່ຕາຂອງ^ເຈົ້າ ເພື່ອເຈົ້າຈະໄດ້ເຫັນຮຸ່ງ.
[19] ຝ່າຍເຮົາ ເຮົາຮັກຜູ້ໃດ ເຮົາກໍຕິຕຽນຂ້ຽນສອນຜູ້ນັ້ນ. ເຫດສະນັ້ນ ຈົ່ງມີໃຈຮ້ອນຮົນແລະກັບໃຈເສຍໃໝ່.
[20] ເບິ່ງແມ! ເຮົາຢືນເຄາະຢູ່ທີ່ປະຕູ ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະໄຂປະຕູ ເຮົາຈະເຂົ້າໄປຫາຜູ້ນັ້ນ ແລະຈະຮ່ວມຮັບປະທານອາຫານກັບຜູ້ນັ້ນ ແລະຜູ້ນັ້ນຈະຮ່ວມຮັບປະທານອາຫານກັບເຮົາ.
[21] ຜູ້ທີ່ໄຊຊະນະ ເຮົາຈະໃຫ້ຜູ້ນັ້ນນັ່ງກັບເຮົາເທິງບັນລັງຂອງເຮົາ ເໝືອນກັບທີ່ເຮົາມີໄຊຊະນະແລ້ວ ແລະໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງຣາຊບັນລັງຂອງ^ພຣະອົງ.
[22] ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.”