Skip to content
Opens in a new window
Listen to this chapter • 11:04

[1] ສ່ວນ​ພຣະເຢຊູເຈົ້າ​ໄດ້​ສະເດັດ​ໄປ​ຍັງ​ພູເຂົາ^ໝາກກອກເທດ.

[2] ພໍ​ຮຸ່ງ​ເຊົ້າ​ມາ ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ອີກ ປະຊາຊົນ​ທັງໝົດ​ໄດ້​ເຕົ້າໂຮມ​ອ້ອມ​ພຣະອົງ ແລະ​ພຣະອົງ​ກໍ​ນັ່ງ​ລົງ​ຕັ້ງຕົ້ນ​ສັ່ງສອນ.

[3] ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ ໄດ້​ພາ​ຍິງ​ຄົນ​ໜຶ່ງ​ມາ​ຫາ​ພຣະອົງ ຍິງ​ຄົນ​ນີ້​ຖືກ​ຈັບ​ໃນ​ຖານ​ຫລິ້ນຊູ້ ພວກເຂົາ​ໃຫ້​ຍິງ​ຄົນ​ນີ້​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ​ທັງໝົດ.

[4] ພວກເຂົາ​ກ່າວ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ອາຈານ^ເອີຍ ຍິງ​ຄົນ​ນີ້​ຖືກ​ຈັບ​ໃນ​ເວລາ​ກຳລັງ​ຫລິ້ນຊູ້.

[5] ຕາມ​ກົດບັນຍັດ​ຂອງ^ພວກເຮົາ​ແລ້ວ ໂມເຊ​ໄດ້​ສັ່ງ​ວ່າ, ‘ຍິງ​ເຊັ່ນນີ້​ຕ້ອງ​ຖືກ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ,’ ສ່ວນ​ທ່ານ​ເດ​ຈະ​ວ່າ​ຢ່າງ​ໃດ?”

[6] ພວກເຂົາ​ເວົ້າ​ຢ່າງ​ນີ້​ເພື່ອ​ຫາ​ເຫດ​ຟ້ອງ​ພຣະເຢຊູເຈົ້າ, ແຕ່​ພຣະອົງ​ກົ້ມ​ລົງ​ໃຊ້​ນິ້ວ​ມື​ຂຽນ​ລົງ​ທີ່​ພື້ນດິນ.

[7] ເມື່ອ​ພວກເຂົາ​ຂຸ້ນຂ້ຽວ​ຖາມ​ຢູ່​ນັ້ນ ພຣະອົງ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄົນ​ໃດ​ແດ່​ໃນ​ພວກເຈົ້າ ທີ່​ບໍ່ໄດ້​ເຮັດ​ບາບ ໃຫ້​ຜູ້ນັ້ນ​ເປັນ​ຜູ້​ທຳອິດ​ແກວ່ງ​ກ້ອນຫີນ​ໃສ່​ຍິງ​ຄົນ​ນີ້.”

[8] ແລ້ວ​ພຣະອົງ​ກໍ​ກົ້ມ​ລົງ​ໃຊ້​ນິ້ວ​ມື​ຂຽນ​ລົງ​ທີ່​ພື້ນດິນ​ຕໍ່ໄປ.

[9] ເມື່ອ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພວກເຂົາ​ຈຶ່ງ​ໜີ​ອອກ​ໄປ​ເທື່ອລະ​ຄົນ​ຈົນ​ໝົດ ເລີ່ມ​ແຕ່​ຄົນ​ແກ່​ໄປ​ຈົນເຖິງ​ຜູ້​ສຸດທ້າຍ ຍັງເຫລືອ​ແຕ່​ພຣະເຢຊູເຈົ້າ ແລະ​ແມ່ຍິງ​ທີ່​ຢືນ​ຢູ່​ທີ່​ນັ້ນ.

[10] ເມື່ອ​ພຣະອົງ​ເງີຍ​ໜ້າ​ຂຶ້ນ ຈຶ່ງ​ຖາມ​ນາງ​ວ່າ, “ພວກ​ນັ້ນ​ໄປ​ໃສ​ກັນ​ໝົດ ບໍ່ມີ​ຜູ້ໃດ​ລົງໂທດ​ເຈົ້າ​ບໍ?”

[11] ນາງ​ຕອບ​ວ່າ, “ພຣະອົງເຈົ້າ^ເອີຍ ບໍ່ມີ​ຜູ້ໃດ​ແລ້ວ.” ພຣະເຢຊູເຈົ້າ​ເວົ້າ​ວ່າ, “ດີ​ແລ້ວ ເຮົາ​ກໍ​ບໍ່​ລົງໂທດ​ເຈົ້າ​ເໝືອນກັນ ຈົ່ງ​ໄປ​ສາ ຕໍ່ໄປ​ຢ່າ​ເຮັດ​ບາບ​ອີກ.”]

[12] ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ຟາຣີຊາຍ​ອີກ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ຄວາມ^ສະຫວ່າງ​ຂອງ^ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ^ສະຫວ່າງ​ແຫ່ງ​ຊີວິດ ແລະ​ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມມືດ​ຈັກເທື່ອ.”

[13] ແລ້ວ​ພວກ​ຟາຣີຊາຍ​ກໍ​ກ່າວ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ເປັນ​ພະຍານ​ໃຫ້​ຕົນເອງ ສິ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ ພິສູດ​ຫຍັງ​ບໍ່ໄດ້.”

[14] ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຖິງ​ແມ່ນ​ເຮົາ​ເປັນ​ພະຍານ​ໃຫ້​ຕົນເອງ ຄຳ​ພະຍານ​ຂອງເຮົາ​ກໍ​ເປັນ​ຄວາມຈິງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ແລະ​ຈະ​ໄປ​ໃສ ສ່ວນ​ພວກເຈົ້າ​ບໍ່​ຮູ້​ວ່າ ເຮົາ​ໄດ້​ມາ​ແຕ່​ໃສ ແລະ​ຈະ​ໄປ​ໃສ.

[15] ພວກເຈົ້າ​ຕັດສິນ​ຕາມ​ທາງ​ຂອງ^ມະນຸດ, ເຮົາ​ບໍ່​ຕັດສິນ​ຜູ້ໃດ.

[16] ແຕ່​ເຖິງ​ແມ່ນ​ເຮົາ​ຕັດສິນ ການ​ຕັດສິນ​ຂອງເຮົາ​ກໍ​ຖືກຕ້ອງ ເພາະ​ບໍ່ແມ່ນ​ເຮົາ​ຜູ້​ດຽວ​ທີ່​ຕັດສິນ ແຕ່​ເຮົາ​ຕັດສິນ​ຮ່ວມ​ກັບ​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.

[17] ໃນ​ກົດບັນຍັດ​ຂອງ^ພວກເຈົ້າ​ມີ​ຄຳ​ຂຽນ​ໄວ້​ວ່າ ເມື່ອ​ພະຍານ​ສອງ​ປາກ​ໃຫ້​ການ​ກົງກັນ ສິ່ງ​ທີ່​ເຂົາ​ເວົ້າ​ນັ້ນ​ກໍ​ເປັນ​ຄວາມຈິງ.

[18] ຝ່າຍ​ເຮົາ​ເປັນ​ພະຍານ​ໃຫ້​ຕົນເອງ ແລະ​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ກໍ​ເປັນ​ພະຍານ​ໃຫ້​ເຮົາ​ເໝືອນກັນ.”

[19] ພວກເຂົາ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ​ແລະ​ພຣະບິດາເຈົ້າ​ຂອງເຮົາ ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຄົງ​ຮູ້ຈັກ​ພຣະບິດາເຈົ້າ​ຂອງເຮົາ​ເໝືອນກັນ.”

[20] ພຣະເຢຊູເຈົ້າ​ຊົງ​ກ່າວ​ຄຳ​ເຫລົ່ານີ້ ໃນ​ຂະນະທີ່​ພຣະອົງ​ສັ່ງສອນ​ໃນ​ພຣະວິຫານ ຢູ່​ຫ້ອງ​ບ່ອນ​ທີ່​ວາງ​ຫີບ^ຖວາຍ^ຊັບ, ແຕ່​ບໍ່ມີ​ຜູ້ໃດ​ຈັບ​ພຣະອົງ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ^ພຣະອົງ​ເທື່ອ.

[21] ພຣະເຢຊູເຈົ້າ​ຊົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ຈະ​ຈາກ​ໄປ ເຈົ້າ^ທັງຫລາຍ​ຈະ​ຊອກ​ຫາ​ເຮົາ, ແຕ່​ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງ^ພວກເຈົ້າ ພວກເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ບໍ່ໄດ້.”

[22] ດັ່ງນັ້ນ ພວກ​ເຈົ້າໜ້າທີ່​ຢິວ​ຈຶ່ງ​ເວົ້າ​ວ່າ, “ລາວ​ບອກ​ວ່າ ພວກເຮົາ​ຈະ​ໄປ​ບ່ອນ​ທີ່​ລາວ​ຈະ​ໄປ​ນັ້ນ​ບໍ່ໄດ້ ຄຳ​ເວົ້າ​ນີ້​ໝາຍຄວາມວ່າ ລາວ​ຈະ​ຂ້າ​ຕົວ​ຕາຍ​ຊັ້ນບໍ?”

[23] ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ພວກເຈົ້າ​ເປັນ​ຝ່າຍ​ເບື້ອງ​ລຸ່ມ​ຄື​ໂລກນີ້ ແຕ່​ເຮົາ​ມາ​ຈາກ​ເບື້ອງ​ເທິງ, ພວກເຈົ້າ​ເປັນ​ຝ່າຍ​ໂລກນີ້ ແຕ່​ເຮົາ​ບໍ່​ເປັນ​ຝ່າຍ​ໂລກນີ້.

[24] ດ້ວຍເຫດນີ້ ເຮົາ​ຈຶ່ງ​ບອກ​ເຈົ້າ^ທັງຫລາຍ​ວ່າ, ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງ^ພວກເຈົ້າ ເພາະວ່າ​ຖ້າ​ພວກເຈົ້າ​ບໍ່ໄດ້​ເຊື່ອ​ວ່າ ‘ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ’ ພວກເຈົ້າ​ຈະ​ຕາຍ​ໃນ​ບາບກຳ​ຂອງຕົນ.”

[25] ພວກເຂົາ​ຖາມ​ພຣະອົງ​ວ່າ, “ທ່ານ​ແມ່ນ​ຜູ້ໃດ?” ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ເຮົາ​ເປັນ​ຜູ້​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ຕັ້ງແຕ່​ຕົ້ນ​ນັ້ນ​ແຫລະ.

[26] ເຮົາ​ມີ​ຫລາຍ​ຂໍ້​ທີ່​ຈະ​ເວົ້າ​ກ່ຽວກັບ​ພວກເຈົ້າ ແລະ​ຕັດສິນ​ພວກເຈົ້າ, ແຕ່​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ກໍ​ສັດຈິງ ເຮົາ​ບອກ​ໃຫ້​ໂລກ​ຮູ້​ສິ່ງ​ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະອົງ​ເທົ່ານັ້ນ.”

[27] ພວກເຂົາ​ບໍ່ໄດ້​ເຂົ້າໃຈ​ວ່າ ພຣະເຢຊູເຈົ້າ​ກຳລັງ​ກ່າວ​ແກ່​ພວກເຂົາ​ເຖິງ​ພຣະບິດາເຈົ້າ.

[28] ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ເມື່ອໃດ​ເຈົ້າ^ທັງຫລາຍ​ຍົກ​ບຸດ​ມະນຸດ​ຂຶ້ນ​ແລ້ວ ເມື່ອນັ້ນ​ແຫລະ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ, ‘ເຮົາ​ເປັນ​ຜູ້​ທີ່​ເຮົາ​ເປັນ’ ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເຮົາ​ບໍ່ໄດ້​ເຮັດ​ສິ່ງໃດ​ຕາມ​ໃຈ​ຂອງເຮົາ​ເອງ, ແຕ່​ເຮົາ​ກ່າວ​ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສອນ​ໃຫ້​ເຮົາ​ກ່າວ​ເທົ່ານັ້ນ.

[29] ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ກໍ​ສະຖິດ​ຢູ່​ກັບ​ເຮົາ, ພຣະອົງ​ບໍ່ເຄີຍ​ປະ​ປ່ອຍ​ເຮົາ​ໃຫ້​ຢູ່​ຜູ້​ດຽວ ເພາະ​ເຮົາ​ເຮັດ​ຕາມ​ຄວາມປະສົງ​ຂອງ^ພຣະອົງ​ຢູ່​ສະເໝີ.”

[30] ມີ​ຫລາຍ​ຄົນ​ທີ່​ໄດ້ຍິນ​ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫລົ່ານີ້ ກໍ​ເຊື່ອ​ໃນ​ພຣະອົງ.

[31] ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກ​ຢິວ​ທີ່​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ຕັ້ງໝັ້ນ​ຢູ່​ໃນ​ຖ້ອຍຄຳ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງເຮົາ,

[32] ແລ້ວ​ພວກເຈົ້າ​ຈະ​ຮູ້ຈັກ​ຄວາມຈິງ ແລະ​ຄວາມຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ.”

[33] ພວກເຂົາ​ຕອບ​ພຣະອົງ​ວ່າ, “ພວກເຮົາ​ເປັນ​ເຊື້ອສາຍ​ຂອງ^ອັບຣາຮາມ ແລະ​ບໍ່ໄດ້​ເປັນ​ທາດ​ຂອງ^ຜູ້ໃດ​ຈັກເທື່ອ ເປັນຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເປັນ​ອິດສະຫລະ?’”

[34] ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າ^ທັງຫລາຍ​ຕາມ^ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ການບາບ​ກໍ​ເປັນ​ທາດ​ຂອງ^ບາບກຳ​ນັ້ນ.

[35] ຂ້ອຍໃຊ້​ບໍ່​ຫ່ອນ​ຢູ່​ໃນ​ເຮືອນ​ຕະຫລອດໄປ ແຕ່​ລູກຊາຍ​ກໍ​ຢູ່​ໃນ​ເຮືອນ​ຕະຫລອດໄປ.

[36] ເຫດສະນັ້ນ ຖ້າ​ບຸດ​ມະນຸດ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ ພວກເຈົ້າ​ກໍ​ຈະ​ເປັນ​ອິດສະຫລະ​ຢ່າງ​ແທ້ຈິງ.

[37] ເຮົາ​ຮູ້​ຢູ່​ວ່າ ພວກເຈົ້າ​ເປັນ​ເຊື້ອສາຍ​ຂອງ^ອັບຣາຮາມ, ແຕ່​ພວກເຈົ້າ​ຊອກ​ຫາ​ທາງ​ຈະ​ຂ້າ​ເຮົາ ເພາະ​ຄຳສັ່ງສອນ​ຂອງເຮົາ​ບໍ່​ເຂົ້າ​ສູ່​ໃຈ​ຂອງ^ພວກເຈົ້າ.

[38] ເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພຣະບິດາເຈົ້າ​ຊົງ​ສຳແດງ​ໃຫ້​ເຮົາ​ເຫັນ, ແຕ່​ຝ່າຍ​ພວກເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ​ຈາກ​ພໍ່​ຂອງ^ພວກເຈົ້າ.”

[39] ພວກເຂົາ​ຕອບ​ພຣະອົງ​ວ່າ, “ພໍ່​ຂອງ^ພວກເຮົາ​ແມ່ນ​ອັບຣາຮາມ.” ພຣະເຢຊູເຈົ້າ​ຊົງ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ^ທັງຫລາຍ​ເປັນ​ລູກຫລານ​ຂອງ^ອັບຣາຮາມ​ເຈົ້າ​ກໍ​ຈະ​ເຮັດ ໃນ​ສິ່ງ​ທີ່​ອັບຣາຮາມ​ໄດ້​ເຮັດ.

[40] ເຮົາ​ພຽງແຕ່​ບອກ​ພວກເຈົ້າ​ເຖິງ​ຄວາມຈິງ ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະເຈົ້າ, ພວກເຈົ້າ​ກໍ​ຫາ​ທາງ​ທີ່​ຈະ​ຂ້າ​ເຮົາ, ການ​ຢ່າງ​ນີ້​ອັບຣາຮາມ​ບໍ່ໄດ້​ເຮັດ.

[41] ພວກເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ພໍ່​ຂອງ^ພວກເຈົ້າ​ໄດ້​ເຮັດ.” ພວກເຂົາ​ຕອບ​ວ່າ, “ເຮົາ​ມີ​ພຣະບິດາ​ພຽງ​ອົງ​ດຽວ​ຄື​ພຣະເຈົ້າ ແລະ​ພວກເຮົາ​ເປັນ​ລູກ​ແທ້ໆ​ຂອງ^ພຣະອົງ.”

[42] ພຣະເຢຊູເຈົ້າ​ຊົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ພຣະເຈົ້າ​ເປັນ​ພຣະບິດາ​ຂອງ^ພວກເຈົ້າ​ແທ້​ແລ້ວ ພວກເຈົ້າ​ກໍ​ຈະ​ໄດ້​ຮັກ​ເຮົາ ເພາະ​ເຮົາ​ມາ​ຈາກ​ພຣະເຈົ້າ ແລະ​ເຮົາ​ຢູ່​ທີ່​ນີ້. ເຮົາ​ບໍ່ໄດ້​ມາ​ຕາມ​ລຳພັງໃຈ​ຂອງເຮົາ​ເອງ ແຕ່​ພຣະອົງ​ຊົງ​ໃຊ້​ເຮົາ​ມາ.

[43] ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ບໍ່​ເຂົ້າໃຈ​ໃນ​ຖ້ອຍຄຳ​ຂອງເຮົາ ເພາະ​ພວກເຈົ້າ​ທົນ​ຟັງ​ຖ້ອຍຄຳ​ຂອງເຮົາ​ບໍ່ໄດ້.

[44] ເຈົ້າ^ທັງຫລາຍ​ມາ​ຈາກ​ພໍ່​ຂອງ^ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ^ປາຖະໜາ​ຂອງ^ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ^ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ເວົ້າ​ຕາມ​ສັນດານ​ຂອງ^ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ^ການ​ຕົວະ​ທັງສິ້ນ.

[45] ແຕ່​ເຈົ້າ^ທັງຫລາຍ​ບໍ່ໄດ້​ເຊື່ອ​ເຮົາ ເພາະ​ຝ່າຍ​ເຮົາ​ກ່າວ​ຄວາມຈິງ.

[46] ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ພິສູດ​ໄດ້​ວ່າ ເຮົາ​ມີ​ຄວາມຜິດ? ຖ້າ​ເຮົາ​ເວົ້າ​ຄວາມຈິງ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ?

[47] ຜູ້​ທີ່​ມາ​ຈາກ​ພຣະເຈົ້າ​ຍ່ອມ​ຟັງ​ຖ້ອຍຄຳ​ຂອງ^ພຣະເຈົ້າ, ແຕ່​ເຈົ້າ^ທັງຫລາຍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ດັ່ງນັ້ນແຫລະ ພວກເຈົ້າ​ຈຶ່ງ​ບໍ່​ຟັງ.”

[48] ພວກ​ຢິວ​ຕອບ​ພຣະອົງ​ວ່າ, “ພວກເຮົາ​ເວົ້າ​ຖືກຕ້ອງ​ແລ້ວ ທີ່​ວ່າ​ເຈົ້າ​ເປັນ​ຊາວ​ຊາມາເຣຍ ແລະ​ມີ​ຜີມານຮ້າຍ​ສິງ​ຢູ່.”

[49] ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບໍ່ມີ​ຜີມານຮ້າຍ​ສິງ​ດອກ ເພາະ​ເຮົາ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງເຮົາ, ແຕ່​ພວກເຈົ້າ​ເວົ້າ​ໝິ່ນປະໝາດ​ເຮົາ.

[50] ເຮົາ​ບໍ່ໄດ້​ຊອກ​ຫາ​ກຽດ​ໃສ່​ຕົນເອງ, ແຕ່​ມີ​ຜູ້ໜຶ່ງ​ທີ່​ຫາ​ໃຫ້ ແລະ​ທັງ​ເປັນ​ຜູ້ຕັດສິນ.

[51] ເຮົາ​ບອກ​ພວກເຈົ້າ​ຕາມ^ຄວາມຈິງ​ວ່າ, ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງເຮົາ​ນັ້ນ ຈະ​ບໍ່​ພົບ​ຄວາມ^ຕາຍ​ຈັກເທື່ອ.”

[52] ພວກ​ຢິວ​ເວົ້າ​ຕໍ່​ພຣະອົງ​ວ່າ, “ດຽວ​ນີ້​ພວກເຮົາ​ຮູ້​ຄັກ​ແລ້ວ​ວ່າ ຜີມານຮ້າຍ​ສິງ​ເຈົ້າ​ຢູ່ ອັບຣາຮາມ​ຕາຍໄປ​ແລ້ວ ແລະ​ພວກ​ຜູ້ທຳນວາຍ​ກໍ​ຕາຍໄປ​ແລ້ວ​ເໝືອນກັນ ແຕ່​ເຈົ້າ​ຊໍ້າພັດ​ເວົ້າ​ວ່າ, ‘ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ^ເຈົ້າ​ຈະ​ບໍ່​ພົບ​ຄວາມ^ຕາຍ​ຈັກເທື່ອ.’

[53] ອັບຣາຮາມ​ພໍ່​ຂອງ^ພວກເຮົາ​ຕາຍໄປ​ແລ້ວ ເຈົ້າ​ບໍ່ແມ່ນ​ອ້າງ​ຕົວ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ບໍ? ພວກ​ຜູ້ທຳນວາຍ​ກໍ​ຕາຍໄປ​ແລ້ວ​ເໝືອນກັນ, ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”

[54] ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ໃຫ້ກຽດ​ແກ່​ຕົນເອງ ກຽດ​ນັ້ນ​ກໍ​ບໍ່ມີ​ຄວາມ^ໝາຍ​ຫຍັງ ຜູ້​ທີ່​ໃຫ້ກຽດ​ແກ່​ເຮົາ ແມ່ນ​ພຣະບິດາເຈົ້າ​ຂອງເຮົາ ຄື​ຜູ້​ທີ່​ພວກເຈົ້າ​ບອກ​ວ່າ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ^ພວກເຈົ້າ​ນັ້ນ​ແຫລະ

[55] ພວກເຈົ້າ​ຍັງ​ບໍ່ເຄີຍ​ຮູ້ຈັກ​ພຣະອົງ ແຕ່​ເຮົາ​ຮູ້ຈັກ​ພຣະອົງ ຖ້າ​ເຮົາ​ເວົ້າ​ວ່າ ເຮົາ​ບໍ່​ຮູ້ຈັກ​ພຣະອົງ ເຮົາ​ກໍ​ເປັນ​ຄົນ​ຂີ້ຕົວະ​ເໝືອນກັນ​ກັບ​ພວກເຈົ້າ, ແຕ່​ເຮົາ​ຮູ້ຈັກ​ພຣະອົງ ແລະ​ເຊື່ອຟັງ​ຖ້ອຍຄຳ​ຂອງ^ພຣະອົງ.

[56] ອັບຣາຮາມ​ພໍ່​ຂອງ^ພວກເຈົ້າ​ມີ​ຄວາມ^ຊົມຊື່ນ^ຍິນດີ ທີ່​ໄດ້​ເຫັນ​ການ​ມາ​ສຳແດງ​ຂອງເຮົາ, ເພິ່ນ​ໄດ້​ເຫັນ ແລະ​ມີ​ຄວາມ^ເບີກບານ​ໃຈ.”

[57] ພວກເຂົາ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອາຍຸ​ຂອງເຈົ້າ​ຍັງ​ບໍ່​ທັນ​ຮອດ​ຫ້າສິບ​ປີ ເຈົ້າ​ໄດ້​ເຫັນ​ອັບຣາຮາມ​ແລ້ວ​ຊັ້ນບໍ?”

[58] ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ^ຄວາມຈິງ​ວ່າ ກ່ອນ​ອັບຣາຮາມ​ເກີດ ເຮົາ​ນີ້​ກໍ​ເປັນ​ຢູ່​ແລ້ວ.”

[59] ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ຫລີກ​ໜີ ແລະ​ສະເດັດ​ອອກ​ໄປ​ຈາກ​ພຣະວິຫານ.

ໂຢຮັນ — Chapters