Skip to content
Opens in a new window
Listen to this chapter • 5:19

[1] “ເຮົາ​ເປັນ​ເຄືອ​ອະງຸ່ນ​ອັນ​ແທ້ຈິງ ແລະ​ພຣະບິດາເຈົ້າ​ຂອງເຮົາ​ເປັນ​ຜູ້ດູແລ​ຮັກສາ.

[2] ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ ພຣະອົງ​ຊົງ​ລິ​ຖິ້ມ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດຜົນ ພຣະອົງ​ຊົງ​ຕອນ ເພື່ອ​ໃຫ້​ເກີດຜົນ​ຫລາຍ​ຂຶ້ນ.

[3] ພວກເຈົ້າ​ຖືກ​ຕອນ​ແລ້ວ ດ້ວຍ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ.

[4] ຈົ່ງ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ເຮົາ​ເຂົ້າ​ສະໜິດ​ຢູ່​ໃນ​ພວກເຈົ້າ, ກິ່ງ​ຈະ​ເກີດຜົນ​ເອງ​ບໍ່ໄດ້ ນອກຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນໃດ ພວກເຈົ້າ​ຈະ​ເກີດຜົນ​ເອງ​ບໍ່ໄດ້ ນອກຈາກ​ພວກເຈົ້າ​ຈະ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ​ສັນນັ້ນ.”

[5] “ເຮົາ​ເປັນ​ເຄືອ​ອະງຸ່ນ ພວກເຈົ້າ​ເປັນ​ກິ່ງ ຜູ້ໃດ​ທີ່​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ຜູ້ນັ້ນ, ຜູ້ນັ້ນ^ແຫລະ ຈະ​ເກີດຜົນ​ຫລາຍ. ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້.

[6] ຖ້າ​ຜູ້ໃດ​ບໍ່​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ຜູ້ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.

[7] ຖ້າ​ເຈົ້າ^ທັງຫລາຍ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍຄຳ​ຂອງເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກເຈົ້າ.

[8] ໃນ​ການ​ນີ້​ແຫລະ ພຣະບິດາເຈົ້າ​ຂອງເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ ຄື​ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ ພວກເຈົ້າ​ຈຶ່ງ​ເກີດ​ເປັນ​ສາວົກ​ຂອງເຮົາ.

[9] ພຣະບິດາເຈົ້າ​ຮັກ​ເຮົາ​ຢ່າງ​ໃດ ເຮົາ​ກໍ​ຮັກ​ພວກເຈົ້າ​ຢ່າງ​ນັ້ນ, ຈົ່ງ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງເຮົາ.

[10] ຖ້າ​ພວກເຈົ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງເຮົາ ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ^ພຣະບິດາເຈົ້າ ແລະ​ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ^ພຣະອົງ.”

[11] “ເຮົາ​ໄດ້​ບອກ​ຂໍ້​ຄວາມ^ເຫລົ່ານີ້​ແກ່​ພວກເຈົ້າ ເພື່ອ​ຄວາມ^ຊົມຊື່ນ^ຍິນດີ​ຂອງເຮົາ​ຈະ​ໄດ້​ຢູ່​ໃນ​ພວກເຈົ້າ ແລະ​ເພື່ອ​ວ່າ​ຄວາມ^ຊົມຊື່ນ^ຍິນດີ​ຂອງ^ພວກເຈົ້າ​ຈະ​ໄດ້​ຄົບ^ເຕັມ^ບໍລິບູນ.

[12] ນີ້ແຫລະ ແມ່ນ​ຂໍ້ຄຳສັ່ງ​ຂອງເຮົາ: ຄື​ຈົ່ງ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ເຮົາ​ຮັກ​ພວກເຈົ້າ.

[13] ບໍ່ມີ​ຜູ້ໃດ​ມີ​ຄວາມຮັກ​ໃຫຍ່​ກວ່າ​ນີ້ ຄື​ການ​ທີ່​ຜູ້ໜຶ່ງ​ໄດ້​ສະຫລະ​ຊີວິດ ເພື່ອ​ມິດ^ສະຫາຍ​ຂອງຕົນ.

[14] ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ມິດ^ສະຫາຍ​ຂອງເຮົາ.

[15] ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນ^ຮັບໃຊ້​ອີກ​ຕໍ່ໄປ ເພາະ​ຄົນ^ຮັບໃຊ້​ບໍ່​ຮູ້​ວ່າ​ນາຍ​ຂອງຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ, ‘ມິດ^ສະຫາຍ’ ເພາະ​ເຮົາ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ທຸກສິ່ງ ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະບິດາເຈົ້າ.

[16] ບໍ່ແມ່ນ​ເຈົ້າ^ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ​ແຕ່ງຕັ້ງ​ເຈົ້າ^ທັງຫລາຍ​ເພື່ອ​ໃຫ້​ໄປ​ເກີດຜົນ ແລະ​ເພື່ອ​ຜົນ​ຂອງ^ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ, ເພື່ອ​ວ່າ​ເມື່ອ​ເຈົ້າ^ທັງຫລາຍ​ຈະ​ທູນ​ຂໍ​ສິ່ງໃດ ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງເຮົາ ພຣະອົງ​ກໍ​ຈະ​ຊົງ​ປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.

[17] ນີ້ແຫລະ ແມ່ນ​ຂໍ້ຄວາມ​ທີ່​ເຮົາ​ສັ່ງ​ພວກເຈົ້າ​ຄື: ‘ຈົ່ງ​ຮັກ​ຊຶ່ງກັນແລະກັນ.’”

[18] “ຖ້າ​ໂລກ​ກຽດຊັງ​ເຈົ້າ^ທັງຫລາຍ ຈົ່ງ​ຮູ້​ວ່າ​ໂລກ​ໄດ້​ກຽດຊັງ​ເຮົາ​ກ່ອນ​ແລ້ວ.

[19] ຖ້າ​ເຈົ້າ^ທັງຫລາຍ​ເປັນ​ຝ່າຍ​ໂລກ ໂລກ​ກໍ​ຈະ​ຮັກແພງ​ສິ່ງ​ທີ່​ເປັນ​ຂອງ^ມັນ ແຕ່​ເພາະ​ເຈົ້າ^ທັງຫລາຍ​ບໍ່​ເປັນ​ຂອງ^ຝ່າຍ​ໂລກ ແລະ​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ຈາກ​ໂລກນີ້ ສະນັ້ນແຫລະ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ.

[20] ຈົ່ງ​ລະນຶກເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ຂ້ອຍໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ.’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ ພວກເຂົາ​ຈະ​ຂົ່ມເຫັງ​ເຈົ້າ^ທັງຫລາຍ​ເໝືອນກັນ, ຖ້າ​ພວກເຂົາ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຖ້ອຍຄຳ​ຂອງ^ພວກເຈົ້າ​ເໝືອນກັນ.

[21] ແຕ່​ພວກເຂົາ​ຈະ​ເຮັດ​ສິ່ງ​ທັງປວງ​ນີ້​ແກ່​ເຈົ້າ ເພາະ​ເຫັນ​ແກ່​ນາມ​ຂອງເຮົາ. ດ້ວຍວ່າ, ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.

[22] ຖ້າ​ເຮົາ​ບໍ່ໄດ້​ມາ​ບອກ​ພວກເຂົາ ພວກເຂົາ​ກໍ​ຄົງ​ບໍ່ມີ​ຄວາມ^ຜິດບາບ, ແຕ່​ບັດນີ້ ພວກເຂົາ​ບໍ່ມີ​ຂໍ້​ແກ້​ຕົວ​ໃນ​ເລື່ອງ​ບາບກຳ​ຂອງ^ພວກເຂົາ.

[23] ຜູ້​ທີ່​ກຽດຊັງ​ເຮົາ ກໍ​ກຽດຊັງ​ພຣະບິດາ​ຂອງເຮົາ​ເໝືອນກັນ.

[24] ຖ້າ​ເຮົາ​ບໍ່ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ຊຶ່ງ​ບໍ່ມີ​ຜູ້ໃດ​ເຄີຍ​ໄດ້​ເຮັດ​ນັ້ນ ພວກເຂົາ​ກໍ​ຄົງ​ບໍ່ມີ​ບາບກຳ, ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ແລ້ວ ພວກເຂົາ​ຈຶ່ງ​ກຽດຊັງ​ທັງ​ເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ດ້ວຍ.

[25] ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້ ໃນ​ກົດບັນຍັດ​ຂອງ^ພວກເຂົາ​ວ່າ, ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່ມີ​ເຫດ.’”

[26] “ແຕ່​ເມື່ອ​ອົງ​ພຣະຜູ້^ຊ່ວຍ ຜູ້​ທີ່​ເຮົາ​ຈະ​ໃຊ້​ຈາກ​ພຣະບິດາເຈົ້າ ມາ​ຫາ​ເຈົ້າ^ທັງຫລາຍ ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ ຊຶ່ງ​ມາ​ຈາກ​ພຣະບິດາເຈົ້າ​ໄດ້​ສະເດັດ​ມາ​ແລ້ວ ພຣະອົງ​ນັ້ນ​ແຫລະ ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ.

[27] ຝ່າຍ​ພວກເຈົ້າ​ກໍ​ຈະ​ເປັນ​ພະຍານ​ກ່ຽວກັບ​ເຮົາ​ເໝືອນກັນ ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ຕັ້ງແຕ່​ຕົ້ນ​ມາ​ແລ້ວ.”

ໂຢຮັນ — Chapters