Skip to content
Opens in a new window
Listen to this chapter • 6:07

[1] ມີ​ເຈົ້ານາຍ​ຂອງ^ພວກ​ຢິວ​ຄົນ​ໜຶ່ງ​ຊື່​ວ່າ, ‘ນີໂກເດມ’ ທີ່​ສັງກັດ​ຢູ່​ໃນ​ຄະນະ​ຟາຣີຊາຍ.

[2] ຊາຍ​ຄົນ​ນີ້​ໄດ້​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ຕອນ​ກາງຄືນ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພຣະອາຈານ^ເອີຍ, ພວກ​ຂ້ານ້ອຍ​ຮູ້​ດີ​ວ່າ ທ່ານ​ເປັນ​ຄູສອນ​ມາ​ຈາກ​ພຣະເຈົ້າ ເພາະ​ບໍ່ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ທີ່​ທ່ານ​ເຮັດ​ນີ້​ໄດ້ ຖ້າ​ພຣະເຈົ້າ​ບໍ່​ສະຖິດ​ຢູ່​ນຳ​ຜູ້ນັ້ນ.”

[3] ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ^ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ^ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ^ພຣະເຈົ້າ​ບໍ່ໄດ້.”

[4] ນີໂກເດມ​ຖາມ​ວ່າ, “ຄົນເຖົ້າ​ແລ້ວ​ຈະ​ເກີດ​ໃໝ່​ໄດ້​ຢ່າງ​ໃດ? ຈະ​ເຂົ້າ​ໃນ​ທ້ອງ^ແມ່​ຂອງຕົນ​ເທື່ອ​ທີ​ສອງ ແລ້ວ​ເກີດ​ມາ​ໄດ້​ບໍ?”

[5] ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ^ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ບໍ່​ບັງ​ເກີດ​ຈາກ​ນໍ້າ ແລະ​ຈາກ​ພຣະວິນຍານ ຜູ້ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ^ພຣະເຈົ້າ​ບໍ່ໄດ້.

[6] ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ​ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ.

[7] ຢ່າ​ສູ່​ປະຫລາດ^ໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ ເຈົ້າ^ທັງຫລາຍ​ຈຳເປັນ​ຕ້ອງ​ເກີດ​ມາ​ໃໝ່.

[8] ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້ຍິນ​ສຽງ​ຂອງ^ມັນ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ພັດ​ມາ​ຈາກ​ໃສ ແລະ​ພັດ​ໄປ​ທາງ​ໃດ ທຸກຄົນ​ທີ່​ເກີດ​ມາ​ຈາກ​ພຣະວິນຍານ ກໍ​ເປັນ​ດັ່ງນັ້ນແຫລະ.”

[9] ນີໂກເດມ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຫດການ​ນີ້​ເປັນ​ໄປ​ໄດ້​ຢ່າງ​ໃດ?”

[10] ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ^ຊາດ​ອິດສະຣາເອນ ແລະ​ເຈົ້າ​ຍັງ​ບໍ່​ຮູ້ຈັກ​ສິ່ງ​ເຫລົ່ານີ້​ບໍ?

[11] ເຮົາ​ບອກ​ເຈົ້າ​ຕາມ^ຄວາມຈິງ​ວ່າ, ພວກເຮົາ​ເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ຮູ້ ແລະ​ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແຕ່​ພວກເຈົ້າ​ບໍ່​ຮັບ​ເອົາ​ຄຳ​ພະຍານ​ຂອງ^ພວກເຮົາ.

[12] ຖ້າ​ເຈົ້າ​ບໍ່​ເຊື່ອ ເມື່ອ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ໂລກ. ດັ່ງນັ້ນ ເຈົ້າ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ ຖ້າ​ເຮົາ​ບອກ​ເຖິງ​ສິ່ງ​ທີ່​ເປັນ​ຝ່າຍ​ສະຫວັນ?

[13] ບໍ່ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ ນອກຈາກ​ບຸດ​ມະນຸດ​ຜູ້​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ.

[14] ໂມເຊ​ໄດ້​ຍົກ​ງູ​ຂຶ້ນ​ໃນ​ຖິ່ນ^ແຫ້ງແລ້ງ^ກັນດານ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຕ້ອງ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ຢ່າງ​ນັ້ນ,

[15] ເພື່ອ​ວ່າ ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ມີ​ຊີວິດ​ນິຣັນດອນ.

[16] ເພາະວ່າ ພຣະເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ^ພຣະອົງ ເພື່ອ​ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດ^ໄປ^ເປັນນິດ.

[17] ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຊ້​ພຣະບຸດ​ເຂົ້າ​ມາ​ໃນ​ໂລກ ບໍ່ແມ່ນ​ເພື່ອ​ຕັດສິນ​ລົງໂທດ​ມະນຸດ^ສະໂລກ ແຕ່​ເພື່ອ​ມະນຸດ^ສະໂລກ​ຈະ​ໄດ້​ພົ້ນ​ດ້ວຍ​ພຣະບຸດ​ນັ້ນ.

[18] ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍ​ບໍ່​ຖືກ​ຕັດສິນ​ລົງໂທດ, ແຕ່​ຜູ້​ທີ່​ບໍ່​ວາງໃຈເຊື່ອ ກໍ​ຖືກ​ຕັດສິນ​ລົງໂທດ​ແລ້ວ ເພາະ​ລາວ​ບໍ່ໄດ້​ວາງໃຈເຊື່ອ​ໃນ​ພຣະບຸດ​ອົງ​ດຽວ​ຂອງ^ພຣະເຈົ້າ.

[19] ການ​ຕັດສິນ​ລົງໂທດ​ເປັນ​ດັ່ງນີ້: ຄື​ວ່າ ຄວາມ^ສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່​ມະນຸດ​ໄດ້​ຮັກ​ຄວາມມືດ​ຫລາຍກວ່າ​ຮັກ​ຄວາມ^ສະຫວ່າງ ເພາະ​ການ​ກະທຳ​ຂອງ^ພວກເຂົາ​ຊົ່ວ.

[20] ດ້ວຍວ່າ, ທຸກຄົນ​ທີ່​ເຮັດ​ຊົ່ວ ກໍ​ກຽດຊັງ​ຄວາມ^ສະຫວ່າງ ແລະ​ຈະ​ບໍ່​ມາ​ຫາ​ຄວາມ^ສະຫວ່າງ ເພາະ​ຢ້ານ​ວ່າ ການ​ກະທຳ​ຂອງຕົນ​ນັ້ນ​ຈະ​ຖືກ​ເປີດເຜີຍ.

[21] ແຕ່​ທຸກຄົນ​ທີ່​ເຮັດ​ຕາມ^ຄວາມຈິງ ກໍ​ມາ​ຫາ​ຄວາມ^ສະຫວ່າງ ເພື່ອ​ໃຫ້​ເຫັນ​ວ່າ​ການ​ກະທຳ​ຂອງຕົນ​ໄດ້​ເຮັດ​ຕາມ​ພຣະເຈົ້າ.”

[22] ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ^ພຣະອົງ​ກໍໄດ້​ໄປ​ແຂວງ​ຢູດາຍ ໃນທີ່ນັ້ນ ພຣະອົງ​ໄດ້​ພັກ​ຢູ່​ກັບ​ພວກເຂົາ ແລະ​ໃຫ້​ຮັບ​ບັບຕິສະມາ.

[23] ສ່ວນ​ໂຢຮັນ ກໍ​ໃຫ້​ຜູ້​ຄົນ​ຮັບ​ບັບຕິສະມາ​ເໝືອນກັນ​ທີ່​ບ້ານ​ໄອນົນ ໃກ້​ກັບ​ບ້ານ​ຊາລິມ ເພາະ​ຢູ່​ໃນທີ່ນັ້ນ​ມີ​ນໍ້າ​ຫລາຍ, ປະຊາຊົນ​ໄດ້​ໄປ​ຫາ​ໂຢຮັນ​ເພື່ອ​ຮັບ​ບັບຕິສະມາ. (

[24] ດ້ວຍວ່າ, ໃນ​ເວລາ​ນັ້ນ​ໂຢຮັນ​ຍັງ​ບໍ່​ທັນ​ເຂົ້າ​ຄຸກ​ເທື່ອ).

[25] ສິດ​ຂອງ^ໂຢຮັນ​ບາງຄົນ​ໄດ້​ຖົກຖຽງ​ກັບ​ຄົນ​ຢິວ​ຜູ້ໜຶ່ງ ກ່ຽວກັບ​ການ​ຊຳລະ​ລ້າງ​ຕາມ​ປະເພນີ.

[26] ສິດ​ເຫລົ່ານັ້ນ ຈຶ່ງ​ໄປ​ບອກ​ໂຢຮັນ​ວ່າ, “ພຣະອາຈານ^ເອີຍ ທ່ານ​ຈື່​ຄົນ​ທີ່​ເຄີຍ​ຢູ່​ກັບ​ທ່ານ ທາງດ້ານ^ຕາເວັນອອກ​ຂອງ^ແມ່ນໍ້າ^ຈໍແດນ ຄື​ຜູ້​ທີ່​ທ່ານ​ເວົ້າ​ເຖິງ​ນັ້ນ​ຫລື​ບໍ່? ດຽວ​ນີ້​ເພິ່ນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ ແລະ​ທຸກຄົນ​ກໍ​ກຳລັງ​ໄປ​ຫາ​ເພິ່ນ.”

[27] ໂຢຮັນ​ຕອບ​ພວກເຂົາ​ວ່າ, “ມະນຸດ​ຈະ​ຮັບ​ສິ່ງໃດ​ບໍ່ໄດ້ ນອກຈາກ​ທີ່​ຊົງ​ໂຜດ​ປະທານ​ຈາກ​ສະຫວັນ ຈະ​ໃຫ້​ສິ່ງ​ນັ້ນ​ແກ່​ເພິ່ນ.

[28] ພວກເຈົ້າ​ເປັນ​ພະຍານ​ໄດ້ ໃນ​ຄຳ​ເວົ້າ​ຂອງເຮົາ​ທີ່​ວ່າ, ‘ເຮົາ​ບໍ່ແມ່ນ​ພຣະຄຣິດ ແຕ່​ເປັນ​ຜູ້​ທີ່​ຖືກ​ໃຊ້​ມາ​ກ່ອນ​ໜ້າ​ພຣະອົງ’

[29] ເຈົ້າສາວ​ຍ່ອມ​ເປັນ​ຂອງ^ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ^ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫລະ ຄວາມ^ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.

[30] ພຣະອົງ​ນັ້ນ​ຕ້ອງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ.”

[31] ພຣະອົງ​ຜູ້​ທີ່​ມາ​ຈາກ​ເບື້ອງ​ເທິງ ກໍ​ເໜືອ​ກວ່າ​ທຸກສິ່ງ, ສ່ວນ​ຜູ້​ທີ່​ມາ​ຈາກ​ແຜ່ນດິນ ຍ່ອມ​ເປັນ​ຝ່າຍ​ໂລກ ແລະ​ເວົ້າ​ເຖິງ​ເລື່ອງ​ໂລກ ແຕ່​ຜູ້​ທີ່​ມາ​ຈາກ​ສະຫວັນ​ກໍ​ຢູ່​ເໜືອ​ທຸກສິ່ງ.

[32] ພຣະອົງ​ບອກ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຫັນ​ແລະ​ໄດ້ຍິນ ແຕ່​ບໍ່ມີ​ຜູ້ໃດ​ຮັບ​ເອົາ​ຄຳ​ພະຍານ​ຂອງ^ພຣະອົງ.

[33] ແຕ່​ຜູ້​ທີ່​ຮັບ​ເອົາ​ຄຳ​ພະຍານ​ຂອງ^ພຣະອົງ​ກໍ​ຢືນຢັນ​ວ່າ ພຣະເຈົ້າ​ນັ້ນ​ເປັນ​ຈິງ.

[34] ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ​ນັ້ນ ກ່າວ​ພຣະທຳ​ຂອງ^ພຣະເຈົ້າ ເພາະ​ພຣະເຈົ້າ​ໄດ້​ປະທານ​ພຣະວິນຍານ​ໃຫ້​ເພິ່ນ​ຢ່າງ​ບໍ່​ຈຳກັດ.

[35] ພຣະບິດາ​ຮັກ​ພຣະບຸດ ແລະ​ມອບ​ທຸກສິ່ງ​ໄວ້​ໃນ​ກຳມື​ຂອງ^ພຣະບຸດ.

[36] ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍໄດ້​ຊີວິດ​ນິຣັນດອນ ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະບຸດ ກໍ​ຈະ​ບໍ່​ເຫັນ​ຊີວິດ ແຕ່​ການ​ລົງໂທດ​ຂອງ^ພຣະເຈົ້າ​ຈະ​ປົກຄຸມ​ຢູ່​ເທິງ​ຜູ້ນັ້ນ.

ໂຢຮັນ — Chapters