Skip to content
Opens in a new window
Listen to this chapter • 9:31

[1] ແລ້ວ​ປີລາດ​ກໍ​ໄດ້​ສັ່ງ​ທະຫານ​ໃຫ້​ນຳ​ພຣະເຢຊູເຈົ້າ​ໄປ​ຂ້ຽນ.

[2] ພວກ​ທະຫານ​ໄດ້​ເຮັດ​ມົງກຸດ​ດ້ວຍ​ເຄືອ​ໜາມ ແລະ​ສຸບ​ໃສ່​ຫົວ​ຂອງ^ພຣະອົງ ແລ້ວ​ພວກເຂົາ​ກໍ​ເອົາ​ເສື້ອຄຸມ​ສີມ່ວງ​ອ່ອນ​ນຸ່ງ​ໃຫ້​ພຣະອົງ

[3] ແລະ​ໄດ້​ຫຍັບ​ເຂົ້າ​ມາ​ຫາ​ພຣະອົງ​ທັງ​ເວົ້າ​ວ່າ, “ຂໍ​ໃຫ້​ກະສັດ​ຂອງ^ຊາດ​ຢິວ ຈົ່ງ​ໝັ້ນຍືນ.” ແລ້ວ​ພວກເຂົາ​ກໍ​ຕົບ​ໜ້າ​ພຣະອົງ.

[4] ປີລາດ​ໄດ້​ອອກ​ໄປ​ອີກເທື່ອໜຶ່ງ ແລະ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ເຮົາ​ຈະ​ນຳ​ລາວ​ອອກ​ມາ​ເພື່ອ​ໃຫ້​ພວກທ່ານ​ຮູ້​ວ່າ ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຄົນ​ນີ້.”

[5] ພຣະເຢຊູເຈົ້າ​ອອກ​ມາ​ໂດຍ​ມີ​ມົງກຸດ​ໜາມ​ສວມ​ທີ່​ຫົວ ແລະ​ນຸ່ງ​ເສື້ອຄຸມ​ສີມ່ວງ​ອ່ອນ, ປີລາດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເບິ່ງ​ຊາຍ​ຄົນ​ນີ້​ແມ.”

[6] ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ ແລະ​ພວກ​ເຈົ້າໜ້າທີ່​ໄດ້​ເຫັນ​ພຣະອົງ ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້ກາງແຂນ ຄຶງ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ໃຫ້​ພວກທ່ານ​ເອົາ​ລາວ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ສາ ຝ່າຍ​ເຮົາ​ບໍ່​ພົບ​ຄວາມຜິດ​ຈັກ​ຢ່າງ​ໃນ​ຊາຍ​ຄົນ​ນີ້.”

[7] ປະຊາຊົນ​ຕອບ​ເພິ່ນ​ຄືນ​ວ່າ, “ພວກເຮົາ​ມີ​ກົດໝາຍ​ທີ່​ວ່າ ລາວ​ຕ້ອງ​ຕາຍ ເພາະ​ລາວ​ປະກາດ​ຕົວ​ເອງ​ວ່າ ເປັນ​ພຣະບຸດ​ຂອງ^ພຣະເຈົ້າ.”

[8] ເມື່ອ​ປີລາດ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ເພິ່ນ​ກໍ​ຕົກໃຈ​ຫລາຍ​ຂຶ້ນ.

[9] ເພິ່ນ​ຈຶ່ງ​ກັບຄືນ​ເຂົ້າ​ໄປ​ໃນ​ສານ ແລະ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ມາ​ແຕ່​ໃສ?” ແຕ່​ພຣະເຢຊູເຈົ້າ​ບໍ່ໄດ້​ຕອບ​ຫຍັງ​ໝົດ.

[10] ປີລາດ​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຈົ້າ​ບໍ່​ເວົ້າ​ກັບ​ເຮົາ​ບໍ? ເຈົ້າ​ຮູ້​ບໍ​ວ່າ​ເຮົາ​ມີ​ສິດ​ອຳນາດ​ທີ່​ຈະ​ປ່ອຍ​ເຈົ້າ​ໄດ້ ແລະ​ມີ​ສິດ​ອຳນາດ​ທີ່​ຈະ​ຄຶງ​ເຈົ້າ​ໄວ້​ທີ່​ໄມ້ກາງແຂນ.”

[11] ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່ມີ​ສິດ​ອຳນາດ​ເໜືອ​ເຮົາ​ຈັກ​ປະການ ນອກຈາກ​ອຳນາດ​ນັ້ນ​ຈະ​ປະທານ​ແຕ່​ເບື້ອງ​ເທິງ​ໃຫ້​ແກ່​ເຈົ້າ ເຫດສະນັ້ນ ຜູ້​ທີ່​ມອບ​ເຮົາ​ໄວ້​ກັບ​ເຈົ້າ ກໍ​ມີ​ຄວາມ^ຜິດບາບ​ຫລາຍກວ່າ​ເຈົ້າ.”

[12] ເມື່ອ​ປີລາດ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ເພິ່ນ​ຈຶ່ງ​ຊອກ​ຫາ​ວິທີ​ທາງ​ທີ່​ຈະ​ປ່ອຍ​ພຣະອົງ, ແຕ່​ປະຊາຊົນ​ໄດ້​ຮ້ອງ​ໃສ່​ເພິ່ນ​ວ່າ, “ຖ້າ​ທ່ານ​ປ່ອຍ​ຄົນ​ນີ້​ໄປ ກໍ​ສະແດງ​ວ່າ​ທ່ານ​ບໍ່​ເປັນ​ມິດ​ກັບ​ຈັກກະພັດ ຜູ້ໃດ​ທີ່​ປະກາດ​ຕົວ​ເອງ​ວ່າ​ເປັນ​ກະສັດ ລາວ​ກໍ​ປະກາດ​ຕົວ​ຕໍ່ສູ້​ຈັກກະພັດ.”

[13] ພໍ​ປີລາດ​ໄດ້ຍິນ​ດັ່ງນັ້ນ, ເພິ່ນ​ກໍ​ພາ​ພຣະເຢຊູເຈົ້າ​ອອກ​ມາ​ທາງ​ນອກ ເພິ່ນ​ໄດ້​ນັ່ງ​ບັນລັງ​ສານ​ຕັດສິນ​ບ່ອນ​ທີ່​ຄົນ​ເອີ້ນ​ວ່າ ລານຫີນ. (ພາສາ​ເຮັບເຣີ​ເອີ້ນ​ວ່າ, “ຄັບບາທາ.”)

[14] ໃນ^ວັນນັ້ນ ເປັນ​ວັນ​ຈັດຕຽມ​ກ່ອນ​ເທດສະການ​ປັດສະຄາ ເວລາ​ປະມານ​ທ່ຽງ ປີລາດ​ເວົ້າ​ຕໍ່​ປະຊາຊົນ​ວ່າ, “ນີ້​ຄື​ກະສັດ​ຂອງ^ພວກທ່ານ.”

[15] ພວກເຂົາ​ຮ້ອງ​ຕອບ​ຄືນ​ວ່າ, “ເອົາ​ມັນ​ໄປ ເອົາ​ມັນ​ໄປ ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຖາມ​ວ່າ, “ພວກທ່ານ​ຢາກ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ^ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກ​ຫົວໜ້າ​ປະໂຣຫິດ​ຕອບ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ນອກຈາກ​ຈັກກະພັດ​(ກາຍຊາ).”

[16] ແລ້ວ​ປີລາດ​ກໍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ ເພື່ອ​ນຳ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.

[17] ດັ່ງນັ້ນ ພວກເຂົາ​ຈຶ່ງ​ຄຸມ​ພຣະເຢຊູເຈົ້າ​ອອກ​ໄປ ພຣະອົງ​ແບກ​ໄມ້ກາງແຂນ​ຂອງ^ພຣະອົງ​ອອກ​ໄປ ໃນ​ບ່ອນ​ທີ່​ມີ​ຊື່​ວ່າ ກະໂຫລກ^ຫົວ. (ພາສາ​ເຮັບເຣີ​ເອີ້ນ​ວ່າ ໂຄລະໂຄທາ.)

[18] ໃນທີ່ນັ້ນ ພວກເຂົາ​ໄດ້​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ​ກັບ​ຊາຍ​ສອງ​ຄົນ ຄົນ​ລະ​ຂ້າງ, ພຣະເຢຊູເຈົ້າ​ຢູ່​ທາງ​ກາງ.

[19] ປີລາດ​ໄດ້​ສັ່ງ​ໃຫ້​ຂຽນ​ປ້າຍ​ຕິດ​ໃສ່​ເທິງ​ໄມ້ກາງແຂນ​ວ່າ, “ເຢຊູ​ໄທ​ນາຊາເຣັດ ກະສັດ​ຂອງ^ຊາດ​ຢິວ.”

[20] ມີ​ຊາວ​ຢິວ​ຫລາຍ​ຄົນ​ໄດ້​ອ່ານ​ປ້າຍ​ນັ້ນ ເພາະ​ບ່ອນ​ທີ່​ພຣະເຢຊູເຈົ້າ​ຖືກ​ຄຶງ​ນັ້ນ​ຢູ່​ໃກ້​ຕົວເມືອງ, ປ້າຍ​ນີ້​ຂຽນ​ເປັນ​ພາສາ​ເຮັບເຣີ, ພາສາ​ລາຕິນ ແລະ​ພາສາ​ກຣີກ.

[21] ພວກ​ຫົວໜ້າ​ປະໂຣຫິດ​ໄດ້​ບອກ​ປີລາດ​ວ່າ, “ຢ່າ​ຂຽນ​ວ່າ ‘ກະສັດ​ຂອງ^ຊາດ​ຢິວ’ ແຕ່​ໃຫ້​ຂຽນ​ວ່າ, ‘ຊາຍ​ຄົນ​ນີ້​ບອກ​ວ່າ ລາວ​ເປັນ​ກະສັດ​ຂອງ^ຊາດ​ຢິວ.’”

[22] ປີລາດ​ຕອບ​ພວກເຂົາ​ວ່າ, “ສິ່ງ​ທີ່​ເຮົາ​ໄດ້​ຂຽນ​ແລ້ວ ກໍ​ແລ້ວ​ໄປ.”

[23] ເມື່ອ​ພວກ​ທະຫານ​ຄຶງ​ພຣະເຢຊູເຈົ້າ​ໄວ້​ແລ້ວ ພວກເຂົາ​ກໍ​ແບ່ງປັນ​ເຄື່ອງນຸ່ງ​ຂອງ^ພຣະອົງ​ເປັນ​ສີ່​ພູດ ແລະ​ປັນ​ກັນ​ຄົນ​ລະ​ພູດ, ພວກເຂົາ​ຍັງ​ເອົາ​ເສື້ອ​ຊັ້ນໃນ​ຂອງ^ພຣະອົງ ຊຶ່ງ​ເປັນ​ຜ້າ​ຕໍ່າ​ຕ່ອນ​ດຽວ​ໂດຍ​ບໍ່ມີ​ບ່ອນ​ຕໍ່​ຫຍິບ​ດູກ​ທັງ​ຜືນ.

[24] ພວກ​ທະຫານ​ໄດ້​ເວົ້າ​ກັນ​ວ່າ, “ຢ່າ​ຈີກ​ຜ້າ​ຕ່ອນ​ນີ້ ໃຫ້​ພວກເຮົາ​ຈົກ​ສະຫລາກ​ເອົາ​ວ່າ ແມ່ນ​ຜູ້ໃດ​ຈະ​ໄດ້.” ການ​ນີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພວກເຂົາ​ໄດ້​ເອົາ​ເສື້ອຜ້າ​ ຂອງ^ຂ້ານ້ອຍ​ແບ່ງປັນ​ກັນ ພວກເຂົາ​ຈົກ​ສະຫລາກ​ ເອົາ​ເສື້ອຄຸມ​ຂອງ^ຂ້ານ້ອຍ.” ພວກ​ທະຫານ​ໄດ້​ເຮັດ​ສິ່ງ​ເຫລົ່ານີ້.

[25] ຝ່າຍ​ແມ່​ຂອງ^ພຣະເຢຊູເຈົ້າ​ພ້ອມ​ທັງ​ນ້າສາວ​ກັບ​ນາງ​ມາຣີ ຜູ້​ເປັນ​ເມຍ​ຂອງ^ກະໂລປາ ແລະ​ນາງ​ມາຣີ​ໄທ​ມັກດາລາ​ກໍ​ຢືນ​ຢູ່​ໃກ້​ໄມ້ກາງແຂນ​ຂອງ^ພຣະອົງ.

[26] ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ຜູ້​ເປັນ​ແມ່ ພ້ອມ​ທັງ​ສາວົກ​ຜູ້​ທີ່​ພຣະອົງ​ຮັກ​ຢືນ​ຢູ່​ທີ່​ນັ້ນ, ພຣະອົງ​ຈຶ່ງ​ເວົ້າ​ຕໍ່​ແມ່​ຂອງ^ພຣະອົງ​ວ່າ, “ນາງ^ເອີຍ ນີ້ແຫລະ ຄື​ລູກຊາຍ​ຂອງ^ເຈົ້າ.”

[27] ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ສາວົກ​ຄົນ​ນັ້ນ​ວ່າ, “ນາງ​ຄື​ແມ່​ຂອງ^ເຈົ້າ.” ນັບ​ຕັ້ງແຕ່​ນັ້ນ​ມາ ສາວົກ​ຄົນ​ນີ້​ກໍ​ຮັບ​ເອົາ​ນາງ​ມາຣີ​ໄປ​ຢູ່​ໃນ​ເຮືອນ​ຂອງຕົນ.

[28] ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ແລ້ວ, ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ພຣະອົງ​ໄດ້​ຊົງ​ກ່າວ​ວ່າ, “ເຮົາ​ຫິວນໍ້າ.”

[29] ໃນທີ່ນັ້ນ ມີ​ອ່າງ​ໜ່ວຍ​ໜຶ່ງ ທີ່​ມີ​ເຫລົ້າ^ອະງຸ່ນ​ສົ້ມ​ເຕັມ​ຢູ່, ພວກ​ທະຫານ​ຈຶ່ງ​ເອົາ​ຟອງ​ນໍ້າ​ຈຸ່ມ​ໃສ່​ເຫລົ້າ^ອະງຸ່ນ​ສົ້ມ ແລ້ວ​ເອົາ​ສຽບ​ໃສ່​ປາຍ​ໄມ້​ຍື່ນ​ໃສ່​ປາກ​ຂອງ^ພຣະອົງ.

[30] ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮັບ​ເຫລົ້າ^ອະງຸ່ນ​ສົ້ມ​ນັ້ນ​ແລ້ວ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ສຳເລັດ​ແລ້ວ.” ແລ້ວ​ພຣະອົງ​ກໍ​ກົ້ມ​ຫົວ​ລົງ ແລະ​ຊົງ​ມອບ​ຈິດ​ວິນຍານ​ໄວ້.

[31] ແລ້ວ​ພວກ​ຢິວ​ກໍ​ຂໍ​ອະນຸຍາດ​ຈາກ​ປີລາດ ໃຫ້​ຫັກ​ກະດູກ​ຂາ​ຂອງ^ພວກ​ທີ່​ຖືກ​ຄຶງ​ໄວ້​ນັ້ນ ແລະ​ໃຫ້​ເອົາ​ສົບ​ລົງ​ຈາກ​ໄມ້ກາງແຂນ​ໄປ​ເສຍ, ພວກເຂົາ​ຂໍຮ້ອງ​ຢ່າງ​ນີ້ ເພາະ​ເປັນ​ວັນ​ຈັດຕຽມ ແລະ​ພວກເຂົາ​ບໍ່​ຢາກ​ໃຫ້​ສົບ​ເຫລົ່ານັ້ນ​ຄ້າງ​ໄວ້​ທີ່​ໄມ້ກາງແຂນ​ໃນ​ວັນ^ຊະບາໂຕ. (ເພາະ​ວັນ^ຊະບາໂຕ​ທີ່​ຈະມາເຖິງ^ນັ້ນ​ເປັນ​ວັນ​ທີ່​ສຳຄັນ)

[32] ພວກ​ທະຫານ​ຈຶ່ງ​ທຸບ​ຂາ​ຂອງ^ຊາຍ​ຜູ້​ທີ​ໜຶ່ງ ແລະ​ທຸບ​ຂາ​ຂອງ^ຊາຍ​ຜູ້​ທີ​ສອງ ຄື​ພວກ​ທີ່​ຖືກ​ຄຶງ​ຮ່ວມ​ກັບ​ພຣະອົງ.

[33] ພໍ​ພວກເຂົາ​ມາ​ຮອດ​ບ່ອນ​ພຣະເຢຊູເຈົ້າ ກໍ​ເຫັນ​ວ່າ​ພຣະອົງ​ຕາຍ​ແລ້ວ ພວກເຂົາ​ຈຶ່ງ​ບໍ່ໄດ້​ທຸບ​ຂາ​ຂອງ^ພຣະອົງ.

[34] ແຕ່​ທະຫານ​ຄົນ​ໜຶ່ງ​ໄດ້​ໃຊ້​ຫອກ​ແທງ​ຂ້າງ​ຂອງ^ພຣະອົງ ເລືອດ​ແລະ​ນໍ້າ​ໄດ້​ໄຫລ​ອອກ​ມາ​ທັນທີ.

[35] ຜູ້​ທີ່​ເຫັນ​ເຫດການ​ໄດ້​ເປັນ​ພະຍານ​ຢືນຢັນ​ໃນ​ເລື່ອງ​ນີ້ ແລະ​ຄຳ​ພະຍານ​ຂອງ^ຜູ້ນັ້ນ​ເປັນ​ຄວາມຈິງ (ແລະ​ພຣະອົງ​ຮູ້​ວ່າ ລາວ​ເວົ້າ​ຄວາມຈິງ ເພື່ອ​ເຈົ້າ^ທັງຫລາຍ​ຈະ​ໄດ້​ເຊື່ອ​ເໝືອນກັນ.)

[36] ສິ່ງ​ເຫລົ່ານີ້​ເກີດຂຶ້ນ ເພື່ອ​ໃຫ້​ສຳເລັດ​ຕາມ​ຂໍ້​ພຣະຄຳພີ​ທີ່​ວ່າ, “ກະດູກ​ຂອງ^ເພິ່ນ ຈະ​ບໍ່​ຖືກ​ຫັກ​ຈັກ​ເຫຼັ້ມ.”

[37] ແລະ ຍັງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ຂໍ້​ໜຶ່ງ​ອີກ​ວ່າ, “ພວກເຂົາ​ຈະ​ຫລຽວ​ເບິ່ງ ຜູ້​ທີ່​ພວກເຂົາ​ໄດ້​ແທງ​ນັ້ນ.”

[38] ຫລັງຈາກ​ນັ້ນ ໂຢເຊັບ​ໄທ​ບ້ານ​ອາຣີມາທາຍ (ໂຢເຊັບ​ເປັນ​ລູກສິດ​ຢ່າງ​ລັບໆ​ຂອງ^ພຣະເຢຊູເຈົ້າ ເພາະ​ລາວ​ຢ້ານ​ພວກ​ຢິວ.) ກໍໄດ້​ຂໍ​ເອົາ​ສົບ​ຂອງ^ພຣະເຢຊູເຈົ້າ​ຈາກ​ປີລາດ, ປີລາດ​ອະນຸຍາດ​ໃຫ້​ໂຢເຊັບ​ເອົາ​ພຣະສົບ​ຂອງ^ພຣະອົງ​ໄປ ດັ່ງນັ້ນ ໂຢເຊັບ​ຈຶ່ງ​ເອົາ​ພຣະສົບ​ຂອງ^ພຣະອົງ​ລົງ​ຈາກ​ໄມ້ກາງແຂນ​ໄປ.

[39] ນີໂກເດມ ຜູ້​ທີ່​ມາ​ຫາ​ພຣະເຢຊູເຈົ້າ​ຄັ້ງ​ໜຶ່ງ​ໃນ​ຕອນ​ກາງຄືນ​ນັ້ນ ກໍ​ໄປ​ເໝືອນກັນ ໂດຍ​ຖື​ເຄື່ອງຫອມ​ປະມານ​ສາມ​ກິໂລກຼາມ​ປະສົມ​ຢາງ​ໄມ້​ຫອມ​ກັບ​ອາໂລເອ ມາ​ດ້ວຍ.

[40] ທ່ານ​ທັງສອງ​ໄດ້​ນຳ​ສົບ​ຂອງ^ພຣະເຢຊູເຈົ້າ​ລົງ​ມາ ແລ້ວ​ເອົາ​ຜ້າປ່ານ​ກັບ​ເຄື່ອງຫອມ​ພັນ​ສົບ​ນັ້ນ ຕາມ​ທຳນຽມ​ມ້ຽນ​ສົບ​ຂອງ^ຊາວ​ຢິວ.

[41] ໃນ​ບ່ອນ​ຄຶງ​ພຣະເຢຊູເຈົ້າ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ ແລະ​ຢູ່​ໃນ​ບ່ອນ​ນັ້ນ ມີ​ອຸບມຸງ​ໃໝ່​ທີ່​ບໍ່ເຄີຍ​ວາງ​ສົບ​ຜູ້ໃດ​ຈັກເທື່ອ.

[42] ເນື່ອງ​ຈາກ​ວ່າ​ເປັນ​ວັນ​ຈັດຕຽມ​ກ່ອນ​ວັນ^ຊະບາໂຕ​ຂອງ^ຊາວ​ຢິວ ແລະ​ອຸບມຸງ​ນັ້ນ​ກໍ​ຢູ່​ໃກ້ ພວກເພິ່ນ​ຈຶ່ງ​ເອົາ​ພຣະສົບ​ຂອງ^ພຣະເຢຊູເຈົ້າ​ວາງ​ໄວ້​ຢູ່​ໃນທີ່ນັ້ນ.

ໂຢຮັນ — Chapters