[1] ຫລັງຈາກນັ້ນ ກໍເຖິງເທດສະການຂອງ^ຊາດຢິວ ແລະພຣະເຢຊູເຈົ້າກໍໄດ້ຂຶ້ນເມືອນະຄອນເຢຣູຊາເລັມ.
[2] ໃນນະຄອນເຢຣູຊາເລັມໃກ້ແຄມປະຕູແກະມີສະນໍ້າໜ່ວຍໜຶ່ງ ຕາມພາສາເຮັບເຣີເອີ້ນສະນັ້ນວ່າ, ເບັດຊະທາ ທີ່ມີສາລາຫ້າຫລັງອ້ອມຢູ່.
[3] ຕາມສາລາເຫລົ່ານັ້ນມີຄົນປ່ວຍນອນຄອຍຖ້າຢູ່ຢ່າງຫລວງຫລາຍເຊັ່ນ: ຄົນຕາບອດ, ຄົນຂາເສັ້ງ ແລະຄົນເປັນອົງຄະລີບ.
[4] ພວກເຂົາລໍຖ້ານໍ້າເຟືອນ. ດ້ວຍວ່າ, ມີເທວະດາຕົນໜຶ່ງຂອງ^ອົງພຣະ^ຜູ້^ເປັນເຈົ້າ ລົງມາກວນນໍ້າໃນສະນັ້ນເປັນ^ຍາມ ແລະເມື່ອນໍ້າເຟືອນ ຜູ້ໃດລົງໄປໃນນໍ້າກ່ອນ ຜູ້ນັ້ນກໍຫາຍດີຈາກພະຍາດທີ່ຕົນເປັນຢູ່.
[5] ໃນທີ່ນັ້ນ ມີຊາຍຄົນໜຶ່ງປ່ວຍໄດ້ສາມສິບແປດປີມາແລ້ວ,
[6] ເມື່ອພຣະເຢຊູເຈົ້າເຫັນລາວນອນຢູ່ໃນບ່ອນນັ້ນ ພຣະອົງກໍຮູ້ວ່າ ລາວປ່ວຍເປັນເວລາດົນນານແລ້ວ. ດັ່ງນັ້ນ ພຣະອົງຈຶ່ງຖາມວ່າ, “ເຈົ້າຢາກຫາຍດີບໍ?”
[7] ຄົນປ່ວຍນັ້ນຈຶ່ງຕອບວ່າ, “ທ່ານເອີຍ ບໍ່ມີຜູ້ໃດເອົາຂ້ານ້ອຍລົງໄປໃນສະນໍ້າຕອນທີ່ນໍ້າເຟືອນ ແລະເມື່ອຂ້ານ້ອຍກຳລັງຈະລົງໄປ ຄົນອື່ນກໍລົງໄປກ່ອນຂ້ານ້ອຍແລ້ວ.”
[8] ພຣະເຢຊູເຈົ້າບອກລາວວ່າ, “ຈົ່ງລຸກຂຶ້ນ ແລະຍົກເອົາບ່ອນນອນຂອງ^ເຈົ້າ ແລະຍ່າງໄປ.”
[9] ໃນທັນໃດ ຊາຍຄົນນັ້ນກໍຫາຍດີພະຍາດ ລາວຈຶ່ງຍົກເອົາບ່ອນນອນຂອງຕົນແລ້ວຍ່າງໄປ. ວັນນັ້ນເປັນວັນ^ຊະບາໂຕ
[10] ດັ່ງນັ້ນ ເຈົ້າໜ້າທີ່ຢິວຈຶ່ງເວົ້າກັບຊາຍທີ່ດີພະຍາດນັ້ນວ່າ, “ວັນນີ້ເປັນວັນ^ຊະບາໂຕ ການທີ່ເຈົ້າຍົກເອົາບ່ອນນອນຂອງ^ເຈົ້າອອກໄປນັ້ນ ເປັນການຜິດກົດບັນຍັດ.”
[11] ຊາຍນັ້ນຈຶ່ງຕອບວ່າ, “ຄົນທີ່ເຮັດໃຫ້ຂ້ານ້ອຍດີພະຍາດໄດ້ບອກຂ້ານ້ອຍວ່າ, ‘ຈົ່ງຍົກເອົາບ່ອນນອນຂອງ^ເຈົ້າແລ້ວຍ່າງໄປ.’”
[12] ພວກເຂົາຈຶ່ງຖາມຊາຍຄົນນັ້ນວ່າ, “ແມ່ນຜູ້ໃດທີ່ບອກເຈົ້າວ່າ, ‘ຈົ່ງຍົກເອົາບ່ອນນອນຂອງ^ເຈົ້າແລ້ວຍ່າງໄປ?’”
[13] ແຕ່ຊາຍທີ່ດີພະຍາດບໍ່ຮູ້ວ່າແມ່ນຜູ້ໃດ. ດ້ວຍວ່າ, ພຣະເຢຊູເຈົ້າໄດ້ໜີໄປແລ້ວເພາະວ່າບ່ອນນັ້ນມີຄົນຫລາຍ.
[14] ພາຍຫລັງມາ ພຣະເຢຊູເຈົ້າໄດ້ພົບຊາຍຄົນນັ້ນໃນພຣະວິຫານ ແລ້ວພຣະອົງຈຶ່ງບອກລາວວ່າ, “ເຈົ້າດີພະຍາດແລ້ວ ຢ່າສູ່ເຮັດບາບອີກຕໍ່ໄປ ຢ້ານວ່າຈະມີເຫດຮ້າຍຫລາຍກວ່ານັ້ນເກີດຂຶ້ນກັບເຈົ້າ.”
[15] ແລ້ວຊາຍຄົນນັ້ນກໍໄປບອກພວກຢິວວ່າ ແມ່ນພຣະເຢຊູເຈົ້າທີ່ເຮັດໃຫ້ຕົນດີພະຍາດ.
[16] ເຫດສະນັ້ນ ພວກຢິວຈຶ່ງໄດ້ຂົ່ມເຫັງພຣະເຢຊູເຈົ້າ ເພາະພຣະອົງໄດ້ຊົງກະທຳໃນວັນ^ຊະບາໂຕ.
[17] ແຕ່ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກເຂົາວ່າ, “ພຣະບິດາເຈົ້າຂອງເຮົາຍັງກະທຳກິດຈະການຈົນເຖິງດຽວນີ້ ແລະເຮົາກໍເຮັດການນັ້ນເໝືອນກັນ.”
[18] ຍ້ອນຖ້ອຍຄຳນັ້ນ ຈຶ່ງເຮັດໃຫ້ພວກຢິວຊອກຫາໂອກາດທີ່ຈະຂ້າພຣະອົງເສຍ ບໍ່ແມ່ນແຕ່ພຣະອົງລະເມີດກົດຂອງ^ວັນ^ຊະບາໂຕເທົ່ານັ້ນ ແຕ່ຍັງໄດ້ເອີ້ນພຣະເຈົ້າວ່າ ເປັນພຣະບິດາເຈົ້າຂອງຕົນ ຊຶ່ງເປັນການເຮັດໃຫ້ພຣະອົງເອງສະເໝີກັນກັບພຣະເຈົ້າ.
[19] ພຣະເຢຊູເຈົ້າໄດ້ຕອບ ແລະກ່າວກັບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ ພຣະບຸດຈະເຮັດສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້ ນອກຈາກໄດ້ເຫັນພຣະບິດາເຈົ້າເຮັດ ສິ່ງທີ່ພຣະບິດາເຈົ້າເຮັດພຣະບຸດກໍເຮັດເໝືອນກັນ.
[20] ດ້ວຍວ່າ, ພຣະບິດາຮັກພຣະບຸດ ແລະສຳແດງໃຫ້ພຣະບຸດເຫັນທຸກສິ່ງ ທີ່ພຣະອົງເອງກະທຳຢູ່ ພຣະອົງຈະສຳແດງໃຫ້ພຣະບຸດເຮັດສິ່ງຍິ່ງໃຫຍ່ກວ່ານັ້ນອີກ ຊຶ່ງພວກເຈົ້າຈະອັດສະຈັນໃຈໃນສິ່ງເຫຼົ່ານັ້ນ.
[21] ພຣະບິດາເຈົ້າບັນດານໃຫ້ຄົນທີ່ຕາຍແລ້ວ ເປັນຄືນມາສູ່ຊີວິດສັນໃດ ຖ້າພຣະບຸດຢາກໃຫ້ຊີວິດແກ່ຜູ້ໃດ ກໍຈະເຮັດສັນນັ້ນເໝືອນກັນ.
[22] ເພາະວ່າ ພຣະບິດາເຈົ້າເອງບໍ່ຕັດສິນຜູ້ໃດ^ຜູ້ໜຶ່ງ, ແຕ່ພຣະອົງໄດ້ມອບການ^ພິພາກສາທັງໝົດໃຫ້ແກ່ພຣະບຸດ
[23] ເພື່ອຄົນທັງປວງຈະຖວາຍກຽດແກ່ພຣະບຸດ ເໝືອນດັ່ງທີ່ພວກເຂົາໄດ້ຖວາຍກຽດແກ່ພຣະບິດາເຈົ້າ ຜູ້ທີ່ບໍ່ຖວາຍກຽດແກ່ພຣະບຸດ ຜູ້ນັ້ນກໍບໍ່ຖວາຍກຽດແກ່ພຣະບິດາເຈົ້າ ຜູ້ທີ່ໄດ້ໃຊ້ພຣະບຸດມາ.
[24] ເຮົາບອກເຈົ້າ^ທັງຫລາຍຕາມ^ຄວາມຈິງວ່າ, ຜູ້ທີ່ຟັງຄຳເວົ້າຂອງເຮົາ ແລະວາງໃຈເຊື່ອໃນພຣະອົງຜູ້ທີ່ໃຊ້ເຮົາມາ ຜູ້ນັ້ນກໍມີຊີວິດນິຣັນດອນ ແລະຈະບໍ່ເຂົ້າໃນການ^ພິພາກສາ ແຕ່ໄດ້ຜ່ານພົ້ນຈາກຄວາມ^ຕາຍເຂົ້າສູ່ຊີວິດແລ້ວ.
[25] ເຮົາບອກພວກເຈົ້າຕາມ^ຄວາມຈິງວ່າ, ເວລານັ້ນໃກ້ເຂົ້າມາ ແລະກໍມາເຖິງແລ້ວ ຄືເມື່ອຜູ້ຕາຍແລ້ວ ຈະໄດ້ຍິນສຽງພຣະບຸດຂອງ^ພຣະເຈົ້າ ແລະບັນດາຜູ້ທີ່ໄດ້ຍິນກໍຈະມີຊີວິດ.
[26] ພຣະບິດາເຈົ້າມີຊີວິດໃນພຣະອົງເອງສັນໃດ ພຣະອົງກໍໄດ້ໃຫ້ພຣະບຸດມີຊີວິດໃນພຣະອົງເອງສັນນັ້ນ.
[27] ຝ່າຍພຣະບິດາເຈົ້າໃຫ້ພຣະບຸດມີສິດອຳນາດພິພາກສາ ກໍເພາະພຣະອົງເປັນບຸດມະນຸດ.
[28] ຢ່າປະຫລາດ^ໃຈໃນເລື່ອງນີ້ເລີຍ ເພາະຈະເຖິງເວລາທີ່ບັນດາຄົນທີ່ຢູ່ໃນຂຸມຝັງສົບ ຈະໄດ້ຍິນສຽງຂອງ^ພຣະອົງ
[29] ແລະ ຈະໄດ້ອອກມາ ບັນດາຜູ້ທີ່ເຮັດການດີ ກໍຄືນມາສູ່ຊີວິດ, ແຕ່ບັນດາຜູ້ທີ່ເຮັດການຊົ່ວ ກໍຄືນມາສູ່ການ^ພິພາກສາ.”
[30] “ເຮົາເຮັດສິ່ງໜຶ່ງ^ສິ່ງໃດຕາມລຳພັງໃຈຂອງເຮົາເອງບໍ່ໄດ້ ເຮົາຕັດສິນຕາມທີ່ພຣະເຈົ້າບອກເຮົາເທົ່ານັ້ນ ແລະການຕັດສິນຂອງເຮົາກໍຍຸດຕິທຳ ເພາະເຮົາບໍ່ໄດ້ພະຍາຍາມເຮັດຕາມໃຈຂອງເຮົາເອງ ແຕ່ເຮັດຕາມໃຈຂອງ^ພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ.”
[31] “ຖ້າເຮົາເປັນພະຍານໃຫ້ຕົວເຮົາເອງ ຄຳພະຍານຂອງເຮົາກໍບໍ່ເປັນຄວາມຈິງ.
[32] ມີຜູ້ໜຶ່ງອີກທີ່ເປັນພະຍານໃຫ້ແກ່ເຮົາ ແລະເຮົາກໍຮູ້ວ່າຄຳພະຍານຂອງ^ຜູ້ນັ້ນກ່ຽວກັບເຮົາກໍເປັນຄວາມຈິງ.
[33] ເຈົ້າ^ທັງຫລາຍໄດ້ໃຊ້ຄົນໄປຫາໂຢຮັນ ແລະໂຢຮັນໄດ້ເປັນພະຍານໃນເລື່ອງຂອງ^ຄວາມຈິງ.
[34] ແຕ່ຝ່າຍເຮົາ, ເຮົາບໍ່ໄດ້ຮັບຄຳພະຍານຈາກມະນຸດ ເຮົາເວົ້າສິ່ງເຫລົ່ານີ້ກໍເພື່ອວ່າພວກເຈົ້າຈະໄດ້ລອດພົ້ນ.
[35] ໂຢຮັນເປັນດັ່ງໂຄມໄຟທີ່ໃຕ້ສ່ອງແສງ^ສະຫວ່າງຢູ່ ເຈົ້າ^ທັງຫລາຍໄດ້ຊື່ນຊົມ^ຍິນດີກັບແສງ^ສະຫວ່າງຂອງ^ລາວນັ້ນພຽງຊົ່ວຄາວ.
[36] ແຕ່ເຮົາມີຄຳພະຍານທີ່ສຳຄັນກວ່າຄຳພະຍານຂອງ^ໂຢຮັນອີກຄື: ວຽກງານທີ່ພຣະບິດາເຈົ້າໄດ້ມອບແກ່ເຮົາເພື່ອເຮັດໃຫ້ສຳເລັດ ແມ່ນງານທີ່ເຮົາເຮັດຢູ່ດຽວນີ້ແຫລະ ທີ່ເປັນພະຍານໃຫ້ແກ່ເຮົາວ່າພຣະບິດາເຈົ້າໄດ້ໃຊ້ເຮົາມາ.
[37] ຝ່າຍພຣະບິດາເຈົ້າຜູ້ທີ່ໃຊ້ເຮົາມາ ກໍເປັນພະຍານໃຫ້ເຮົາ ເຈົ້າ^ທັງຫລາຍບໍ່ເຄີຍໄດ້ຍິນສຽງຂອງ^ພຣະອົງ ແລະບໍ່ເຄີຍເຫັນຮູບຮ່າງຂອງ^ພຣະອົງຈັກເທື່ອ.
[38] ເຈົ້າ^ທັງຫລາຍບໍ່ມີຖ້ອຍຄຳຂອງ^ພຣະອົງໄວ້ໃນໃຈ. ດ້ວຍວ່າ, ເຈົ້າ^ທັງຫລາຍບໍ່ເຊື່ອໃນຜູ້ທີ່ພຣະອົງໄດ້ໃຊ້ມານັ້ນ.
[39] ເຈົ້າ^ທັງຫລາຍຄົ້ນຫາໃນພຣະຄຳພີ ເພາະຄິດວ່າຈະພົບຊີວິດນິຣັນດອນ ແມ່ນພຣະຄຳພີນີ້ແຫລະ ທີ່ເປັນພະຍານໃຫ້ເຮົາ,
[40] ແຕ່ເຖິງປານນັ້ນ ເຈົ້າ^ທັງຫລາຍກໍຍັງບໍ່ຢາກມາຫາເຮົາເພື່ອຈະໄດ້ຊີວິດ.”
[41] “ເຮົາບໍ່ຕ້ອງການຮັບເອົາກຽດຕິຍົດ ຄຳຊົມເຊີຍຈາກມະນຸດ.
[42] ແຕ່ເຮົາຮູ້ວ່າ ເຈົ້າ^ທັງຫລາຍບໍ່ມີຄວາມຮັກຂອງ^ພຣະເຈົ້າໃນໃຈເລີຍ.
[43] ເຮົາໄດ້ມາໃນພຣະນາມພຣະບິດາເຈົ້າຂອງເຮົາ ແລະເຈົ້າ^ທັງຫລາຍກໍບໍ່ຕ້ອນຮັບເຮົາ, ແຕ່ເມື່ອຄົນອື່ນມາໃນນາມຊື່ຂອງ^ຕົນເອງ ພວກເຈົ້າກໍຕ້ອນຮັບຜູ້ນັ້ນ
[44] ແລ້ວເຈົ້າ^ທັງຫລາຍຈະເຊື່ອໄດ້ຢ່າງໃດ? ເຈົ້າ^ທັງຫລາຍມັກຮັບເອົາກຽດຕິຍົດຈາກມະນຸດດ້ວຍກັນ, ແຕ່ບໍ່ຊອກຫາກຽດຕິຍົດຈາກຜູ້ທີ່ເປັນພຣະເຈົ້າແຕ່ອົງດຽວ,
[45] ຢ່າຄິດວ່າ ເຮົາຟ້ອງເຈົ້າ^ທັງຫລາຍຕໍ່ພຣະບິດາເຈົ້າ ມີຜູ້ຟ້ອງພວກເຈົ້າແລ້ວ ຄືໂມເຊ ຜູ້ຊຶ່ງພວກເຈົ້າມອບຄວາມຫວັງນຳນັ້ນ.
[46] ຖ້າເຈົ້າ^ທັງຫລາຍເຊື່ອໃນໂມເຊຢ່າງແທ້ຈິງ ພວກເຈົ້າກໍຄົງຈະເຊື່ອໃນເຮົາແລ້ວເໝືອນກັນ ເພາະໂມເຊໄດ້ຂຽນໄວ້ກ່ຽວກັບເລື່ອງເຮົາ.
[47] ໃນເມື່ອເຈົ້າ^ທັງຫລາຍບໍ່ເຊື່ອເລື່ອງທີ່ໂມເຊຂຽນແລ້ວ ພວກເຈົ້າຈະເຊື່ອຄຳເວົ້າຂອງເຮົາໄດ້ຢ່າງໃດ?”