[1] ເມື່ອພຣະເຢຊູເຈົ້າໄດ້ຮູ້ວ່າ ພວກຟາຣີຊາຍໄດ້ຍິນຂ່າວວ່າພຣະອົງມີສາວົກ ແລະໄດ້ໃຫ້ຜູ້ຄົນຮັບບັບຕິສະມາຫລາຍກວ່າໂຢຮັນ (
[2] ຄວາມຈິງແລ້ວ ພຣະເຢຊູເຈົ້າບໍ່ໄດ້ໃຫ້ຜູ້ໃດຮັບບັບຕິສະມາ ແຕ່ແມ່ນພວກສາວົກຂອງ^ພຣະອົງທີ່ເປັນຜູ້ໃຫ້).
[3] ພຣະເຢຊູເຈົ້າໄດ້ສະເດັດອອກຈາກແຂວງຢູດາຍ ແລະກັບຄືນໄປຍັງແຂວງຄາລີເລ.
[4] ພຣະອົງຈຳເປັນຕ້ອງຜ່ານແຂວງຊາມາເຣຍໄປ.
[5] ພຣະອົງມາເຖິງເມືອງໜຶ່ງຢູ່ໃນແຂວງຊາມາເຣຍ ທີ່ຊື່ວ່າ ຊີຂາ ບໍ່ໄກຈາກດິນຕອນ ຊຶ່ງຢາໂຄບໄດ້ມອບໃຫ້ໂຢເຊັບລູກຊາຍຂອງຕົນ.
[6] ນໍ້າສ້າງຂອງ^ຢາໂຄບກໍຢູ່ໃນທີ່ນັ້ນ. ເມື່ອປະມານທ່ຽງວັນ ພຣະເຢຊູເຈົ້າມີຄວາມ^ອິດເມື່ອຍຍ້ອນການເດີນທາງ ພຣະອົງຈຶ່ງນັ່ງລົງທີ່ແຄມນໍ້າສ້າງນັ້ນ.
[7] ມີຍິງຊາວຊາມາເຣຍຄົນໜຶ່ງ ໄດ້ມາຕັກນໍ້າໃນສ້າງ ພຣະເຢຊູເຈົ້າຈຶ່ງກ່າວກັບນາງວ່າ, “ເຮົາຂໍດື່ມນໍ້າແດ່.” (
[8] ໃນຂະນະນັ້ນ ພວກສາວົກຂອງ^ພຣະອົງ ໄດ້ເຂົ້າໄປຊື້ອາຫານໃນເມືອງ).
[9] ຍິງຊາວຊາມາເຣຍຕອບພຣະອົງວ່າ, “ດ້ວຍເຫດໃດທ່ານຜູ້ເປັນຄົນຢິວ ຈຶ່ງຂໍດື່ມນໍ້າຈາກຂ້ານ້ອຍ ທີ່ເປັນຄົນຊາມາເຣຍ?” (ຊາວຢິວ ແລະ ຊາວຊາມາເຣຍບໍ່ມີສ່ວນກ່ຽວຂ້ອງກັນ).
[10] ພຣະເຢຊູເຈົ້າຊົງຕອບນາງວ່າ, “ຖ້າເຈົ້າຮູ້ຈັກສິ່ງທີ່ພຣະເຈົ້າໃຫ້ ແລະຮູ້ຈັກຜູ້ທີ່ກຳລັງຂໍດື່ມນໍ້າຈາກເຈົ້າແລ້ວ ເຈົ້າກໍຄົງຈະຂໍຈາກເພິ່ນ ແລະເພິ່ນຈະເອົານໍ້າທີ່ປະກອບດ້ວຍຊີວິດໃຫ້ແກ່ເຈົ້າ.”
[11] ນາງກ່າວຕໍ່ພຣະອົງວ່າ, “ທ່ານເອີຍ ທ່ານບໍ່ມີຫຍັງທີ່ຈະຕັກນໍ້າ ແລະສ້າງນີ້ກໍເລິກ ທ່ານຈະເອົານໍ້າທີ່ປະກອບດ້ວຍຊີວິດນັ້ນມາແຕ່ໃສ?
[12] ຢາໂຄບບັນພະບຸລຸດຂອງ^ພວກຂ້ານ້ອຍ ຜູ້ທີ່ໄດ້ຂຸດນໍ້າສ້າງນີ້ໄວ້ໃຫ້ພວກຂ້ານ້ອຍນັ້ນ ກໍດື່ມນໍ້າຈາກສ້າງນີ້ພ້ອມທັງພວກລູກຊາຍ ແລະຝູງສັດຂອງ^ເພິ່ນ ທ່ານເປັນຜູ້ຍິ່ງໃຫຍ່ກວ່າຢາໂຄບຊັ້ນບໍ?”
[13] ພຣະເຢຊູເຈົ້າຈຶ່ງຕອບນາງວ່າ, “ທຸກຄົນທີ່ດື່ມນໍ້ານີ້ ຍັງຈະຫິວອີກ
[14] ແຕ່ຜູ້ໃດທີ່ດື່ມນໍ້າ ຊຶ່ງເຮົາຈະໃຫ້ນັ້ນ ຈະບໍ່ຢາກອີກຈັກເທື່ອ. ນໍ້າທີ່ເຮົາຈະໃຫ້ນັ້ນຈະກາຍເປັນນໍ້າພຸໃນຕົວຂອງ^ຜູ້ນັ້ນ ແລະຈະພຸ່ງຂຶ້ນເຖິງຊີວິດນິຣັນດອນ.”
[15] ນາງໄດ້ກ່າວຕໍ່ພຣະອົງວ່າ, “ທ່ານເອີຍ ຂໍເອົານໍ້ານັ້ນໃຫ້ຂ້ານ້ອຍດື່ມແດ່ທ້ອນ ເພື່ອຂ້ານ້ອຍຈະບໍ່ຢາກ ແລະຈະບໍ່ໄດ້ມາຕັກນໍ້າທີ່ນີ້ອີກ.”
[16] ພຣະເຢຊູເຈົ້າບອກນາງວ່າ, “ຈົ່ງໄປເອີ້ນຜົວຂອງ^ເຈົ້າມາທີ່ນີ້.”
[17] ນາງໄດ້ຕອບວ່າ, “ຂ້ານ້ອຍບໍ່ມີຜົວ.” ພຣະເຢຊູເຈົ້າຊົງຕອບນາງຄືນວ່າ, “ເຈົ້າເວົ້າຖືກແລ້ວວ່າ ເຈົ້າບໍ່ມີຜົວ.
[18] ເຈົ້າເຄີຍມີຜົວມາແລ້ວຫ້າຄົນ ແລະຜູ້ທີ່ເຈົ້າມີຢູ່ດຽວນີ້ກໍບໍ່ແມ່ນຜົວຂອງ^ເຈົ້າ ສິ່ງທີ່ເຈົ້າເວົ້ານັ້ນກໍເປັນຄວາມຈິງແທ້.”
[19] ນາງກ່າວຕໍ່ພຣະອົງວ່າ, “ທ່ານເອີຍ ຂ້ານ້ອຍເຫັນຄັກແລ້ວວ່າ ທ່ານເປັນຜູ້ທຳນວາຍ.
[20] ບັນພະບຸລຸດຂອງ^ພວກຂ້ານ້ອຍໄດ້ນະມັດສະການພຣະເຈົ້າເທິງພູໜ່ວຍນີ້, ແຕ່ພວກທ່ານວ່າ ສະຖານທີ່ຄວນນະມັດສະການ ກໍຄືນະຄອນເຢຣູຊາເລັມ.”
[21] ພຣະເຢຊູເຈົ້າບອກນາງວ່າ, “ຈົ່ງເຊື່ອໃນເຮົາເທາະ ຄົງມີວັນໜຶ່ງ ພວກເຈົ້າຈະບໍ່ໄດ້ນະມັດສະການພຣະບິດາເຈົ້າຢູ່ເທິງພູນີ້ ຫລືທີ່ນະຄອນເຢຣູຊາເລັມ.
[22] ຊຶ່ງພວກເຈົ້ານະມັດສະການນັ້ນ ພວກເຈົ້າບໍ່ຮູ້ຈັກ ແຕ່ພວກເຮົາຮູ້ດີວ່າ ພວກເຮົານະມັດສະການຜູ້ໃດ ເພາະຄວາມ^ພົ້ນນັ້ນມາທາງຊາວຢິວ.
[23] ແຕ່ເວລານັ້ນໃກ້ເຂົ້າມາ ແລະບັດນີ້ກໍມາເຖິງແລ້ວ ຄືເມື່ອຜູ້ທີ່ນະມັດສະການຢ່າງຖືກຕ້ອງ ຈະນະມັດສະການພຣະບິດາເຈົ້າດ້ວຍຈິດວິນຍານແລະຄວາມຈິງ ເພາະພຣະບິດາເຈົ້າຊອກຫາຄົນຢ່າງນັ້ນແຫລະ ນະມັດສະການພຣະອົງ.
[24] ພຣະເຈົ້າຊົງເປັນພຣະວິນຍານ ແລະຜູ້ທີ່ນະມັດສະການພຣະອົງ ຕ້ອງນະມັດສະການດ້ວຍຈິດວິນຍານ ແລະຄວາມຈິງ.”
[25] ຍິງຜູ້ນີ້ໄດ້ເວົ້າກັບພຣະເຢຊູເຈົ້າວ່າ, “ຂ້ານ້ອຍຮູ້ວ່າ ພຣະເມຊີອາ (ທີ່ເອີ້ນວ່າ ພຣະຄຣິດ)ຈະມາ ຖ້າພຣະອົງມາແລ້ວ ພຣະອົງຈະບອກທຸກສິ່ງແກ່ພວກຂ້ານ້ອຍ.”
[26] ພຣະເຢຊູເຈົ້າໄດ້ບອກນາງວ່າ, “ເຮົາຜູ້ທີ່ກຳລັງເວົ້າກັບເຈົ້າຢູ່ນີ້ແຫລະ ຄືຜູ້ນັ້ນ.”
[27] ໃນຂະນະນັ້ນ ພວກສາວົກຂອງ^ພຣະອົງກໍມາເຖິງ ພວກເພິ່ນປະຫລາດ^ໃຈທີ່ເຫັນພຣະເຢຊູເຈົ້າກຳລັງເວົ້າກັບແມ່ຍິງ, ແຕ່ບໍ່ມີຜູ້ໃດຖາມວ່າ, “ທ່ານຕ້ອງການຫຍັງ? ຫລືຖາມພຣະເຢຊູເຈົ້າວ່າ ເປັນຫຍັງພຣະອົງຈຶ່ງເວົ້າກັບນາງ?”
[28] ຍິງຄົນນັ້ນໄດ້ປະໄຫນໍ້າຂອງຕົນ, ກັບຄືນເຂົ້າໄປໃນເມືອງ ແລະບອກຄົນທັງຫລາຍວ່າ,
[29] “ຈົ່ງມາເບິ່ງຊາຍຜູ້ໜຶ່ງ ທີ່ບອກຂ້ອຍເຖິງທຸກໆສິ່ງທີ່ຂ້ອຍໄດ້ເຮັດມາແລ້ວ ຜູ້ນີ້ບໍ່ແມ່ນພຣະຄຣິດບໍ?”
[30] ຄົນທັງຫລາຍຈຶ່ງພາກັນອອກຈາກເມືອງມາຫາພຣະອົງ.
[31] ໃນຂະນະນັ້ນ ພວກສາວົກບອກພຣະອົງວ່າ, “ພຣະອາຈານ ຂໍເຊີນຮັບປະທານອາຫານສາເຖີດ.”
[32] ແຕ່ພຣະອົງຕອບພວກເພິ່ນວ່າ, “ເຮົາມີອາຫານກິນທີ່ພວກເຈົ້າບໍ່ຮູ້.”
[33] ພວກສາວົກຈຶ່ງເລີ່ມຖາມກັນວ່າ, “ມີຄົນເອົາອາຫານມາໃຫ້ເພິ່ນກິນບໍ?”
[34] ພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ອາຫານຂອງເຮົາແມ່ນການປະຕິບັດຕາມຄວາມປະສົງຂອງ^ພຣະອົງ ຜູ້ທີ່ໄດ້ໃຊ້ເຮົາມາ ແລະເຮັດໃຫ້ວຽກງານຂອງ^ພຣະອົງສຳເລັດ.
[35] ເຈົ້າ^ທັງຫລາຍເວົ້າວ່າ, ‘ອີກສີ່ເດືອນກໍຈະເຖິງລະດູກ່ຽວເຂົ້າບໍ່ແມ່ນບໍ?’ ນີ້ແຫລະ ເຮົາບອກພວກເຈົ້າວ່າ, ຈົ່ງເງີຍໜ້າເບິງທົ່ງນາ ເພາະເຂົ້າກໍເຫລືອງພໍກ່ຽວແລ້ວ
[36] ຜູ້ທີ່ກ່ຽວເຂົ້າກໍກຳລັງຮັບຄ່າຈ້າງ ແລະຮວບຮວມເອົາຜົນລະປູກໄວ້ສຳລັບຊີວິດນິຣັນດອນ ເພື່ອທັງຜູ້ຫວ່ານ ແລະຜູ້ເກັບກ່ຽວຈະຊົມຊື່ນ^ຍິນດີນຳກັນ.
[37] ເພາະເຫດນີ້ແຫລະ ຄຳທີ່ວ່າ, ‘ຄົນໜຶ່ງຫວ່ານ ແລະຄົນໜຶ່ງເກັບກ່ຽວນັ້ນກໍເປັນຄວາມຈິງ.’
[38] ເຮົາໄດ້ໃຊ້ເຈົ້າ^ທັງຫລາຍໄປເກັບກ່ຽວ ອັນທີ່ເຈົ້າບໍ່ໄດ້ລົງແຮງເຮັດ ຄົນອື່ນໄດ້ລົງແຮງເຮັດໄວ້ ແລະພວກເຈົ້າເປັນຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກການງານຂອງ^ພວກເຂົາ.”
[39] ຊາວຊາມາເຣຍເປັນຈຳນວນຫລວງຫລາຍໃນເມືອງນີ້ໄດ້ເຊື່ອໃນພຣະອົງ ເພາະຖ້ອຍຄຳທີ່ຍິງນັ້ນໄດ້ເປັນພະຍານວ່າ, “ເພິ່ນໄດ້ບອກຂ້ອຍກ່ຽວກັບທຸກໆສິ່ງທີ່ຂ້ອຍໄດ້ເຮັດມາ.”
[40] ດັ່ງນັ້ນ ເມື່ອຊາວຊາມາເຣຍມາຫາພຣະອົງ ພວກເຂົາຈຶ່ງຂໍຮ້ອງໃຫ້ພຣະອົງຢູ່ກັບພວກເຂົາ ແລະພຣະອົງກໍຢູ່ທີ່ນັ້ນສອງວັນ.
[41] ມີຄົນອື່ນອີກຈຳນວນຫລວງຫລາຍທີ່ໄດ້ຮັບເຊື່ອ ເພາະໄດ້ຍິນຖ້ອຍຄຳຂອງ^ພຣະອົງ
[42] ແລະ ພວກເຂົາໄດ້ເວົ້າກັບແມ່ຍິງຄົນນັ້ນວ່າ, “ບັດນີ້ ພວກເຮົາໄດ້ເຊື່ອ ບໍ່ແມ່ນຍ້ອນຄຳເວົ້າຂອງ^ເຈົ້າ ແຕ່ຍ້ອນພວກເຮົາໄດ້ຍິນເພິ່ນເອງເວົ້າ ແລະພວກເຮົາກໍຮູ້ວ່າ ແມ່ນທ່ານຜູ້ນີ້ແທ້ ທີ່ເປັນພຣະ^ຜູ້ໂຜດຊ່ວຍມະນຸດ^ສະໂລກໃຫ້ພົ້ນ.”
[43] ຫລັງຈາກສອງວັນຜ່ານໄປແລ້ວ ພຣະເຢຊູເຈົ້າໄດ້ສະເດັດອອກໄປຍັງແຂວງຄາລີເລ. (
[44] ເພາະພຣະເຢຊູເຈົ້າເອງໄດ້ເປັນພະຍານວ່າ, ຜູ້ທຳນວາຍບໍ່ໄດ້ຮັບກຽດ ແລະຄວາມນັບຖືໃນບ້ານເມືອງຂອງຕົນ).
[45] ເມື່ອພຣະອົງໄປຮອດແຂວງຄາລີເລແລ້ວ ຊາວຄາລີເລກໍຕ້ອນຮັບພຣະອົງ ເພາະພວກເຂົາກໍໄດ້ໄປໃນເທດສະການປັດສະຄາທີ່ນະຄອນເຢຣູຊາເລັມ ແລະ ເຫັນທຸກສິ່ງທີ່ພຣະອົງໄດ້ກະທຳໃນພິທີສະຫລອງນັ້ນເໝືອນກັນ.
[46] ແລ້ວພຣະອົງກໍໄດ້ສະເດັດກັບຄືນໄປຍັງບ້ານການາແຂວງຄາລີເລອີກ ບ່ອນທີ່ພຣະອົງໄດ້ເຮັດໃຫ້ນໍ້າກາຍເປັນເຫລົ້າ^ອະງຸ່ນ ມີລູກຊາຍຂອງ^ຂ້າຣາຊການຄົນໜຶ່ງ ທີ່ເມືອງກາເປນາອູມກຳລັງປ່ວຍຢູ່.
[47] ເມື່ອຂ້າຣາຊການຄົນນີ້ໄດ້ຍິນຂ່າວວ່າ ພຣະເຢຊູເຈົ້າໄດ້ສະເດັດອອກຈາກແຂວງຢູດາຍ ແລະມາຮອດແຂວງຄາລີເລແລ້ວ ເພິ່ນຈຶ່ງໄປຂໍຮ້ອງພຣະອົງ ໃຫ້ມາຮັກສາລູກຊາຍຂອງຕົນທີ່ໃກ້ຈະຕາຍ.
[48] ພຣະເຢຊູເຈົ້າເວົ້າຕໍ່ເພິ່ນວ່າ, “ຖ້າເຈົ້າ^ທັງຫລາຍບໍ່ເຫັນການອັດສະຈັນ ແລະໝາຍສຳຄັນ ພວກເຈົ້າກໍຈະບໍ່ເຊື່ອ.”
[49] ຂ້າຣາຊການຜູ້ນັ້ນຕອບວ່າ, “ທ່ານເອີຍ ຂໍເຊີນທ່ານລົງໄປກ່ອນທີ່ລູກຂ້ານ້ອຍຈະຕາຍ.”
[50] ພຣະເຢຊູເຈົ້າຈຶ່ງກ່າວແກ່ລາວວ່າ, “ຈົ່ງກັບຄືນເມືອສາ, ລູກຂອງ^ເຈົ້າຍັງມີຊີວິດຢູ່.” ຊາຍຄົນນັ້ນໄດ້ເຊື່ອໃນຖ້ອຍຄຳຂອງ^ພຣະເຢຊູເຈົ້າ ແລະລາກັບຄືນເມືອ.
[51] ໃນຂະນະທີ່ລາວກຳລັງກັບຄືນເມືອນັ້ນ ພວກຄົນ^ຮັບໃຊ້ໄດ້ອອກມາຕ້ອນຮັບ ແລະບອກຂ່າວໃຫ້ຮູ້ວ່າ ລູກຊາຍຂອງ^ລາວຍັງມີຊີວິດຢູ່.
[52] ລາວຈຶ່ງຖາມພວກເຂົາເຖິງເວລາທີ່ລູກຊາຍເລີ່ມມີອາການດີຂຶ້ນມາ, ພວກເຂົາຕອບວ່າ, “ລາວດີໄຂ້ມື້ວານນີ້ໃນເວລາບ່າຍໜຶ່ງໂມງ.”
[53] ແລ້ວຜູ້ເປັນພໍ່ກໍຈື່ວ່າ ມັນກົງກັບເວລາທີ່ພຣະເຢຊູເຈົ້າໄດ້ກ່າວແກ່ຕົນວ່າ, ລູກຂອງ^ເຈົ້າຍັງມີຊີວິດຢູ່. ດັ່ງນັ້ນ ລາວກັບທຸກຄົນໃນຄອບຄົວຂອງ^ລາວຈຶ່ງໄດ້ເຊື່ອ.
[54] ນີ້ເປັນການອັດສະຈັນຄັ້ງທີສອງ ທີ່ພຣະເຢຊູເຈົ້າໄດ້ກະທຳ ຫລັງຈາກທີ່ພຣະອົງໄດ້ຈາກແຂວງຢູດາຍໄປຍັງແຂວງຄາລີເລ.