[1] ມີຊາຍຄົນໜຶ່ງກຳລັງລົ້ມປ່ວຍຊື່ວ່າ, ລາຊະໂຣ ລາວຢູ່ໃນບ້ານ^ເບັດທານີ ຊຶ່ງເປັນບ້ານຂອງ^ສອງເອື້ອຍນ້ອງທີ່ຊື່ວ່າ ມາຣີ ແລະ ມາທາ.
[2] ມາຣີແມ່ນຜູ້ທີ່ເອົານໍ້າມັນ^ຫອມຖອກໃສ່ຕີນຂອງ^ອົງພຣະ^ຜູ້^ເປັນເຈົ້າ ແລະເອົາຜົມຂອງຕົນເຊັດຕີນຂອງ^ພຣະອົງ ລາຊະໂຣຜູ້ທີ່ປ່ວຍຢູ່ນັ້ນເປັນນ້ອງຊາຍຂອງ^ນາງ.
[3] ທັງສອງເອື້ອຍນ້ອງໄດ້ໃຊ້ຄົນໄປບອກພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າ^ເອີຍ ເພື່ອນທີ່ພຣະອົງຮັກນັ້ນກຳລັງປ່ວຍຢູ່.”
[4] ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນແລ້ວ ພຣະອົງຈຶ່ງກ່າວວ່າ, “ການປ່ວຍຂອງ^ລາຊະໂຣນີ້ ບໍ່ເຖິງແກ່ຄວາມ^ຕາຍດອກ ແຕ່ເກີດຂຶ້ນເພື່ອນຳກຽດຕິຍົດແກ່ພຣະເຈົ້າ ແລະເພື່ອໃຫ້ພຣະບຸດຂອງ^ພຣະອົງໄດ້ຮັບກຽດຕິຍົດເພາະການປ່ວຍນີ້.”
[5] ພຣະເຢຊູເຈົ້າຮັກແພງມາທາກັບນ້ອງສາວຂອງ^ນາງ ແລະ ລາຊະໂຣ.
[6] ຂະນະທີ່ພຣະອົງໄດ້ຍິນວ່າລາຊະໂຣປ່ວຍ ພຣະອົງຍັງພັກຢູ່ບ່ອນເກົ່າຕໍ່ອີກສອງວັນ.
[7] ຫລັງຈາກນັ້ນ ພຣະອົງກໍກ່າວແກ່ພວກສາວົກວ່າ, “ໃຫ້ພວກເຮົາກັບຄືນສູ່ແຂວງຢູດາຍອີກເທາະ.”
[8] ພວກສາວົກໄດ້ກ່າວຕໍ່ພຣະອົງວ່າ, “ພຣະອາຈານ^ເອີຍ ເມື່ອບໍ່ດົນມານີ້ ປະຊາຊົນໃນທີ່ນັ້ນໝາຍທີ່ຈະແກວ່ງກ້ອນຫີນໃສ່ທ່ານ ແລ້ວທ່ານຍັງຈະກັບຄືນໄປທີ່ນັ້ນອີກບໍ?”
[9] ພຣະເຢຊູເຈົ້າຕອບວ່າ, “ກາງເວັນມີຢູ່ສິບສອງຊົ່ວໂມງບໍ່ແມ່ນບໍ? ສະນັ້ນ ຜູ້ໃດທີ່ຍ່າງໃນກາງເວັນກໍຈະບໍ່ຊູນສະດຸດ ເພາະວ່າລາວເຫັນຄວາມ^ສະຫວ່າງແຫ່ງໂລກນີ້.
[10] ແຕ່ຖ້າລາວຍ່າງໃນກາງຄືນ ລາວກໍຈະຊູນສະດຸດ ເພາະລາວບໍ່ມີຄວາມ^ສະຫວ່າງໃນຕົວ.”
[11] ເມື່ອພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ ພຣະອົງຍັງກ່າວຕື່ມອີກວ່າ, “ລາຊະໂຣເພື່ອນຂອງເຮົານອນຫລັບໄປ ແຕ່ເຮົາຈະໄປປຸກລາວໃຫ້ຕື່ນ.”
[12] ພວກສາວົກຕອບວ່າ, “ພຣະອົງເຈົ້າ^ເອີຍ ຖ້າລາວນອນຫລັບ ລາວຄົງຈະຫາຍດີພະຍາດ.”
[13] ພຣະເຢຊູເຈົ້າໝາຍເຖິງຄວາມ^ຕາຍຂອງ^ລາຊະໂຣ ແຕ່ພວກສາວົກຊໍ້າພັດຄິດວ່າ, ພຣະອົງເວົ້າເຖິງການນອນຫລັບໃຫ້ຫາຍເມື່ອຍ.
[14] ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງບອກພວກເພິ່ນຢ່າງຈະແຈ້ງວ່າ, “ລາຊະໂຣຕາຍແລ້ວ
[15] ເພື່ອເຫັນແກ່ເຈົ້າ^ທັງຫລາຍ ເຮົາດີໃຈທີ່ເຮົາບໍ່ໄດ້ຢູ່ຫັ້ນກັບລາວ ເພື່ອວ່າພວກເຈົ້າຈະໄດ້ເຊື່ອ, ໃຫ້ພວກເຮົາໄປຫາລາວເທາະ.”
[16] ໂທມາມີຊື່ອີກວ່າ, “ຝາແຝດ” ໄດ້ເວົ້າກັບເພື່ອນສາວົກດ້ວຍກັນວ່າ, “ໃຫ້ພວກເຮົາພາກັນໄປນຳກັນ ເພື່ອວ່າຈະໄດ້ຕາຍກັບພຣະອົງ.”
[17] ເມື່ອພຣະເຢຊູເຈົ້າມາຮອດ ພຣະອົງກໍຮູ້ວ່າລາຊະໂຣຢູ່ໃນອຸບມຸງຝັງສົບໄດ້ສີ່ວັນແລ້ວ.
[18] ບ້ານເບັດທານີນີ້ ຢູ່ຫ່າງຈາກນະຄອນເຢຣູຊາເລັມເກືອບສາມກິໂລແມັດ
[19] ແລະ ຊາວຢູດາຍຫລາຍຄົນໄດ້ມາເພື່ອເລົ້າໂລມໃຈນາງມາຣີແລະນາງມາທາ ຍ້ອນນ້ອງຊາຍຂອງ^ພວກເຂົາໄດ້ຕາຍແລ້ວ.
[20] ເມື່ອມາທາໄດ້ຍິນວ່າພຣະເຢຊູເຈົ້າກຳລັງມາ ນາງກໍອອກໄປຕ້ອນຮັບພຣະອົງ ສ່ວນມາຣີນັ້ນນັ່ງຢູ່ໃນເຮືອນ.
[21] ນາງມາທາເວົ້າຕໍ່ພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າ^ເອີຍ ຖ້າທ່ານຢູ່ທີ່ນີ້ ນ້ອງຊາຍຂອງ^ຂ້ານ້ອຍຄົງບໍ່ຕາຍ
[22] ແຕ່ເຖິງຢ່າງໃດກໍດີ ບັດນີ້ຂ້ານ້ອຍຮູ້ວ່າ ພຣະເຈົ້າຈະໂຜດໃຫ້ແກ່ທ່ານ ໃນສິ່ງທີ່ທ່ານທູນຂໍຈາກພຣະອົງ.”
[23] ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ນ້ອງຊາຍຂອງ^ເຈົ້າຈະເປັນຄືນມາຈາກຕາຍ.”
[24] ນາງມາທາຕອບຄືນວ່າ, “ຂ້ານ້ອຍຮູ້ແລ້ວວ່າ ລາວຈະເປັນຄືນມາອີກໃນການຄືນມາຈາກຕາຍເມື່ອວັນສຸດທ້າຍ.”
[25] ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ເຮົານີ້ແຫລະ ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ, ຜູ້ທີ່ວາງໃຈເຊື່ອໃນເຮົາ ເຖິງແມ່ນວ່າຕາຍໄປແລ້ວ ກໍຍັງມີຊີວິດຢູ່.
[26] ຜູ້ໃດທີ່ຍັງມີຊີວິດຢູ່ ແລະເຊື່ອໃນເຮົາຈະບໍ່ຕາຍຈັກເທື່ອ ເຈົ້າເຊື່ອໃນຂໍ້ນີ້ຫລືບໍ່?”
[27] ນາງຕອບວ່າ, “ເຊື່ອຢູ່ແລ້ວ ພຣະອົງເຈົ້າ^ເອີຍ ຂ້ານ້ອຍເຊື່ອແລ້ວວ່າ ທ່ານເປັນພຣະຄຣິດ ຄືພຣະບຸດຂອງ^ພຣະເຈົ້າຜູ້ທີ່ຕ້ອງເຂົ້າມາໃນໂລກ.”
[28] ຫລັງຈາກມາທາກ່າວດັ່ງນີ້ແລ້ວ ນາງກໍກັບຄືນເຂົ້າໄປ ແລະເອີ້ນມາຣີ ນ້ອງສາວຂອງຕົນໄປຕ່າງຫາກ ມາທາບອກວ່າ, “ອາຈານມາທີ່ນີ້ແລ້ວ ແລະຕ້ອງການພົບເຈົ້າ.”
[29] ເມື່ອມາຣີໄດ້ຍິນດັ່ງນັ້ນ, ນາງຈຶ່ງຟ້າວລຸກຂຶ້ນໄປຫາພຣະອົງ.
[30] ພຣະເຢຊູເຈົ້າບໍ່ທັນໄດ້ເຂົ້າໄປໃນບ້ານເທື່ອ ແຕ່ຍັງຢູ່ບ່ອນທີ່ມາທາໄດ້ພົບພຣະອົງນັ້ນ.
[31] ເມື່ອປະຊາຊົນກຳລັງເລົ້າໂລມໃຈນາງມາຣີຢູ່ໃນເຮືອນ ເຫັນນາງຟ້າວລຸກອອກໄປ ຈຶ່ງຕິດຕາມນາງໄປ ພວກເຂົາຄິດວ່ານາງຈະອອກໄປຮ້ອງໄຫ້ທີ່ອຸບມຸງຝັງສົບ.
[32] ພໍນາງມາຣີຮອດບ່ອນທີ່ພຣະເຢຊູເຈົ້າຢູ່ ແລະເຫັນພຣະອົງແລ້ວ ນາງກໍກົ້ມກາບລົງທີ່ຕີນພຣະອົງ ແລະເວົ້າວ່າ, “ພຣະອົງເຈົ້າ^ເອີຍ ຖ້າທ່ານຢູ່ນີ້ ນ້ອງຊາຍຂ້ານ້ອຍຄົງບໍ່ຕາຍ”
[33] ພຣະເຢຊູເຈົ້າເຫັນນາງຮ້ອງໄຫ້ ທັງປະຊາຊົນທີ່ມາກັບນາງກໍຮ້ອງໄຫ້ດ້ວຍ ພຣະອົງຈຶ່ງສະເທືອນໃຈກັບເຫດການນັ້ນ ແລະຊົງໂສກເສົ້າ.
[34] ພຣະອົງຖາມພວກເຂົາວ່າ, “ພວກເຈົ້າໄດ້ເອົາສົບໄປວາງໄວ້ຢູ່ໃສ?” ພວກເຂົາຕອບວ່າ, “ເຊີນມາເບິ່ງ ພຣະອົງເຈົ້າ^ເອີຍ.”
[35] ຝ່າຍພຣະເຢຊູເຈົ້າກໍຮ້ອງໄຫ້.
[36] ປະຊາຊົນເວົ້າກັນວ່າ, “ເບິ່ງດູ ເພິ່ນຮັກລາວເທົ່າໃດ”
[37] ແຕ່ມີບາງຄົນເວົ້າວ່າ, “ຜູ້ນີ້ໄດ້ເປີດຕາຂອງ^ຄົນຕາບອດນັ້ນ ແລ້ວຈະເຮັດໃຫ້ຄົນນີ້ບໍ່ຕາຍບໍ່ໄດ້ບໍ?”
[38] ພຣະເຢຊູເຈົ້າສະເທືອນຈິດໃຈໂສກເສົ້າໜັກອີກ ຈຶ່ງໄດ້ໄປເຖິງອຸບມຸງຝັງສົບ ຊຶ່ງເປັນຖໍ້າທີ່ມີຫີນກ້ອນໃຫຍ່ອັດປາກຖໍ້າໄວ້.
[39] ພຣະເຢຊູເຈົ້າສັ່ງໃຫ້ກື່ງກ້ອນຫີນອອກ. ນາງມາທາເອື້ອຍຂອງ^ຜູ້ຕາຍຕອບວ່າ, “ພຣະອົງເຈົ້າ^ເອີຍ ປານນີ້ສົບຄົງມີກິ່ນເໝັນແລ້ວ ເພາະລາວຕາຍໄດ້ສີ່ວັນແລ້ວ.”
[40] ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ເຮົາໄດ້ບອກເຈົ້າແລ້ວວ່າ ຖ້າເຈົ້າເຊື່ອ ເຈົ້າຄົງຈະໄດ້ເຫັນສະຫງ່າຣາສີຂອງ^ພຣະເຈົ້າ.”
[41] ດັ່ງນັ້ນ ພວກເຂົາຈຶ່ງກື່ງກ້ອນຫີນອອກ ຝ່າຍພຣະເຢຊູເຈົ້າກໍເງີຍໜ້າຂຶ້ນ ແລະພາວັນນາ^ອະທິຖານວ່າ, “ໂອ ພຣະບິດາເຈົ້າ^ເອີຍ, ຂ້ານ້ອຍໂມທະນາຂອບພຣະຄຸນທີ່ພຣະອົງຟັງຂ້ານ້ອຍ.
[42] ຂ້ານ້ອຍຮູ້ວ່າພຣະບິດາເຈົ້າຟັງຂ້ານ້ອຍຢູ່ສະເໝີ, ແຕ່ຂ້ານ້ອຍເວົ້າຢ່າງນີ້ກໍເພື່ອເຫັນແກ່ຄົນທັງຫລາຍທີ່ຢືນອ້ອມຢູ່ນີ້ ເພື່ອພວກເຂົາຈະໄດ້ເຊື່ອວ່າ ແມ່ນພຣະບິດາເຈົ້າທີ່ເປັນຜູ້ໄດ້ໃຊ້ຂ້ານ້ອຍມາ.”
[43] ເມື່ອພຣະອົງກ່າວດັ່ງນັ້ນແລ້ວ ພຣະອົງຈຶ່ງເປັ່ງສຽງຮ້ອງຂຶ້ນວ່າ, “ລາຊະໂຣ^ເອີຍ ຈົ່ງອອກມາ”
[44] ຜູ້ຕາຍນັ້ນກໍອອກມາ ມີຜ້າພັນຕີນພັນມື ທັງມີຜ້າປົກໜ້າໄວ້ຢູ່, ພຣະເຢຊູເຈົ້າບອກພວກເຂົາວ່າ, “ແກ້ຜ້າໃຫ້ລາວ ແລ້ວປ່ອຍລາວໄປ.”
[45] ປະຊາຊົນຫລວງຫລາຍທີ່ມາຢ້ຽມຢາມນາງມາຣີ ໄດ້ເຫັນເຫດການທີ່ພຣະເຢຊູເຈົ້າເຮັດນັ້ນ ພວກເຂົາກໍເຊື່ອໃນພຣະອົງ.
[46] ແຕ່ບາງຄົນໃນພວກເຂົາໄດ້ໄປຫາພວກຟາຣີຊາຍ ແລະເລົ່າເຫດການທີ່ພຣະເຢຊູເຈົ້າໄດ້ເຮັດນັ້ນໃຫ້ພວກເຂົາຟັງ.
[47] ດັ່ງນັ້ນ ພວກຫົວໜ້າປະໂຣຫິດແລະພວກຟາຣີຊາຍ ຈຶ່ງເອີ້ນສະມາຊິກສະພາມາປະຊຸມກັນວ່າ, “ພວກເຮົາຈະເຮັດຢ່າງໃດ? ເພາະວ່າຊາຍຄົນນີ້ກຳລັງເຮັດການອັດສະຈັນຕັ້ງຫລາຍຢ່າງ
[48] ຖ້າພວກເຮົາປ່ອຍໃຫ້ລາວເຮັດຢູ່ຢ່າງນີ້ແລ້ວ ຄົນທັງຫລາຍກໍຈະເຊື່ອລາວ ແລະພວກເຈົ້າໜ້າທີ່ໂຣມກໍຈະມາ ທຳລາຍພຣະວິຫານກັບປະເທດຊາດຂອງ^ພວກເຮົາ.”
[49] ແຕ່ມີຜູ້ໜຶ່ງໃນພວກເຂົາຊື່ວ່າ, “ກາຢະຟາ” ຜູ້ທີ່ເປັນມະຫາປະໂຣຫິດປະຈຳການໃນປີນັ້ນ ໄດ້ກ່າວຕໍ່ພວກເຂົາວ່າ, “ພວກທ່ານບໍ່ຮູ້ຈັກຫຍັງເລີຍ
[50] ບໍ່ຄິດເຫັນບໍວ່າ ມັນຈະເປັນປະໂຫຍດສຳລັບພວກທ່ານ ທີ່ໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນ ແທນທີ່ຈະໃຫ້ຄົນທັງຊາດຕ້ອງພິນາດຈິບຫາຍ?”
[51] ແທ້ຈິງແລ້ວ ເພິ່ນບໍ່ໄດ້ເວົ້າຕາມລຳພັງຕົນເອງ, ແຕ່ເພິ່ນເປັນມະຫາປະໂຣຫິດປະຈຳການໃນປີນັ້ນ ເພິ່ນຈຶ່ງທຳນວາຍວ່າ, “ພຣະເຢຊູເຈົ້າຈະຕາຍເພື່ອປະເທດຊາດ
[52] ແລະບໍ່ແມ່ນເພື່ອແທນປະເທດຊາດເທົ່ານັ້ນ ແຕ່ເພື່ອເຕົ້າໂຮມປະຊາຊົນທັງຫລາຍຂອງ^ພຣະເຈົ້າ ທີ່ໄດ້ແຕກກະຈັດ^ກະຈາຍກັນໄປນັ້ນ ໃຫ້ເຂົ້າເປັນອັນໜຶ່ງ^ອັນດຽວ^ກັນ.”
[53] ຕັ້ງແຕ່ວັນນັ້ນມາ ພວກເຂົາກໍໄດ້ວາງແຜນຂ້າພຣະເຢຊູເຈົ້າ.
[54] ດ້ວຍເຫດນີ້ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ໄປທາງໃດຢ່າງເປີດເຜີຍໃນແຂວງຢູດາຍ, ແຕ່ພຣະອົງໄດ້ໜີໄປບ່ອນໜຶ່ງ ໃກ້ກັບຖິ່ນ^ແຫ້ງແລ້ງ^ກັນດານ ເຖິງເມືອງໜຶ່ງຊື່ວ່າ, “ເອຟຣາອິມ” ແລະຢູ່ທີ່ນັ້ນກັບພວກສາວົກຂອງ^ພຣະອົງ.
[55] ເວລາສະຫລອງເທດສະການປັດສະຄາໃກ້ຈະມາເຖິງແລ້ວ ມີຫລາຍຄົນໄດ້ຈາກບ້ານເມືອງຂອງຕົນ ຂຶ້ນໄປສູ່ນະຄອນເຢຣູຊາເລັມ ເພື່ອປະກອບພິທີຊຳລະຕົວກ່ອນວັນເທດສະການ.
[56] ພວກເຂົາກຳລັງຊອກຫາພຣະເຢຊູເຈົ້າ ແລະເມື່ອຢືນຢູ່ໃນພຣະວິຫານ ພວກເຂົາຈຶ່ງຖາມກັນວ່າ, “ເຈົ້າຄິດເຫັນຢ່າງໃດ? ເພິ່ນຄົງຈະບໍ່ມາໃນເທດສະການນີ້ແມ່ນຫລືບໍ່?”
[57] ຝ່າຍພວກຫົວໜ້າປະໂຣຫິດແລະພວກຟາຣີຊາຍ ກໍອອກຄຳສັ່ງໄວ້ວ່າ ຖ້າຜູ້ໃດຮູ້ວ່າພຣະເຢຊູເຈົ້າຢູ່ໃສ ໃຫ້ມາລາຍງານພວກຕົນເພື່ອຈະໄປຈັບພຣະອົງ.